ສົມເດັດພະເຈົ້າພີ່ນາງເທີ ເຈົ້າຟ້າກັນລະຍານິວັດທະນາ ກົມຫຼວງນະຣາທິວາດຣາດຊະນະຄະຣິນ

ຈາກ ວິກິພີເດຍ
ສົມເດັດພະເຈົ້າພີ່ນາງເທີ ເຈົ້າຟ້າກັນລະຍານິວັດທະນາ ກົມຫຼວງນະລາທິວາດຣາດຊະນະຄະຣິນ

ພະນາມ ສົມເດັດພະເຈົ້າພີ່ນາງເທີ ເຈົ້າຟ້າກັນລະຍານິວັດທະນາ ກົມຫຼວງນະລາທິວາດຣາດຊະນະຄະຣິນ
ພະນາມເດີມ ໝ່ອມເຈົ້າກັນລະຍານິວັດທະນາ
ອິສະລິຍະຍົດ ເຈົ້າຟ້າຊັ້ນໂທ
ລາຊະວົງ ມະຫິດົນ (ລາຊະວົງຈັກກີ)
ຂໍ້ມູນສ່ວນພະອົງ
ປະສູດ 6 ພຶດສະພາ ຄ.ສ. 1923
ບ່ອນທີ່ປະສູດ ນະ ລອນດອນ ສະຫະລາຊະອານາຈັກ
ສິ້ນພະຊົນ 2 ມັງກອນ ຄ.ສ. 2008
ບ່ອນທີ່ສິ້ນພະຊົນ ນະ ໂຮງໝໍສິຣິຣາດ ເຂດບາງກອກນ້ອຍ ບາງກອກ ປະເທດໄທ
ພະລາດຊະບິດາ ສົມເດັດພະມະຫິຕະລາທິເບດ ອະດຸນຍະເດດວິກົມ ພະບໍລົມລາຊະຊະນົກ
ພະລາດຊະມານດາ ສົມເດັດພະສີນະຄະຣິນທາບໍລົມລາຊະຊົນນະນີ
ພະສະຫວາມີ ອະຫຣ່າມ ຣັດຕະນະກຸນ ເສຣີເຣີງຣິດ (1944–1950; ຢ່າ)


ພະວໍລະວົງເທີ ພະອົງເຈົ້າວະຣານົນທະວັດ (1969–1990; ເສຍຊີວິດ)

ພະໂອລົດ/ທິດາ ທັດສະນາວະໄລ ສອນສົງຄາມ
ລາຍພະອະພິໄທ

ພົນເອກຍິງ ພົນເຮືອເອກຍິງ ພົນອາກາດເອກຍິງ ສາດສະດາຈານ ສົມເດັດພະເຈົ້າພີ່ນາງເທີ ເຈົ້າຟ້າກັນລະຍານິວັດທະນາ ກົມມະຫຼວງນະຣາທິວາດລາດຊະນະຄະຣິນ (ໄທ:พลเอกหญิง พลเรือเอกหญิง พลอากาศเอกหญิง ศาสตราจารย์ สมเด็จพระเจ้าพี่นางเธอ เจ้าฟ้ากัลยาณิวัฒนา กรมหลวงนราธิวาสราชนครินทร์) (ປະສູດ: 6 ພຶດສະພາ 1923 ນະ ກຸງລອນດອນ ອັງກິດ ສະຫະລາດຊະອານາຈັກ[1] ສິ້ນພະຊົນ: 2 ມັງກອນ 2008 ເວລາ 02.54 ໂມງ. ນະ ໂຮງພະຢາບານສິຣິຣາດ ບາງກອກ ສິຣິພະຊົນມາຍຸ 84 ພັນສາ) ຊົງເປັນພະລາຊະທິດາພະອົງໃຫຍ່ ໃນ ສົມເດັດພະມະຫິຕະລາທິເບດ ອະດຸນລະຍະເດດວິກົມ ພະບໍຣົມລາຊະນົກ (ສົມເດັດພະເຈົ້າບໍຣົມມະວົງເທີ ເຈົ້າຟ້າມະຫິດົນອະດຸນຍະເດດ ພະລາຊະໂອລົດໃນ ພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວ ແລະ ສົມເດັດພະສີສະວະຣິນທິຣາບໍຣົມລາຊະເທວີ ພະພັນວັດສາໄອຍິກາເຈົ້າ) ແລະ ສົມເດັດພະສີນະຄະຣິນທບໍຣົມລາຊະຊົນນະນີ (ໝ່ອມສັງວານ ມະຫິດົນ ນະ ອະຍຸດທະຍາ) ແລະ ຊົງເປັນເອື້ອຍໃນພະບາດສົມເດັດພະປໍຣະເມນມະຫາອານັນທະມະຫິດົນ ພະອັດມະຣາມາທິບໍດິນ ແລະ ພະບາດສົມເດັດພະປໍຣະມິນມະຫາພູມິພົນອະດຸນຍະເດດ ໂດຍພະຊົນມາຍຸຂອງພະອົງຈຶງນັບເປັນພະກຸນເຊດໃນພະບໍຣົມລາຊະຈັກກີວົງ

ສົມເດັດພະເຈົ້າພີ່ນາງເທີ ເຈົ້າຟ້າກັນລະຍານິວັດທະນາ ກົມມະຫຼວງນະຣາທິວາດລາດຊະນະຄະຣິນ ໄດ້ຊົງບຳເພັນພະກໍລະນີຍະກິດຫຼວງຫຼາຍແກ່ປະເທດໄທ ເພື່ອ ແບ່ງເບົາພະລາຊະພາລະ ຂອງ ພະບາດສົມເດັດພະເຈົ້າຢູ່ຫົວ ແລະ ສົມເດັດພະສີນະຄະຣິນທະຣາບໍຣົມມະຫາລາຊິນີ ມີໂຄງການໃນພະອຸປະຖຳຫຼາຍຮ້ອຍໂຄງການ ທັງດ້ານ ການສຶກສາ ການສັງຄົມສົງເຄາະ ການແພດ ແລະ ການສາທາລະນະສຸກ ການຕ່າງປະເທດ ການສາດສະໜາ ແລະອື່ນໆ ທັງນີ້ພະອົງຊົງມີພະປີຊາສາມາດດ້ານການຂຽນ ດ້ານການກິລາ ແລະ ດ້ານການຖ່າຍຮູບ

ພະອົງຊົງມີພະອາການຜິດປົກກະຕິກ່ຽວກັບທ້ອງ ແລະໄດ້ເຂົ້າປະທັບຮັກສາພະອາການປະຊວນ ນະ ອາຄານສະເຫຼີມພະກຽດ ໂຮງພະຍາບານສິຣິຣາດ ຈົນກະທັ່ງເມື່ອວັນພຸດ ທີ 2 ມັງກອນ 2008 ພະອາການປະຊວນໄດ້ຊຸດລົງຕາມລຳດັບ ແລະ ສິ້ນພະຊົນເມື່ອເວລາ 02.54 ໂມງ. ສິຣິພະຊົນມາຍຸ 84 ພັນສາ.

ພະລາຊະປະຫວັດ[ດັດແກ້]

ສົມເດັດພະເຈົ້າພີ່ນາງເທີ ເຈົ້າກັນລະຢານິວັດທະນາ ປະສູດເມື່ອວັນທີ 6 ພຶດສະພາ ຄ.ສ.1923 ນະ ກຸງລອນດອນ ສະຫະລາຊະອານາຈັກ ແມ່ນພະທິດາພະອົງທຳອິດໃນສົມເດັດພະມະຫິຕະລາທິເບດອະດຸນຍະເດດວິກົມ ພະບໍຣົມລາຊະນົກແລະສົມເດັດພະສີນະຄະຣິນທາບໍຣົມລາຊະຊົນນະນີ ພະນາມແຮກປະສູດຕາມທີ່ໂຮງພະຢາບານຕັ້ງຖະຫວາຍຄື ເມ ສົງຂາ (ອັງກຶດ:May Songkla) ເຊິ່ງເປັນເດືອນທີ່ພະອົງປະສູດ ຕໍ່ມາເມື່ອຄວາມຊາບຝ່າລະອອງທຸລີພະບາດພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວ ຈຶງໄດ້ພະກະລຸນາໂປດເກົ້າຯ ພະລາຊະທານພະນາມວ່າ ໝ່ອມເຈົ້າກັນລະຢານິວັດທະນາ ມະຫິດົນ

ພະນາມ[ດັດແກ້]

  • ໝ່ອມເຈົ້າກັນລະຍານິວັດທະນາ ມະຫິດົນ
    หม่อมเจ้ากัลยาณิวัฒนา มหิดล (6 ພຶດສະພາ ຄ.ສ. 1923 — 8 ພະຈິກ ຄ.ສ. 1927)
  • ພະວໍຣະວົງເທີ ພະອົງເຈົ້າກັນລະຍານິວັດທະນາ
    พระวรวงศ์เธอ พระองค์เจ้ากัลยาณิวัฒนา (8 ພະຈິກ ຄ.ສ. 1927 — 9 ກໍລະກົ ຄ.ສ. 1935)
  • ສົມເດັດພະເຈົ້າພີ່ນາງເທີ ເຈົ້າຟ້າກັນລະຍານິວັດທະນາ
    สมเด็จพระเจ้าพี่นางเธอ เจ้าฟ้ากัลยาณิวัฒนา (9 ກໍລະກົດ ຄ.ສ. 1935 — 11 ກໍລະກົດ ຄ.ສ. 1944)
  • ກັນລະຍານິວັດທະນາ ຣັດຕະນະກຸນ ເສຣີເຣີງຣິດ
    กัลยาณิวัฒนา รัตนกุล เสรีเริงฤทธิ์ (11 ກໍລະກົດ ຄ.ສ. 1944 — 25 ມີນາ ຄ.ສ. 1950)
  • ສົມເດັດພະເຈົ້າພີ່ນາງເທີ ເຈົ້າຟ້າກັນລະຍານິວັດທະນາ
    สมเด็จพระเจ้าพี่นางเธอ เจ้าฟ้ากัลยาณิวัฒนา (25 ມີນາ ຄ.ສ. 1950 — 6 ພຶດສະພາ ຄ.ສ. 1995)
  • ສົມເດັດພະເຈົ້າພີ່ນາງເທີ ເຈົ້າຟ້າກັນລະຍານິວັດທະນາ ກົມຫຼວງນະຣາທິວາດຣາດຊະນະຄະຣິນ
    สมเด็จพระเจ้าพี่นางเธอ เจ้าฟ้ากัลยาณิวัฒนา กรมหลวงนราธิวาสราชนครินทร์ (6 ພຶດສະພາ ຄ.ສ. 1995 — 2 ມັງກອນ ຄ.​ສ. 2008)

ອ້າງອິງ[ດັດແກ້]

  1. ສາລານຸກົມໄທສະຫຼັບເຍົາວະຊົນ ສະບັບການຈະນາພິເສກ, ພະລາຊະປະຫວັດພະບາດສົມເດັດພະເຈົ້າຢູ່ຫົວພູມີພົນອະດຸນຍະເດດ Archived 2009-02-06 at the Wayback Machine