ການທ່ອງທ່ຽວ

ຈາກ ວິກິພີເດຍ
ນັກທ່ອງທ່ຽວພວມຖ່າຍຮູບ.

ການທ່ອງທ່ຽວ (ອັງກິດ: tourism, ຝຣັ່ງ: tourisme) ໝາຍເຖິງການເດີນທາງເພື່ອພັກຜ່ອນຢ່ອນໃຈຫຼືເພື່ອຄວາມມ່ວນຊື່ນຕື່ນເຕັ້ນຫຼືເພື່ອຫາຄວາມຮູ້. ອົງການການທ່ອງທ່ຽວຂອງສະຫະປະຊາຊາດ (ອັງກິດ: World Tourism Organization) ກຳໜົດໄວ້ວ່າ ການທ່ອງທ່ຽວໝາຍເຖິງການເດີນທາງ ໂດຍໄລຍະທາງຫຼາຍກວ່າ 80 ກິໂລແມັດຈາກເຮືອນ ເພື່ອຈຸດປະສົງໃນການພັກຜ່ອນຢ່ອນໃຈ.