ດອນລົບປາດີ

ຈາກ ວິກິພີເດຍ

ດອນ​ລົບ​ປາ​ດີ ເປັນ​ດອນ​ໃຫຍ່​ລະ­ດັບ​ສາມ ຂອງ​ບັນ­ດາ​ດອນ​ທີ່­ຢູ່​ໃນ​ຍ່ານ​ຂອງ​ມະ­ຫາ​ນະ­ທີ​ສີ­ທັນ­ດອນ ເຂດ​ອ່າງ​ແມ່­ນ້ຳ​ຂອງ​ຕອນ​ໃຕ້ ແລະ ຢູ່​ເທິງ​ຄັນ​ເຫວ​ຄອນ​ພະ​ເພັງ ລົບ​ປາ​ດີ ປະ­ກອບ​ມີ 7 ບ້ານ ທີ່​ຕັ້ງ​ລຽງ​ລາຍ​ແຕ່​ຫົວ​ດອນ​ຈົນ​ເຖິງ​ຫາງ​ດອນ ລຽບ​ຕາມ​ລຳ​ນ້ຳ­ຂອງ​ທັງ​ຕາ­ເວັນ​ອອກ ແລະ ຕາ­ເວັນ­ຕົກ​ຂອງ​ດອນ ແຕ່​ລະ​ບ້ານ​ມີ​ວັດ​ຄົບ​ທຸກ​ບ້ານ ແລະ ຊື່​ບ້ານ​ກໍ​ໃສ່​ລົບ​ປາ​ດີ​ໝົດ ເຊັ່ນ: ລົບ​ປາ​ດີ​ຫົວ​ດອນ ລົບ​ປາ​ດີ​ກາງ ລົບ​ປາ​ດີ​ໂພນ​ທັນ ລົບ​ປາ​ດີ​ຈົກ ລົບ​ປາ​ດີ​ຄອນ​ນ້ອຍ ແລະ ອື່ນໆ ສ່ວນ​ໂຮງ­ຮຽນ​ກໍ​ໂຮມ​ກັນ​ຕາມ​ຈຸດ​ພິ­ເສດ ແລະ ຈຳ­ນວນ​ຂອງ​ນັກ­ຮຽນ ອາ­ຊີບ​ຫຼັກ​ຂອງ​ຄົນ​ທ້ອງ­ຖິ່ນ​ນີ້ ແມ່ນ​ການ​ປູກ­ຝັງ​ລ້ຽງ­ສັດ​ເປັນ​ອາ­ຊີບ​ຕົ້ນ­ຕໍ ຕາມ​ບັນ​ພະ​ບູ​ລຸດ​ທີ່​ເຄີຍ​ທຳ​ມາ​ຫຼາຍ​ເສັ່ນ​ຄົນ ແລະ ອາ­ຊີບ​ສຳ­ຮອງ ກໍ​ຄົງ​ເປັນ​ການ​ຫາ​ປາ​ຕາມ​ລຳ​ນ້ຳ­ຂອງ.

ການ​ຫາ​ປາ​ຕາມ​ລຳ​ນ້ຳ­ຂອງ ແຕ່​ກ່ອນໆ​ນັ້ນ ສ້າງ​ລາຍ​ຮັບ​ຢ່າງ​ເປັນ​ກອບ​ເປັນ​ກຳ ສາ­ມາດ​ຂາຍ​ປາ­ສົດໆ ຂາຍ​ປາ​ທີ່​ແປ​ຮູບ​ເປັນ​ອາ­ຫານ ເຊັ່ນ: ປາ­ແດກ ປາ​ຈາວ ປາ​ເຄັມ ປາ​ແຫ້ງ ແລະ ອື່ນໆ ສູ່​ຕະ­ຫຼາດ​ຕ່າງໆ​ຕາມ​ການ​ສະ­ເໜີ ແຕ່​ມາ​ບັດ​ນີ້ ສະ­ພາບ​ດັ່ງ­ກ່າວ​ມີ​ການ​ປ່ຽນ­ແປງ​ໄປ ອັນ​ເນື່ອງ​ມາ​ຈາກ​ການ​ສະ­ເໜີ ຫຼື​ຄວາມ​ຕ້ອງ­ການ​ມີ​ຫຼາຍ ແຕ່​ການ​ສະ­ໜອງ​ພັດ​ນ້ອຍ ຫາ​ປາ​ໄດ້​ນ້ອຍ ຍ້ອນ​ສະ­ພາບ​ແວດ​ລ້ອມ​ນ້ຳ­ຂອງ​ບໍ່​ສະ​ໝ່ຳ​ສະ­ເໝີ ຄົນ­ຫາ­ປາ​ມີ​ຫຼາຍ ແລະ ຄົນ­ຫາ­ປາ​ແບບ​ດັບ​ສູນ​ຈຳ­ນວນ​ໜຶ່ງ ທຳ​ລາຍ­ການ​ຂະ­ຫຍາຍ­ຕົວ​ຂອງ​ສັດ​ນ້ຳ ບໍ່​ສະ­ເພາະ​ແຕ່​ພາຍ​ໃນ​ກໍ​ຄື​ປະ­ເທດ​ຕ່າງໆ ທີ່​ທຳ​ການ​ຫາ​ປາ​ຢູ່​ນ້ຳ­ຂອງ