ທະນາຄານແຫ່ງ ສປປ ລາວ

ຈາກ ວິກິພີເດຍ
ທະນາຄານການແຫ່ງ ສາທາລະນະລັດ ປະຊາທິໄປໄຕ ປະຊາຊົນລາວ (ທະນາຄານແຫ່ງ ສປປລາວ)
Bank of Lao's people Democratic Republic (Bank of Lao PDR )
ປະເພດ ລັດຖະບານ
ກໍ່ຕັ້ງ 7 ຕຸລາ 1968
ຜູ້ກໍ່ຕັ້ງ ທະນາຄານແຫ່ງ ສປປລາວ
ສູນໃຫຍ່
ນະຄອນຫລວງວຽງຈັນ
ຂອບເຂດໃຫ້ບໍລິການ ປະເທດລາວ
ບຸກຄົນສໍາຄັນ ທ່ານ ພູເພັດ ຄຳພູນວົງ
ຜູ້ອຳນວຍການ
ອຸດສາຫະກໍາ ທະນາຄານ
ເວັບໄຊຕ໌ http://www.bol.gov.la.com/

ທະນາຄານແຫ່ງ ສປປລາວ (Bank of Lao PDR)

ເນື້ອໃນ

ປະຫວັດຂອງທະນາຄານ ແຫ່ງ ສປປລາວ[ດັດແກ້]

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ ວິວັດທະນາການ, ປະຫວັດຄວາມເປັນມາ ຂອງທະນາຄານຢູ່ ສປປ ລາວ ແຕ່ລະໄລຍະ ຈາກມື້ກຳເນີດມາຮອດປະຈຸບັນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ທະນາຄານຄົບຮອບ 35 ປີ 07/10/1968 - 07/10/2003 ປະເທດເຮົາໃນສະໄຫມສັກດີນາປົກຄອງ ຫລື ກ່ອນການກຳເນີດລະບົບ ທະນາຄານ (1893 ຄືນຫລັງ ດັ່ງທີ່ເຮົາໄດ້ຮັບຮູ້ກັນແລ້ວ ການຜະລິດທາງດ້ານວັດຖຸແມ່ນປັດໃຈຕັດສິນການຄົງຕົວ ແລະ ຂະຫຍາຍ ຕົວຂອງສັງຄົມ, ເມືອງລາວບູຮານກໍ່ກຳເນີດຈາກພື້ນຖານການຜະລິດ. ໂດຍສະເພາະແມ່ນກະສິກຳ, ຫັດຖະກຳ ແລະ ການຕະຫລາດ ເຊິ່ງແຕ່ກ່ອນລາວເຮົາເອີ້ນວ່າ " ລາດ " ຄືກັບເມືອງອື່ນໆຂອງແຫຼມສຸວັນນະພູມອິນດູຈີນ ແຫ່ງນີ້. ອຳນາດເສດຖະກິດໃນເບື້ອງຕົ້ນໄດ້ຈຳກັດຢູ່ ໃນມືຂອງເຈົ້າກົກເຈົ້າເຫຼົ່າ, ໄດ້ໂຮມເຂົ້າກັນ ດ້ວຍການ ພົວພັນທາງດ້ານເສດຖະກິດ ແລະ ການປົກຄອງຕົກເຂົ້າໃນກຳມືຂອງຫົວໜ້າກົກເຫຼົ່າຂອງຊົນເຜົ່າໃດຫນຶ່ງ ເອີ້ນວ່າ “ ຂຸນ ” ຊຶ່ງມີທີ່ຕັ້ງຢູ່ນະຄອນຫລວງ ເຊັ່ນ: ສິບສອງພັນນາ, ສິບສອງຈຸໄທ, ຊຽງທອງຫຼວງພະບາງ ມີຍົດເປັນເຈົ້າພະຍາ. ເຈົ້າຂຸນ ແລະ ເຈົ້າພະຍາ, ນີ້ ບໍ່ພຽງແຕ່ມີອຳນາດທາງດ້ານເສດຖະກິດເທົ່ານັ້ນ. ຫາກຍັງ ມີອຳນາດທາງດ້ານອຳນາດການປົກຄອງ, ມີທະຫານ, ມີສານ, ມີຄຸກ. ສ່ວນປະຊາຊົນເອີ້ນວ່າໄພ່ເມືອງ, ໄດ້ມີ ດິນປູກຝັງເປັນຂອງຕົນເອງສ່ວນໃດສ່ວນໜຶ່ງ, ການຜະລິດເວລານັ້ນ ຕົ້ນຕໍແມ່ນກະສິກຳເຊັ່ນ: ເຮັດນາ, ເຮັດໄຮ່, ການລ້ຽງສັດ ກໍ່ແມ່ນ: ງົວ, ຄວາຍ,ເປັດໄກ່, ຫ່ານ, ຫມູ, ສ່ວນຊ້າງແມ່ນປະເພດຍຸດທະສາດສຳຄັນ ຮັບໃຊ້ສົງຄາມ. ທາງດ້ານຫັດຖະກຳກໍ່ມີການຂະຫຍາຍຕົວເຊັ່ນ: ຕີເງິນ, ຄຳ, ປັ້ນຫຼໍ່, ເຄື່ອງປັ້ນດິນເຜົາ, ຈັກສານ, ຫັດຖະກຳຕຳ່ຫູກທໍໄໝ, ຄວັດລວດລາຍ ແລະອື່ນໆ ຊຶ່ງສ່ອງແສງເຖິງປະຫວັດສາດນັບ 1.500 ປີ ເຖິງ 2.500 ປີມາແລ້ວ ຢ່າງໜ້ອຍກໍ່ແມ່ນຢູ່ໃນສັດຕະວັດທີ VI – VIII. ສະພາບເສດຖະກິດຂອງອານາຈັກລາວລ້ານຊ້າງ (1373 - 1478) ໃນຣາຊະການຂອງ ເຈົ້າຟ້າງຸ່ມ ແລະ ພະຍາສາມແສນໄທ. ເພິ່ນໄດ້ເນັ້ນໜັກຕໍ່ບັນຫາເສດຖະກິດ ເປັນຕົ້ນມີການຂະຫຍາຍ ກະສິກຳລ້ຽງສັດ ປູກຝັງເປັນຫລັກ, ຮອງລົງມາແມ່ນຫັດຖະກຳ ແລະ ການແລກປ່ຽນວັດຖຸຕໍ່ວັດຖຸເຖິງທ້າຍສັດຕະວັດທີ XV (1373 - 1473) ການຂະຫຍາຍຕົວທາງດ້ານເສດຖະກິດ ໂດຍສະເພາະແມ່ນ ການລ້ຽງສັດ. ກໍ່ເຮັດໄປຕາມແບບປະຖົມປະຖານ ຄືທຸກຄອບຄົວຈະມີການລ້ຽງສັດຢ່າງນ້ອຍທີ່ສຸດກໍ່ 1 ເຖິງ 3 ປະເພດເຊັ່ນ: ໝູ, ເປັດ, ໄກ່. ດ້ານການຄ້າຂາຍກໍ່ແມ່ນຮັກສາເດີມຄື: ການຄ້າມີ 2 ພາກສ່ວນຄື: ພາກສ່ວນຄັງຫຼວງ ໄດ້ແກ່ສິນຄ້າ ຂອງເຈົ້າແຜ່ນດິນທີ່ໄດ້ເກັບວັດຖຸມາຈາກການເສຍຊ່ວຍ ຫລື ຫົວເມືອງບໍລິວານທັງຫລາຍໃນອານາຈັກ ແລະ ນອກອານາຈັກ. ເຄື່ອງທີ່ໄດ້ມານັ້ນແມ່ນເຈົ້າແຜ່ນດິນຜູ້ດຽວມີສິດຄອບຄອງ. ຈະຂາຍໃຫ້ໃຜກໍ່ແລ້ວແຕ່ເພິ່ນ ສິນຄ້າຕ່າງໆ ທີ່ພໍ່ຄ້າຕ່າງດ້າວຕ້ອງການເວລານັ້ນແມ່ນ: ເຂົ້າ, ເກືອ, ງາຊ້າງ, ຂີ້ຄັງ, ຍານ, ໝາກແໜ່ງ, ໜັງສັດ, ເຂົາກວາງ, ຄຳ, ເງິນ ແລະ ປະເພດເຄື່ອງປ່າທີ່ເອົາໄປເຮັດຢາ. ສິນຄ້າດັ່ງກ່າວ ບ່າວໄພ່ບໍ່ມີສິດຊື້ຂາຍ ກັບຕ່າງດ້າວ. ຖ້າຫາກໄດ້ກໍ່ໄປຂາຍໃຫ້ຣາຊະການໃນລາຄາຖຶກ ແລະ ໃຜຢາກໄດ້ກໍ່ໄປຊື້ນຳຣາຊະການໃນລາຄາແພງຈັກໜ້ອຍ, ຄັງຫຼວງນີ້ຖືວ່າເປັນລາຍໄດ້ຕົ້ນຕໍໃນສະໄໝນັ້ນ. ການຄ້າຂາຍອີກພາກສ່ວນຫນຶ່ງ ແມ່ນປະຊາຊົນທົ່ວໄປ ຊຶ່ງຄ້າຂາຍພາຍໃນ ແລະ ຢູ່ຕາມຊາຍແດນກໍ່ມີການແລກປ່ຽນວັດຖຸ ຫລື ຂາຍເປັນເງິນກໍ່ມີ. ໃນສະໄຫມນັ້ນການໄປມາຫາສູ່ກັນ ຢູ່ຕາມຊາຍແດນອານາຈັກ ບໍ່ມີໃບຜ່ານແດນ, ຈະໄປໃສມາໃສແລ້ວແຕ່ຄວາມຕ້ອງການ. ສິນຄ້າ ຂອງປະຊາຊົນນຳໄປແລກປ່ຽນຊື້ຂາຍກໍ່ມີ: ເຂົ້າ, ງາ, ຖົ່ວ, ເກືອ, ແຜ່ນແພ ແລະ ເຄື່ອງໃຊ້ ໃນເຮືອນ,ເຄື່ອງມືກະສິກຳ, ຫາປາ, ລ່າເນື້ອ ເປັນຕົ້ນ. ເວົ້າເຖິງເງິນຕາເວລານັ້ນ ແມ່ນຖືເອົາ “ ບາດ ” ເປັນຫົວຫນ່ວຍ; ຕ່ຳກວ່າບາດແມ່ນມາສົກ, ລ່ຳ, ຕ່ຳສຸດ ແມ່ນເບ້ຍ, ສູງສຸດແມ່ນຮ້ອຍ. ເງິນຕາສະໄຫມນັ້ນ ມີລຳດັບຫົວຫນ່ວຍນ້ຳຫນັກເປັນຂັນຊັ່ງຮ້ອຍບາດ, ມາສົກ, ລຳ່ ແລະ ເບ້ຍ ເຊັ່ນ:

  • 12 ເບ້ຍ = 1 ລ່ຳ (ຕໍ່ມາເປັນເຟື້ອງ)
  • 2 ລ່ຳ = 1 ມາສົກ ຫລື 24 ເບ້ຍ = 1 ມາສົກ
  • 5 ມາສົກ = 1 ບາດ
  • 10 ບາດ = 1 ຮ້ອຍ

ປະເພດເງິນທີ່ເອົາມາຫຼໍ່ເປັນແທ່ງ ມີຫຼາຍລັກສະນະ ຄື: ເງິນຮາງ, ເງິນຕູ້, ເງິນຮ້ອຍ, ເງິນລາດເປັນຕົ້ນ. ສະພາບເສດຖະກິດສະໄໝອານາຈັກລາວລ້ານຊ້າງຈະເລີນຮຸ່ງເຮືອງ ແລະ ຕີຕ້ານການຮຸກ ຮານຂອງຕ່າງຊາດ (1481 - 1600). ດ້ານເສດຖະກິດ ລາຍຮັບຂອງອານາຈັກລາວລ້ານຊ້າງເວລານັ້ນ ສ່ວນຫລາຍໄດ້ມາຈາກການ ກະສິກຳ, ການປູກຝັງ, ລ້ຽງສັດ ເຊັ່ນ: ການປູກເຂົ້າເປັນຫຼັກ, ການລ້ຽງສັດ, ການລ່າສັດ, ຫັດຖະກຳ ຊຶ່ງເປັນ ເສດຖະກິດແບບຄົວເຮືອນ ອີງໃສ່ທຳມະຊາດ, ປະຖົມປະຖານ ນອກຈາກນັ້ນ ກໍ່ໄດ້ມາ ຈາກການເກັບຊ່ວຍ, ການແລກປ່ຽນສິນຄ້າ, ການຂາຍສິນຄ້າໃນຄັງຫຼວງ. ເວລານັ້ນ ທາງຣາຊະການຈະມີລະບຽບຄຳສັ່ງ ໃຫ້ເກັບ ຊ່ວຍ ຈາກປະຊາລາດຊະດອນ, ພໍ່ຄ້າ ເປັນເງິນຄຳ ແລະ ວັດຖຸມີຄ່າ ໃຫ້ບັນດາເມືອງຕ່າງໆ ສົ່ງລາດຊະບັນນາການ ປີລະເທືອ ຫລື 3 ປີ ຕໍ່ເທື່ອ, ນອນໃນເຄື່ອງບັນນາການນັ້ນ ຈະມີເງິນ, ຄຳ, ດອກໄມ້ເງິນ, ດອກໄມ້ຄຳ, ນໍແຮດ, ງາຊ້າງ, ແຜ່ນແພ, ຊ້າງ, ມ້າ, ເຂົາສັດ ແລະ ສິ່ງມີຄ່າອື່ນໆ ທີ່ຫາໄດ້ຢູ່ໃນເຂດແຕ່ລະເມືອງ. ນອກນີ້ ກໍ່ມີ ເຂົ້າ, ຖົ່ວ, ງາ, ຫມາກໄມ້ຕ່າງໆ. ການແລກປ່ຽນຕັ້ງແຕ່ ອານາຈັກລ້ານຊ້າງ, ໄດ້ມີການສ້າງສາຍສຳພັນ ກັບອານາຈັກອ້ອມຂ້າງ. ເຮັດໃຫ້ບົດບາດນັບມື້ສູງເດັ່ນຂຶ້ນ ໄດ້ເຮັດໃຫ້ມີຫຼາຍຊົນຊາດ, ຊົນເຜົົ່າມີການໄປມາ ຫາສູ່ຢູ່ຕາມຊາຍແດນ. ຈາກນັ້ນກໍ່ເກີດມີການແລກປ່ຽນຊື້ສິນຄ້າເຊິ່ງກັນ ແລະ ກັນບໍ່ໄດ້ຂາດ. ບັນດາສິນຄ້າທີ່ນຳ ມາແລກປ່ຽນຕົ້ນຕໍກໍ່ແມ່ນກະສິກຳ, ຫັດຖະກຳ, ເຄື່ອງປ່າຂອງດົງຕ່າງໆ. ການແລກປ່ຽນສ່ວນຫຼາຍກໍ່ ແມ່ນດຳ ເນີນໄປແບບເອກະເທດ. ຖ້າເປັນເມືອງດ່ານທີ່ສຳຄັນທາງຣາຊະການກໍ່ໄດ້ຈັດຕັ້ງດ່ານເກັບພາສີ, ເກັບຊື້ໃນລາຄາ ບັງຄັບ ເພື່ອເຂົ້າຄັງຫຼວງ. ການແລກປ່ຽນເວລານັ້ນ ສ່ວນຫຼາຍຢູ່ໃນລະຫວ່າງອານາຈັກ. ສະກັດກັ້ນການ ແຜ່ຂະຫຍາຍອິດທິພົນຂອງ ສັກດີນາຕ່າງຊາດ. ກໍ່ແມ່ນໄລຍະເວລາດຽວກັນນີ້ ປະຊາຊົນເຮົາກໍ່ໄດ້ຄ່ອຍໆຮັບເອົາ ວັດຖະນະທຳໃຫມ່ຂອງອານາຈັກພາຍນອກ. ສະພາບເສດຖະກິດສະໄຫມອານາຈັກລ້ານຊ້າງສືບຕໍ່ຂະຫຍາຍຕົວ (1481 - 1540) ການຄ້າ ແລະ ຄັງຫຼວງໄປຄຽງຄູ່ກັບການຂະຫຍາຍທາງດ້ານກະສິກຳລ້ຽງສັດ ແລະ ຫັດຖະກຳອື່ນໆ ນັ້ນ ວຽກງານການຄ້າຂາຍ ແມ່ນໄດ້ເປັນປັດໃຈທີ່ສຳຄັນ, ຊຸກຍູ້ໃຫ້ການຜະລິດຂະຫຍາຍຕົວ, ນຳລາຍໄດ້ມາ ສູ່ຄອບຄົວ ແລະ ຄັງຫຼວງ ຂອງປະເທດບໍ່ວ່າໃນອາດີດກໍ່ຄືປະຈຸບັນ ສະນັ້ນວຽກງານແລກປ່ຽນຊື້ຂາຍ ໃນສະໄຫມສັດຕະວັດທີ XVII ໃນສະໄໝການປົກຄອງຂອງ ເຈົ້າສຸລິຍະວົງສາ ທຳມິກະລາດ, ໄດ້ມີ ຄວາມກ້າວໜ້າຄືກັບວຽກງານອື່ນໆ. ພວກຊາວນາ, ຊາວສວນ ໄດ້ມີສິດເສລີພາບ ແລະ ກາລະໂອ ກາດສ້າງສາການຄ້າຂາຍເວລານັ້ນ. ໄປຄຽງຄູ່ກັບການຄ້າ ຂາຍເອກະຊົນ (ປະຊາຊົນທົ່ວໄປ) ແລະ ການຄ້າຂາຍຂອງຫລວງ ຄືເຈົ້າສັກດີນາ. ແລ້ວການຄ້າຂອງເອກະຊົນ ແມ່ນໃຕ້ການຄຸ້ມຄອງຂອງສັກດີນາ ບົນພື້ນຖານລະບຽບກົດຫມາຍກ່ຽວກັບການຊື້ຂາຍ, ສິນຄ້າທີ່ນຳມາແລກ ປ່ຽນຊື້ຂາຍກໍ່ແມ່ນ ອາຫານການກິນ, ເຄື່ອງຫັດຖະກຳ, ເຄືອງປ່າຂອງດົງຕ່າງໆ ເວລານີ້ໄດ້ຈັດຕັ້ງໃຫ້ມີພະແນກຄັງຫຼວງ ຫລື ເອີ້ນວ່າ ຣາຊາໂກດ, ພະແນກນີ້ ມີຫນ້າທີ່ຄຸ້ມຄອງທັງຫມົດຊັບສົມບັດຂອງອານາຈັກ. ລາຍໄດ້ ແມ່ນມາຈາກ ການຊັກຄ່າສິນຄ້າເອີ້ນວ່າ " ງວດ " ເປັນເງິນສົດ ຫລື ເປັນວັດຖຸ, ຄ່າຈອດເຮືອສິນຄ້າ, ຄ່າທຳ ຕົວຢ່າງ: ຜ້າມັດຫນຶ່ງຂາຍໃນລາຄາ 10,000 ຄຳ, ເກັບຄ່າທຳ 1,000 ຄຳ ຫລື ຜ້າຮຳຫນຶ່ງກຳນົດໃຫ້ຂາຍ 1,000 ຄຳ ເກັບຄ່າທຳ 100 ຄຳ ຫມາຍວ່າຊັກຄ່າ 10 ສ່ວນຮ້ອຍເທົ່ານັ້ນ, ນອກຈາກນັ້ນ ຍັງມີລາຍໄດ້ຈາກ ການເຊົ່າດິນປູກຝັງ, ລາຍໄດ້ຈາກການເກັບຊ່ວຍ, ລາຍໄດ້ຈາກການປັບໄໝຜູ້ຝ່າຝືນລະບຽບກົດໝາຍ. ໄປຄຽງຄູ່ກັນກໍ່ມີ ພະແນກຈຳຫນ່າຍຂອງຫລວງ, ພະແນກນີ້ມີຫນ້າທີ່ຈ່າຍຊັບສົມບັດຂອງຄັງຫຼວງທັງເປັນເງິນສົດ ແລະ ວັດຖຸ, ຕາມການສັ່ງຈ່າຍຂອງກົມທຳສັ່ງມາໃຫ້, ມີຫນ້າທີ່ຄຸ້ມຄອງສິນຄ້າຂາອອກ - ຂາເຂົ້າ ແລະ ມີຫນ້າທີ່ແລກປ່ຽນສິນຄ້າຕາມຄຳສັ່ງຂອງກົມທຳ. ສະພາບການດັ່ງກ່າວໄດ້ແກ່ຍາວມາຫຼາຍສະຕະວັດ ອານາຈັກລາວລ້ານຊ້າງ ຈຶ່ງມີການຫັນ ປ່ຽນຕາມການເວລາ ທີ່ໝູນວຽນປ່ຽນໄປເລື້ອຍໆ ຈົນເຖິງສັດຕະວັດທີ ເມື່ອພວກຝຣັ່ງເຂົ້າມາຮຸກຮານອານາຈັກລ້ານຊ້າງ ຈຶ່ງຄ່ອຍໆມີການປ່ຽນແປງຈະແຈ້ງຫລາຍປະການດັ່ງນີ້:

II. ສະໄຫມປະເທດເຮົາຕົກເປັນເມືອງຂຶ້ນຂອງຝຣັ່ງ[ດັດແກ້]

ຫລື ເວົ້າຢ່າງຫນຶ່ງແມ່ນສະໄຫມທີ່ປະຊາຊົນເຮົາທຳການຕໍ່ສູ້ ກັບພວກລ່າເມືອງຂິຶ້ນແບບເກົ່າ ໄລຍະບໍ່ທັນມີເງິນກີບຂອງລາວ (1893 - 1945)ເພື່ອເປັນການຮັກສາລະບອບສັກດີນາ ໄວ້ເປັນເຄື່ອງມືຮັບໃຊ້ໃຫ້ແກ່ ການຮຸກຮານໃຫ້ພວກລ່າເມືອງຂຶ້ນ ແບບເກົ່າຄື ຈັກກະພັດຝຣັ່ງ ໄດ້ເຂົ້າມາຮຸກຮານ ແລະ ປົກຄອງລາວ ຫວັງເອົາລາວ ເປັນຫົວເມືອງຂຶ້ນ ໂດຍການເທີດທູນໄວ້ລາດຊະບັນລັງ ແລະ ເຈົ້າຊີວິດລາວເປັນສາກບັງໜ້າ ໃຫ້ແກ່ການຮຸກຮານຂອງພວກເຂົາ. ໃຫ້ຄົງຢູ່ກັບແອກຄອບຄອງຂອງພວກລ່າເມືອງຂຶ້ນຝຣັ່ງ ໄດ້ນຳເອົາ ເງິນກີບອິນດູຈີນ ຊຶ່ງພວກເຂົາ ໄດ້ພິມອອກເປັນເງິນເຈ້ຍ ແລະ ເປັນໂລຫະເຊັ່ນ: ເງິນກີບຫົວຫນາມ, ເງິນອັດ, ເງິນບີ້ ມາຈຳໜ໋າຍ ແລະ ໝູນວຽນຢູ່ໃນປະເທດລາວເຮົາ. ນັບແຕ່ປີ 1893 ເປັນຕົ້ນມາ ເງິນກີບອິນດູຈີນນີ້ ແມ່ນໃຊ້ຢູ່ທັງສາມປະເທດຄື ລາວ, ຫວຽດ, ກຳປູເຈຍ. ໃຫ້ມີຄວາມ ສະດວກສະບາຍໃນການລ້ຽງເກືອກອງທະຫານ ແລະ ອຳນາດການປົກຄອງ, ເວລານີ້ເສດຖະກິດ ມີ ການຂະຫຍາຍຕົວແດ່ ມີການແລກປ່ຽນຊື້ຂາຍກັນລະຫວ່າງຜູ້ຜະລິດ ແລະ ຜູ້ຊົມໃຊ້ ຊຶ່ງລາຍຮັບດ້ານ ງົບປະມານເວລານັ້ນຕົ້ນຕໍແມ່ນ ໄດ້ມາຈາກການເກັບເກນພາສີອາກອນເຊິ່ງມີບາງຕົວເລກ ດັ່ງນີ້:

  • 1896 : 142.770 ກີບ
  • 1897 : 182.384 ກີບ
  • 1898 : 189.522 ກີບ
  • 1899 : 201.409 ກີບ
  • 1900 : 256.457 ກີບ
  • ໃນລາຍຮັບດັ່ງກ່າວນີ້ແມ່ນໄດ້ຈາກອາກອນການຂາຍຢາຝິ່ນເຖິງ 30 - 40 % ຂອງລາຍໄດ້ທັງຫມົດ. ເວົ້າລວມແລ້ວເວລານີ້ປະເທດເຮົາກໍ່ຍັງບໍ່ທັນມີທະນາຄານ, ມີແຕ່ຄັງເງິນເທົ່ານັ້ນ.

III. ສະໄຫມທີ່ປະເທດເຮົາ ແລະ ປະຊາຊົນເຮົາລຸກຂຶ້ນຕໍ່ສູ້ຕ້ານກັບການຮຸກຮານ ຂອງພວກລ່າເມືອງຂຶ້ນແບບເກົ່າ ແລະ ໃຫມ່ຈັກກະພັດອາເມຣິກາ-ລູກມື[ດັດແກ້]

(1945 - 1975) ເລີ່ມມີການຈັດຕັ້ງ ທະນາຄານແຫ່ງຊາດລາວ ຂອງຣາຊະອານາຈັກລາວ.

1. ໄລຍະແຕ່ປີ (1945 - 1975)[ດັດແກ້]

ພາຍຫຼັງປະເທດລາວປະກາດເປັນເອກະລາດຈາກຝຣັ່ງໃນວັນທີ 12 ຕຸລາ ປີ 1945 ແລ້ວກະຊວງເສດຖະກິດການເງິນໄດ້ພິມເງິນກີບລາວຂຶ້ນມາ ໂດຍໃຊ້ຊື່ວ່າເງິນກະຕ່າຍ 1945 - 1946 ປະເພດໃບ 50 - 20 ກີບ ໃຊ້ຊົ່ວຄາວເພື່ອເປັນເຄື່ອງມືຮັບໃຊ້ໃຫ້ແກ່ສັກດີນາລາວຈົນມາຮອດເດືອນ ທັນວາ ປີ 1951 ຕາມການຕົກລົງຂອງສະຖາບັນພິມຈຳຫນ່າຍເງິນຂອງສາມຊາດອິນດູຈີນ. ຈຶ່ງໄດ້ມາຕັ້ງ ຫໍທະນາບັດແຫ່ງຊາດລາວ ຂຶ້ນຮອດວັນທີ 25 ເດືອນທັນວາ ປີ 1954 ຈິ່ງໄດ້ມີພະຣາຊະອົງການ ຂອງພະເຈົ້າຊີວິດແຫ່ງຣາຊະອານາຈັກລາວ ໃຫ້ປ່ຽນຊື່ຈາກຫໍທະນາບັດແຫ່ງຊາດລາວ ມາເປັນ ທະນາຄານແຫ່ງຊາດລາວ (ພາຍຫລັງຈາກປະເທດຊາດໄດ້ຮັບເອກະລາດ ຫລຸດພົ້ນຈາການເປັນເມືອງຂຶ້ນຂອງຝຣັ່ງ) ຊຶ່ງມີສຳນັກງານໃຫຍ່ຕັ້ງຢູ່ນະຄອນຫລວງວຽງຈັນ ໂດຍແມ່ນ ທ່ານ ຜຸຍ ປັນຍາ ເປັນຜູ້ວ່າການປະຕິບັດຕາມ ສັນຍາເຊີແນວ ກ່ຽວກັບລາວຈັກກະພັດຝຣັ່ງ ຖອນກັບຄືນປະເທດ, ຍອມຮັບຮູ້ຄວາມເປັນເອກະລາດຂອງສາມຊາດອິນດູຈີນ ລາວ, ຫວຽດນາມ, ກຳປູເຈຍ ຈານນັ້ນ ບັນດາກຳລັງຮັກຊາດ ກໍ່ໄດ້ຂຶ້ນເມືອເຕົ້າໂຮມ ຢູ່ສອງແຂວງຊຳເໜືອ ແລະ ຜົ້ງສາລີບໍ່ພໍເທົ່າໃດ ຈັກກະພັດອາເມຣິກາ ແລະ ລູກມືກໍບຸກໂຈມຕີ ສອງແຂວງຂອງຝ່າຍປະເທດລາວ ຢ່າງບັງອາດເປີດແປນ, ມ້າງເພ ສັນຍາເຊີແນວ ປີ 1954 ກ່ຽວກັບລາວ, ຈຸດປະສົງຂອງການຈັດຕັ້ງ ທະນາຄານແຫ່ງຂາດລາວ ຂຶ້ນໃນເວລານັ້ນ ກໍ່ເພື່ອເປັນເຄື່ອງມືຮັບໃຊ້ການຮຸກຮານຂອງຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່ ພ້ອມດ້ວຍລູກແຫຼ່ງຕີນມືຂອງມັນ, ແນໃສ່ປາບປາມບັນດາກຳລັງຮັກຊາດ ຫຼືວ່າ ຝ່າຍປະເທດລາວ, ທັງເປັນການໂຕ່ງເອົາການຊ່ວຍເຫລືອຂອງພວກຈັກກະພັດ ແລະ ນາຍທຶນຕ່າງຊາດລ້ຽງເກືອກົງຈັກອຳນາດ ການປົກຄອງຫຸ່ນຂາຍຊາດ ເພື່ຶອຕ້ານກັບຂະບວນການຮັກຊາດຂອງປະຊາຊົນລາວບັນດາເຜົ່ານັ້ນເອງ ເວລານີ້ ອາເມຣິກາ ໄດ້ທຸ້ມເທການຊ່ວຍເຫລືອທາງດ້ານພາລາທິການເງິນຄຳ, ອາວຸດຍຸດໂທປະກອນ ພ້ອມດ້ວຍທີ່ປຶກສາທາງທະຫານເຂົ້າມາລາວ ຢ່າງຫລວງຫລາຍເພື່ອຊ່ວຍຝຣັ່ງ ຄິດເປັນເງິນເຖິງ 945 ລ້ານໂດລາ ແນໃສ່ຕ້ານກັບການປະຕິວັດ, ເວລານີ້ຢູ່ເບື້ອງ 10 ແຂວງ ພວກຈັກກະພັດປົກຄອງ ກໍແມ່ນອີງອາໃສ່ການຊ່ວຍເຫລືອຂອງ ອາເມຣິກາ ເປັນຕົ້ນຕໍ ເພື່ອມາຊ່ວຍໃຫ້ເງິນກີບຂອງລາວມີຄວາມໝັ້ນຄົງ, ສຳລັບຜູ້ບໍລິຫານທະນາຄານເວລານີ້ ແມ່ນ ທ່ານ ອຸດົງ ສຸວັນນະວົງ ເປັນຜູ້ວ່າການ ທະນາຄານແຫ່ງຊາດລາວ ສ່ວນກຳລັງຝ່າຍ ປະເທດລາວ ຢູ່ສອງແຂວງ ກໍ່ແມ່ນໃຊ້ເງິນກີບແບບດຽວກັບຝ່າຍກົງກັນຂ້າມ ແລະ ກໍ່ອາໄສການຊ່ວຍເຫລືອຂອງ ປະເທດສັງຄົມນິຍົມ ຈຳນວນໜຶ່ງທາງດ້ານພາລາທິການເຊັ່ນ: ເຄື່ອງອຸປະໂພກ, ບໍລິໂພກ, ອາວຸດຍຸດໂທປະກອນ ຮັບໃຊ້ໃຫ້ການຕໍ່ສູ້ຂອງຕົນ.

2. ໄລຍະແຕ່ປີ (1957 - 1959)[ດັດແກ້]

ແມ່ນເປັນປີທີ່ປະຕິບັດສັນຍາສະຫງົບເສິກ, ປະຕິບັດຄວາມຖືກຕ້ອງປອງດອງຊາດລວມລາວຄັ້ງທີ 1 ເວລານີ້ວຽກງານທະນາຄານ ແມ່ນມີການຂະຫຍາຍຕົວແດ່ເລັກນ້ອຍ. ມີການຈັດຕັ້ງລະບົບຄັງເງິນຢູ່ໃນບາງແຂວງ ຂອງປະເທດ ໂດຍສະເພາະແມ່ນຢູ່ບັນດາແຂວງທີ່ເປັນຕົວເມືອງໃຫຍ່.

3. ໄລຍະແຕ່ປີ (1959 - 1961)[ດັດແກ້]

ເປັນໄລຍະທີ່ກອງທັບ ແລະ ປະຊາຊົນເຮົາ ຫັນທິດຕໍ່ສູ້ດ້ວຍກຳລັງອາວຸດຕ້ານກັບຈັກກະພັດອາເມຣິກາ ແລະ ລູກມື ກະຕ່າຍ, ຜຸຍຊະນະນິກອນ ທີ່ທຳລາຍສັນຍາເຊີແນວກ່ຽວກັບລາວ. ເວລານີ້ລະບົບທະນາຄານກໍ່ ແມ່ນຮັກສາໃນສະພາບອັນເກົ່າ, ເງິນຕາກໍ່ຍັງແມ່ນເງິນສະກຸນດຽວໃນທົ່ວປະເທດລາວຂອງພວກເຮົາ.

4. ໄລຍະແຕ່ປີ (1962 - 1964)[ດັດແກ້]

ເປັນປີທີ່ປະຕິບັດສັນຍາສະຫງົບເສິກ, ປະຕິບັດຄວາມຖືກຕ້ອງປອງດອງຊາດ ລວມລາວຄັງທີ 2 ໂດຍການຈັດຕັ້ງ ລັດຖະບານປະສົມ 3 ຝ່າຍຄື: ຝ່າຍແນວລາວຮັກຊາດ, ຝ່າຍເປັນກາງຮັກຊາດ ແລະ ຝ່າຍຣາຊະ ອານາຈັກລາວ. ເວລານີ້ປະເທດເຮົາໄດ້ເລີ່ມແບ່ງອອກເປັນສອງເຂດປົກຄອງຢ່າງຈະແຈ້ງຄື: ເຂດໜຶ່ງແມ່ນ ເຂດຄວບຄຸມຂອງຝ່າຍວຽງຈັນ ຫລື ຝ່າຍຣາຊະອານາຈັກລາວ ແລະ ອີກຝ່າຍໜຶ່ງແມ່ນຝ່າຍກຳລັງເປັນກາງ ຮັກຊາດ ແລະ ແນວລາວຮັກຊາດ ຊຶ່ງຝ່າຍຣາຊະອານາຈັກລາວແມ່ນຕັ້ງຢູ່ວຽງຈັນ ມີ ທະນາຄານແຫ່ງຊາດລາວ ຕັ້ງຢູ່ແລ້ວ, ສ່ວນຝ່າຍກຳລັງເປັນກາງຮັກຊາດ ແລະ ແນວລາວຮັກຊາດ ແມ່ນມີສູນກາງຕັ້ງຢູ່ຄັງໄຂແຂວງ ຊຽງຂວາງ ເວລານີ້ເວົ້າເຖິງລະບົບເງິນຕາຢູ່ປະເທດເຮົາ ແມ່ນມີສອງປະເພດເງິນທີ່ຈາລະຈອນຄື: ເງິນກີບວຽງຈັນ ເຊິ່ງພິມແຕ່ກ່ອນ ແລະ ເງິນກີບຄັງໄຂ ຊຶ່ງເປັນເງິນຂອງລັດຖະບານປະສົມ 3 ຝ່າຍ. ແຕ່ເງິນດັ່ງກ່າວນີ້ສ່ວນໃຫຍ່ຈະຈາລະຈອນ ຢູ່ໃນເຂດຄວບຄຸມ ຂອງບັນດາກຳລັງຮັກຊາດ (ເຂດປົດປ່ອຍ) ໄປຄຽງຄູ່ກັບເງິນວຽງຈັນທີ່ໝູນວຽນຢູ່ແລ້ວ ແຕ່ຢູ່ເບື້ອງເຂດປົດປ່ອຍກໍ່ຍັງບໍ່ທັນມີທະນາຄານເທື່ອ ມີແຕ່ຄັງເງິນເທົ່ານັ້ນ ສ້າງຕັ້ງຂຶ້ນໃນປີ 1961 ຢູ່ຄັງໄຂ ແຂວງຊຽງຂວາງ ໂດຍແມ່ນ ທ່ານສີສະຫວາດ ສີສານ ເປັນອະທິບໍດີຄັງເງິນ ແຕ່ງຕັ້ງໂດຍນາຍົກລັດຖະມົນຕີ ເຈົ້າສຸວັນນະພູມາ. ຄັງເງິນຂອງລັດຖະບານປະສົມ ແມ່ນສ້າງຕັ້ງພາຍຫລັງພິມເງິນກີບ ຄັງໄຂໃບ 50 ກີບ ມາຈໍລະຈອນໃນເຂດປົດປ່ອຍ ມີຈຳນວນທັງໝົດ 750 ລ້ານກີບ ເພື່ອຮັບໃຊ້ກຳລັງແນວລາວຮັກຊາດ ແລະ ກຳລັງເປັນກາງຮັກຊາດ

5. ໄລຍະແຕ່ປີ (1954 - 1973)[ດັດແກ້]

ແມ່ນເປັນປີທີ່ຈັກກະພັດອາເມລິກາ ແລະ ລູກມື ມ້າງເພສັນຍາລວມລາວ ແລະ ຄວາມຖືກຕ້ອງປອງດອງ ຊາດ ເພີ່ມທະວີສົງຄາມພິເສດຢູ່ລາວຂຶ້ນສູ່ລະດັບສູງ. ບັນດາກຳລັງຮັກຊາດຍິ່ງຕີ ຍິ່ງໄດ້ຮັບໄຊຊະນະ. ປົດ ປ່ອຍດິນແດນໄດ້ 2/3 ຂອງປະເທດ ແລະ ເຂດປົດປ່ອຍໄດ້ຕິດລຽນແຕ່ເໜືອເຖິງໃຕ້. ປົດປ່ອຍເອົາພົນລະ ເມືອງໄດ້ເກືອບເຄິ່ງໜຶ່ງຂອງປະເທດ. ເວລານີ້ປະເທດເຮົາໄດ້ແບ່ງອອກເປັນສອງເຂດຄື: ເຂດຄວບຄຸມຂອງ ຝ່າຍວຽງຈັນ ຫລື ຝ່າຍຣາຊະອານາຈັກລາວ ແລະ ອີກເຂດໜຶ່ງແມ່ນເຂດປົດປ່ອຍຂອງບັນດາກຳລັງຮັກຊາດ. ເວົ້າເຖິງວຽກງານທະນາຄານ ເວລານີ້ ໄດ້ຜັນແປໄປດັ່ງນີ້:

ກ. ຢູ່ເຂດຄວບຄຸມຂອງຝ່າຍຣາຊະອານາຈັກລາວ ຫລື ຝ່າຍວຽງຈັນ:[ດັດແກ້]

ແມ່ນມີທະນາຄານແຫ່ງຊາດລາວທີ່ໄດ້ຈັດຕັ້ງໃນເມື່ອກ່ອນນັ້ນສຶບຕໍ່ມາ ແລະ ນຳໃຊ້ເງິນກີບວຽງຈັນ ເປັນສະກຸນເງິນທີ່ໝູນວຽນຢູ່ໃນເຂດຂອງຕົນ. ນອກຈາກນັ້ນແມ່ນເງິນຊ່ວຍເຫລືອຂອງອາເມຣິກາເປັນກຳລັງດັນ ຊ່ວຍໜູນໃຫ້ເງິນກີບວຽງຈັນ, ຮັບປະກັນການໃຊ້ຈ່າຍຕ່າງໆ ເວລານີ້ ທະນາຄານແຫ່ງຊາດລາວ ໄດ້ມີການຂະຫຍາຍຕົວໂດຍການ ສ້າງຕັ້ງ ສາຂາຢູ່ຕ່າງແຂວງຈຳນວນໜຶ່ງຄື: ຢູ່ປາກເຊ ແຂວງຈຳປາສັກ ແລະ ຫລວງພະບາງ. ນອກຈາກນັ້ນເປັນລະບົບຄັງເງິນປະຈຳແຂວງ ຄຽງຄູ່ກັບທະນາຄານແຫ່ງຊາດ, ແລ້ວກໍ່ຍັງມີທະນາຄານ ເອກະຊົນນາຍທຶນພາຍໃນ ແລະ ຕ່າງປະເທດຈຳນວນໜຶ່ງ ເຊັ່ນ:

  1. ທະນາຄານ ອິນດູຈີນ
  2. ທະນາຄານ ໂຕກິໂອ
  3. ທະນາຄານລາວ ພານິດພັດທະນາ
  4. ທະນາຄານ ພັດທະນາແຫ່ງ ຣາຊະອານາຈັກລາວ
  5. ທະນາຄານ ລາວວຽງ
  • ຊຶ່ງບັນດາທະນາຄານເຫລົ່ານີ້ ທັງໝົດແມ່ນຕັ້ງຢູ່ນະຄອນວຽງຈັນ. ບໍ່ທັນມີສາຂາຢູ່ຕ່າງແຂວງເທື່ອ.

- ເວົ້າເຖິງດ້ານການຈັດຕັ້ງກໍ່ແມ່ນມີການຂະຫຍາຍຕົວ ເປັນຕົ້ນແມ່ນການປະກອບພະນັກງານສະເພາະພະ ນັກງານແຫ່ງຊາດລາວກໍ່ມີພະນັກງານປະກອບນັບຮ້ອຍຄົນ ຊຶ່ງພະນັກງານສ່ວນຫລາຍມີຄວາມຮູ້ ແລະ ປະສົບການໃນຫລາຍດ້ານ, ມີລະບຽບການຫລາຍອັນໄດ້ວາງອອກຄົບຊຸດ. - ການປະກອບພາຫະນະອຸປະກອນຮັບໃຊ້ ແມ່ນຄົບຖ້ວນພຽງພໍສົມຄວນ ທຽບໃສ່ຍຸກສະໄໝນັ້ນ, ອາດ ເວົ້າໄດ້ວ່າຖືກຕາມລະບົບມາດຕະຖານ. - ດ້ານວິຊາການແມ່ນອຸດົົົມສົມບູນຫລາຍຮູບຫລາຍສີ, ມີການໄລ່ລຽງຕົ້ນທຶນ, ກຳໄລ, ການລະດົມທຶນ, ການນຳໃຊ້ທຶນຕາມກົນໄກທຸລະກິດ, ຍົກເວັ້ນທະນາຄານ ແຫ່ງຊາດລາວ ເທົ່ານັ້ນ ທີ່ບໍ່ໄລ່ລຽງທຸລະກິດ ຄືກັບທະນາຄານທຸລະກິດເອກະຊົນ.

ຂ. ຢູ່ເຂດປົດປ່ອຍຂອງບັນດາກຳລັງຮັກຊາດ(ທະນາຄານຂອງເຂດປົດປ່ອຍ)[ດັດແກ້]

ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການ ຂອງພາລະກິດຕໍ່ສູ້ປົດປ່ອຍຊາດ ຍາດເອົາໄຊຊະນະຢ່າງສົມບູນ, ເຮັດສຳເລັດການປະຕິວັດຊາດ ປະຊາທິປະໄຕໃນຂອບເຂດທົ່ວປະເທດນັ້ນ. ກອງປະຊຸມຄົບຄະນະ ຂອງສູນກາງພັກປະຊາຊົນລາວຄັ້ງທີ 3 ສະໄໝທີ I ໄດ້ວາງມະຕິອອກໃນເດືອນ 3 ປີ 1966 ວ່າດ້ວຍການສ້າງ ເຂດປົດປ່ອຍໃຫ້ກາຍເປັນລັດໜຶ່ງທີ່ມີລັກສະນະເອກະລາດ ເປັນເຈົ້າຕົນເອງ ໃນທຸກດ້ານເທື່ອລະກ້າວຢ່າງໜັກແໜ້ນ. ເປັນຕົ້ນແມ່ນນະໂຍບາຍທາງດ້ານການເງິນຂອງເຂດປົດປ່ອຍ,ໂດຍປະຕິບັດຈິດໃຈດັ່ງກ່າວ ຄະນະກຳມະ ການສູນກາງແນວລາວຮັກຊາດ ຈຶ່ງໄດ້ກະກຽມເງື່ອນໄຂ ໃນການສ້າງຕັ້ງຄັງເງິນຢູ່ໃນເຂດປົດປ່ອຍ. ຜ່ານການກະກຽມ ມາເປັນໄລຍະເວລາໜຶ່ງຈົນມາຮອດວັນທີ 07/10/1968 ຄະນະປະຈຳສູນກາງແນວລາວຮັກຊາດ ຈິ່ງໄດ້ມີ ມະຕິຕົກລົງສ້າງຕັ້ງຄັງເງິນສູນກາງ ຂຶ້ນທີ່ຖ້ຳຫ້ອງເສດຖະກິດ ການເງິນ ເຊິ່ງແມ່ນຖານທີ່ໝັ້ນປະຕິວັດ ເມືອງວຽງໄຊ(ແຂວງຫົວພັນ). ເພື່ອພິມຈຳໜ່າຍເງິນກີບປົດປ່ອຍເປັນການທົດລອງ ທັງເປັນການສ້າງຜົນງານຄຳນັບ ຮັບຕ້ອນວັນປະກາດເອກະລາດ 12 ຕຸລາ ຄົບຮອບ 23 ປີ(12/10/1945 -12/10/1968) ການສ້າງຕັ້ງໃນ ເບື້ອງຕົ້ນໃສ່ຊື່ວ່າ ຄັງເງິນສູນກາງ ໂດຍໄດ້ແບ່ງອອກປັນສອງພາກສ່ວນຄື: ຄັງເງິນພິເສດ ແລະ ຄັງເງິນສູນກາງ ເຊິ່ງຂື້ນກັບການຊ້ີນໍາຂອງຄະນະປະຈໍາສູນກາງແນວລາວຮັກຊາດ ແລະ ຄະນະຫ້ອງເສດຖະກິດການເງິນ. ການພີມຈໍາໜ່າຍໃນເບື້ອງຕົ້ນຢູ່ເຂດປົດປ່ອຍນັ້ນກໍ່ຍັງມີ ເງິນກີບວຽງຈັນ ແລະ ເງິນຄັງໄຂຈໍລະຈອນຄຽງຄູ່ກັນໄປ, ຈຸດປະສົງ ແລະ ເປົ້າ ໝາຍຂອງການສ້າງຕັ້ງຄັງເງິນ ຫຼືວ່າ ທະນາຄານເພື່ອເປັນພາຫະນະເຄື່ອງມືຮັບໃຊ້ແກ່ ການຕໍ່ສູ້ກູ້ຊາດຂອງປະຊາຊົນເຮົາ ທັງເປັນ ການແກ້ໄຂຊີວິດການເປັນຢູ່ ຂອງພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າໃນເຂດປົດປ່ອຍຂອງກໍາລັງຮັກຊາດ ກະຕຸກຊຸກຍູ້ເສດຖະກິດໃນເຂດປົດປ່ອຍໃຫ້ຂະຫຍາຍຕົວ ດ້ວຍຈິດໃຈກຸ້ມຕົນເອງ,ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງເທື່ອລະກ້າວຢ່າງໜັກແໜ້ນ. ເມື່ອເຫັນວ່າ ການພິມຈໍາໜ່າຍເງິນກີບປົດປ່ອຍມີຜົນດີຫຼາຍດ້ານສູນກາງ ແນວລາວຮັກຊາດຈຶ່ງໄດ້ຕົກລົງຂະຫຍາຍຄັງເງິນໄປທົ່ວເຂດປົດປ່ອຍ ຂອງກໍາລັງຮັກຊາດຢ່າງເປັນລະບົບໃນເດືອນ 12/1968 ຊຶ່ງປະກອບດ້ວຍ: ຄັງເງິນແຂວງຫົວພັນ, ຊຽງຂວາງ, ຫຼວາງພະບາງ, ອຸດົມໄຊ, ຫຼວງນໍ້າທາ, ຜົ້ງສາລີ, ບໍລິຄໍາໄຊ ຫຼື ສະຫະ 90 ໃນເມື່ອກ່ອນ ແຂວງບໍລິຄໍາໄຊ ໃນປະຈຸບັນນອກນັ້ນຍັງມີ ຄັງເງິນແຂວງຄໍາມ່ວນ, ສະຫວັນນະເຂດ ສ່ວນຢູ່ເຂດປົດປ່ອຍທາງ ພາກໃຕ້ແມ່ນໄດ້ຈັດຕັ້ງຕາມຫຼັງ ເພາະການຕິດຕໍ່ພົວພັນມີຄວາມຫຍຸ້ງຍາກ ແລະ ພາຍຫຼັງສ້າງຕັ້ງ ຄັງເງິນແຂວງຕ່າງໆ ຂອງເຂດປົດປ່ອຍແລ້ວກໍ່ໄດ້ພີມຈໍາໜ່າຍ ເງິນກີບປົດປ່ອຍທົ່ວທັງໝົດເຂດປົດປ່ອຍ ຄຽງຄູ່ກັບເງິນກີບວຽງຈັນ ແລະ ຄັງເງິນໄຂ, ຈົນຮອດປີ 1969 ສູນກາງແນວລາວຮັກຊາດ ຈຶ່ງໄດ້ຕົກລົງຕໍ່ສູ້ເງິນຕາກັບສັດຕູໂດຍການ ກວດລ້າງເງິນກີບວຽງຈັນ ແລະ ເງິນກີບຄັງໄຂອອກຈາກເຂດປົດປ່ອຍຂອງກໍາລັງຮັກຊາດຢ່າງຊີ້ນເຊີງ. ມີພຽງ ແຕ່ເງິນກີບປົດປ່ອຍເທົ່ານັ້ນ ທີ່ໝູນວຽນຢ່າງເປັນເອກະລາດອັນໜຶ່ງອັນດຽວ. ສໍາລັບຜູ້ບໍລິຫານເວລານັ້ນມີທ່ານ ທອງຈັນ ອຸປະລາວັນ ຫົວໜ້າຫ້ອງການເງິນເປັນຫົວໜ້າທະນາຄານສູນກາງ ແລະ ມີຄະນະຊ່ວຍວຽກຄື: ທ່ານ ສີສະຫວາດ ສີສານ ເປັນຮອງຫົວໜ້າທະນາຄານສູນກາງ, ທ່ານ ອຸດອນ ພົນເສນາ ເປັນຫົວໜ້າທະນາຄານພິເສດ. ເວົ້າເຖຶງການສ້າງຕັ້ງ ຄັງເງິນຢູ່ເຂດປົດປ່ອຍ ແມ່ນມີຄວາມຫຍຸ້ງຍາກໃນຫຼາຍດ້ານ. ເພາະຢູ່ໃນພາວະສົງ ຄາມທາງອາກາດ ແລະ ໜ້າດິນຂອງອາເມຣິກາ ແລະ ລູກມື, ຄັງເງິນຕ້ອງໄດ້ຢູ່ປ່າຢູ່ຖໍ້າເລິກ, ດົງໜ້າ. ເພື່ອຄວາມປອດໄພທາງດ້ານຊີວິດ ແລະ ຊັບສິນການປະກອບພະນັກງານການເງິນ, ແຜນການ, ການຄ້າ, ຄົມມະນາຄົມຂົນສົ່ງ ໃນຖໍ້າດຽວກັນສ່ວນແຂວງຕ່າງໆກໍ່ມີແຂວງໜຶ່ງປະມານ 7-8 ຄົນ ວິຊາການແທນແມ່ນແຂວງລະ 3 - 4 ຄົນເທົ່ານັ້ນ ທີ່ຮຽນມາຈາກຫວຽດນາມ (ລະດັບຊັ້ນຕົ້ນ) ພະນັກງານ ຂອງທະນາຄານຂອງ ຝ່າຍປະເທດລາວ ບໍ່ພຽງແຕ່ຕ້ານກັບສັດຕູຜູ້ຮຸກຮານ ເຂົ້າໃນເຂດປົດປ່ອຍເຊັ່ນ:ໄປລໍາລຽງອອກແນວໜ້າ ກໍາປືນຕີສັດຕູເພື່ອຮັກສາຄັງສາງຂອງຕົນ, ບາງຄົນຈົນເຖຶງບາດເຈັບຍ້ອນ ສູ້ຮົບ ຕົວຢ່າງ: ຢູ່ທະນາຄານແຂວງຊຽງຂວາງ ໃນບັ້ນຮົບກູ້ກຽດ ມີ 1 ສະຫາຍຖືກບາດເຈັບຍ້ອນສູ້ຮົບປ້ອງກັນຄັງສາງ ແລະ ຫີບເງິນບໍ່ໃຫ້ຕົກເຂົ້າໃນກຳມືຂອງສັດຕູ ແລະ ມີພະນັກງານຈຳນວນໜຶ່ງກໍ່ໄດ້ເສຍຊີວິດ ຍ້ອນໄປເຮັດໜ້າທີ່ວິຊາສະເພາະ ຖືກສັດຕູລັດຂ້າ, ລັດຍິງ ແລະ ກໍລະນີອື່ນໆ. ທັງໝົດລ້ວນແຕ່ສະແດງໃຫ້ເຫັນເຖິງຈິດໃຈຮັກຊາດຮັກບ້ານເກີດເມືອງນອນ, ຄຽດແຄ້ນ ແລະ ບໍ່ຍອມຈຳນົນຕໍ່ສັດຕູຜູ້ຮຸກຮານ, ປະກອບສ່ວນຍາດເອົາໄຊຊະນະລວມ ມາໃຫ້ການປະຕິວັດ ເວົ້າລວມ ແລະ ຂະແໜງການຂອງທະນາຄານ ເວົ້າສະເພາະ. - ເວົ້າເຖິງການປະກອບວັດຖຸເຕັກນິກ ບໍ່ມີຫຍັງ ເຖິງວ່າມີກໍ່ແບບປະຖົມປະຖານທີ່ສຸດ, ສ່ວນຫລາຍໃຊ້ແຮງງານຄົນເປັນຕົ້ນຕໍເຊັ່ນ: ການຮັບ, ຈ່າຍເງິນ, ການຄິດໄລ່, ການມ້ຽນມັດເງິນຄຳ ກໍ່ມີແຕ່ຫີບເຫລັກທຳມະດາ, ລະບົບຄັງສາງແມ່ນເຮັດເອົາເອງ, ລົດລາງພາຫະນະບໍ່ມີສະເພາະເພື່ອຮັບໃຊ້ການຂົນຍ້າຍເງິນ, ອາໄສພາຫະນະ ລວມຂອງກຸ່ມເສດຖະກິດ ຫລື ກອງລຳລຽງຂອງສູນກາງແຂວງ ຫຼື ລົດຮັບໃຊ້ການທະຫານ. ການຕິດຕໍ່ພົວພັນ ລະຫວ່າງຄັງເງິນສູນກາງ ແລະ ແຂວງ ພົບຄວາມຫຍຸ້ງຍາກ ເປັນຕົ້ນການສັ່ງຈ່າຍເງິນສ່ວນຫລາຍແມ່ນຜ່ານລະບົບສື່ສານກົດລັບ ເພື່ອເປັນໃຈກາງໃນ ການພົວພັນ ເພາະຕ້ອງຮັກສາຄວາມລັບຫລາຍຢ່າງ. ການດຳເນີນດ້ານວິຊາສະເພາະບໍ່ມີຫຍັງພໍເທົ່າໃດ ເປັນຕົ້ນການລະດົມແຫລ່ງທຶນກໍ່ບໍ່ທັນມີ, ການນຳໃຊ້ທຶນກໍ່ບໍ່ທັນໄດ້ຂະຫຍາຍຕົວ ສ່ວນຫລາຍແມ່ນເອົາເງິນ ໃຫ້ຢືມເພື່ອໃຫ້ການຄ້າຊື້ເຄື່ອງຊ່ວຍເຫລືອ ແລະ ເຄື່ອງສິນເສິກຈາກການເງິນ ເຮັດແບບບໍລິຫານເກື້ອກູນ ບໍ່ມີການໄລ່ລຽງ, ລາຍຮັບເງິນສົດຕົ້ນຕໍ ທີ່ມອບເຂົ້າທະນາຄານ ກໍ່ມີແຕ່ເງິນຂາຍສິນຄ້າຂອງ ຮ້ານຄ້າລັດ ແລະ ລວມໝູ່ຈຳນວນໜ້ອຍໜຶ່ງ. ໜ້າທີ່ຕົ້ນຕໍຂອງຄັງເງິນ ແລະ ທະນາຄານ ໃນເບື້ອງ ຕົ້ນແມ່ນຮັບໃຊ້ການ ເບີກຈ່າຍງົບປະມານບໍລິຫານຮັບໃຊ້ແນວໜ້າ, ແນວຫລັງ, ຕົກມາຮອດວັນທີ 21 ເດືອນ ກຸມພາ ປີ 1973-1974 ເມື່ອສັນຍາລວມລາວຄັ້ງທີ 3 ໄດ້ເຊ່ັນກັນ. ສົງຄາມທາງອາກາດຂອງອາເມຣິກາຕໍ່ເຂດ ປົດປ່ອຍໄດ້ ຍຸຕິລົງ, ເວລານີ້ ການຄັງເງິນກໍ່ຂະຫຍາຍຕົວແດ່ສູນກາງແນວລາວຮັກຊາດ ຈຶ່ງໄດ້ປ່ຽນຊື່ຈາກຄັງ ເງິນ ມາເປັນ ທະນາຄານປະເທດລາວ ຊຶ່ງມີທະນາຄານສູນກາງ, ທະນາຄານພິເສດ, ທະນາຄານແຂວງ ສຳນັກງານອົງການຕ່າງໆ ນັບທັງທະນາຄານກໍ່ໄດ້ຍົກຍ້າຍອອກຈາກປ່າດົງ, ຖ້ຳເຫວ ມາຢູ່ນອກກາງແຈ້ງ ເວລານີ້ ການເຄື່ອນໄຫວກໍ່ແມ່ນສະດວກສະບາຍກວ່າເກົ່າ, ທະນາຄານ ກໍ່ມີສະຖານທີ່ບ່ອນເຮັດວຽກຕ່າງຫາກແຍກຈາກ ພາກສ່ວນຕ່າງໆ ຢ່າງຈະແຈ້ງ. ຂອບເຂດການເຄື່ອນໄຫວ ກໍ່ກວ້າງຂວາງ, ມີການລະດົມທຶນ ເງິນຝາກປະຢັດ ມີການປ່ອຍເງິນໃຫ້ກູ້ຢືມຮັບໃຊ້ການຜະລິດຕ່າງໆ ເຮັັດໃຫ້ໃບໜ້າຂອງເຂດປົດປ່ອຍນັບວັນປ່ຽນແປງ ແລະ ເຂັ້ມແຂງເທຶ່ອລະກ້າວ. ການຈັດຕັ້ງ ທະນາຄານປະເທດລາວ ກໍ່ໄດ້ຂະຫຍາຍສາຂາຂອງຕົນຢູ່ໃນ 5 ແຂວງທາງ ພາກໃຕ້ເຊັ່ນ: ແຂວງສາລະວັນ, ແຂວງຕາເວັນອອກ, ແຂວງບໍລິເວນ, ແຂວງອັດຕະປື ແລະ ແຂວງສີພັນດອນ ການປະກອບພະນັກງານກໍ່ເພີ່ມຂຶ້ນ ເລີ້ມມີພະນັກງານຊັ້ນກາງທີ່ຮຽນຈົບມາຈາກຫວຽດນາມຫລາຍແດ່

6.ໄລຍະການປະຕິບັດສັນຍາສະຫງົບເສິກ[ດັດແກ້]

ສ້າງຄວາມຖືກຕ້້ອງປອງດອງຊາດ ລວມທັງຄັ້ງທີ 3 (1973 - 1975): ໂດຍປະຕິບັດຈິດໃຈຂອງສັນຍາ ແລະ ອານຸສັນຍາສະຫງົບເສິກ ສ້າງຄວາມຖືກຕ້ອງປອງ ດອງຊາດຊ່ືງໄດ້ລົງນາມກັນ ໃນວັນທີ 21 ກຸມພາ ປີ 1973 ທ່ີນະຄອນວຽງຈັນ ຈັດຕັ້ງລັດຖະບານປະສົມ ແລະ ຄະນະມົນຕີປະສົມການເມືອງແຫ່ງຊາດຂຶຶ້ນ. ເພື່ອກະກຽມເງື່ອນໄຂໃຫ້ແກ່ການຍຶດອຳນາດການປົກຄອງໃນທົ່່ວປະເທດ. ປະຕິບັດຈິດໃຈດັ່ງກ່າວ ບັນດາກຳລັງຮັກຊາດ ຊື່ງປະກອບດ້ວຍກຳລັງທະຫານ ແລະ ຕຳຫລວດ ພ້ອມດ້ວມພະນັກງານຂັ້ນສູງ, ຂັ້ນກາງ, ພົນລະເຮືອນ ຈຳນວນໜຶ່ງໄດ້ເຂົ້າມາສູ່ 2 ຕົວເມືອງເປັນກາງຄື: ວຽງຈັນ ແລະ ຫລວງພະບາງ. ເພື່ອເຂົ້າຮ່ວມປະສົມກັບຝ່າຍວຽງຈັນ, ຮັກສາລັດຖະບານປະສົມ ແລະ ຄະນະມົນຕີປະສົມການເມືອງແຫ່ງຊາດ. ໄປຄຽງຄູ່ກັບພະນັກງານການເມືອງ, ການທະຫານນັ້ນກໍ່ມີພະນັກງານຝ່າຍເສດຖະກິດ ກໍ່ໄດ້ເຂົ້າມາຮ່ວມນຳຈຳນວນໜ້ອຍໜຶ່ງ. ເວລານີ້ລະບົບທະນາຄານ ລະຫວ່າງ 2 ເຂດ ແມ່ນເຄື່ອນໄຫວຕາມປົກ ກະຕິຢູ່ເຂດໃຜເຂດລາວ ຢູ່ຝາຍວຽງຈັນຄຸ້ມຄອງ ຫຼື 2 ຕົວເມືອງເປັນກາງກໍ່ແມ່ນໃຊ້ເງິນກີບວຽງຈັນ ຢູ່ເບື້ອງ ເຂດປົດປ່ອຍຂອງບັນດາກຳລັງຮັກຊາດກໍ່ແມ່ນໃຊ້ເງິນກີບປົດປ່ອຍເໝືອນເດີມ.

7. ໄລຍະແຕ່ປີ 1975 - 1976[ດັດແກ້]

ແມ່ນເປັນປີທີ່ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນເຮົາລຸກຮືຂຶ້ນຍຶດອຳນາດການປົກຄອງ,ໃນວັນທີ 2 ທັນ ວາ 1975 ລົບລ້າງລະບອບຣາຊາທິປະໄຕ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂື້ນແທນ. ນັບແຕ່ນັ້ນມາ ພັກລັດຖະບານເຮົາກໍໄດ້ຍຶດ ແລະ ໂອນເອົາ ທະນາຄານແຫ່ງຊາດລາວ ໃນເມື່ອກ່ອນພ້ອມດ້ວຍ ທະນາຄານເອກະຊົນ. ນາຍທຶນຈຳໜ່າຍຈຳນວນຫນຶ່ງເຊັ່ນ: ທະນາຄານ ອິນດູຈີນ,ທະນາຄານ ພັດທະນາແຫ່ງຣາຊະອານາຈັກລາວ, ທະນາຄານລາວວຽງ ມາເປັນກຳມະສິດຂອງລັດ, ນອນນັ້ນແມ່ນມອບ ໃຫ້ເຈົ້າຂອງເກົ່າເຂົາຄືນ, ພາຍຫຼັງຍຶດແລ້ວ. ໃນເບື້ອງ ຕົ້ນກໍ່ຍັງໃຊ້ເງິນກີບວຽງຈັນຢູ່ໃນເຂດປົດປ່ອຍໃໝ່. ຈົນມາຮອດເດືອນ 06 / 1976 ລັດຖະບານຈິ່ງໄດ້ຕົກລົງປ່ຽນເງິນກີບວຽງຈັນ ແລ້ວເອົາເງິນກີບປົດປ່ອຍພິມຈຳໜ່າຍແທນທົ່ວເຂດປົົດປ່ອຍໃໝ່. ເປັນການລົບລ້າງພາຫະນະເຄື່ອງມືທາງດ້ານເງິນຕາຂອງອຳນາດການປົກຄອງ ປະຕິການຂວາຈັດ ແລະ ກຳລັງທີ່ຝື້ນປະຕິວັດ ນັບວ່າເປັນໄຊຊະນະອັນໃຫຍ່ຫຼວງ ແລະ ມີລັກສະນະຕັດສິນ ກ່ຽວກັບການຕໍ່ສູ້ເງິນຕາລະຫວ່າງເຮົາກັບສັດຕູ ເຮັດໃຫ້ຝ່າຍກົງກັນຂ້າມຕົກຢູ່ໃນທ່າຮັບ ແລະ ປະລາໄຊ ຢ່າງເຈັບແສບ ໃນດ້ານລົບເງິນຕາ ເປັນການຍົກສູງ ແລະ ເປີດກວ້າງຂອບເຂດການຈໍລະຈອນຂອງເງິນກີບ ປົດປ່ອຍ ຢ່າງກວ້າງຂວາງ. ນັບແຕ່ນັ້ນມາ ປະເທດຊາດ ຂອງພວກເຮົາກໍໄດ້ມີເງິນຕາ ທີ່ເປັນອັນໜຶ່ງອັນດຽວກັນ ແລະ ໃນ ປີ 1975 - 1976 ພາກສ່ວນ ທະນາຄານສູນກາງ ທີ່ເມືອງວຽງໄຊ ແລະ ບັນດາທະນາຄານແຂວງຕ່າງໆ ຂອງເຂດປົດປ່ອຍ ກໍໄດ້ຍົກຍ້າຍເຂົ້າມາສູ່ຕົວເມືອງ ເພື່ອສືບຕໍ່ວຽກງານຂອງຕົນ. ທະນາຄານສູນກາງວຽງໄຊ ກໍ່ມາເຕົ້າ ໂຮມກັບທະນາຄານແຫ່ງຊາດລາວ ທີ່ລັດຖະບານປະຕິວັດເຮົາຕັ້ງຂຶ້ນ ແລະ ເປັນທະນາຄານອັນໜຶ່ງອັນດຽວກັນ ເອີ້ນວ່າ ທະນາຄານແຫ່ງຊາດ. ຊຶ່ງມີສຳນັກງານໃຫຍ່ຕັ້ງຢູ່ນະຄອນວຽງຈັນ ແລະ ໃນເບື້ອງຕົ້ນມີ 19 ສາຂາ ແລະ ທຽບເທົ່ານັບທັງສາຂາຈຳນວນໜຶ່ງທີ່ຕັ້ງຂຶ້ນໃໝ່ ພາຍຫລັງປົດປ່ອຍພະນັກງານ ກໍ່ໄດ້ເພີ່ມຂຶ້ນຢ່າງໄວວາ ສະເພາະ ທະນາຄານແຫ່ງຊາດ ທີ່ວຽງຈັນກໍ່ມີພະນັກງານ 278 ຄົນຖ້ານັບທົ່ວປະເທດ ກໍ່ເກືອບ 1.000 ຄົນ ເມື່ອທຽບໃສ່ລະບົບທະນາຄານ ຂອງເຂດປົດປ່ອຍ ໃນເມື່ອກ່ອນມີພະນັກງານທັງໝົດພຽງແຕ່ 130 ກວ່າ ຄົນ. ໃນນັ້ນພະນັກງານວິຊາສະເພາະແທ້ 40 ກວ່າຄົນເທົ່ານັ້ນ. - ການຈັດຕັ້ງໄດ້ຮັບການປັບປຸງໃນທຸກດ້ານ ມີກົມ, ພະແນກ, ໜ່ວຍງານຕ່າງໆຢ່າງຄົບຊຸດ. - ການປະກອບວັດຖຸເຕັກນິກກໍ່ແມ່ນກ້າວໜ້າກວ່າແຕ່ກ່ອນ, ລົດລາງພາຫະນະຮັບໃຊ້ວິຊາສະເພາະກໍ່ແມ່ນມີ ໃນລະດັບອັນແນ່ນອນ ຖ້າທຽບໃສ່ສະໄໝສົງຄາມ. - ດ້ານວິຊາການກໍ່ແມ່ນກວ້າງຂວາງ ແລະ ເລິກເຊິ່ງ, ມີລັກຊະນະຮອບດ້ານ ເປັນຕົ້ນແມ່ນການລະດົມແຫລ່ງທຶນ, ການນຳໃຊ້ທຶນ ກໍ່ແມ່ນປະຕິບັດຕາມລະບຽບຫລັກການ ຂອງທະນາຄານ ທີ່ໄດ້ກຳນົດໄວ້ຢ່າງເປັນກ້າວໆ. ເລີ່ມມີການພົວພັນກັບສາກົນ ເປັນຕົ້ນແມ່ນປະເທດສັງຄົມນິຍົມ ຈຳນວນໜຶ່ງເຊັ່ນ: ຫວຽດນາມ, ກຳປູເຈຍ, ໂຊຫວຽດ, ເຢຍລະມັນ ແລະ ອື່ນໆ ... ໄລຍະການຟື້ນຟູເສດຖະກິດພາຍຫລັງສັນຕິພາບກັບຕ່າວຄືນມາ (1976 - 1980) ເວລານີ້ ພາລະບົດບາດ ຂອງທະນາຄານ ແມ່ນເປັນເຄື່ອງມືຮັບໃຊ້ໃຫ້ແກ່ອຳນາດການປົກຄອງ ຂອງຊົນຊັ້ນກຳມະຊີບ. ຊຶ່ງແມ່ນ ພັກປະຊາຊົນປະຕິວັດລາວ ເປັນຕົວແທນ ໃນນີ້ ທະນາຄານມີພາລະໜ້າທີ່ຄຸ້ມຄອງການພິມຈຳໜ່າຍເງິນຕາໃຫ້ມີ ຄວາມສະຫງົບ, ອອກແຮງລະດົມທຶນຮອນເພື່ອຮັບໃຊ້ໃຫ້ແກ່ການຟື້ນຟູເສດຖະກິດ, ຮຳບາດແຜສົງຄາມພາຍຫລັງສັນຕິພາບກັບຕ່າວຄືນມາ ໂດຍການໃຫ້ກູ້ຍືມຊຸກຍູ້ ການຜະລິດກະສິກຳ, ອຸດສາຫະກຳ, ການຈໍລະຈອນສິນຄ້າ ຢູ່ພາຍໃນປະເທດເປັນຕົ້ນຕໍໍ. ໄປຄຽງຄູ່ກັນນັ້ນກໍ່ຮັບ ພາລະເບີກຈ່າຍເງິນເດືອນ ແລະ ບໍລິຫານອື່ນໆ ເພື່ອແກ້ໄຂຊີວິດການເປັນຢູ່ຂອງພະນັກງານ, ທະຫານ, ຕຳຫລວດ ແລະ ປະຊາຊົນບັນດາເຜົ່າ. ໃນເດືອນ 12/1979 ລັດຖະບານໄດ້ປ່ຽນເງິນກີບປົດປ່ອຍ ແລ້ວເອົາ ເງິນກີບທະນາຄານ ອອກຈຳໜ່າຍແທນໃນຂອບເຂດທົ່ວປະເທດຈົນເຖິງທຸກວັນນີ້.

8. ໄລຍະປະຕິບັດນະໂຍບາຍດັດສ້າງ ແລະ ກໍ່ສ້າງສັງຄົມນິຍົມ (1980 - 1985)[ດັດແກ້]

ຕົກມາຮອດປີ 1980 ສະພາປະຊາຊົນສູງສຸດ ໄດ້ອອກກົດໝາຍສະບັບເລກທີ 001/81/ປສລ ລົງວັນທີ 21/ ສິງຫາ / 1981 ວ່າດ້ວຍສິດຜູກຂາດ ກ່ຽວກັບວຽກງານທະນາຄານ. ເວລານີ້ທະນາຄານ ໄດ້ປ່ຽນຊື່ຈາກ ທະນາຄານແຫ່ງຊາດ ມາເປັນ ທະນາຄານແຫ່ງລັດ ແລະ ປ່ຽນຊື່ຜູ້ບໍລິຫານຈາກຜູ້ອຳນວຍການໃຫຍ່ ທະນາຄານແຫ່ງຊາດ ມາເປັນ ທະນາຄານແຫ່ງລັດ ພ້ອມດ້ວຍບັນດາຮອງປະທານກໍ່ເຊັ່ນດຽວກັນ. ໄລຍະນີ້ແມ່ນ ທະນາຄານ ປະຕິບັດພາລະບົດບາດ ຕາມກົນໄກບໍລິຫານເກື້ອກູນ ເປັນທະນາຄານອັນດຽວ ເອກະພາບໃນການຄຸ້ມຄອງ ແຕ່ສູນກາງຮອດທ້ອງຖິ່ນ ຊຶ່ງການຈັດຕັ້ງຂອງທະນາຄານ ກໍ່ແມ່ນຂະຫຍາຍຕົວຢ່າງກວ້າງຂວາງ ອັນປະກອບດ້ວຍ ທະນາຄານແຂວງ, ທະນາຄານເມືອງ, ຫ້ອງຮັບເງິນເມືອງ, ສະຫະກອນສິນເຊື່ອ. ເວົ້າເຖິງທະນາຄານເມືອງ ແມ່ນເກືອບວ່າມີທຸກໆເມືອງໃນທົ່ວປະເທດ, ຕັ້ງຕາມຫົວໜ່ວຍບໍລິຫານ ເວລານີ້ທະນາຄານໄດ້ມີຊ່ຽວຊານ ຂອງ ທະນາຄານຫວຽດນາມ ປະຈຳຢູ່ສູນກາງແຕ່ລະແຂວງ. ນອກຈາກຊ່ຽວຊານຫວຽດນາມແລ້ວ ຢູ່ທະນາຄານສູນກາງ ຍັງມີຊ່ຽວຊານໂຊຫວຽດ, ເຢຍລະມັນ ມາຊ່ວຍເຫລືອການຮ່ວມມືກັບສາກົນ ເວລານີ້ເລີ່ມກ້ວາງຂວາງ. - ດຳເນີນການຄຸ້ມຄອງຮອບດ້ານແຕ່ສູນກາງຮອດທ້ອງຖີ່ນເຊັ່ນ: ດ້ານການຈັດຕັ້ງ, ການບັນຈຸຊັບຊ້ອນ ພະນັກງານ, ດ້ານການເງິນ ແລະ ງົບປະມານ ການປະຕິບັດນະໂຍບາຍເງິນເດືອນ ແລະ ການໃຊ້ຈ່າຍຕ່າງໆ ແມ່ນທະນາຄານສູນກາງຮັບຜິດຊອບ. - ດ້ານວິຊາສະເພາະເວລານີ້ ເວົ້າເຖິງແຫລ່ງທຶນແມ່ນບໍ່ມີພໍເທົ່າໃດ ສ່ວນຫລາຍແມ່ນອາໄສທຶນພິມຈຳໜ່າຍ ຕາມແຜນການທີ່ສູນກາງອະນຸມັດແຕ່ລະປີ. ນອກຈາກນັ້ນກໍ່ມີທຶນຊ່ວຍເຫລືອລ້າ ແລະ ທຶນລະດົມເງິນຝາກປະ ຢັດຈຳນວນໜຶ່ງ ເວົ້າລວມແຫລ່ງທຶນທັງອ່ອນນ້ອຍ ທັງຂາດເຂີນ ກະແຈກກະຈາຍທີ່ສຸດ. - ດ້ານການນຳໃຊ້ທຶນ ກໍ່ແມ່ນຮັບໃຊ້ນະໂຍບາຍດັດສ້າງ ແລະ ກໍ່ສ້າງສັງຄົມນິຍົມເຊັ່ນ: ໃຫ້ໂຮງຈັກ, ໂຮງງານ, ນິຄົມກະເສດຂອງລັດກູ້ຢືມ. ນອກຈາກນັ້ນກໍ່ແມ່ນໃຫ້ຮ້ານຄ້າຂອງລັດ, ລວມໝູ່ກູ້ຢືມເຊັ່ນ: ສະຫະ ກອນຊື້ຂາຍ, ສະຫະກອນກະເສດ, ສ່ວນເສດຖະກິດເອກະເທດ, ເອກະຊົນ ແມ່ນບໍ່ໄດ້ໃຫ້ກູ້ຢືມ ຫລື ໃຫ້ກໍ່ແມ່ນ ຈຳກັດທີ່ສຸດ. ການໃຫ້ກູ້ຢືມກໍ່ບໍ່ມີການໄລ່ລຽງ ຫລື ໄລ່ລຽງກໍ່ແມ່ນແບບເກື້ອກູນ. ໄດ້ກຳໄລເທົ່າໃດມອບໃຫ້ສູນກາງ, ຫລຸບທຶນແມ່ນໃຫ້ສູນກາງຖົມຂຸມໃຫ້. ການປະຕິບັດນະໂຍບາຍ ດັ່ງກ່າວໄດ້ແກ່ຍາວມາເຖິງປີ 1986 - 1987 ຈຶ່ງຄ່ອຍໆ ມີການຫັນປ່ຽນ.

9. ໄລຍະການປະຕິບັດຕາມນະໂຍບາຍທາງດ້ານເສດຖະກິດໃໝ່ ທີ່ມີການໄລ່ລຽງແບບທຸລະກິດ ຕາມທິດສັງຄົມນິຍົມ (1988 - 2003)[ດັດແກ້]

ປະຕິບັດຕາມເນື້ອໃນຈິດໃຈ ມະຕິກອງປະຊຸມໃຫຍ່ ຂອງພັກປະຊາຊົນປະຕິວັດລາວຄັ້ງທີ IV ຊຶ່ງໄດ້ໄຂຂຶ້ນ ໃນວັນທີ 13/11/1986 ທີ່ນະຄອນຫລວງວຽງຈັນ. ໃນກອງປະຊຸມຄັ້ງນີ້ແມ່ນດຳເນີນການປ່ຽນແປງໃໝ່ຮອບ ດ້ານມີ ທິດນຳ, ມີຫລັກການ. ໂດຍປະຕິບັດຈິດໃຈດັ່ງກ່າວ ສະພາລັດຖະມົນຕີ ໄດ້ອອກມະຕິຕົກລົງ ເລກທີ 11/ປສລ ລົງວັນທີ 12 ມີນາ 1988 ວ່າດ້ວຍການຫັນເອົາ ລະບົບທະນາຄານ ໄປສູ່ ທຸລະກິດ ຕາມທິດສັງຄົມນິຍົມ. ເພື່ອເຮັດໃຫ້ມະຕິຕົກລົງດັ່ງກ່າວ ໄດ້ປະກົດຜົນເປັນຈິງ ທະນາຄານແຫ່ງລັດກໍ່ໄດ້ຫັນເອົາລະບົບທະນາຄານ ທີ່ເປັນອັນໜຶ່ງອັນດຽວໃນເມື່ອກ່ອນມາເປັນທະນາຄານ 2 ຂັ້ນ ນັ້ນກໍ່ຄື: ທະນາຄານກາງ ແລະ ທະນາຄານທຸລະກິດ, ທະນາຄານກາງເປັນທະນາຄານຂອງທະນາຄານ ຫລື ທະນາຄານແມ່ ເພື່ອເຮັດໜ້າທີ່ຄຸ້ມຄອງມະຫາພາກ ທາງດ້ານເສດຖະກິດເງິນຕາ ແລະ ສິນເຊື່ອ, ເວລານີ້ທະນາຄານໄດ້ປ່ຽນຊື່ຈາກ ທະນາຄານແຫ່ງລັດ ມາເປັນ ທະນາຄານແຫ່ງ ສປປ ລາວ ຊຶ່ງມີກົດໝາຍເລກທີ 05/ສພຊ ລົງວັນທີ 14 ຕຸລາ 1995 ຮອງຮັບ, ມີ ສະພາບໍລິຫານ ທະນາຄານແຫ່ງ ສປປ ລາວ ເປັນອົງການຄຸ້ມຄອງດູແລສູງສຸດ. ນອກຈາກນັ້ນໄດ້ປ່ຽນຊື່ ປະທານທະນາຄານແຫ່ງລັດ ມາເປັນ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ. ທະນາຄານແຫ່ງ ສປປ ລາວ ເປັນອົງການນິຕິບຸກຄົນ, ເປັນສະມາຊິກຂອງລັດຖະບານ ມີຖານະທຽບເທົ່າ ກະຊວງ, ມີສຳນັກງານໃຫຍ່ຕັ້ງຢູ່ນະຄອນວຽງຈັນ ເປັນ ຜູ້ຄຸ້ມຄອງກວດກາ ບັນດາ ທະນາຄານທຸລະກິດ ແລະ ສະຖາບັນການເງິນຢູ່ໃນ ສປປ ລາວ, ເປັນຜູ້ຮັກສາຄັງສຳຮອງເງິນຕາຕ່າງປະເທດ ຂອງລັດຖະບານ, ເຮັດໜ້າທິ່ຄຸ້ມຄອງການພິມຈຳໜ່າຍເງິນຕາຕາມການມອບໝາຍ ແລະ ອະນຸຍາດຂອງ ລັດຖະບານ, ເຮັດການຊຳລະສະສາງລະຫວ່າງທະນາຄານ, ລາຍງານສະພາບເສດຖະກິດ ໃຫ້ແກ່ລັກຖະບານ ເປັນປົກກະຕິ ເປັນຕົວແທນໃຫ້ລັດຖະບານ ໃນກອງເງິນທຶນສາກົນ ແລະ ເຮັດໜ້າທີ່ອື່ນໆ ຕາມການມອບໝາຍຂອງລັດຖະບານ. ຈາກນັ້ນກໍ່ໄດ້ຫັນເອົາບັນດາສາຂາ ແລະ ທຽບເທົ່າໄປສູ່ທຸລະກິດ ຈາກ 19 ແຫ່ງໃນເມື່ອກ່ອນໃຫ້ຍັງເຫລືອພຽງ 7 ແຫ່ງຄືື: ຫັນເອົາທະນາຄານກຳແພງ (I) ເປັນ ທະນາຄານນະຄອນຫລວງ ບໍ່ມີສາຂາ, ຫັນເອົາທະນາຄານກຳແພງ (II) ເປັນທະນາຄານເສດຖາທິລາດ ມີສາຂາຢູ່ບໍລິຄຳໄຊ ແລະ ແຂວງວຽງຈັນ, ຫັນເອົາທະນາຄານການຄ້າຕ່າງປະເທດລາວໄປສູ່ທຸລະກິດ, ຫັນເອົາບັນດາທະນາຄານ ທີ່ຢູ່ ບັນດາແຂວງພາກໃຕ້ ໃຫ້ເປັນທະນາຄານພາກໃຕ້ ເຊິ່ງມີສຳນັກງນໃຫຍ່ຕັ້ງຢູ່ ປາກເຊ ແຂວງຈຳປາສັກ ມີສາຂາຢູ່ຈຳ ປາສັກ, ເຊກອງ, ອັດຕະປື, ຫັນເອົາທະນາຄານ ຕັ້ງຢູ່ພາກກາງ ເປັນທະນາຄານລາວໃໝ່ ຊຶ່ງມີສຳນັກງານໃຫຍ່ຕັ້ງ ຢູ່ແຂວງສະຫວັນນະເຂດ ມີສາຂາຕັ້ງຢູ່ທ່າແຂກ ແຂວງຄຳມ່ວນ, ຫັນເອົາທະນາຄານຢູ່ບັນດາແຂວງພາກເໜືອ ເປັນທະນາຄານລ້ານຊ້າງ ຊຶ່ງມີສຳນັກງານໃຫຍ່ຕັ້ງຢູ່ ຫລວງພະບາງ ແລະ ມີສາຂາຕັ້ງຢູ່ ໄຊຍະບູລີ, ບໍ່ແກ້ວ, ອຸດົມໄຊ, ຫຼວງນ້ຳທາ, ຜົ້ງສາລີ. ຈາກນັ້ນກໍ່ຫັນເອົາບັນດາທະນາຄານຢູ່ທາງພາກຕາເວັນອອກສຽງເໜືອ ເປັນທະນາຄານອາລຸນໃໝ່ ຊຶ່ງມີສຳນັກງານໃຫຍ່ຕັ້ງຢູ່ ໂພນສະຫວັນ ແຂວງຊຽງຂວາງ ແລະ ມີສາຂາຢູ່ຊຳເໜືອ ແຂວງຫົວພັນ. ການຫັນໄປສູ່ທຸລະກິດໄດ້ສຳເລັດລົງໃນປີ 1991 ບັນດາທະນາຄານທຸລະກິດເຫລົ່ານີ້ ແມ່ນເຮັດໜ້າທີ່ຈຸນ ລະພາກ ມີໜ້າທີ່ບໍລິການລູກຄ້າໂດຍກົງຕໍ່ກັບການໃຫ້ກູ້ຢືມ, ການຝາກ, ການຖອນ, ການໂອນເງິນ, ການຊຳລະສະສາງ, ການຄ້ຳປະກັນ ແລະ ອື່ນໆຢູ່ພາຍໃຕ້ການຄຸ້ມຄອງ ແລະ ກວດກາຂອງ ທະນາຄານແຫ່ງ ສປປ ລາວ, ທະນາຄານທຸລະກິດ ບໍ່ມີສະພາບໍລິຫານ ແລະ ຄະນະອຳນວຍກາຍເປັນຜູ້ຄຸ້ມຄອງດູແລ. ຈາກທີ່ເປັນທະນາຄານທີ່ດຳເນີນ ກົນໄກບໍລິຫານເກື້ອກູນ ໄດ້ກ້າວໄປສູ່ການໄລລຽງໃນທຸກດ້ານ, ມີຖານະການເງິນເປັນເອກະລາດ, ເປັນເຈົ້າຕົນເອງ ແລະ ກໍ່ຢູ່ໃນຊ່ວງໄລຍະເວລານີ້ ບັນດາທະນາຄານທຸລະກິດຂອງລັດຫຸ້ນສ່ວນເອກະຊົນ, ເອກະຊົນພາຍໃນ ແລະ ຕ່າງປະເທດ ກໍ່ໄດ້ເກີດຂຶ້ນຢ່າງເປັນຂະບວນເຊັ່ນ: ທະນາຄານຮ່ວມພັດທະນາລາວ-ໄທ, ທະນາຄານກຸງເທບ, ທະນາຄານກຸງໄທ, ທະນາຄານກະສິກອນໄທ, ທະນາຄານທະຫານໄທ, ທະນາຄານກຸງສີອາຍຸທະຍາ, ທະນາຄານໄທພານິດ ຕໍ່ມາຮອດປີ 1993 ລັດຖະບານກໍ່ໄດ້ຈັດຕັ້ງທະນາຄານສົ່ງເສີມກະສິກຳ ຂຶ້ນເປັນ ທະນາຄານ ສະເພາະຮັບໃຊ້ການຜະລິດກະສິກຳ ແລະ ຕໍ່ມາມີທະນາຄານທຸລະກິດຂອງຕ່າງປະເທດ ຈຳນວນໜຶ່ງສືບຕໍ່ມາຕັ້ງສາຂາເຊັ່ນ: ທະນາຄານພັບບຣິກ, ສະແຕນດາດແບງ, ທະນາຄານຮ່ວມທຸລະກິດ ລາວ-ຫວຽດນາມ ກໍ່ຖືກສ້າງຕັ້ງຂ້ຶນໃນປີ 2000 ນັບແຕ່ປະຕິບັດກົນໄກເສດຖະກິດໃໝ່ມານີ້ທະນາຄານໄດ້ຮ່ວມມື ກັບສາກົນຢ່າງກ້ວາງຂວາງ. ເປັນຕົ້ນກອງທຶນສາກົນ IMF, ADB, WB ເປັນຕົ້ນ. ອາດເວົ້າໄດ້ວ່ານັບແຕ່ປີ 1990 ເປັນຕົ້ນມາ ແມ່ນ ລະບົບທະນາຄານ ມີການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງທາງດ້ານປະລິມານ ແລະ ຄຸນນະພາບ ໄດ້ນຳໃຊ້ເຄື່ອງມື ແລະ ອຸປະກອນຮັບໃຊ້ວິຊາສະເພາະຂອງຕົນມາ ເປັນກ້າວໆບໍ່ວ່າຂົງເຂດລັດ ກໍ່ຄືເອກະຊົນ ກໍ່ໄດ້ຮັບການປັບປຸງ ໃຫ້ດີຂຶ້ນເລື້ອຍໆ ໂດຍສະເພາະແມ່ນ ທະນາຄານທຸລະກິດ ຂອງລັດ ໄດ້ມີການລວມຕົວ ຈາກ 7 ແຫ່ງໃນເມ່ືອກ່ອນ ໃຫ້ຍັງເຫລືອແຕ່ 2 ແຫ່ງຄື: ທະນາຄານລາວໃໝ່ຈຳກັດ ແລະ ທະນາຄານລ້ານຊ້າງຈຳກັດ ຊຶ່ງມີສຳນັກງານໃຫຍ່ຕັ້ງຢູ່ນະຄອນຫລວງວຽງຈັນ ແລະ ມີສາຂາຢັ້ງຢາຍຢູ່ທົ່ວປະເທດ. (ໃນປີ 1997 - 1998) ໄດ້ສຳເລັດການປັບປຸງດັ່ງກ່າວ ສາມາດເວົ້າໄດ້ວ່າ: ລະບົບທະນາຄານຢູ່ປະເທດເຮົາ ໄດ້ຮັບການພັດທະນາໃຫ້ກ້າວໄປຢ່າງບໍ່ຢຸດຢັ້ງ. ຫາກຫຼຽວຄືນຫລັງກ່ອນໜ້ານີ້ 35 ປີ ເຫັນວ່າຫ່າງໄກກັນຫລາຍ ຈາກທີ່ຝາມືເປົ່າ ເລີ່ມຕົ້ນຈາກຫ້ວຍເລິກປ່າດົງຕຶບໜາ, ເຄື່ອງມືຮັບໃຊ້ປະຖົມປະຖານສຸດທີ່ຫລ້າຫລັງ ຊ້ຳບໍ່ໜຳຍັງຖືກສົງຄາມທາງບົກ ແລະ ທາງອາກາດທຳລາຍຢ່າງທໍລະຫົດ ແລະ ປ່າເຖື່ອນທີ່ສຸດຈາກພວກປຸ້ນບ້ານຊິງເມືອງ ກ້າວສູ່ຄວາມສີວິໄລ ນ້ຳໄຫລໄຟສະຫວ່າງ. ດຳລົງຊີວິດຢູ່ພາຍໃຕ້ ທ້ອງຟ້າແຫ່ງສັນຕິພາບ ແລະ ອິດສະຫລະພາບຮອບດ້ານ. ບັນດາທີ່ຕັ້ງສຳນັກງານຂອງທະນາຄານທຸກແຫ່ງໄດ້ກ້າວສູ່ສະພາບປົກກະຕິ ໂອ່ໂຖງ ແລະ ທັນສະໄໝ, ຢູ່ໃນນະຄອນວຽງຈັນ ແລະ ບັນດາແຂວງຕ່າງໆກໍ່ເຊັ່ນດຽວກັນ ຖັນແຖວພະນັກ ງານນັບຮ້ອຍ, ນັບພັນໄດ້ຮັບການປັບປຸງຍົກລະດັບຂຶ້ນໃນທຸກດ້ານຢ່າງບໍ່ຢຸດຢັ້ງ ທັງຢູ່ພາຍໃນ ແລະ ນອກປະເທດ. ການເຕີບໃຫຍ່ເຂັ້ມແຂງຂອງ ທະນາຄານປະເທດລາວ ໃນເມື່ອກ່ອນ ແລະ ທະນາຄານ ແຫ່ງ ສປປ ລາວ ໃນປະຈຸບັນ ແມ່ນມີຫລາຍສາເຫດ ແລະ ຫລາຍປັດໄຈຄືື: ປັດໄຈພາຍໃນ ແລະ ປັດໄຈພາຍນອກ ເປັນຕົ້ນການອຸ້ມຊູຊ່ວຍເຫລືອຈາກ ບັນດາປະເທດເພື່ອນມິດ ຢູ່ໃກ້ ແລະ ຢູ່ໄກ ພິເສດແມ່່ນ ທະນາຄານແຫ່ງລັດຫວຽດນາມ ໄດ້ໃຫ້ການອຸ້ມຊູຊ່ວຍເຫລືອຢ່າງຮອບດ້ານ ແລະ ມີປະສິດທິຜົນຕະຫລອດມາ ບໍ່ວ່າໃນສະໄໝຕໍ່ສູ້ກູ້ຊາດກໍ່ຄື ພາຍຫລັງສັນຕິພາບກັບຕ່າວຄືນມາ ແລະ ໄລຍະທີ່ພວກເຮົາດຳເນີນ ພາລະກິດປ່ຽນແປງໃໝ່ຢ່າງຮອບດ້ານເວລາ ໃດພວກເຮົາກໍ່ໄດ້ຮັບການສະໜັບສະໜູນຈາກ ທະນາຄານແຫ່ງລັດຫວຽດນາມ ເປັນພິເສດ, ປະກອບສ່ວນຮັດແໜ້ນຄວາມສາມັກຄີແບບພິເສດລະຫວ່າງສອງພັກ, ສອງລັດ ປະຊາຊົນສອງຊາດລາວ - ຫວຽດນາມ ໃຫ້ ແໜ້ນແຟ້ນ ແລະ ຍືນຍົງຄົງຕົວຕະຫລອດໄປ. ຂະແໜງການທະນາຄານຈະຂໍຈົດຈຳ ແລະ ຮູ້ບຸນຄຸນຕໍ່ການ ຊ່ວຍເຫລືອອັນລ້ຳຄ່ານັ້ນຈົນຕາບເທົ່າໃດໆ. ໂດຍເຫັນໄດ້ຄຸນງາມຄວາມດີໃນໄລຍະຜ່ານມາກໍ່ຄືປະຈຸບັນ, ລັດຖະບານຈຶ່ງໄດ້ອອກດຳລັດຮັບຮອງ ເອົາວັນທີ 7 ຕຸລາ 1968 ເປັນວັນສ້າງຕັ້ງຂະແໜງການທະນາຄານ, ເພາະວັນ ດັ່ງກ່າວແມ່ນວັນພິມຈຳໜ່າຍ ເງິນກີບປົດປ່ອຍຂອງບັນດາກຳລັງຮັກຊາດ ເຊິ່ງພັກປະຊາຊົນປະຕິວັດລາວ ເປັນແກນນຳ ແລະ ນຳພາຍາດເອົາໄຊຊະນະຢ່າງສົມບູນ, ນັບແຕ່ໂຮມເຂົ້າກັນກັບທະນາຄານແຫ່ງຊາດລາວເປັນຕົ້ນ ມາແຕ່ລະສະໄໝມີບັນດາທ່ານຜູ້ບໍລິຫານດັ່ງນີ້:

  1. 2/12/1975 - 1977 ທ່ານ ທອງຈັນ ອຸບປາລະວັນ ເປັນຜູ້ອຳນວຍການໃຫຍ່ທະນາຄານແຫ່ງຊາດ
  2. 1978 - 1980 ທ່ານ ໜູພັນ ສິດພະໄຊ ເປັນຜູ້ອຳນວຍການໃຫຍ່
  3. 1980 ທ່ານ ຄຳຜຸຍ ແກ້ວບົວລະພາ ເປັນຜູ້ອຳນວຍການໃຫຍ່ (3 ເດືອນ)
  4. 1980 - 1983 ທ່ານ ໂຊດ ເພັດລາສີ ເປັນຜູ້ອຳນວຍການໃຫຍ່
  5. 1983 - 84 - 87 ທ່ານ ບຸດສະບົງ ສຸວັນນະວົງ ເປັນປະທານທະນາຄານແຫ່ງລັດ
  6. 1987 - 1988 ທ່ານ ໜູພັນ ສິດພະໄຊ ເປັນປະທານທະນາຄານແຫ່ງລັດ
  7. 1988 - 1990 ທ່ານ ນາງ ປານີ ຢາທໍ່ຕູ້ ເປັນປະທານທະນາຄານແຫ່ງ ສປປ ລາວ
  8. 1990 - 1992 ທ່ານ ນາງ ປານີ ຢາທໍ່ຕູ້ ເປັນຜູ້ວ່າການທະນາຄານແຫ່ງ ສປປ ລາວ
  9. 1993 - 1994 ທ່ານ ບຸດສະບົງ ສຸວັນນະວົງ ເປັນຜູ້ວ່າການທະນາຄານແຫ່ງ ສປປ ລາວ
  10. 1995 - 1997 ທ່ານ ນາງ ປານີ ຢາທໍ່ຕູ້ ເປັນຜູ້ວ່າການທະນາຄານແຫ່ງ ສປປ ລາວ
  11. 1997 - 1999 ທ່ານ ເຈືອງ ສົມບູນຂັນ ເປັນຜູ້ວ່າການທະນາຄານແຫ່ງ ສປປ ລາວ
  12. 1999 - 2001 ທ່ານ ສຸກັນ ມະຫາລາດ ເປັນຜູ້ວ່າການທະນາຄານແຫ່ງ ສປປ ລາວ
  13. 2001 - 2002 ທ່ານ ພູເພັດ ຄຳພູນວົງ ຮັກສາການແທນຜູ້ວ່າການທະນາຄານແຫ່ງ ສປປ ລາວ
  14. 25 / 4 / 2002 - 21 / 2 / 2003 ທ່ານ ຈັນສີ ໂພສີຄຳ ເປັນຜູ້ວ່າການທະນາຄານແຫ່ງ ສປປ ລາວ
  15. 21/ 2 / 2003 ທ່ານ ພູມີ ທິບພະວອນ ເປັນຜູ້ວ່າການທະນາຄານແຫ່ງ ສປປ ລາວ
  16. 2003 - ປັດຈຸບັນ ທ່ານ ພູເພັດ ຄຳພູວົງ

ການກໍ່ສ້າງພະນັກງານດ້ານວິຊາການໃນປີ 1975 - 2002[ດັດແກ້]

ສ້າງຢູ່ພາຍໃນປະເທດ[ດັດແກ້]

- ຝຶກອົບຮົມ ແລະ ສຳມະນາພາຍໃນ 4,886 ຄົນ - ບຳລຸງໄລຍະສັ້ນຊັ້ນຕົ້ນ 511 ຄົນ - ຊັ້ນກາງ 168 ຄົນ - ຊັ້ນສູງ 07 ຄົນ - ປະລິນຍາຕີ 09 ຄົນ

ສ້າງຢູ່ຕ່າງປະເທດ[ດັດແກ້]

- ຝຶກອົບຮົມ ແລະ ສຳມະນາຢູ່ຕ່າງປະເທດ 1,416 ຄົນ - ຊັ້ນກາງ 152 ຄົນ - ຊັ້ນສູງ 25 ຄົນ - ເໜືອຊັ້ນສູງ 120 ຄົນ ນັ້ນແມ່ນການເຄື່ອນໄຫວ ແລະ ຄວາມເປັນໃາແຕ່ອະດີດຈົນເຖິງປະຈຸບັນຂອງທະນາຄານແຫ່ງ ສປປ ລາວພວກເຮົາມີຄວາມພາກພູມໃຈ ແລະ ທໍລະນົງໃຈເປັນຢ່າງຍິ່ງຕໍ່ກັບການເຕີບໃຫຍ່, ຂະຫຍາຍຕົວຕໍ່ກັບຜົນ ງານ,ຜົນສຳເລັດທີ່ຂະແໜງການພວກເຮົາຍາດມາໄດ້ຖືອັນນັ້ນແມ່ນສິ່ງກາລະບູຊາ ແລະ ອຳມະຕະ ຕະຫລອດ ໄປ ແຕ່ຄວາມພາກພູມໃຈ ແລະ ທໍລະນົງໃຈດັ່ງກ່າວມັນບໍ່ໄດ້ຢຸດຢູ່ພຽງເທົ່ານີ້, ມັນຈະຕ້ອງໄດ້ສືບຕໍ່ກ້າວໄປທາງ ໜ້າເລື້ອຍໆ ເພື່ອຄວາມສີວິໄລ ແລະ ຄວາມຮັ່ງມີເຂັ້ມແຂງຂອງປະເທດຊາດ. ນຳປະເທດເຮົາໃຫ້ຫລຸດພົ້ນອອກ ຈາກຄວາມດ້ອຍພັດທະນານັ້ນ ມັນຮຽກຮ້ອງໃຫ້ຂະແໜງການທະນາຄານເຮົາຕ້ອງໄດ້ປັບປຸງຕົນເອງໃຫ້ເຂັ້ມແຂງ ໃນທຸກດ້ານ ເປັນຕົ້ນແມ່ນດ້ານທຶນຮອນ, ດ້ານວິຊາການ, ດ້ານຊັບພະຍາກອນມະນຸດ, ການປະກອບອຸປະກອນ ພາຫະນະເຕັກນິກຕ່າງໆໃຫ້ຄົບຖ້ວນບໍລິບູນ ແລະ ທັນສະໄໝຄືກັບນາໆຊາດທີ່ເພິ່ນກຳລັງກ້າວໄປສູ່ຍຸກສະໄໝ ແຫ່ງຄວາມເຂັ້ມແຂງ ແລະ ທັນສະໄໝ ແນໃສ່ບັນລຸແຜນຍຸດທະສາດທາງດ້ານເງິນຕາ ແລະ ສິນເຊື່ອແຕ່ນີ້ຫາ ປີ 2020 - 2010 - 2005 ທີ່ທະນາຄານແຫ່ງ ສປປ ລາວ ໄດ້ວາງໄວ້. ຫັນທະນາຄານໄປສູ່ຄວາມທັນສະ ໄໝແຕ່ລະກ້າວ. ສາມາດເປັນແກນນຳ, ເປັນເຈົ້າພາທາງຂອງລະບົບທະນາຄານ ຢູ່ປະເທດເຮົາ ສາມາດແກ່ງ ແຍ້ງແຂ່ງຂັນກັບທະນາຄານຢູ່ພາຍໃນ ແລະ ຂອງຕ່າງປະເທດ, ເຮັດໃຫ້ທະນາຄານເຮົາຍັບເຂົ້າໃກ້ກັບມາດ ຖານສາກົນເທື່ອລະກ້າວ. ຢາກເຮັດໄດ້ແນວນັ້ນມັນຮຽກຮ້ອງ ໃຫ້ພະນັກງານສະມາຊິກພັກທົ່ວຂະແໜງການທະ ນາຄານ ຈົ່ງໄດ້ເສີມຂະຫຍາຍມູນເຊື້ອ ແລະ ຜົນງານທີ່ຕົນຍາດມາໄດ້ໃນໄລຍະຜ່ານມານັ້ນຢ່າງບໍ່ຢຸດຢັ້ງ, ພ້ອມ ກັນຕັດສິນໃຈເປັນນ້ຳໜຶ່ງໃຈດຽວ ເຊີດຊູຈິດໃຈຮັກຊາດເປັນເຈົ້າຕົນສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເດັດດ່ຽວ ຜ່ານຜ່າອຸປະສັກຕ່າງໆ ນາໆ ເພື່ອພາຂະແໜງການທະນາຄານກ້າວຂືຶ້ນໄປເລື້ອຍໆຕາມຄວາມຮຽກຮ້ອງຕ້ອງ ການຂອງປະເທດຊາດ ແລະ ຍຸກສະໄໝ.