ກຸ່ມບ້ານທ່າບົກ

ຈາກ ວິກິພີເດຍ

ເບີ່ງແຜນທີ່ Google map

ກ. ສັງລວມ


ໃນແຂວງບໍລິຄໍາໄຊມີກຸ່ມບ້ານທ່າບົກແມ່ນກຸ່ມບ້ານໜື່ງທີ່ນອນໃນເຂດເມືອງທ່າພະບາດຊື່ງແມ່ນກຸ່ມບ້ານທີ2ທີ່ນອນຢູ່ລະຫວ່າງກາງຂອງເມືອງທ່າພະບາດ.

ຂ. ທີ່ຕັ້ງ


ກຸ່ມບ້ານແຫ່ງບ້ານນີ້ປະກອບດ້ວຍ13ໝູ່ບ້ານ, ຢູ່ທັງ2ຟາກເສັ້ນທາງ13ໃຕ້. ການຜະລິດກະສິກໍາຢູ່ໃນກຸ່ມບ້ານແຫ່ງນີ້ນັ້ນສ່ວນຫຼາຍກໍແມ່ນການປູກຝັງແລະການລ້ຽງສັດ, ລະຫັດເຂດແມ່ນ 1102

ຄ. ການປູກຝັງ


ໃນເຂດບ້ານຫ້ວຍເລິກຈະໄດ້ພົບກັບເຂດ ປູກຕົ້ນໄມ້ອຸດສາຫະກໍາ, ບໍ່ວ່າຈະເປັນຂອງປະຊາຊົນ ທ້ອງຖິ່ນ, ແລະອັນທີ່ພົ້ນເດັ່ນກໍແມ່ນພື້ນທີ່ປູກຕົ້ນວິກແລະຕົ້ນກະຖິນນະລົງຂອງບໍລິສັດ OJI (ໂອຈິ) ທີ່ກວມເອົາຫຼາຍຮ້ອຍເຮັກຕ້າຈົນສຸດສາຍຕາ, ຖ້າເບີ່ງໄນອີກແງ່ກໍ່ຄື ພື້ນທີ່ປູກຝັງນັ້ນແມ່ນຢູ່ຖືກ ອ້ອມຮອບໄປດ້ວຍປ່າ.

ສວນປູກຕົ້ນວິກຂອງບໍລິສັດ ໂອຈິ

ສວນປູກຕົ້ນກັນຖິນນະຣົງຂອງບໍລິສັດ ໂອຈິ

ໃນເຂດກຸ່ມບ້ານແຫ່ງນີ້ແມ່ນມີບ້ານໜື່ງທີ່ຕັ້ງຢູ່ກາງດອນຂອງແມ່ນໍ້າຂອງ, ຊື່ວ່າບ້ານ ດອນຄອນລາດ ຊື່ງສ່ວນ ໃຫຍ່ຈະປູກບັນດາຜັກ, ໝາກເລັ່ນ, ໝາກອຶ, ໝາກແຕງ,ໝາກຖົ່ວຍາວ ແລ້ວສົ່ງອອກຂາຍໄປທີ່ຕະຫຼາດ ໄກ້ຄຽງ, ແລະກໍມີຜູ້ມາຮັບຊື້ຢູ່ກັບສວນເລີຍນັ້ນກໍມີ

ຜະລິດຕະຜົນຂອງບ້ານດອນຄອນລາດ

ງ. ການລ້ຽງສັດ


ໃນເຂດກຸ່ມບ້ານທ່າບົກນີ້ມີຄອບຄົວເຮັດການລ້ຽງສັດແບບປະສົມປະສານ, ຄືການລ້ຽງເປັດກາບ,ເປັດກືກ,ຊື່ງມີຈໍານວນຫຼາຍພັນໂຕ ບໍ່ວ່າຈະເປັນການລ້ຽງເພື່ອໄຂ່ ຫຼືຊີ້ນ.

ນອກນັ້ນກໍຍັງມີການລ້ຽງອ່ຽນ ໂດຍໄດ້ມີການເຮັດບໍ່ພິເສດ, ໃນເບື້ອງໂຕ້ນເພີ່ນໄດ້ປ່ອຍອ່ຽນ ຈໍານວນ70ໂລ, ແຕ່ເພີ່ນບໍ່ທັນມີໃນການຕິດຕາມການລ້ຽງອ່ຽນນີ້ໄດ້ເທື່ອ.

ອັນເດັ່ນກວ່າໝູ່ແມ່ນການລ້ຽງໂຕຈີ່ລໍ່, ທີ່ສາມາດສົ່ງອອກຂາຍໃຫ້ແກ່ພື້ນທີ່ໃກ້ຄຽງແລະນະຄອນ ຫຼວງອີກດ້ວຍຊື່ງມີຈໍານວນ150ແທ່ງ, ມີປະມານ3000ໂຕຕໍ່ແທ່ງ, ພາຍໃນ3ເດືອນຈະໄດ້ຮັບຜົນຜະ ລິດ2ກິໂລ, ຖ້າສົ່ງຂາຍໄປທີ່ນະຄອນຫຼວງວຽງຈັນກໍຈະໄດ້ປະມານ40ພັນກີບຕໍ່ກິໂລ, ຖ້າສົ່ງຂາຍ ພາຍໃນເຂດໄກ້ຄຽງກໍຈະໄດ້ປະມານ35ພັນກີບຕໍ່ກິໂລ.

ເວົ້ເຖິງການລ້ຽງງົວຄວາຍ, ປະຊາຊົນເຂດນີ້ກໍຖືວ່າຫຼາຍພໍສົມຄວນ ແລະອີກຄອບຄົວໜື່ງກໍມີທຸລະກິດຄອບຄົວໃນການລ້ຽງປາກະຊັງ, ດ້ວຍຄວາມໃຈມັກແລະອົດ ທົນຈື່ງເຮັດໃຫ້ເພີ່ນປະສົບຜົນສໍາເລັດພໍສົມຄວນ, ໂດຍຜະລິດຕະຜົນຈະສົ່ງໃຫ້ຕະຫຼາດພາຍໃນ ເປັນສ່ວນໃຫຍ່.

ຕໍ່ຈາກນັ້ນເຮົາກໍຈະໄດ້ພົບກັບບຸກຄົນຜູ້ເປັນຕົວເດັ່ນໃນແຖບນີ້ພໍ່ພົມມາ, ຊື່ງເປັນຊາວກະສິກອນ ທີ່ໄດ້ຜັນເອົາພື້ນທີ່ອ້ອມແອ້ມເຮືອນຂອງຕົນໃຫ້ກາຍເປັນພື້ນທີ່ການການຜະລິດກະສິກໍາແບບລວມສູນຊື່ງໃນນັ້ນມີ: ລ້ຽງກົບ-ເພາະພໍ່ພັນແມ່ພັນກົບ, ເພາະພັນປາ.

ນອກນັ້ນອັນທີ່ເດັນກວ່າໝູ່ແມ່ນການລ້ຽງຂີ້ກະເດືອນພັນໂຮນລັງ, ຊື່ງເປັນແຫຼ່ງອາຫານອັນສົມ ບູນໃຫ້ແກ່ສັດປະເພດອື່ນໆ.ອ້ອມແອ້ມເຮືອນຂອງເພິ່ນແມ່ນໄດ້ມີການລ້ຽງປາຫຼາຍປະເພດຢູ່ໃນໜອງດຽວກັນ.

ເພິ່ນຍັງເປັນຄົນມີຄວາມມານະອົດທົນ,ມັກໃນວຽກງານການຜະລິດກະສິກໍາ, ແລະຍັງເປັນ ຄົນມັກເຜີຍແຜ່ຄວາມຮູ້ທີ່ຕົນມີສູ່ຜູ້ອື່ນທີ່ຕອງການບໍ່ວ່າຈະທາງດ້ານຄວາມຮູ້, ແລະເຕັກນິກ ແລະອື່ນໆດ້ວຍຄວາມເຕັມໃຈແລະຍິນດີ. ຄອກເພາະພັນ ພໍ່ພັນແມ່ພັນກົບ

ຄອກລ້ຽງຂີ້ກະເດືອນພັນໂຮນລັງ

ທຸກຢ່າງເພີ່ນເກັບກຳແລະເຮັດວຽກຢ່າງເປັນລະບົບ

ຈ. ການທ່ອງທ່ຽວ


ຕາມເສັ້ນທາງເຂົ້າໄປສູ່ເຂດເຂື່ອນນໍ້າເລີກ, ກໍ່ຈະມີສະຖານທີ່ທ່ອງທ່ຽວຕ່າງໆຄື, ຕາດເລີກ,ຕາດຊາຍ ແລະຕາດມັງກອນ.

ສ. ການອຸດສາຫະກໍາແລະຫັດຖະກໍາ


ກໍຄືກັບບັນດາກຸ່ມບ້ານທີ່ໄກ້ຄຽງ, ການຜະລິດຫັດຖະກໍາສ່ວນໃຫຍ່ຈະແມ່ນການສານ ກະຕິບເຂົ້າ.

ຊ. ທ່າແຮງ


ອີງຕາມການໃຫ້ສໍາພາດຂອງຫົວໜ້າກຸ່ມບ້ານພະບາດ, ທ່າແຮງໃນກຸ່ມບ້ານ ແມ່ນການຈັກສານໄມ້ປ່ອງເຮັດກະຕິບເຂົ້າ ເຊິ່ງສະເລ່ຍລາຍຮັບໄດ້ປະມານ 4 ແສນ ກີບ ຕໍ່ເດືອນຕໍ່ຄົນ. ສະນັ້ນ, ຈື່ງມີແຜນການໃນການຊຸກຍູ້ການຜະລິດດັ່ງກ່າວ ເພື່ອໃຫ້ ເປັນຜະລິດຕະພັນອັນພົ້ນເດັ່ນຂອງກຸ່ມບ້ານ, ນອກຈາກນີ້ກໍຍັງແມ່ນການປູກຕົ້ນໄມ້ ອຸດສາຫະກໍາອື່ນໆ, ການຜະລິດເຂົ້າກໍ່ຍັງແມ່ນພື້ນຖານການຜະລິດກະສິກໍາ ຂອງກຸ່ມບ້ານນີ້.

ຍ. ຂໍ້ຈໍາກັດ


ສ່ວນໃຫຍ່ແມ່ນການເຂົ້າເຖີງແຫຼ່ງທຶນໃນການພັດທະນາກະສິກໍາ , ປະຊາຊົນຍັງບໍ່ທັນກໍາ ໄດ້ເຖີງແນວທາງຂອງທະນາຄານ, ການປູກຕົ້ນໄມ້ອຸດສາຫະ ກໍາ,ສວນຫຼາຍແມ່ນເຮັດໂດຍ ອີງໃສ່ກະແສເປັນສ່ວນໃຫຍ່, ຊື່ງບໍ່ໄດ້ມີການຈັດ ສັນວາງແຜນຢ່າງຄັກແນ່ເຮັດໃຫ້ການເກີດມີເຫດ ການບໍ່ມີຕະຫຼາດຮອງຮັບໃນເວລາເກັບກ່ຽວ. ແລະປັດຈຸບັນ ທີ່ບ້ານນໍ້າເລີກ; ຕາມເສັ້ນທາງເຂົ້າສູ່ ເຂື່ອນຊື່ງສ່ວນໃຫຍ່ເປັນເສັ້ນທາງທຽວ ຂອງລົດບໍລິສັດຂຸດຄົ້ນຄໍາພູເບ້ຍ, ຊື່ງສ່ວນໃຫຍ່ແມ່ນການ ແລ່ນລົດທີ່ບໍ່ຈົງຈຽມເຮັດໃຫ້ເກີດມົນລະພາວະ ແຕ່ລະວັນບໍ່ວ່າຈະແມ່ນທາງສຽງເນືອງນັນໃນເວລາ ກາງຄືນ ຫຼື ຂີ້ຝຸ່ນ ຕາມເສັ້ນທາງດິນແດງ, ຊື່ງໄດ້ສ້າງຄວາມເດືອດຮ້ອນໃຫ້ແກ່ປະຊາຊົນທີ່ດໍາລົງໃນຂົງເຂດນັ້ນ.