ຈັກກະວັດໂລມັນ

ຈາກ ວິກິພີເດຍ

ຈັກກະວັດໂລມັນ ຫຼື ຈັກກະວັດລົມ (ລາແຕງ: Imperivm Romanvm; ເກຣັກບູຮານ: Ῥωμαϊκὴ Αὐτοκρατορία ຫຼື Ἡ Ῥωμαίων βασιλεία; ອັງກິດ: Roman Empire) ແມ່ນຊ່ວງໄລຍະເວລາໜຶ່ງຂອງອາລະຍະທຳລົມບູຮານເຊິ່ງປົກຄອງໂດຍຮູບແບບອັດຕາທິປະໄຕ. ຈັກກະວັດໂລມັນໄດ້ສືບຕໍ່ການປົກຄອງມາຈາກສາທາລະນະລັດລົມ (510 ປີກ່ອນຄະລິດຕະການ - ສະຕະວັດທີ 1 ກ່ອນຄະລິດຕະການ) ເຊິ່ງໄດ້ອ່ອນແອລົງຫຼັງຈາກຄວາມຂັດແຍ້ງລະຫວ່າງໄກອຸດ ມາລິອຸດແລະຊຸນລາ ແລະສົງຄາມກາງເມືອງລະຫວ່າງຈູລຽດ ຊີຊາແລະປົມປີໃນຊ່ວງໄລຍະການຕໍ່ສູ້ນີ້ ສະມາຊິກສະພາຊີເນດໄດ້ລົ້ມຕາຍລົງໄປນັບຮ້ອຍຄົນ ສະພາຊີເນດ ຈຶ່ງໄດ້ບັນຈຸຜູ້ທີ່ພັກດີໃນຂໍ້ຕົກລົງໄຕພັນທະມິດຄັ້ງທຳອິດແລະຂໍ້ຕົກລົງໄຕພັນທະມິດຄັ້ງທີສອງເພີ່ມ ມີຫຼາຍມື້ທີ່ໄດ້ຖືກສະເໜີໃຫ້ເປັນເສັ້ນແບ່ງຂອງການປ່ຽນແປງລະຫວ່າງສາທາລະນະລັດແລະຈັກກະວັດ ໄດ້ແກ່:

ຈັກກະວັດໂລມັນເຄີຍມີດິນແດນຢູ່ໃນການຄອບຄອງຫຼວງຫຼາຍ ແມ່ນ ອັງກິດແລະການ ເອີລົບສ່ວນຫຼາຍ (ຝັ່ງຕາເວັນຕົກຂອງແມ່ນ້ຳແລັງແລະທາງໃຕ້ຂອງເທືອກເຂົາອານ) ຊາຍຝັ່ງຂອງອາຟະລິກເໜືອ ບໍລິເວນມົນທົນໃກ້ຄຽງຂອງເອຊິບ ແຖບບານຄານ ທະເລດຳ ອາຊີມິເນີ ແລະສ່ວນໃຫຍ່ຂອງບໍລິເວນເລີວັງ ເຊິ່ງດິນແດນທັງໝົດນີ້ ຈາກຕາເວັນຕົກເຖິງຕາເວັນອອກໃນປັດຈຸບັນ ແມ່ນ ປອກຕຸຍການ ແອສະປາຍ ອັງກິດ ຝະລັ່ງ ອິຕາລີ ອານບານີແລະກະເລັດ ແຖບບານຄານ ຕວກກີ ພາກຕາເວັນອອກແລະພາກຕາເວັນຕົກຂອງອາລາມາຍ ທາງພາກໃຕ້ຈັກກະວັດໂລມັນໄດ້ຮວບຮວມຕາເວັນອອກກາງໄວ້ ເຊິ່ງໃນປັດຈຸບັນກໍ ແມ່ນ ຊີລີ ເລີບັງ ອິສະລາເອນ ຊອກດານີ ຈາກນັ້ນໃນພາກຕາເວັນຕົກສຽງໃຕ້ ຈັກກະວັດໄດ້ຮວບຮວມເອຊິບບູຮານໄວ້ທັງໝົດ ແລະໄດ້ເຮັດການຍຶດຄອງຕໍ່ໄປທາງຕາເວັນຕົກເຊິ່ງແມ່ນບໍລິເວນຊາຍຝັ່ງທະເລເຊິ່ງໃນປັດຈຸບັນ ແມ່ນ ປະເທດລີບີ ຕູນີຊີ ອານເຊລີແລະມາລົກ ຈົນຮອດຕາເວັນຕົກຂອງຊີບະລານຕາ. ປະຊາຊົນທົ່ວໄປທີ່ອາໄສຢູ່ໃນຈັກກະວັດໂລມັນເອີ້ນວ່າຊາວໂລມັນ ແລະດຳເນີນຊີວິດພາຍໃຕ້ກົດໝາຍໂລມັນ. ການຂະຫຍາຍອຳນາດຂອງໂລມັນໄດ້ເລີ່ມມາດົນຕັ້ງແຕ່ກ່ອນທີ່ຈະປ່ຽນແປງການປົກຄອງເປັນລະບົບສົມບູລະນາຍາສິດທິລາດ ແລະເຮືອງອຳນາດສູງສຸດໃນສະໄໝຈັກກະພັດຕະລາຊັງ ດ້ວຍໄຊຊະນະເໜືອດາຊີ (ປັດຈຸບັນແມ່ນປະເທດໂລມານີແລະໂມນດາວີ ແລະສ່ວນໜຶ່ງຂອງປະເທດຮົງກະລີ ບູນກາລີແລະອູກະລາອິນ) ໃນປີ ຄ.ສ. 106 ແລະເມໂຊໂປຕາມີໃນປີ ຄ.ສ. 116 (ເຊິ່ງພາຍຫຼັງສູນເສຍດິນແດນນີ້ໄປໃນສະໄໝຈັກກະພັດອາດະລຽນ) ຮອດຈຸດນີ້ ຈັກກະວັດໂລມັນໄດ້ຄອບຄອງແຜ່ນດິນປະມານ 5,000,000 ຕລ.ກມ.[1][2] (~2,000,000 ຕລ.ໄມ) ແລະຫ້ອມລ້ອມທະເລເມດີແຕກລາເນ ເຊິ່ງຊາວໂລມັນເອີ້ນທະເລນີ້ວ່າ mare nostrum "ທະເລຂອງເຮົາ". ອິດທິພົນຂອງໂລມັນໄດ້ສົ່ງຜົນຕໍ່ການພັດທະນາທາງດ້ານພາສາ ສາສະໜາ ສະຖາປັດະຍະກຳ ປັດຍາ ກົດໝາຍແລະລະບົບການເມືອງມາຈົນຮອດທຸກມື້ນີ້.

Map[ດັດແກ້]

ຈັກກະວັດໂລມັນ map, 117.

ອ້າງອີງ[ດັດແກ້]

  1. Taagepera, Rein (1979). "Size and Duration of Empires: Growth-Decline Curves, 600 B.C. to 600 A.D". Social Science History. Duke University Press. 3 (3/4): 125. doi:10.2307/1170959. JSTOR 1170959.
  2. Turchin, Peter; Adams, Jonathan M.; Hall, Thomas D (2006). "East-West Orientation of Historical Empires" (PDF). Journal of world-systems research. 12 (2): 222. ISSN 1076-156X. Archived from the original (PDF) on 17 ພຶດສະພາ 2016. Retrieved 6 February 2016.