ການຄັດເລືອກໂດຍທຳມະຊາດ

ຈາກ ວິກິພີເດຍ

ການຄັດເລືອກໂດຍທຳມະຊາດ (ອັງກິດ: natural selection) ແມ່ນກົນໄກພື້ນຖານຂອງການເກີດວິວັດທະນາການຮ່ວມກັບກົນໄກອື່ນ ໆ. ການຄັດເລືອກໂດຍທຳມະຊາດເຮັດໃຫ້ປະຊາກອນທີ່ມີລັກສະນະເຫມາະສົມກັບສິ່ງແວດລ້ອມສາມາດດຳລົງຊີວິດແລະແພ່ພັນປະຊາກອນໃນລຸ້ນຕໍ່ໄປໄດ້. ແຕ່ສຳລັບປະຊາກອນທີ່ບໍ່ເຫມາະສົມກັບສິ່ງແວດລ້ອມນັ້ນ ກໍ່ຈະຖືກຄັດຖິ້ມແລະຫຼຸດຈຳນວນລົງໄປ. ເຮັດໃຫ້ສິ່ງມີຊີວິດທີ່ຖືກຄັດເລືອກໃຫ້ເຫຼືອຢູ່ເກີດວິວັດທະນາການໂດຍປັບປ່ຽນ (adaptation) ໃຫ້ມີລັກສະນະທາງສະລີລະ ພຶຕິກຳແລະຮູບແບບການດຳລົງຊີວິດທີ່ກົມກືນກັບສະພາບແວດລ້ອມທີ່ປະຊາກອນນັ້ນອາໄສຢູ່.

ອ້າງອີງ[ດັດແກ້]