ພະຍຸໂທຣນາໂດ

ຈາກ ວິກິພີເດຍ

ພະຍຸໂທຣນາໂດ(ອັງກິດ:Tornado) ເກີດຈາກການປ່ຽນຕຳແໜ່ງຂອງອາກາດເຊິ່ງສຳພັດກັບພື້ນແລະເມກທີ່ກໍ່ຕົວ ຫລື ໃນບາງກໍລະນີ ,ຖານທີ່ຕັ້ງ ຂອງເມກຄູມູລັສ. ພວກມັນມັກຮຽກວ່າtwisters ຫລືພະຍຸໄຊໂຄນສ ແມ້ວ່າຄຳສັບໄຊໂຄນຈະໃຊ້ໃນພາສາອຸຕຸນິຍົມວິທະຍາ,ໃນຄວາມໝາຍທີ່ກວ້າງກວ່າ,ໃນການຕັ້ງຊື່ທຸກໆການໄຫລວວຽນຂອງຄວາມດັນຕ່ຳແລະໄກ້. ໂທຣນາໂດຈະປະກົດໃນຫລາຍຮູບຮ່າງແລະຂະໜາດ,ແຕ່ພວກມັນປົກກະຕິຈະຢູ່ໃນຮູບຮ່າງທີ່ເຫັນໄດ້ເຊິ່ງເປັນ condensation funnel ຫລືຮູບທໍ່,ເຊິ່ງສົ້ນຂອງມັນສຳພັດກັບພື້ນແລະອອ້ມຮອບດວ້ຍເມກຂອງຊາກສິ່ງຂອງແລະຂີ້ຝຸ່ນ. ໂທຣນາໂດສ່ວນຫລາຍມີຄວາມໄວຂອງລົມໜອ້ຍກວ່າ177 km/h ແລະຄວາມກວ້າງຕາມທາງຂວາງປະມານ76 m ແລະໄດ້ເຄື່ອນທີ່ຫລາຍກິໂລເມັດກອ່ນມັນຈະຄອ່ຍໆຫລຸດລົງ. ໂທຣນາໂດທີ່ຮ້າຍແຮງສາມາດກໍ່ໃຫ້ເກີດລົມສູງກວ່າ438 km/ຊມ ແລະຂະຫຍາຍອອກຫລາຍກວ່າສາມກິໂລແມັດໃນທາງຂວາງ,ແລະເຄື່ອນທີ່ເທິງພື້ນປະມານຫລາຍກວ່າຮອ້ຍກິໂລແມັດ.

ໂທຣ໌ນາໂດທີ່ເກີດໃນສະຫະລັດອາເມລິກາ