ແມ່ນ້ຳເຈົ້າພະຍາ

ຈາກ ວິກິພີເດຍ
Chao Phraya River photo D Ramey Logan

ແມ່ນ້ຳເຈົ້າພະຍາ ຫຼື ແມ່ນ້ຳເຈົ້າພຣະຍາ (ໄທ: แม่น้ำเจ้าพระยา) ແມ່ນແມ່ນ້ຳສາຍຫຼັກສາຍໜຶ່ງຂອງລາຊະອານາຈັກໄທ. ເກີດຈາກການໂຮມໂຕຂອງແມ່ນ້ຳສາຍຫຼັກ 2 ສາຍຈາກພາກເໜືອຂອງເມືອງໄທ ແມ່ນແມ່ນ້ຳພິງ (ປິງ) ແລະແມ່ນ້ຳນ່ານ ຢູ່ຕຳບົນປາກນ້ຳໂພ ອຳເພີເມືອງນະຄອນສະຫວັນ ຈັງຫວັດນະຄອນສະຫວັນ. ຈາກນັ້ນໄຫຼລົງໄປທາງທິດໃຕ້ ກາຍຈັງຫວັດອຸໄທທານີ ໄຊນາດ ສິງບຸລີ ອ່າງທອງ ພະນະຄອນສີອະຍຸທະຍາ ປະທຸມທານີ ນົນທະບຸລີ ແລະບາງກອກ. ກ່ອນອອກສູ່ອ່າວໄທຢູ່ປາກນ້ຳ ເຊິ່ງຢູ່ລະຫວ່າງຂົງເຂດຕຳບົນທ້າຍບ້ານ ຕຳບົນປູໃໝ່ ອຳເພີເມືອງສະໝຸດປາການ ແລະຕຳບົນແຫຼມຟ້າຜ່າ ອຳເພີພະສະໝຸດເຈດີ ຈັງຫວັດສະໝຸດປາການ.