ນົກແກ້ວ

ຈາກ ວິກິພີເດຍ

ນົກແກ້ວ ເປັນນົກຊະນິດນຶ່ງ ຈັດຢູ່ໃນຊັ້ນສັດປີກ.

ລັກສະນະທົ່ວໄປ[ດັດແກ້]

ເປັນນົກທີ່ມີສົບແດງໃຫຍ່ ແລະ ສ່ວນໃຫຍ່ມີຂົນສີຂຽວທົ່ວຮ່າງກາຍ ແລະ ປະສົມສີແດງອ່ອນເປັນແຜ່ຢູ່ບາໄຫລ່ ຕີນສີເຫຼືອງ.ສຳລັບໂຕຜູ້ຄໍຈະດຳ ແລະ ມີລັກສະນະສີບົວເປັນວົງຢູ່ກ້ານຄໍ,ສ່ວນໂຕແມ່ເອີກສີຂຽວບໍ່ມີວົງຢູ່ກ້ານຄໍ. ສຳລັບໂຕທີ່ຍັງນ້ອຍມີລັກສະນະຄືໂຕແມ່ ແຕ່ມີຂົນປົກຫຸ້ມຮ່າງກາຍ ແລະ ສົບມີສີເສົ້າ.


ການກະຈາຍພັນ[ດັດແກ້]

ນົກຊະນິດນີ້ມີຢູ່ພາກກາງ ແລະ ພາກໃຕ້ຂອງລາວ, ໂດຍສະເພາະແຂວງອັດຕາປື ແລະ ການສຳຫລວດທີ່ຜ່ານມາ ປະກົດມີຢູ່ໃນເຂດປ່າສະຫງວນເຊປຽນ,ຄອນພະເພັງ, ຫ່າງດອນ, ນາກາຍ - ນ້ຳເທີນແລະຫີນຫນາມຫນໍ່ ແຂວງຄຳມວນ.


ຂະໜາດຮູບຮ່າງ[ດັດແກ້]

ຄວາມຍາວ 51 ຊມ (ນັບແຕ່ຫົວເຖິງປາຍຫາງ ຂອງຕົວທີ່ໃຫຍ່ເຕັມທີ່)


ນິເວດວິທະຍາ ແລະ ອຸປະນິໄສ[ດັດແກ້]

ມັກອາໄສຢູ່ປ່າເປີດ ຜັດປ່ຽນໃບ ແລະ ຢູ່ໃກ້ຫ້ວຍນ້ຳຕາມປ່າດົງດີບ, ແຕ່ສ່ວນໃຫຍ່ແລ້ວຈະຢູ່ຕາມເຂດທົ່ງພຽງ. ເປັນນົກທີ່ມັກຢູ່ຕາມຕົ້ນໄມ້ ແລະ ບິນໄປຕາມງ່າໄມ້ໂດຍອາໄສສົບຂອງມັນໃນການຊ່ວຍໃນການເກາະງ່າໄມ້. ເປັນສັດທີ່ໃຊ້ຕີນຄວັດເຂ່ຍຫາອາຫານ, ບາງຄັ້ງນົກຊະນິດນີ້ ມັກທຳລາຍເຄື່ອງປູກຝັງ, ມັກຢູ່ເປັນໝູ່ ແລະ ເຮັດຮັງ ຕາມຕົ້ນໄມ້ ຫຼື ໂກນໄມ້.


ສະຖານະພາບທາງດ້ານການອານຸລັກ:[ດັດແກ້]

ເປັນນົກທີ່ສ່ຽງຕໍ່ການສູນພັນໃນ ສ ປ ປ ລາວ ນອນຢູ່ໃນບັນຊີຫວງຫ້າມປະເພດ II ຂອງ CITES ຈຳນວນ ປະຊາກອນຂອງນົກຊະນິດນີ້ ນັບມື້ນັບຫນ້ອຍລົງ ທັງນີ້ກໍ່ເນື່ອງຈາກວ່າມີການລ່າເພື່ອນຳມາເປັນສັດລ້ຽງ ແລະ ຄ້າຂາຍ.

ຊື່ວິທະຍາສາດ Psittacula eupatria
ອານາຈັກ Animalia
ຟີລຳ Chordata
ຊັ້ນ Aves
ອັນດັບ Psittaciformes
ວົງ Psittacidae
ຕະກຸນ Psittacula
ແອສະແປດ P. eupatria
ຊື່ພາສາລາວ ນົກແກ້ວ