ຈິນນາລີ ນໍລະສິງ

ຈາກ ວິກິພີເດຍ

ຈິນນາລີ ນໍລະສິງ (ຊື່ຫຼິ້ນ : ຟ້າໃສ) ເປັນນາງງາມ, ນາງແບບລາວ ເຊິ່ງຟ້າໃສຊະນະການປະກວດມີສແກຣນລາວ 2017 ແລະເປັນຕົວແທນປະເທດລາວຄົນທຳອິດທີ່ເຂົ້າຮ່ວມການປະກວດມີສແກຣນອິນເຕີຣ໌ເນຊັນແນລ 2017 ແລະສາມາດເຂົ້າເຖິງຮອບ 20ຄົນສຸດທ້າຍ.

ຈິນນາລີ ນໍລະສິງ
ເກີດ15 ພະຈິກ 1999 (19 ປີ)
ປະເທດລາວ ນະຄອນຫຼວງວຽງຈັນ ປະເທດລາວ
ສັນຊາດລາວ
ຊື່ອື່ນຟ້າໃສ
ການສຶກສາມັດທະຍົມ ຈາກ ໂຮງຮຽນນານາຊາດກຽດຕິສັກ
ອາຊີບນາງແບບ ນາງງາມ ນັກສະແດງ
ປີປະຕິບັດວຽກຄ.ສ. 2017-ປັດຈຸບັນ
ສ່ວນສູງ173 ຊມ
ລາງວັນມີສແກຣນລາວ 2017
(ຊະນະເລີດ)
(ນາງສາວຂວັນໃຈມະຫາຊົນ)
ມີສແກຣນອິນເຕີຣ໌ເນຊັນແນລ 2017
(20 ຄົນສຸດທ້າຍ)

ປະຫວັດ[ດັດແກ້]

ຟ້າໃສ ເກີດເມື່ອວັນທີ 15 ພະຈິກ ປີ ຄ.ສ. 1999 ຈົບການສຶກສາລະດັບມັດທະຍົມປາຍທີ່ ໂຮງຮຽນປັນຍາທິບ ນະຄອນຫຼວງວຽງຈັນ. ປັດຈຸບັນ ກຳລັງສຶກສາຢູ່ທີ່ ເນວາດາ ສະຫະລັດອາເມລິກາ.

ການປະກວດ[ດັດແກ້]

ໃນປີ ຄ.ສ. 2017 ຟ້າໃສໄດ້ເຂົ້າປະກວດ ມີສແກຣນລາວ 2017 ຈັດການປະກວດຮອບຕັດສິນໃນວັນທີ 15 ກໍລະກົດ ເຊິ່ງຟ້າໃສສາມາດໄດ້ຮັບລາງວັນຊະນະເລີດພ້ອມດ້ວຍລາງວັນພິເສດຄື Miss Popular Vote ເຊິ່ງຟ້າໃສຖືກສວມມົງກຸດແລະມອບສາຍສະພາຍໂດຍ ອາຣິສກາ ປູຕຣີ ເປີຕີວີ່ - ມີສແກຣນອິນເຕີຣ໌ເນຊັນແນລ 2016.

ໃນເດືອນຕຸລາ ປີ ຄ.ສ. 2017 ຟ້າໃສໄດ້ເດີນທາງໄປປະເທດຫວຽດນາມເພື່ອເຂົ້າຮ່ວມປະກວດ ມີສແກຣນອິນເຕີຣ໌ເນຊັນແນລ 2017 ເຊິ່ງຈັດການປະກວດຮອບຕັດສິນໃນວັນທີ 25 ຕຸລາ ແລະຟ້າໃສສາມາດເຂົ້າເຖິງຮອບ 20 ຄົນສຸດທ້າຍ.

ຜົນງານ[ດັດແກ້]

ຮູບເງົາ[ດັດແກ້]

ປິ ຊື່ ບົດບາດ ໝາຍເຫດ
2018 Beyond The Power ລູນ້າ ໜັງສັ້ນ

ຊີຣີ້[ດັດແກ້]

ປິ ຊື່ ບົດບາດ ໝາຍເຫດ
2016 Until You The series ຟ້າ

ລາງວັນ[ດັດແກ້]

ປິ ລາງວັນ ສາຂາ
2017 ມີສແກຣນລາວ 2017 ຊະນະເລີດ
Miss Popular Vote
ມີສແກຣນອິນເຕີຣ໌ເນຊັນແນລ 2017 20 ຄົນສຸດທ້າຍ
Top 3 Grand Opening
Top 10 Swimsuit
1st - runner up Best National Costume
ປິ ລາງວັນ ສາຂາ ຜົນປະກາດ ຜົນງານທີ່ເຂົ້າຊິງ
2017 ຂວັນໃຈມະຫາຊົນ ໄດ້ຮັບ

ແຫຼ່ງຂໍ້ມູນອື່ນ[ດັດແກ້]

ກ່ອນໜ້າ ຈິນນາລີ ນໍລະສິງ ຖັດໄປ
ປະກວດຄັ້ງທໍາອິດ ມີສແກຣນລາວ
(2017)
ນົບພະລັດ ສີໄກພັກ

ແມ່ແບບ:ຈົບກ່ອງລາຍຊື່ຜູ້ໄດ້ຮັບຕຳແໜ່ງ