ທະວີບອັງຕາກຕິກ

ຈາກ ວິກິພີເດຍ
ອັງຕາກຕິກ
Antarctica
ພື້ນທີ່14,107,637 ຕລ.ກມ. (ອັນດັບທີ 5)
ໂດຍ 280,000 ຕລ.ກມ. ປາສະຈາກນ້ຳກ້ອນ
ປະຊາກອນ≈135 ຄົນ (ຖາວອນ)
≈5,000 (ຊົ່ວຄາວ)
(ອັນດັບທີ 7)
ເດມະນິມຊາວອັງຕາກຕິກ (Antarctican)
ປະເທດ
ເຂດເວລາເບິ່ງທີ່ ເວລາໃນທະວີບອັງຕາກຕິກ
ໂມເມນລະດັບເທິງສຸດ.aq
ເມືອງໃຫຍ່
ພາບຖ່າຍດາວທຽມຂອງທະວີບອັງຕາກຕິກ

ອັງຕາກຕິກ (ອັງກິດ: Antarctica ກ່ຽວກັບສຽງນີ້  /æntˈɑːrktɪkə/) ເປັນທະວີບທີ່ຢູ່ໃຕ້ທີ່ສຸດຂອງ ໂລກ ຕັ້ງຢູ່ໃນພາກພື້ນອັງຕາກຕິກໃນຊີກໂລກໃຕ້ ແລະ ເປັນທີ່ຕັ້ງຂົ້ວໂລກໃຕ້ທາງພູມສາດ ເກືອບທັງໝົດຢູ່ໃນວົງມົນອັງຕາກຕິກ ແລະ ອ້ອມຮອບດ້ວຍມະຫາສະໝຸດໃຕ້ ມີພື້ນທີ່ປະມານ 14 ລ້ານຕາລາງກິໂລແມັດ ເປັນທະວີບທີ່ໃຫຍ່ເປັນອັນດັບ 5 ຂອງໂລກ ໃຫຍ່ກວ່າທະວີບອົດສະຕຣາລີເຖິງ 2 ເທົ່າ ພື້ນທີ່ 98% ຂອງທະວີບປົກຄຸມດ້ວຍນ້ຳກ້ອນໜາສະເລ່ຍ 1.9 ກິໂລແມັດ[1] ເຊິ່ງກວມເອົາພື້ນທີ່ທັງໝົດເວັ້ນແຕ່ສ່ວນເໜືອສຸດຂອງແຫຼມອັງຕາກຕິກ.

ໂດຍຄ່າສະເລ່ຍແລ້ວອັງຕາກຕິກເປັນທະວີບທີ່ໜາທີ່ສຸດ ແຫ້ງແລ້ງທີ່ສຸດ ລົມແຮງທີ່ສຸດ ແລະ ມີຄວາມສູງໂດຍສະເລ່ຍຫຼາຍທີ່ສຸດ[2] ອັງຕາກຕິກເປັນທະເລຊາຍທີ່ມີຝົນສະເລ່ຍ 200 ມີລີແມັດຕໍ່ປີຕາມແນວຊາຍຝັ່ງ ແລະ ພື້ນທີ່ພາຍໃນ[3] ໃນຊ່ວງໄຕມາດທີສາມເຊິ່ງເປັນຊ່ວງທີ່ໜາວທີ່ສຸດຂອງປີຈະມີອຸນຫະພູມສະເລ່ຍ -63 °C ແຕ່ (ທີ່ສະຖານີວອສຕອກ ຂອງລັດເຊຍ) ອຸນຫະພູມທີ່ວັດໄດ້ເຄີຍຕ່ຳເຖິງ -89.2 °C (ແລະ ເຄີຍວັດໄດ້ເຖິງ -94.7 °C ໂດຍເປັນການວັດຈາກດາວທຽມໃນອະວະກາດ[4]) ບາງສະຖານທີ່ມີຄົນປະມານ 1,000 ເຖິງ 5,000 ຄົນອາໄສໃນສະຖານີວິໄຈທີ່ກະຈາຍຢູ່ທົ່ວທັງທະວີບຕະຫຼອດທັງປີ ສິ່ງມີຊີວິດໃນອັງຕາກຕິກຈະເປັນພວກສາຫຼ່າຍ, ແບັກທີເຣຍ, ເຊື້ອເຫັດ, ພືດ, ໂພຣທິສທ໌ ແລະ ສັດບາງຊະນິດເຊັ່ນ: ຕົວເຫັບ, ແມງຝຸ່ນ, ມີນາໂທດາ, ເພນກວິນ ແລະ ອື່ນໆ ສ່ວນພືດກໍຈະເປັນພວກທັນດຣາ.

ທະວີບອັງຕາກຕິກເປັນດິນແດນໃຕ້ການປົກຄອງຮ່ວມໂດຍພຶດຕິໄນຕາມກົດໝາຍລະຫວ່າງປະເທດ ແລະ ຢູ່ພາຍໃຕ້ການຄວບຄຸມຂອງລະບົບສົນທິສັນຍາອັງຕາກຕິກທີ່ລງນາມຄັ້ງທຳອິດໂດຍ 12 ປະເທດໃນປີ 1959 ແລະ ຕາມດ້ວຍການລົງນາມອີກເພີ່ມ 38 ປະເທດ ລະບົບສົນທິສັນຍານີ້ຫ້າມບໍ່ໃຫ້ມີການຂຸດຄົ້ນບໍ່ແຮ່ ກິດຈະກຳທາງທະຫານ ທົດລອງລະເບີດນິວເຄຼຍ ແລະ ການກຳຈັດກາກນິວເຄຼຍ ແຕ່ຈະສະໜັບສະໜູນການວິໄຈທາງວິທະຍາສາດ ແລະ ປົກປ້ອງຊັ້ນໂອໂຊນຂອງທະວີບເຮັດໃຫ້ມີການທົດລອງຢ່າງຕໍ່ເນື່ອງໂດຍນັກວິທະຍາສາດ 4,000 ຄົນຈາກຫຼາຍປະເທດໃນທະວີບນີ້.

ອ້າງອີງ[ດັດແກ້]

  1. P. Fretwell; et al. (28 February 2013). "Bedmap2: improved ice bed, surface and thickness datasets for Antarctica" (PDF). The Cryosphere journal: 375–393. doi:10.5194/tc-7-375-2013. Retrieved 6 January 2014.
  2. "La Antártida" (in ສະແປນນິຊ). Dirección Nacional del Antártico. Archived from the original on 13 November 2016. Retrieved 13 November 2016.
  3. Joyce, C. Alan (18 January 2007). "The World at a Glance: Surprising Facts". The World Almanac. Archived from the original on 4 March 2009. Retrieved 7 February 2009.
  4. "Coldest temperature ever recorded on Earth in Antarctica: -94.7C (−135.8F)". The Guardian. 10 December 2013. Retrieved 12 July 2017.
ບັນນານຸກົມ

ແຫຼ່ງຂໍ້ມູນອື່ນ[ດັດແກ້]

Commons
Commons
ຄອມມອນສ໌ ມີຮູບແລະສື່ອື່ນ ໆ ກ່ຽວກັບ :
ທະວີບອັງຕາກຕິກ