ສະພາວະເງິນເຟີ້

ຈາກ ວິກິພີເດຍ
2019

ສະພາວະເງິນເຟີ້(inflation) ແມ່ນ ປະກົດການທາງດ້ານ ເສດຖະກິດ ທີ່ ລາຄາສິນຄ້າ ເພີ່ມຂຶ້ນແບບຕໍ່ເນື່ອງ ໂດຍ ລະດັບທີ່ສູງກວ່າ ອັດຕາເພີ່ມຂຶ້ນ ຂອງ ກຳລັງຊື້.

ປະເພດຂອງສະພາວະເງິນເຟີ້ຕາມສາຍເຫດ[ດັດແກ້]

ສາຍເຫດ ຂອງ ສະພາວະເງິນເຟີ້ ສາມາດແບ່ງໃຫຍ່ໆ ອອກເປັນ ສາຍເຫດທາງວັດຖຸ ແລະ ສາຍເຫດທາງການເງິນ.

ສະພາວະເງິນເຟີ້ຈາກຄວາມຕ້ອງການ[ດັດແກ້]

ແມ່ນ ສະພາວະເງິນເຟີ້ ຫຼື ລາຄາສິນຄ້າສູງຂຶ້ນ ຍ້ອນ ມີ ຄວາມຕ້ອງການ ຫຼາຍກວ່າ ການສະໜອງ. ຕົວຢ່າງກໍລະນີລາຄາສິນຄ້າສູງຂຶ້ນຢ່າງຕໍ່ເນື່ອງ ຍ້ອນ ສິນຄ້າຂາດຕະຫຼາດ.

ສະພາວະເງິນເຟີ້ຈາກການສະໜອງ[ດັດແກ້]

ແມ່ນ ສະພາວະເງິນເຟີ້ ຫຼື ລາຄາສິນຄ້າສູງຂຶ້ນ ໂດຍ ທີ່ມີສາຍເຫດຢູ່ ຝ່າຍສະໜອງ.

ສະພາວະເງິນເຟີ້ຈາກຕົ້ນທຶນ
ເກີດຂຶ້ນ ຍ້ອນ ຄ່າແຮງງານ ຫຼື ວັດຖຸດິບຖີບໂຕຂຶ້ນສູງ. ລາຄາສິນຄ້າຖີບໂຕຂຶ້ນ ຍ້ອນ ລາຄານໍ້າມັນຖີບໂຕຂຶ້ນ ແມ່ນ ຕົວຢ່າງ ທີ່ປະກົດເຫັນໂດຍທົ່ວໄປ.
ສະພາວະເງິນເຟີ້ຈາກໂຄງສ້າງ
ເກີດຂຶ້ນ ໃນກໍລະນີ ທີ່ ອັດຕາການຂະຫຍາຍໂຕ ຂອງ ຂະແໜງອຸດສາຫະກຳ ມີຄວາມແຕກຕ່າງ, ໂດຍທີ່ ລາຄາສິນຄ້າຂະແໜງທີ່ຜະລິດຕະພາບຕໍ່າ ຖີບໂຕຂຶ້ນ.
ສະພາວະເງິນເຟີ້ຈາກການສົ່ງອອກ
ເກີດຂຶ້ນຍ້ອນມີການສົ່ງອອກຫຼາຍຂຶ້ນ. ເຊັ່ນ ໃນກໍລະນີທີ່ລາຄາສິນຄ້າໃດໜຶ່ງ ຢູ່ ພາຍໃນປະເທດຖີບໂຕຂຶ້ນສູງ ຍ້ອນ ມີການສົ່ງອອກມັນຫຼາຍຂຶ້ນ.
ສະພາວະເງິນເຟີ້ຈາກການນຳເຂົ້າ
ເກີດຂຶ້ນ ຍ້ອນ ສະພາວະເງິນຢູ່ຕ່າງປະເທດ ສົ່ງຜົນກະທົບຕໍ່ ລາຄາສິນຄ້ານຳເຂົ້າ.

ສະພາວະເງິນເຟີ້ຈາກການເງິນ[ດັດແກ້]

ເກີດຂຶ້ນ ຍ້ອນມີປະລິມານເງິນ ໝູນວຽນໃນທ້ອງຕະຫຼາດຫຼາຍໂພດ.

ສະພາວະເງິນເຟີ້ຈາກງົບປະມານ
ເຊັ່ນ ເກີດຂຶ້ນໃນກໍລະນີທີ່ ລັດຖະບານຮັບ "ພັນທະບັດລັດຖະບານ" ທີ່ຖືກພິມອອກ ເຮັດໃຫ້ ມີການ ສະໜອງປະລິມານເງິນຫຼາຍໂພດ.
ສະພາວະເງິນເຟີ້ຈາກສິນເຊື່ອ
ເກີດຂຶ້ນ ຍ້ອນ ທະນາຄານ ທຳການປ່ອຍກູ້ຫຼາຍເກີນຄວນ.

ສະພາວະເງິນເຟີ້ທີ່ເກົ່າແກ່ທີ່ສຸດໃນໂລກ[ດັດແກ້]

ສະພາວະເງິນເຟີ້ທີ່ເກົ່າແກ່ທີ່ສຸດໃນໂລກ ອີງຕາມ ຂໍ້ມູນບັນທຶກທີ່ຍັງເຫຼືອຢູ່ ເວົ້າກັນວ່າ ເກີດຂຶ້ນ ໃນ ສະໄໝ ມະຫາລາຊາອະເລັກຊານເດີ ຂອງ ລາຊະອານາຈັກມາເຄໂດເນຍ. ພະລາຊາ ໄດ້ ທຳການແຈກຢາຍ ເງິນຄຳທີ່ຍຶດມາໄດ້ ຈາກການຜາບແພ້ ບັນດາອານາຈັກ ໃນ ເຂດເປີເຊຍ ໃຫ້ ພົນທະຫານ, ເຮັດໃຫ້ ມີ ເງິນຄຳ ເປັນຈຳນວນຫຼວງຫຼາຍໄຫຼເຂົ້າ ປະເທດເກຣັກ ພ້ອມກັບ ບັນດາທະຫານ ເຫຼົ່ານີ້ ອັນກໍ່ໃຫ້ເກີດມີ ການຖີບໂຕຂຶ້ນ ຂອງ ລາຄາສິນຄ້າຢ່າງໄວວາ.