ຂອມສະບາດໂຂນລຳພົງ

ຈາກ ວິກິພີເດຍ

ຂອມສະບາດໂຂນລຳພົງ ຕາມເລື່ອງລາວໃນສິລາຈາລຶກສຸໂຂໄທຫຼັກທີ່ 2 ກ່າວວ່າເປັນນາຍທະຫານຂອມທີ່ໄດ້ນຳກຳລັງເຂົ້າຍຶດເມືອງສຸໂຂໄທ [1] ພາຍຫຼັງພໍ່ຂຸນສີນາວນຳຖຸມສິ້ນພະຊົນໂດຍໄລຍະເວລາການໄດ້ອຳນາດການປົກຄອງເມືອງສຸໂຂໄທຂອງຂອມສະບາດໂຂນລຳພົງຍັງບໍ່ເປັນທີ່ຊັດເຈນໃນປະຈຸບັນ ອາດເປັນໄປໄດ້ວ່າຂອມສະບາດໂຂນລຳພົງມີຄວາມສັມພັນເປັນເຄືອຢາດຂອງຕະກູນພໍ່ຂຸນສີນາວນຳຖຸມ ແຕ່ຍອມຮັບອຳນາດຂອງອິດທິພົນຂອມ-ລະໂວ້ ຈົນກະທັ່ງຖືກພໍ່ຂຸນບາງກາງຫາວ ເຈົ້າເມືອງບາງຍາງແລະພໍ່ຂຸນຜາເມືອງ ເຈົ້າເມືອງຣາດ ເຊິ່ງສະຫາຍສະໜິດກັນແລະມີສາຍສັມພັນທາງເຄືອຢາດໄດ້ຮ່ວມກັນຍຶດອຳນາດການປົກຄອງດິນແດນສຸໂຂໄທໃນທີ່ສຸດ ຕໍ່ມາພໍ່ຂຸນຜາເມືອງໄດ້ນຳກອງທັບອອກຈາກສຸໂຂໄທ ເພື່ອໃຫ້ພໍ່ຂຸນບາງກາງຫາວໄດ້ຂຶ້ນຄອງລາດເປັນກະສັດສຸໂຂໄທແລະສະເຫຼີມພະນາມເປັນ "ສີອິນທະລະບະດິນທາທິດ" ໃຫ້ເປັນກຽດແກ່ພໍ່ຂຸນບາງກາງຫາວ ພ້ອມທັງພະຂັນໄຊສີ ແຕ່ສຸດທ້າຍພໍ່ຂຸນບາງກາງຫາວຊົງໃຊ້ພະນາມວ່າ "ພໍ່ຂຸນສີອິນທາທິດ" ເຊິ່ງເປັນຕົ້ນລາຊະວົງພະຣ່ວງແຫ່ງກຸງສຸໂຂໄທ [2][3]

ອ້າງອີງ[ດັດແກ້]

  1. ขจร สุขพานิช. ประวัติศาสตร์ พ.ศ. 1600 - 2310. 2521. หน้า 58
  2. ขจร สุขพานิช. ประวัติศาสตร์ พ.ศ. 1600 - 2310. 2521. หน้า 56-57
  3. รศ.ดนัย ไชยโยธา. ประวัติศาสตร์ไทยยุคก่อนประวัติศาสตร์ถึงสิ้นอาณาจักรสุโขทัย 2546. หน้า 78