ແຄວ້ນແອສະຕະເຣມາດູ

ຈາກ ວິກິພີເດຍ

ແອສະຕະເຣມາດູ (ແອັດສະປາຍ: Extremadura) ແມ່ນແຄວ້ນປົກຄອງຕົນເອງທາງພາກຕາເວັນຕົກຂອງປະເທດແອສະປາຍ ປະກອບດ້ວຍ 2 ແຂວງ ໄດ້ແກ່ ກາເຊເຣດແລະບາດາໂຮດ ແຄວ້ນແອສະຕະເຣມາດູມີອານາເຂດຕິດຕໍ່ນຳປະເທດປອກຕຸຍການທາງທິດຕາເວັນຕົກ. ແຄວ້ນແອສະຕະເຣມາດູແມ່ນພື້ນທີ່ອະນຸລັກເຜົ່າພັນສັດປ່າທີ່ສຳຄັນ ໂດຍສະເພາະແມ່ນເຂດສະຫງວນໃຫຍ່ຢູ່ເມືອງມັງຟະຣາກູເອ ເຊິ່ງຫາກໍໄດ້ຮັບກາຣຈັດຕັ້ງເປັນອຸທະຍານແຫ່ງຊາດແມ່ນ້ຳຕາດນານາຊາຕິ (Parque Natural Río Tajo internacional) ສ່ວນທາງທິດເໜືອມີອານາເຂດຕິດຕໍ່ນຳແຄວ້ນກາສະຕີແລະເລອົງ (ຊາລາມັງແລະອາວີລາ) ທາງທິດໃຕ້ຕິດຕໍ່ນຳແຄວ້ນອັງດາລູຊີ (ເວນວາ ເຊວີ ແລະກອກດູ) ແລະທາງທິດຕາເວັນຕົກຕິດຕໍ່ກັບແຄວ້ນກາສະຕີ-ລາມັງ (ໂຕແລດແລະຊີອູດາດເຣອັນ).

ອ້າງອີງ[ດັດແກ້]