ຕຶກ

ຈາກ ວິກິພີເດຍ
ຕຶກໃນເມືອງແມນແຮັດຕັ້ນຍາມແລງ

ຕຶກ ແມ່ນສິ່ງກໍ່ສ້າງເຊິ່ງສ້າງໂດຍມະນຸດ ໃນຮູບຊົງຂອງໂຮງ ເຮືອນ ຮ້ານ ຫຼືຮູບແບບຢ່າງອື່ນສຳລັບການນຳໃຊ້ ແຕ່ໃນກົດໝາຍຄວບຄຸມໄດ້ລວມ ເຂື່ອນ ຂົວ ອຸໂມງ ທໍ່ ປ້າຍແລະອື່ນໆ ໄວ້ໃນນິຍາມຄຳວ່າຕຶກນຳ. ເຫດຜົນໃນການບັງຄັບໃຊ້ຕຶກ ແມ່ນມັກມີສ່ວນປະກອບທາງດ້ານສະຖາປັດຕະຍະກຳຫຼາຍກວ່າໜຶ່ງຢ່າງແລະປົກກະຕິຈະຕັ້ງຢູ່ເທິງພື້ນດິນ. ຕຶດສາມາດເປັນໄດ້ຕັ້ງແຕ່ເຮືອນບ່ອນພັກອາໄສອັນມີໂຄງກໍ່ສ້າງລຽບງ່າຍຈົນຮອດຕຶກລະຟ້າ. ຕຶກຜູ້ໂດຍສານສະໜາມບິນອັນມີໂຄງສ້າງຊັບຊ້ອນ ຕະຫຼອດຈົນໂຮງສ້ອມແປງຍົນເຊິ່ງມີຊ່ວງເສົາຫຼາຍກວ່າ 100 ແມັດ.

ຕຶກສ່ຳໃຫຍ່ສະໄໝໃຫມ່ມີສ່ວນປະກອບຕ່າງໆ ເຊິ່ງເຮັດໃຫ້ຕຶກໃຊ້ງານໄດ້ເອີ້ນວ່າລະບົບຕຶກນັບຕັ້ງແຕ່ລະບົບຂົນສົ່ງພາຍໃນຕຶກໄດ້ແກ່ ຂັ້ນໄດເລື່ອນ ແລະ ລິບ ໄປຈົນຮອດລະບົບໄຟຟ້າ ລະບົບນ້ຳໃຊ້ ລະບົບປັບອາກາດ ລະບົບປ້ອງກັນໄຟໄໝ້ ແລະອື່ນໆ ຕື່ມອີກເປັນຈຳນວນຫຼາຍ. ປົກກະຕິ ຕຶກແມ່ນຈະຖືກຈັດໄວ້ໃນໝວດສິ່ງກໍ່ສ້າງດ້ວຍເຫດຜົນດ້ານການບັງຄັບໃຊ້.