ຊຸບເປີຄອມພິວເຕີ

ຈາກ ວິກິພີເດຍ
ເຄຣ-2 (Cray-); ຄອມພິວເຕີ ທີ່ໄວທີ່ສຸດໃນໂລກ ແຕ່ 1985 ຫາ 1989.

ຊຸບເປີຄອມພິວເຕີ ແມ່ນ ຄອມພິວເຕີ ທີ່ນຳໜ້າໂລກ ໃນດ້ານ ຄວາມສາມາດ ໃນການຈັດການຂໍ້ມູນ, ໂດຍ ສະເພາະ ແມ່ນ ຄວາມໄວໃນການຄຳນວນ.(ຄຳວ່າ ຊຸບເປີຄອມພິວເຕີ ຖືກໃຊ້ເປັນເທື່ອທຳອິດ ໂດຍ ໜັງສືພິມ ນິວຢອກເວີ (New York World) ໃນປີ 1920 ໃນການເວົ້າເຖິງ ຈັກພິມໃຫຍ່ ທີ່ ບໍລິສັດໄອບີເອັມ (IBM) ໄດ້ສ້າງ ໃຫ້ ມະຫາວິທະຍາໄລໂກລົມເບຍ ໂດຍສະເພາະ.

ຊຸບເປີຄອມພິວເຕີ ໃນຊູ່ມື້ນີ້ ສ່ວນຫຼາຍຈະຖືກ ຜະລິດເພື່ອຈຸດປະສົງໃດໜຶ່ງສະເພາະ ໂດຍ ບໍລິສັດຜະລິດຄອມພິວເຕີ ທີ່ມີຊື່ສຽງເຊັ່ນ ໄອບີເອັມ(IBM), ຮິວເລັດແປັກຄາດ (HP).