ຜູ້ໃຊ້:Tata.tata3
ເຈມ ພີສ[ດັດແກ້]
ທ່ານ ເຄນເນັດ ເຈມ ພີສ (ຊື່ເປັນພາສາອັງກິດ: Kenneth James Peace) ເກີດເມື່ອວັນທີ 28 ກັນຍາ 1963 ທີ່ເມືອງເພສລີ. ທ່ານແມ່ນນັກແຕ່ງເພງ, ນັກເປຍໂນຄອນເສີດ ແລະ ທັດສະນະສິນຊາວສະກັອດແລນ.
ຊີວະປະຫວັດ[ດັດແກ້]
ທ່ານ ເຈມ ພີສ, ເກີດເມື່ອວັນທີ 28 ກັນຍາ 1963 ທີ່ເມືອງເພສລີ, ປະເທດສະກັອດແລນ.[1][2] ໃນໄວເດັກ, ທ່ານອາໄສຢູ່ເມືອງເຮເລນເບີກ ເຊິ່ງເປັນສະຖານທີ່ພັກຜ່ອນແຄມທະເລ ທີ່ຕັ້ງຢູ່ທາງທິດຕາເວັນຕົກຂອງສະກັອດແລນ. ຄອບຄົວຂອງທ່ານລວມມີສິນລະປິນຫຼາຍຄົນ ເຊັ່ນ ທ່ານ ຈອນ ແມັກກີ (John McGhie), ແລະ ເພິ່ນຍັງເປັນພີ່ນ້ອງກັບທ່ານ ເຟລິກ ເບີນສ໌ (Felix Burns), ໃນັກປະພັນດົນຕີທີ່ມີຊື່ສຽງໃນຊ່ວງຕົ້ນສະຕະວັດທີ 20.[1][3] ທ່ານ ເຈມ ເລີ່ມຮັບສອນເປຍໂນຕັ້ງແຕ່ອາຍຸ 8 ປີ ພ້ອມຂຶ້ນສະແດງຕໍ່ໜ້າມວນຊົນຄັ້ງທໍາອິດເມື່ອອາຍຸ 14 ປີ ເຊິ່ງບັນເລງເພງໂດຍ ສກ໊ອດ ຈອບລິນ (Scott Joplin). ເມື່ອອາຍຸໄດ້ 16 ປີ, ທ່ານເຂົ້າຮຽນທີ່ສະຖາບັນສອນດົນຕີ ແລະ ການລະຄອນ ແຫ່ງສະກັອດແລນ (Royal Scottish Academy of Music and Drama) ປັດຈຸບັນປ່ຽນຊື່ມາເປັນ ໂຮງຮຽນສອນດົນຕີຫຼວງ ແຫ່ງສະກັອດແລນ (Royal Conservatoire of Scotland) ໃນນາມນັກຮຽນເຕັມເວລາທີ່ມີອາຍຸນ້ອຍສຸດ.[1][2][3][4] ໃນປີ 1983, ທ່ານ ເຈມ ໄດ້ສໍາເລັດການສຶກສາຈາກມະຫາວິທະຍາໄລກລາສໂກວ໌ ໂດຍໄດ້ຮັບປະກາດສະນິຍະບັດປະລິນຍາຕີ ພາກວິຊາການສອນເປຍໂນ.[4][5] ໃນປີຕໍ່ມາ ທ່ານກໍໄດ້ຮັບໃບປະກາດສະນິຍະບັດດ້ານການສະແດງດົນຕີ ພາຍຫຼັງຫຼິ້ນເປຍໂນຄອນແຊຣ໌ໂຕ ໝາຍເລກ 1 ຂອງ ເມນເດວໂຊນ (Mendelssohn) ຮ່ວມກັບວົງດູລິຍາງ RSAMD.[1][5] ພາຍຫຼັງສໍາເລັດການສຶກສາຢ່າງເປັນທາງການ, ທ່ານໄດ້ອາໄສຢູ່ເມືອງເອດິນບະຣະ ໃນຊ່ວງປີ 1988-1991 ເຊິ່ງໃນເວລານັ້ນ.[1][2] ທ່ານ ເຈມ ພີສ ອາໄສຢູ່ເມືອງບັດ ເນົາໄຮມ໌, ປະເທດເຢຍລະມັນ ໃນຊ່ວງປີ 1991-2009.[6][7][8] ນັບແຕ່ປີ 1998, ທ່ານ ເຈມ ໄດ້ທໍາການສຶກສາກ່ຽວກັບການເຕັ້ນແທງໂກ ໂດຍຜະລິດແຜ່ນ CD Tango escoces (ການເຕັ້ນແທງໂກແບບສະກັອດແລນ) ຈາກການຮຽບຮຽງສຽງເປຍໂນ ທີ່ໄດ້ຮັບແຮງບັນດານໃຈຈາກທ່າເຕັ້ນແທງໂກຂອງຕົນເອງ,[3][8][9] ແລະ ໃນປີ 2002, ທ່ານໄດ້ຖືກແຕ່ງຕັ້ງເປັນສະມາຊິກກິດຕິມະສັກຂອງວິທະຍາໄລດົນຕີວິກຕໍເຣຍ.[3][8] ໃນປີດຽວກັນນັ້ນ, ທ່ານໄດ້ໄປທົວຄອນເສີດດ່ຽວໃນເຢຍລະມັນເໜືອ ໃນຊ່ວງເດືອນກັນຍາ/ຕຸລາ ພ້ອມເດີນທາງໄປຍັງຕາເວັນອອກໄກໃນເດືອນພະຈິກ, ເຊິ່ງເປັນການສະແດງ Tango XVII ໃນຮົງກົງ.[8][9][10][11][12]
ໃນປີຕໍ່ມາ, ການສະແດງຂອງທ່ານ ເຈມ ພີສ ໄດ້ປາກົດຕົວຢູ່ຫຼາຍເມືອງໃນເອີຣົບ ເຊິ່ງທ່ານໄດ້ສະແດງທ່າເຕັ້ນແທງໂກທີ່ຕົນອອກແບບເອງ ໂດຍສະແດງຢູ່ບັນດາເມືອງຫຼວງຕ່າງໆ ເປັນຕົ້ນແມ່ນ: ອັມສເຕີດັມ, ເອເທນ,[13] ເບີລິນ,[14] ບຣັສເຊລ, ເຮລຊິງກິ,[15] ລິສບອນ,[16] ລອນດອນ, ມາດຣິດ,[17] ອອສໂລ,[18] ເຣກຢາວິກ[19] ແລະ ວຽນນາ.[20]
ໃນປີ 2008, ທ່ານໄດ້ຖືກແຕ່ງຕັ້ງເປັນສະມາຊິກກິດຕິມະສັກຂອງວິທະຍາໄລດົນຕີລອນດອນ ເພື່ອເປັນກຽດແກ່ທ່າເຕັ້ນແທງໂກທີ່ທ່ານອອກແບບເອງ.[21][22]
ຫຼັງຈາກອາໄສຢູ່ໃນເມືອງເອດິນບະຣະໄດ້ບໍ່ດົນ, ທ່ານ ເຈມ ພີສ ກໍໄດ້ຍົກຍ້າຍໄປຢູ່ເມືອງວິສບາເດິນ, ປະເທດເຢຍລະມັນ ໃນເດືອນກຸມພາ 2010.[1][3] ເຊິ່ງການຍົກຍ້າຍຄັ້ງນີ້ ໄດ້ເກີດມີແຮງບັນດານໃຈໃນການສ້າງສັນຜົນງານໃໝ່ໆ ແລະ ທ່ານໄດ້ຜະລິດຮູບເງົາສັ້ນ ທີ່ກ່ຽວຂ້ອງກັບຜົນງານການປະດິດແຕ່ງບາງສ່ວນຂອງຕົນເອງ. ຮູບເງົາສາລະຄະດີ ເລື່ອງ ເຈມ ພີສ ໃນເມືອງວິສບາເດິນ ແມ່ນໜຶ່ງໃນຜົນງານຂອງເພິ່ນໃນສາຍງານປະເພດນີ້.[21][22]
ລາງວັນ ແລະ ໃບຍ້ອງຍໍ[ດັດແກ້]
● ລາງວັນທີ 1, ງານປະກວດແຂ່ງຂັນແອກເນສ ມິນລາຣ໌. ກລາສໂກວ໌, ປີ 1983[4]
● ລາງວັນທີ 1, ງານປະກວດແຂ່ງຂັນ EIS ແຫ່ງດັນບາຕັນເຊຍ. ກລາສໂກວ໌, ປີ 1984[4]
● ລາງວັນປະກວດບົດຄວາມກ່ຽວກັບໂປຣແກຣມຊີເບລີອຸສ (Sibelius Essay). ກລາສໂກວ໌, ປີ 1995[4]
● ໄດ້ຮັບໃບກຽດຕິຄຸນ, ງານປະກວດແຂ່ງຂັນແຕ່ງເພງສາກົນ TIM. ກຸງໂຣມ, ປີ 2000[1][2][6]
● ໄດ້ຮັບໃບກຽດຕິຄຸນ, ມູນນິທີ IBLA. ນິວຢອກ, ປີ 2002[1][2][6]
● ໄດ້ຮັບຫຼຽນກາລະນຶກ, ສະມາຄົມເປຍໂນດູໂອສາກົນ. ໂຕກຽວ, ປີ 2002[1][2][6][21][22][23]
● ໄດ້ຮັບຫຼຽນຄໍາ, ສະຖາບັນສາກົນແຫ່ງ “Lutece”. ປາຣີສ, ປີ 2005[1][2]
ຜົນງານສໍາຄັນ[ດັດແກ້]
● ເດິວໍເຕິຟໍ (The Waterfall)[24]
● ໄອດີລ (Idylls)
● ມໍນິງ ເຊເຣເນດ (Aubade)
● ໄຊເລັນທ໌ເທຍ (Silent Tears)
● ຟໍກັອດເທິນລີຟ (Forgotten Leaves)
● ໂຊນາຕາສໍາລັບໂອໂບ ແລະ ເປຍໂນ
● ແນວເພງບັນລາດ (Ballade)
● ເຊຣີໂມນຽນມາສ໌ ຄັ້ງທີ ໑ (Ceremonial March no.1)
● ເຊຣີໂມນຽນມາສ໌ ຄັ້ງທີ ໒ (Ceremonial March no.2)
● ອໍທັມໂກລດ໌ (Autumn Gold)[25]
● ເພງນິລັນດອນ (Eternal Song)
● “ມອບແດ່ຈໍເຈຍ” (ພາສາຈໍເຈຍ: საქართველოსთვის)
(ເນື້ອໃນເພງໂດຍ: ທາມາຣິ ຊິກໄວດເຊ, ຊູຣາບີ ຊິກໄວດເຊ ແລະ ເຈມ ພີສ)
● 24 ແທງໂກສໍາລັບເປຍໂນໂຊໂລ[1][9][21][22][26]
ລິ້ງຄ໌ພາຍນອກ[ດັດແກ້]
Souvenir de Buenos Aires - youtube
ເອກະສານອ້າງອີງ[ດັດແກ້]
- ↑ 1.00 1.01 1.02 1.03 1.04 1.05 1.06 1.07 1.08 1.09 1.10 Birgitta Lamparth. “Keine 'stacheligen' Klänge”. Wiesbadener Tagblatt (ໜັງສືພິມເຢຍລະມັນ), ສະບັບວັນທີ 10 ກຸມພາ 2011
- ↑ 2.0 2.1 2.2 2.3 2.4 2.5 2.6 Julia Anderton. “Tango als süß-traurige Geschichte”. Wiesbadener Kurier (ໜັງສືພິມເຢຍລະມັນ), ສະບັບວັນທີ 24 ມີນາ 2012
- ↑ 3.0 3.1 3.2 3.3 3.4 Sabine Klein. “Meine Musik ist wie ich − sehr romantisch”. Frankfurter Rundschau (ໜັງສືພິມເຢຍລະມັນ), ປີ 1992, ສະບັບທີ 254, ໜ້າ 2
- ↑ 4.0 4.1 4.2 4.3 4.4 G. Müller. “Das Klavier tanzt Tango”. Kulturspiegel Wetterau (ວາລະສານເຢຍລະມັນ). ສະບັບວັນທີ 17 ມີນາ 2001, ໜ້າ 5
- ↑ 5.0 5.1 “James Peace“. FRIZZ (ວາລະສານເຢຍລະມັນ). ສະບັບເດືອນມັງກອນ 2001, ໜ້າ 5
- ↑ 6.0 6.1 6.2 6.3 Deutsche Nationalbibliothek. “James Peace“
- ↑ Manfred Merz. “Virtuose, gefühlsbetonte Welt der Romantik”. Wetterauer Zeitung (ໜັງສືພິມເຢຍລະມັນ), ສະບັບວັນທີ 12 ທັນວາ 1992, ໜ້າ 19
- ↑ 8.0 8.1 8.2 8.3 “James Peace“. The Tango Times (ວາລະສານໃນນິວຢອກ). ປີ 2002/2003 (ສະບັບທີ 39). ໜ້າ 1 - 5
- ↑ 9.0 9.1 9.2 National Library of Scotland. “Tango escocés”
- ↑ “James Peace“. La Cadena (ວາລະສານດັດສ໌). ສະບັບເດືອນກັນຍາ 2002, ໜ້າ 26
- ↑ Tangotang (ຮົງກົງ). ຈົດໝາຍຂ່າວ, ສະບັບວັນທີ 8 ຕຸລາ 2002
- ↑ “ເຈມ ພີສ”. ໜັງສືພິມ ເຊົາທ໌ໄຊນາມໍນິງໂພສຕ໌ (ໜັງສືພິມໃນຮົງກົງ). ສະບັບວັນທີ 9 ຕຸລາ 2002
- ↑ ໂບຊົວໂຄງການຄອນເສີດ (ເອເທນ). {Για σένα, Αγγελική}. ວັນທີ 27 ເມສາ 2016
- ↑ Tangodanza (ວາລະສານເຢຍລະມັນ). ສະບັບເດືອນ 1/2002 - ໜ້າ 9
- ↑ ໂປສເຕີຄອນເສີດ (ທົວຄອນເສີດໃນຟີນແລນ), ປີ 2014
- ↑ ໂປສເຕີຄອນເສີດ (ທົວຄອນເສີດໃນປອກຕຸຍການ), ປີ 2016
- ↑ ໂປສເຕີຄອນເສີດ (ທົວຄອນເສີດໃນສະເປນ), «¡Feliz Cincuenta Cumpleaños!» ປີ 2013
- ↑ Listen.no. James Peace (Flygel). Munch Museum, ອອສໂລ, ວັນທີ 16 ຕຸລາ 2004
- ↑ Ríkarður Ö. Pálsson. “Skozir Slaghörputangoár”. Morgunblaðið (ໜັງສືພິມໄອຊ໌ແລນ). ສະບັບວັນທີ 14 ຕຸລາ 2004
- ↑ ໂບຊົວໂຄງການຄອນເສີດ (ວຽນນາ). ວັນທີ 23 ມັງກອນ 2005
- ↑ 21.0 21.1 21.2 21.3 National Library of Scotland. “K. James Peace in Wiesbaden”
- ↑ 22.0 22.1 22.2 22.3 Deutsche Nationalbibliothek. “K James Peace in Wiesbaden”
- ↑ ສະມາຄົມເປຍໂນດູໂອສາກົນ. ໂຕກຽວ. ລາຍຊື່ຜູ້ທີ່ໄດ້ຮັບລາງວັນ, ປີ 2002
- ↑ ໂບຊົວໂຄງການຄອນເສີດ ວັນທີ 12/19 ກັນຍາ 2021
- ↑ “Die Violine schwebt über den Orchesterklang”. Schwäbische Post (ໜັງສືພິມເຢຍລະມັນ). ສະບັບວັນທີ 4 ມິຖຸນາ 1994
- ↑ ຈົດໝາຍຂ່າວຂອງສະມາຄົມວິໂອລາແຫ່ງອັງກິດ, ເດືອນສິງຫາ 2023