ກອງທັບອິລັກ

ຈາກ ວິກິພີເດຍ

ກອງທັບອິລັກ (ອັງກິດ: Iraqi Army) ມີຊື່ທາງການວ່າ ກອງກຳລັງພາກພື້ນດິນອິລັກ (ອັງກິດ: Iraqi Ground Forces) ແມ່ນກອງກຳລັງພາກພື້ນດິນແລະແມ່ນສ່ວນນຶ່ງຂອງກອງທັບທຸກເຫຼົ່າທັບຂອງອິລັກ. ມີບົດບາດຕໍ່ຊາດອິລັກຫຼາຍໂດຍສະເພາະໃນຊ່ວງຄະລິດຕະສະຕະວັດທີ 20 ຫາ 21.

ເດີມກອງທັບອິລັກສະໄໝໃໝ່ກໍ່ຕັ້ງຂຶ້ນໂດຍສະຫະລາຊະອານາຈັກໃນສະໄໝລະຫວ່າງສົງຄາມຂອງການຄວບຄຸມອຳນາດຂອງອິລັກໃນອານັດໂດຍພຶຕິໄນຂອງອັງກິດ. ພາຍຫຼັງການບຸກຄອງໂດຍກອງກຳລັງຂອງສະຫະລັດອາເມລິກາໃນປີ ພ.ສ. 2546 ກໍ່ຕັ້ງກອງທັບອິລັກຂຶ້ນໃໝ່ອີກຄັ້ງຕາມແບບອາເມລິກັນເຊິ່ງມີກອງກຳລັງຊ່ອຍຈຳນວນມະຫາສານຈາກສະຫະລັດອາເມລິກາໃນທຸກລະດັບ ຍ້ອນການຈະລາຈົນໃນອິລັກເຊິ່ງເລີ່ມຕົ້ນຢ່າງຊ້າໆ ພາຍຫຼັງຈາກການບຸກຄອງໃນເທື່ອນັ້ນ[1][2] ແລະພາຍຫຼັງຈາກການຖອນກອງກຳລັງທະຫານຂອງສະຫະລັດອາເມລິກາໃນປີ ພ.ສ. 2554 ກອງກຳລັງທັງໝົດຂອງອິລັກກໍມີໜ້າທີ່ໃນການຮັກສາຄວາມປອດໄພຂອງປະເທດຢ່າງເຕັມທີ່.[3] ບົດຄວາມນຶ່ງໃນໜັງສືພິມນິວຢອກທາມໄດ້ກ່າວໄວ້ວ່າ ລະຫວ່າງປີ ພ.ສ. 2547 ຫາ 2557 ນັ້ນ ທາງສະຫະລັດອາເມລິກາໄດ້ຫ້າງຫາກະກຽມກອງກຳລັງອິລັກໂດຍໃຊ້ງົບປະມານກວ່າ 25 ລ້ານໂດລາສະຫະລັດຈາກກະຊວງການຄັງຂອງອິລັກສຳລັບການເຝິກຝົນແລະເຄື່ອງແຕ່ງກາຍ.[4]

ອ້າງອີງ[ດັດແກ້]

  1. "Measuring Security and Stability in Iraq" (PDF). U.S. Department of Defense. ສິງຫາ 2549. p. 52. {{cite web}}: Check date values in: |date= (help)
  2. "The Gulf Military Balance in 2010" (PDF). Center for Strategic and International Studies. 22 ເມສາ 2553. p. 2. Archived from the original (PDF) on 9 ສິງຫາ 2010. Retrieved 25 ພະຈິກ 2016. {{cite web}}: Check date values in: |date= (help)
  3. "Iraq Withdrawal: U.S. Abandoning Plans To Keep Troops In Country", The Huffington Post, 15 ຕຸລາ 2554
  4. "Graft Hobbles Iraq's Military In Fighting Isis", The New York Times, 23 ພະຈິກ 2557