ກະຊວງ
ຈາກ ວິກິພີເດຍ
ກະຊວງມີຫນ້າທີ່ປະຕິບັດຕາມດຳລັດຂອງ ລັດຖະສະພາ ແລະກົດຫມາຍຕ່າງໆທີ່ລະບຸໄວ້, ຜູ້ມີອຳນາດສູງສຸດໃນກະຊວງແມ່ນ ລັດຖະມົນຕີ ຊຶ່ງຖືກແຕ່ງຕັ້ງຈາກຫົວຫນ້າລັດຖະບານ ອາດຈະແມ່ນ ປະທານປະເທດ ຫຼື ນາຍົກ ຂຶ້ນກັບລະບົບການປົກຄອງ ເຊັ່ນ: ຢູ່ ສະຫະລັດອາເມລິກາ ຫົວຫນ້າລັດຖະບານແມ່ນ ປະທານາທິບໍດີ ສ່ວນຢູ່ປະເທດ ສະວີເດັນ ແມ່ນນາຍົກ. ແຕລະປະເທດມີຈັກກະຊວງ ແມ່ນຂຶ້ນກັບຄວາມຮຽກຮ້ອງຕ້ອງການໃນຕົວຈິງ ກະຊວງທີ່ອາດຈະຖືໄດ້ວ່າສຳຄັນກ່ອນຫມູ່ແມ່ນ ກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນປະເທດ.
ຫຼາຍປະເທດເພຶ່ອຫຼີກເວັ້ນການໃຊ້ອຳນາດອາດຍາສິດ ທາງສະພາຈຶ່ງບໍ່ໃຫ້ ລັດຖະມົນຕີ ເປັນຜູ້ມີສິດ ຊີ້ຂາດຕັດສີນບັນຫາໃຫຍ່ໆດ້ວຍຕົນເອງ ແຕ່ຕ້ອງໄດ້ຕັດສີນກັນໂດຍຫມູ່ຄະນະ ໂດຍຜ່ານ "ສະພາກະຊວງ"ຫຼືຖ້າຫາກປັນຫາໃຫຍ່ທີ່ກະທົບສະເທືອນເຖິງຄວາມຫມັ້ນຄົງຂອງປະເທດຊາດ ຕ້ອງແມ່ນລັດຖະສະພາເອງເປັນຜູ້ຕັດສິນ. ສ່ວນກະຊວງທີ່ໄດ້ຮັບສິດພິເສດຫຼາຍກ່ອນຫມູ່ ແມ່ນກະຊວງປ້ອງກັນປະເທດ ຊຶ່ງເປັນອົງການຈັດຕັ້ງ ທີ່ຮັບຜິດຊອບ ຄວາມຫມັ້ນຄົງຂອງປະເທດໂດຍກົງ ສະນັ້ນບາງປັນຫາຈຶ່ງບໍ່ຈຳເປັນໄດ້ໄປຜ່ານສະພາ.
== ຕາມລະບົບຂອງ ສປປລາວ ==
ກະຊວງ ແລະອົງການທຽບເທົ່າກະຊວງ
ມາດຕາ 23(ໃໝ່ ). ທີ່ຕັ້ງ ແລະພາລະບົດບາດຂອງກະຊວງ ແລະອົງການທຽບເທົ່າກະຊວງ
ກະຊວງ ແລະອົງການທຽບເທົ່າກະຊວງແມ່ນກົງຈັກຂອງລັດຖະບານ ມີພາລະບົດບາດເປັນເສນາ ທິການໃຫ້ແກ່ລັດຖະບານ ແລະຄຸ້ມຄອງມະຫາພາກກ່ຽວກັບຂະແໜງການ ຂອງຕົນໃນຂອບ ເຂດທົ່ວປະ ເທດ.
ມາດຕາ 24 ( ໃໝ່ ). ໂຄງປະກອບກົງຈັກຂອງກະຊວງ ແລະອົງການທຽບເທົ່າກະຊວງ
ກະຊວງ ແລະອົງການທຽບເທົ່າກະຊວງປະກອບດ້ວຍຫ້ອງການກະຊວງ, ຫ້ອງ ການອົງການທຽບ ເທົ່າກະຊວງ, ກົມ, ພະແນກ, ສະຖາບັນ ແລະຫົວໜ່ວຍວິຊາການຕ່າງໆ ຊຶ່ງກຳນົດໂດຍດຳລັດຂອງນາ ຍົກລັດຖະມົນຕີ.
ມາດຕາ 25 ( ໃໝ່ ). ໂຄງປະກອບບຸກຄະລາກອນຂອງກະຊວງ ແລະອົງການທຽບເທົ່າກະຊວງ
ກະຊວງ ແລະອົງການທຽບເທົ່າກະຊວງ ປະກອບມີລັດຖະມົນຕີວ່າການກະຊວງ, ຫົວໜ້າອົງການ ທຽບເທົ່າກະຊວງ, ລັດຖະມົນຕີຊ່ວຍວ່າການກະຊວງ, ຮອງຫົວໜ້າອົງການ ທຽບເທົ່າກະຊວງ; ຫົວໜ້າ, ຮອງຫົວໜ້າຫ້ອງການ; ຫົວໜ້າ, ຮອງຫົວໜ້າກົມ; ຫົວໜ້າ, ຮອງຫົວໜ້າພະແນກ; ຫົວໜ້າ, ຮອງຫົວ ໜ້າສະຖາບັນ; ຫົວໜ້າ ແລະຮອງຫົວໜ້າຂອງຫົວ ໜ່ວຍວິຊາການ -.ແລະພະນັກງານວິຊາການ.
ມາດຕາ 26 ( ໃໝ່ ). ສິດ ແລະໜ້າທີ່ຂອງກະຊວງ ແລະ ອົງການທຽບເທົ່າກະຊວງ
ກະຊວງ ແລະອົງການທຽບເທົ່າກະຊວງມີສິດ ແລະໜ້າທີ່ດັ່ງນີ້ :
1. ຄົ້ນຄວ້າຮ່າງນະໂຍບາຍ ແລະແຜນຍຸດທະສາດຂອງຂະແໜງການຕົນ ເພື່ອສະເໜີຕໍ່ລັດຖະ ບານ;
2. ຄົ້ນຄ້ວາຫັນເອົານະໂຍບາຍ, ແຜນການ, ມະຕິຕົກລົງຂອງລັດຖະບານມາເປັນ ແຜນການ, ແຜນງານ ແລະໂຄງການລະອຽດຂອງຂະແໜງການຕົນ ພ້ອມທັງ ຮັບຜິດຊອບໃນການ ຈັດຕັ້ງປະຕິບັດ;
3. ສະເໜີປັບປຸງ ຫລືສ້າງຮ່າງກົດໝາຍ, ຮ່າງລັດຖະບັນຍັດ, ຮ່າງລັດຖະດຳລັດ, ຮ່າງດຳ ລັດຕໍ່ລັດຖະບານ; ອອກຂໍ້ຕົກລົງ, ຄຳສັ່ງ, ຄຳແນະນຳ ແລະແຈ້ງການ ເພື່ອຄຸ້ມຄອງມະຫາ ພາກໃນຂະແໜງການຂອງຕົນ;
4. ຊີ້ນຳ ແລະຄຸ້ມຄອງຕາມສາຍຕັ້ງໃນການຈັດຕັ້ງປະຕິບັດວຽກງານ ແລະບຸກ ຄະລາກອນ ຂອງຂະແໜງການຕົນ ໂດຍປະສານສົມທົບກັບອົງການປົກຄອງ ທ້ອງຖິ່ນ;
5. ສ້າງບຸກຄະລາກອນໃນຂະແໜງການຂອງຕົນ;
6. ພົວພັນວຽກງານກັບຕ່າງປະເທດ ຕາມການມອບໝາຍຂອງລັດຖະບານ;
7. ກວດກາ ແລະສະຫລຸບສັງລວມສະພາບການຈັດຕັ້ງປະຕິບັດວຽກງານຂະແໜງ ການຂອງ ຕົນ ແລ້ວລາຍງານຕໍ່ລັດຖະບານ ແລະນາຍົກລັດຖະມົນຕີ;
8. ປະຕິບັດສິດ ແລະໜ້າທີ່ອື່ນໆ ທີ່ລັດຖະບານມອບໝາຍໃຫ້ສະເພາະ ແລະ ຕາມທີ່ໄດ້ກຳ ນົດໄວ້ໃນລັດຖະທຳມະນູນ ແລະລະບຽບກົດໝາຍ.
ມາດຕາ 27 ( ໃໝ່ ). ພາລະບົດບາດຂອງລັດຖະມົນຕີວ່າການກະຊວງ ແລະຫົວໜ້າອົງການ ທຽບເທົ່າກະຊວງ
ລັດຖະມົນຕີວ່າການກະຊວງ, ຫົວໜ້າອົງການທຽບເທົ່າກະຊວງ ແມ່ນສະມາຊິກ ລັດຖະບານ, ເປັນຫົວໜ້າຂະແໜງການ, ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກໃນຂະແໜງ ການຂອງຕົນ.
ມາດຕາ 28 ( ໃໝ່ ). ສິດ ແລະໜ້າທີ່ຂອງລັດຖະມົນຕີວ່າການກະຊວງ ແລະຫົວ ໜ້າອົງການທຽບເທົ່າກະຊວງ
ລັດຖະມົນຕີວ່າການກະຊວງ ແລະຫົວໜ້າອົງການທຽບເທົ່າກະຊວງມີສິດ ແລະ ໜ້າທີ່ດັ່ງນີ້:
1. ນຳເອົາມະຕິຂອງກອງປະຊຸມລັດຖະບານໄປຜັນຂະຫຍາຍ ແລະຈັດຕັ້ງປະຕິບັດໃນຂະແໜງການ ຂອງຕົນ;
2. ຊີ້ນຳ, ຄຸ້ມຄອງ ແລະກວດກາການປະຕິບັດວຽກງານຂອງຂະແໜງການຕົນ;
3. ອອກຂໍ້ຕົກລົງ, ຄຳສັ່ງ, ຄຳແນະນຳ ແລະແຈ້ງການແນໃສ່ເພີ່ມທະວີປະສິດທິພາບ ໃນການຈັດ ຕັ້ງ, ການເຄື່ອນໄຫວຂອງການຄຸ້ມຄອງຕາມຂະແໜງການ;
4. ງົດການປະຕິບັດ, ລົບລ້າງ ຫລືຍົກເລີກຂໍ້ຕົກລົງ, ຄຳສັ່ງ, ຄຳແນະນຳ ແລະແຈ້ງການຂອງອົງ ການຈັດຕັ້ງຂັ້ນລຸ່ມທີ່ຂຶ້ນກັບຂະແໜງການຂອງຕົນ ແລະມີສິດສະເໜີ ດັດແປງ, ງົດການປະຕິບັດ, ລົບລ້າງ ຫລືຍົກເລີກນິຕິກຳຂອງຂະແໜງການ ອື່ນ ຫລືຂອງອົງການປົກຄອງທ້ອງຖິ່ນ ທີ່ຂັດກັບ ລະບຽບຫລັກການຂອງຂະແໜງການ ຕົນ ຫລືຂັດກັບລະບຽບກົດໝາຍ;
5. ວາງມາດຕະການອັນຈຳເປັນ ເພື່ອປະຕິບັດແຜນການປະຈຳປີ;
6. ສະເໜີປັບປຸງ ຫລືສ້າງຮ່າງກົດໝາຍ, ຮ່າງລັດຖະບັນຍັດ, ຮ່າງລັດຖະດຳລັດ ແລະ ຮ່າງດຳ ລັດ ກ່ຽວກັບຂະແໜງການຂອງຕົນຕໍ່ລັດຖະບານ;
7. ແຕ່ງຕັ້ງ, ຍົກຍ້າຍ ຫລືປົດຕຳແໜ່ງຮອງຫົວຫ້ອງການ, ຮອງຫົວໜ້າກົມ; ຫົວໜ້າ ພະແນກ ແລະຮອງຫົວໜ້າພະແນກ, ຫົວໜ້າ ແລະຮອງຫົວໜ້າຫົວໜ່ວຍວິຊາການ.
ແຕ່ງຕັ້ງ, ຍົກຍ້າຍ ຫລືປົດຕຳແໜ່ງຫົວໜ້າ ແລະຮອງຫົວໜ້າພະແນກຂັ້ນແຂວງ, ຫົວໜ້າຫ້ອງການຂັ້ນເມືອງຂອງຂະແໜງການຕົນ ໂດຍມີການສົມທົບກັບອົງການປົກຄອງທ້ອງຖິ່ນ;
8. ມອບວຽກງານໃດໜຶ່ງໃຫ້ລັດຖະມົນຕີຊ່ວຍວ່າການກະຊວງ, ຮອງຫົວໜ້າອົງການທຽບເທົ່າກະຊວງ ຮັບຜິດຊອບ; ມອບໃຫ້ລັດຖະມົນຕີຊ່ວຍວ່າການກະຊວງ, ຮອງ ຫົວໜ້າອົງການ ທຽບເທົ່າກະ ຊວງທ່ານໃດທ່ານໜຶ່ງວ່າການແທນ ໃນເວລາຕິດຂັດ;
9. ພົວພັນຮ່ວມມື, ເຊັນສັນຍາ ແລະອະນຸສັນຍາກັບຕ່າງປະເທດ ຕາມການມອບ ໝາຍຂອງ ລັດຖະບານ;
10. ລາອອກຈາກຕຳແໜ່ງ ເມື່ອເຫັນວ່າຕົນບໍ່ສາມາດປະຕິບັດໜ້າທີ່ໄດ້ ຍ້ອນເຫດຜົນທາງດ້ານສຸຂະ ພາບ ຫລືດ້ວຍເຫດຜົນອື່ນໆ;
11. ປະຕິບັດສິດ ແລະໜ້າທີ່ອື່ນໆຕາມການມອບໝາຍຂອງລັດຖະບານ ຫລືຕາມທີ່ໄດ້ກຳນົດໄວ້ໃນ ລັດຖະທຳມະນູນ ແລະລະບຽບກົດໝາຍ.
ມາດຕາ 29 ( ໃໝ່ ). ພາລະບົດບາດຂອງລັດຖະມົນຕີຊ່ວຍວ່າການກະຊວງ ແລະຮອງຫົວໜ້າອົງການທຽບເທົ່າກະຊວງ
ລັດຖະມົນຕີຊ່ວຍວ່າການກະຊວງ ແລະຮອງຫົວໜ້າອົງການທຽບເທົ່າກະຊວງມີພາລະບົດບາດ ເປັນຜູ້ຊ່ວຍວຽກລັດຖະມົນຕີວ່າການກະຊວງ, ຫົວໜ້າອົງການທຽບເທົ່າກະ ຊວງໃນການນຳພາ, ອຳນວຍ ຄວບຄຸມວຽກງານລວມຂອງກະຊວງ, ອົງການທຽບເທົ່າກະຊວງ; ຮັບຜິດຊອບວຽກງານໃດໜຶ່ງ ຕາມການ ມອບໝາຍຂອງລັດຖະມົນຕີວ່າການກະຊວງ, ຫົວ ໜ້າ ອົງການທຽບເທົ່າກະຊວງ.
ອາຍຸການຂອງລັດຖະມົນຕີຊ່ວຍວ່າການກະຊວງ ແລະຮອງຫົວໜ້າອົງການທຽບເທົ່າກະຊວງ ເທົ່າກັບອາຍຸການຂອງລັດຖະບານ.
ລັດຖະມົນຕີຊ່ວຍວ່າການກະຊວງ ແລະຮອງຫົວໜ້າອົງການທຽບເທົ່າກະຊວງ ມີ ສິດລາອອກຈາກຕຳແໜ່ງເມື່ອເຫັນ ວ່າຕົນບໍ່ສາມາດປະຕິບັດໜ້າທີ່ໄດ້ຍ້ອນເຫດຜົນທາງ ດ້ານສຸຂະພາບ ຫລື ດ້ວຍເຫດຜົນອື່ນໆ.