ກະລີຍຸກ

ຈາກ ວິກິພີເດຍ

ກະລີຍຸກ (ເທວະນາຄະລີ: कली युग) ແມ່ນໜຶ່ງໃນສີ່ຊ່ວງເວລາຂອງການປ່ຽນແປງຂອງໂລກ ເຊິ່ງອະທິບາຍໄວ້ໃນຄຳພີຮິນດູ ໂດຍມີຍຸກອື່ນອີກໄດ້ແກ່ ສັດຕະຍະຍຸກ ເຕຕາຍຸກ ແລະທະວາປະລະຍຸກ ເຊິ່ງທັງ 4 ຍຸກນີ້ ເອີ້ນວ່າມະຫາຍຸກ. ກະລີຍຸກມີອາຍຸ 432,000 ປີ ໂດຍທົ່ວໄປໝາຍເຖິງຍຸກມືດ ເຊິ່ງແມ່ນເວລາທີ່ຄົນຫ່າງເຫີນຈາກພະເຈົ້າ. ເມື່ອໂລກຮອດຍຸກມືດນີ້ ເຊື່ອກັນວ່າພະສິວະ ຫຼືພະອິສວນ ຈະຊົງເປີດພະເນດດວງກາງໜ້າຜາກ ແລະໂລກຈະຖືກທໍາລາຍ ເພື່ອຄືນຄວາມສົມດຸນຂອງໂລກແລະໃຫ້ໂລກຖືກສ້າງຂຶ້ນໃໝ່.