ຫ້ວຍຊາຍ

ຈາກ ວິກິພີເດຍ

ຫ້ວຍ​ຊາຍ​ຕັ້ງ​ຢູ່​ແຄມ​ຝັ່ງແມ່­ນ້ຳ​ຂອງ​ເປັນ​ເມືອງ​ໃຫຍ່ ແຂວງ​ບໍ່​ແກ້ວ​ຟາກ​ຝັ່ງ​ປະ­ເທດລາວ, ກົງ­ກັນ­ຂ້າມ​ກັບ​ເມືອງ​ຊຽງຂອງ​ຂອງ​ໄທ. ໃນ​ເມື່ອ​ກ່ອນເຄີຍ​ເປັນ​ສູນ​ກາງ​ການ​ຄ້າ​ທີ່​ສຳຄັນ, ປະ­ຈຸ​ບັນກາຍ­ເປັນ​ແຫລ່ງ​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ ແລະ ການ​ຄົມ­ມະ­ນາ­ຄົມ​ຂົນ­ສົ່ງທາງ­ນ້ຳ ແລະ ທາງ­ບົກ​ນຳ​ອີກ ເພື່ອ​ເຊື່ອມ​ໂຍງ​ທາງ​ດ້ານ​ເສດຖະ​ກິດ​ກັບ​ບັນ­ດາ​ປະ­ເທດ​ເພື່ອນບ້ານ. ປະ­ຈຸ​ບັນຂົວ​ຂ້າມ​ແມ່­ນ້ຳຂອງ​ໄດ້​ທຳ​ການ​ກໍ່­ສ້າງ​ອັນ​ເປັນການ​ເຊື່ອມ​ຕໍ່​ລະ­ຫວ່າງ​ເມືອງຊຽງ​ຂອງ-ຫ້ວຍ​ຊາຍ ແລະ ຈະຫັນ​ຫນ້າ​ເຊື່ອມ​ຕໍ່​ໄປ​ທາງ​ປະເທດ​ຈີນ. ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ ປະກອບມີ 89 ບ້ານ, 14 ກຸ່ມບ້ານ ພັດທະນາ ແລະ 1 ບ້ານໃຫຍ່ ປະກອບມີ 11,004 ຄອບຄົວ, ມີປະຊາກອນທັງໝົດ 61,461 ຄົນ, ຍິງ 30,952 ຄົນ ( ສະຖິຕິປີ 2009 ), ປະຊາກອນໃນເກນອາຍຸ 15-40 ປີ ມີ 26,998 ຄົນ, ຍິງ 13,314 ຄົນ

ທີ່ຕັ້ງ ແລະ ອານາເຂດ[ດັດແກ້]

  • ທິດເໜືອຕິດກັບ ເມືອງເມິງ
  • ທິດຕາເວັນຕົກສຽງເໜືອຕິດກັບ ເມືອງຕົ້ນເຜິ້ງ
  • ທິດຕາເວັນອອກຕິດກັບ ແຂວງຫຼວງນ້ຳທາ
  • ທິດຕາເວັນຕົກຕິດກັບ ຈັງຫວັດ ຊຽງຣາຍ ປະເທດໄທ
  • ທິດໃຕ້ຕິດກັບ ເມືອງຜາອຸດົມ
  • ທິດຕາເວັນຕົກສຽງໃຕ້ຕິດກັບ ເມືອງປາກທາ

ສະຖານທີ່ສຳຄັນ[ດັດແກ້]

ວັດຈອມເຂົາມະນີລັດ

ພະທາດຕາກຜ້າຄຳ

ອະນຸສອນສະຖານປະທານ ໄກສອນ ພົມວິຫານ

ສະໜາມບິນບໍ່ແກ້ວ

ຂົວມິດຕະພາບລາວ - ໄທ ແຫ່ງທີ 4