ການແຍກໃຊ້ອຳນາດ

ຈາກ ວິກິພີເດຍ

ການແຍກໃຊ້ອຳນາດ (ອັງກິດ: separation of powers, ຝຣັ່ງ: séparation des pouvoirs) ແມ່ນແບບຈຳລອງວິທີການປົກຄອງລັດ. ມີຂຶ້ນເທື່ອທຳອິດໃນກະແລັດແລະໂລມບູຮານ. ພາຍໃຕ້ແບບຈຳລອງນີ້ ລັດແບ່ງອອກເປັນອຳນາດຕ່າງ ໆ ເຊິ່ງແຕ່ລະອຳນາດມີອຳນາດແຍກເປັນເອກະເທດຕໍ່ກັນ ແລະມີຂອບເຂດຄວາມຮັບຜິດຊອບຕ່າງກັນ ເພື່ອທີ່ອຳນາດຂອງອຳນາດນຶ່ງຈະບໍ່ໄປຂັດກັບອຳນາດທີ່ສຳພັນກັບອີກອຳນາດນຶ່ງ. ການແຍກໃຊ້ອຳນາດນີ້ ປົກກະຕິແບ່ງເປັນອຳນາດນິຕິບັນຍັດ ອຳນາດບໍລິຫານ ແລະ ອຳນາດຕຸລາການ.