ສັດຕະຍະຍຸກ

ຈາກ ວິກິພີເດຍ

ສັດຕະຍະຍຸກ ຫຼື ສັດຍະຍຸກ (ເທວະນາຄະລີ: सत्य युग) ແມ່ນຍຸກແຫ່ງສັດຈະທຳອັນໝັ້ນຄົງ. ມີຊື່ອື່ນວ່າ ກິດຕະຍຸກ. ມີພະພົມເປັນໃຫຍ່ ບໍ່ມີເທບອື່ນ ບໍ່ມີມານ. ໃຜປາດຖະໜາອັນໃດກໍໄດ້ອັນນັ້ນ. ບໍ່ມີການຄ້າຂາຍ ແລກປ່ຽນ ບໍ່ມີໂລບ ໂກດ ຫຼົງ ທຸຈະລິດ ຄົດໂກງ ແລະບໍ່ມີຄວາມເສົ້າເສຍໃຈ. ນັບວ່າແມ່ນຍຸກຄຳຂອງມະນຸດ. ມີອາຍຸ 1,728,000 ປີ ບາງຂໍ້ມູນວ່າ 100,000 ປີ.

ບຸກຄົນທີ່ເກີດໃນຍຸກນີ້ເປັນ "ສັດຕະບຸລຸດ". ບໍ່ມີໃຜເປັນ "ອັນທະພານ". ຢູ່ໃນສັງຄົມທີ່ເປັນຕາຢູ່ເຊິ່ງມີແຕ່ບັນດິດ. ບໍ່ເຮັດບາບ ບໍ່ບຽດບຽນກັນ ມີຄຸນທຳສູງ ເຮັດໃຫ້ຢູ່ຮ່ວມກັນດ້ວຍຄວາມຜາສຸກ.

ໂຄທຳມະ ເຊິ່ງເປັນສັນຍະລັກໝາຍເຖິງສີນທຳ ຢືນ 4 ຂາໃນຍຸກນີ້ ຕໍ່ມາໃນເຕຕະຍຸກຈະຢືນ 3 ຂາ ໃນທະວາປະລະຍຸກ ຢືນ 2 ຂາ ແລະປັດຈຸບັນ (ກະລີຍຸກ) ຢືນຂາດຽວ [1]

ອ້າງອີງ[ດັດແກ້]

  1. Kali Yuga