ໄວຣັດຊີກາ

ຈາກ ວິກິພີເດຍ

ໄວຣັດຊີກາ (ZIKV) ນອນຢູ່ໃນຈຳພວກ ໄວຣັດ Flaviviridae ແລະ Flavivirus genus ແຜ່ເຊື້ອໃນເວລາກາງເວັນໂດຍຍຸງລາຍທີ່ມີເຊື້ອດັ່ງກ່າວ.ເປັນຕົ້ນພວກຍຸງລາຍ A. aegypti ທີ່ສາມາດແຜ່ເຊື້ອໄຂ້ເລືອດອອກ ,ໄຂ້ເຫລືອງ...

ໃນຄົນເຮົາ ໄວຣັດສາມາດເຮັດໃຫ້ຄົນເຮົາບໍ່ສະບາຍທີ່ບໍ່ໜັກ ທີ່ຮູ້ຈັກກັນດີຄື ໄຂ້ ຊີກາ Zika fever, ຊີກາ ຫລື ພະຍາດຊີກາ ເຊິ່ງໄດ້ປະກົດຕົວ ນັບແຕ່ປີ 1950 ເປັນຕົ້ນມາ ເຊິ່ງເຊື່ອວ່າແຜ່ມາແຕ່ ອາຝຣິກາ ຫາ ອາຊີ. ໄວຣັດແຜ່ ໄປທາງຕາເວັນອອກ ຮອບໆ ມະຫາສະມຸດປາຊີຟິກ ເຖິງ ຝຣັ່ງ ໂປລີເນເຊຍ ແລ້ວ ຫາ ເກາະ ອີສະເຕີ ແລະ ຫາ ແມັກຊີໂກ, ອາເມລິກາກາງ, ແຄຣີບຽນ ແລະ ອາເມລິກາໃຕ້ ໃນປີ 2015 ບ່ອນທີ່ໄວຣັດນີ້ແຜ່ກະຈ່າຍ ແລະໄດ້ຍົກລະດັບເຖິງ ແຜ່ກະຈ່າຍໄປທົ່ວ ຫລື pandemic level.