ນະຄອນຫລວງ
ນະຄອນຫຼວງ ຄື ເມືອງຫຼັກທີ່ກ່ຽວຂ້ອງກັບລັດຖະບານ ສ່ວນໃຫຍ່ເປັນທີ່ຕັ້ງຂອງສຳນັກງານນາຍົກ ໃນພາສາອັງກິດ capital ມາຈາກພາສາລະຕິນ caput ຫຼາຍເຖິງ "ຫົວ" ແລະ ອາດຈະກ່ຽວຂ້ອງ ກັບເນີນພູ ແຄປິທໍໄລ ເນີນພູທີ່ສູງທີ່ສຸດໃນນະຄອນໂຣມບູຮານ ສູນກາງທາງປະຫວັດສາດ ແລະ ສາດສະໜາ. ໃນພາສາລາວ ມີຫຼາຍ ຄຳສັບ ເຊັ່ນ: ນະຄອນ, ທານີ, ສຳລັບຄຳວ່າ ນະຄອນຫຼວງນັ້ນຍັງມີຄວາມໝາຍເປັນເນື້ອໃນຄື ໝາຍເຖິງ ເມືອງໃຫຍ່( ຫຼວງ ແປວ່າ ໃຫຍ່).ຄຳວ່າເມືອງຫຼວງ ບໍ່ໄດ້ໝາຍຄວາມວ່າ ເມືອງ ໃຫຍ່ທີ່ສຸດ. ເມືອງຫຼວງໃນບາງປະເທດ ມີຂະໜາກນ້ອຍກວ່າເມືອງອື່ນ ເຊັ່ນ: ໃນສະຫະລັດອາເມຣິກາ, ອີນເດຍ, ເບຣຊິນ ສຳລັບຄຳວ່າ ເມືອງຫຼວງນີ້ ອາດເປັນເມືອງຫຼວງຂອງລັດ(ໃນປະເທດທີ່ປົກຄອງແບບສາທາລະນະລັດ ເປັນຕົ້ນ) ຫຼື ເມືອງຫຼວງຂອງເຂດປົກຄອງລະດັບໃດກໍໄດ້ ເຊັ່ນ : ເມືອງ ເປັນເມືອງຫຼວງຂອງແຂວງ.
ເມືອງຫຼວງທີ່ໃຫຍ່ທີ່ສຸດໃນແຕ່ລະທະວີບ [ດັດແກ້]
ຊື່ທະວີບ ຊື່ເມືອງຫຼວງ ແລະ ຈຳນວນປະຊາກອນໃນວົງເລັບ
- ອາຟຣິກາ: ນະຄອນໄຄໂຣ (16,100,000)
- ອາຊີ: ນະຄອນໂຕກຽວ (21,237,000)
- ເອີຣົບ: ນະຄອນລອນດອນ (14,400,000)
- ອາເມຣິກາເໜືອ: ເມັກຊິໂກຊິຕີ (19,809,471)
- ໂອເຊອານີ: ນະຄອນແວວລີງຕັນ (445,400)
- ອາເມຣິການໃຕ້: ນະຄອນບູໂນດໄອເລັສ (12,430,000)
ປຽບທຽບກັບນະຄອນຫຼວງວຽງຈັນ ເຊິ່ງມີປະຊາກອນພຽງແຕ່ 730.000 ຄົນເທົ່ານັ້ນ.