ປະເທດໄທ: Difference between revisions

ຈາກ ວິກິພີເດຍ
Wassanee moved page ประเทศไทย to ປະເທດໄທ over redirect: ປ່ຽນໜ້າໃໝ່
Panus234 moved page ປະເທດໄທ to ประเทศไทย over redirect
(ບໍ່​ມີ​ຄວາມ​ແຕກ​ຕ່າງ​)

ລຸ້ນແກ້ໄຂເກົ່າເມື່ອ 10:59, 19 ທັນວາ 2016

ຣາຊະອານາຈັກໄທ

ราชอาณาจักรไทย
ຄຳຂວັນຊາດ ສາສນາ ພຣະມະຫາກະສັດ

ທີ່ຕັ້ງຂອງໄທ
ເມືອງຫຼວງ
ແລະ ເມືອງໃຫຍ່ທີ່ສຸດ
ບາງກອກ
ພາສາລັດຖະການພາສາໄທ
ການປົກຄອງປະຊາທິປະໄຕແບບລັດຖະສະພາ ມີພຣະມະຫາກະສັດຢູ່ພາຍໃຕ້ລັດຖະທຳມະນູນ
ສົມເດັດພະເຈົ້າຢູ່ຫົວວະຊິລາລົງກອນບໍດິນທະລະເທບພະຍະວະຮາງກູນ
ທ່ານ ພົນເອກ ປະຍຸດ ຈັນໂອຊາ
ສະຖາປະນາຂຶ້ນ
1238–1368
1350–1767
1767 ຫາ 6 ເມສາ 1782
6 ເມສາ 1782 ຫາປັດຈຸບັນ
0.4
ປະຊາກອນ
• ທັນວາ 2006 ປະມານ
62.828.706 (20)
• ສຳມະໂນປະຊາກອນ 2000
60.916.441
GDP (ອຳນາດຊື້)2006 (ປະມານ)
• ລວມ
585,9 ຕຶ້ໂດລາສະຫະລັດ (21)
ຈີນີ (2002)42
ປານກາງ
HDI (2013)0.722
ສູງ · 89
ສະກຸນເງິນບາດ ฿ (THB)
ເຂດເວລາUTC+7
ລະຫັດໂທລະສັບ66
ລະຫັດອິນເຕີເນັດ.th
.ไทย

ປະເທດໄທ (ຄຳເຄົ້າ: ປເທສໄທຍ໌[1], ໄທ: ประเทศไทย) ຫຼື ຣາຊະອານາຈັກໄທ (ຄຳເຄົ້າ: ຣາຊອານາຈັກຣໄທຍ໌[2], ໄທ: ราชอาณาจักรไทย, ອັງກິດ: Kingdom of Thailand) ແມ່ນລັດຊາດອັນຕັ້ງຢູ່ເທິງຄາບສະໝຸດອິນໂດຈີນແລະມະລາຢູ ໃນພູມິພາກເອເຊຍຕາເວັນອອກສຽງໃຕ້ ມີພົນແດນດ້ານຕາເວັນອອກກັບປະເທດລາວແລະປະເທດກຳປູເຈຍ ທິດໃຕ້ເປັນແດນຕໍ່ແດນປະເທດມາເລເຊຍແລະອ່າວໄທ ທິດຕາເວັນຕົກຕິດທະເລອັນດາມັນແລະປະເທດພະມ້າແລະທິດເໜືອຕິດປະເທດພະມ້າແລະລາວ ມີແມ່ນ້ຳຂອງກັ້ນເປັນບາງລະຍະ ມີສູນກາງການບໍລິຫານລາຊະການແຜ່ນດິນຢູ່ທີ່ບາງກອກແລະການປົກຄອງສ່ວນພູມິພາກ ຈັດລະບຽບເປັນ76 ຈັງຫວັດ ແມ້ນຈະມີລະບອບລາຊາທິປະໄຕພາຍໃຕ້ລັດຖະທຳມະນູນແລະປະຊາທິປະໄຕລະບົບລັດຖະສະພາ ໃນ ພ.ສ. 2475 ແຕ່ກອງທັບຍັງມີບົດບາດໃນການເມືອງ ຫຼ້າສຸດ ເກີດລັດຖະປະຫານ ເມື່ອວັນທີ່ 22 ພຶດສະພາ ພ.ສ. 2557 ແລະປະເທດໄທປົກຄອງແບບຜະເດັດການທະຫານ

ປະເທດໄທມີຂະໜາດໃຫຍ່ເປັນອັນດັບທີ່ 51 ຂອງໂລກ ມີເນື້ອທີ່ 513,115 ຕາຮາງກິໂລແມັດແລະມີປະຊາກອນຫຼາຍເປັນອັນດັບທີ່ 20 ຂອງໂລກຄືປະມານ 66 ລ້ານຄົນ ກັບທັງຍັງເປັນປະເທດອຸສາຫະກຳໃໝ່ ໂດຍມີລາຍໄດ້ຫຼັກຈາກພາກອຸສາຫະກຳແລະການບໍລິການ ໄທມີແຫຼ່ງທ່ອງທ່ຽງທີ່ມີຊື່ສຽງ ເຊັ່ນ ພັດທະຍາ, ພູເກັດ,ບາງກອກແລະຊຽງໃໝ່ ເຊິ່ງສ້າງລາຍໄດ້ໃຫ້ແກ່ປະເທດເຊັ່ນດຽວກັບການສົ່ງອອກອັນມີສ່ວນສຳຄັນໃນການພັດທະນາເສດຖະກິດແລະດ້ວຍຈີດີພີຂອງປະເທດ ເຊິ່ງມີມູນຄ່າຮາວ 334,026 ລ້ານດອລລ່າສະຫະລັດ ຕາມທີ່ປະມານໃນ ພ.ສ. 2553 ເສດຖະກິດຂອງປະເທດໄທນັບວ່າໃຫຍ່ເປັນອັນດັບທີ່ 32 ຂອງໂລກ

ໃນອານາເຂດປະເທດໄທພົບຫຼັກຖານຂອງມະນຸດເຊິ່ງມີອາຍຸເກົ່າແກ່ເຖິງຫ້າແສນປີ ນັກປະຫວັດສາດມັກຖືວ່າອານາຈັກສຸໂຂໄທເປັນຈຸດເລີ່ມຕົ້ນຂອງປະຫວັດໄທ ເຊິ່ງຕໍ່ຕົກຢູ່ໃນອິດທິພົນຂອງອານາຈັກອະຍຸທະຍາອັນມີຄວາມຍິ່ງໃຫຍ່ກວ່າ ແລະມີການຕິດຕໍ່ກັບຊາດຕາເວັນຕົກ ອານາຈັກອະຍຸທະຍາມີອາຍຸຍືນຍາວ 417 ປີກໍເສື່ອມອຳນາດແລະລົ່ມສະຫຼາຍໄປໂດຍສິ້ນເຊິງ ສົມເດັດພະເຈົ້າກຸງທົນບຸລີຊົງກອບກູ້ເອກະລາດແລະສະຖາປະນາອານາຈັກທົນບຸລີເຫດການຄວາມວຸ່ນວາຍໃນຊ່ວງປາຍອານາຈັກນຳໄປສູ່ຍຸກສະໄໝຂອງລາຊະວົງຈັກກີແຫ່ງກຸງລັດຕະນະໂກສິນ ໃນຊ່ວງຕົ້ນກຸງປະເທດຜະເຊີນໄພຄຸກຄາມຈາກຊາດໄກ້ຄຽງ ແຕ່ຫຼັງລັດຊະສະໄໝພະບາດສົມເດັດພະຈອມເກົ້າເຈົ້າຢູ່ຫົວເປັນຕົ້ນມາ ຊາດຕາເວັນຕົກເລີ່ມມີອິດທິພົນໃນພູມິພາກເປັນຢ່າງຫຼາຍ ນຳໄປສູ່ການເຂົ້າເປັນພາຄີແຫ່ງສົນທິສັນຍາຫຼາຍສະບັບ ແລະການເສຍດິນແດນບາງສ່ວນ ແຕ່ສະຫຍາມກໍຍັງທັມລົງຕົນບໍ່ໄດ້ເປັນອານານິຄົມຂອງຊົນຊາດໃດໆ ຕໍ່ມາຈົນຊ່ວງຄາມໂລກຄັ້ງທີ່ 1 ໄທໄດ້ເຂົ້າຮ່ວມກັບຝ່າຍສັມພັນທະມິດ

ໃນປີ ຄ.ສ. 1932 ປະເທດໄທໄດ້ມີການປະຕິວັດປ່ຽນແປງລະບອບສົມບູລະນາຍາສິດທິລາດມາເປັນລະບອບລາຊາທິປະໄຕພາຍໃຕ້ລັດຖະທຳມະນູນຕາມບໍລິບົດຂອງການປ່ຽນແປງທົ່ວໂລກແລະໄທໄດ້ເຂົ້າກັບຝ່າຍອັກສະໃນລະຫວ່າງສົງຄາມໂລກຄັ້ງທີ່ສອງຈົນຊ່ວງສົງຄາມເຍັນ ສະຫຍາມໄດ້ດຳເນິນນະໂຍບາຍເປັນສັມພັນທະມິດກັບອາເມລິກາແລະເຂົ້າມາມີບົດບາດໃນການສະນັບສະໜຸນລັດຖະບານທະຫານໃນຍຸກນັ້ນຢ່າງຫຼາຍ ແລະແມ້ນປະເທດໄທຈະເລິ່ມປ່ຽນມາສູ່ຍຸກລັດຖະບານຂອງພົນລະເຮືອນ ແຕ່ຄວາມສະຖຽນລະພາບຂອງລະບົບການເມືອງການປົກຄອງໄທຍັງຄົງຂາດຄວາມຕໍ່ເນື່ອງອັນມີປັນຫາມາຈາກການແຊກແຊງໂດຍກອງທັບຈົນຮອດປັດຈຸບັນ

ຊື່ຮຽກ

ເບິ່ງຕື່ມຢູ່ ສະຫຍາມ

ຊາວຕ່າງຊາດເອິ້ນອານາຈັກອະຍຸທະຍາວ່າ "ສະຫຍາມ" ເມື່ອຮາວ ຄ.ສ. 1457 ເດີມປະເທດໄທກໍເຄີຍໃຊ້ຊື່ວ່າ ສະຫຍາມ ມາແຕ່ລັດຊະການພະບາດສົມເດັດພະຈອມເກົ້າເຈົ້າຢູ່ຫົວ ໂດຍປາກົດໃຊ້ເປັນຊື່ປະເທດຊັດເຈນໃນ ຄ.ສ. 1856 ແຕ່ຄົນໄທບໍ່ເຄີຍຕົນເອງວ່າ "ສະຫຍາມ" ຫຼື "ຊາວສະຫຍາມຢ່າງຊາວຕ່າງຊາດຫຼືຊື່ປະເທດຢ່າງເປັນທາງການໃນສະໄໝນັ້ນເລີຍ ສ່ວນຄຳວ່າ "ຄົນໄທ" ນັ້ນ ຈົດໝາຍລາລູແບໄດ້ບັນທຶກຊັດເຈນວ່າ ຊາວອະຍຸທະຍາຮຽກຕົນເອງເຊັ່ນນັ້ນມາດົນແລ້ວ

ຕໍ່ມາເມື່ອວັນທີ 24 ມິຖຸນາ ຄ.ສ. 1939 ລັດຖະບານຈອມພົນປ. ພິບູນສົງຄາມ ອອກປະກາດສຳນັກນາຍົກລັດຖະມົນຕີວ່າດ້ວຍລັດນິຍົມ ສະບັບທີ 1 ປ່ຽນຊື່ປະເທດ ພ້ອມກັບຮຽກປະຊາຊົນແລະສັນຊາດ ຈາກ "ສະຫຍາມ" ມາເປັນ "ໄທ" ເຊິ່ງຈອມພົນປ. ຕ້ອງການບອກວ່າດິນແດນແມ່ນຂອງຊາວໄທ ບໍ່ແມ່ນເຊື້ອຊາດອື່ນ ຕາມລັດທິຊາດນິຍົມໃນເວລານັ້ນ ໂດຍໃນຊ່ວງຕໍ່ມາໄດ້ປ່ຽນກັບເປັນສະຫຍາມເມື່ອປີ ພ.ສ. 2488 ແຕ່ກໍໄດ້ປ່ຽນກັບມາເປັນຊື່ໄທອີກຄັ້ງເມື່ອ ພ.ສ. 2491 ເຊິ່ງແມ່ນຊ່ວງຈອມພົນປ. ແມ່ນນາຍົກລັດຖະມົນຕີ ການປ່ຽນຊື່ໃນຄັ້ງນີ້ຍັງປ່ຽນຈາກ "Siam" ໃນພາສາອັງກິດແລະພາສາຝະລັ່ງ ແມ່ນ "Thaïlande" ໃນພາສາຝະລັ່ງແລະ "Thailand" ໃນພາສາອັງກິດຢ່າງໃນປັດຈຸບັນ ຢ່າງໃດກໍຕາມ ຊື່ ສະຫຍາມ ຍັງຄົງເປັນທີຮູ້ຈັກທັງໃນແລະຕ່າງປະເທດ ຊື່ປະເທດໄທໃນພາສາອັງກິດມັກຖືກຈຳສັບສົນກັບໄຕ້ຫວັນຢູ່ບ່ອຍໆ

ປະຫວັດສາດ

ເບິ່ງຕື່ມຢູ່ ປະຫວັດສາດໄທ

ຍຸກກ່ອນປະຫວັດສາດ

ໃນອະດີດ ພື້ນທີ່ເຊິ່ງປະຈຸບັນເປັນປະເທດໄທນັ້ນມີມະນຸດເຂົ້າມາຢູ່ອາໄສຕັ້ງແຕ່ຍຸກຫິນເກົ່າ ຄືຮາວ 20,000 ປີທີ່ແລ້ວ ພູມິພາກດັງກ່າວໄດ້ຮັບອິດທິພົນທາງວັດທະນະທຳແລະທາງສາສະໜາຈາກອິນເດຍ ນັບຕັ້ງແຕ່ອານາຈັກຟູນັນ ເມື່ອຮາວຄິດສະຕະວັດທີ່ 1 ແຕ່ສຳລັບລັດຂອງຄົນໄທແລ້ວ ຕາມຕຳນານໂຍນົກໄດ້ບັນທຶກວ່າ ການກໍ່ຕັ້ງອານາຈັກຂອງຄົນໄທຄັ້ງທຳອິດເກີດຂຶ້ນເມື່ອຮາວ ພ.ສ. 1400

ອານາຈັກສຸໂຂໄທ

ເບິ່ງຕື່ມຢູ່ ອານາຈັກສຸໂຂໄທ

ພາຍຫຼັງການລົ່ມສະຫຼາຍຂອງຈັກກະວັດຂະແມ ເມື່ອຕົ້ນຄິດສະຕະວັດທີ່ 13 ເຮັດໃຫ້ເກີດລັດໃໝ່ຂຶ້ນເປັນຈຳນວນຫຼາຍໃນເວລາໄລ່ເລ່ຍກັນ ອາທິ ຊາວໄທ ມອນ ຂະເໜນແລະມາເລ ນັກປະຫວັດສາດໄທເລິ່ມຖືເອົາສະໄໝອານາຈັກສຸໂຂໄທ ນັບຕັ້ງແຕ່ ພ.ສ. 1781 ເປັນຈຸດເລິ່ມຕົ້ນຂອງປະຫວັດສາດໄທ ເຊິ່ງກົງກັບສະໄໝຣຸ່ງເຣືອງຂອງອານາຈັກລ້ານນາແລະອານາຈັກລ້ານຊ້າງ ອານາຈັກສຸໂຂໄທມີການປົກຄອງ ປິຕຸລາຊາ ຫຼື ພໍ່ປົກຄອງລູກທີ່ຜູ້ປົກຄອງໄກ້ຊິດກັບຜູ້ໃຕ້ປົກຄອງ ອານາຈັກສຸໂຂໄທແຜ່ຂະຫຍາຍດິນແດນອອກໄປຢ່າງກວ້າງຂວາງໃນລາຊະສະໄໝພໍ່ຂຸນຮາມຄຳແຫງມະຫາລາດ ຜູ້ປະດິດອັກສອນໄທ ແຕ່ສະຖຽນລະພາບຂອງອານາຈັກໄດ້ອ່ອນແອລົງພາຍຫຼັງການສະຫວັນຄົດຂອງພະອົງ ລາຊະສະໄໝພະຍາລິໄທມີການປ່ຽນຮູບແບບການປົກຄອງມາເປັນທຳມະລາຊາ ຈາກການຮັບອິດທິພົນຂອງສາສະໜານິກາຍເຖຣະວາດແບບລັງກາວົງ ອານາຈັກສຸໂຂໄທເສື່ອມລົງແລະຕົກເປັນເມືອງຂຶ້ນຂອງອານາຈັກອະຍຸທະຍາ

ພູມິປະເທດ ພູມິອາກາດແລະສິ່ງແວດລ້ອມ

ເບິ່ງຕື່ມຢູ່ ພູມິສາດໄທ ແລະ ພູມິອາກາດໄທ

ປະເທດໄທຕັ້ງຢູ່ກາງຄາບສະໝຸດອິນໂດຈີນໃນອາຊີຕາເວັນອອກສຽງໃຕ້ ແລະຍັງຢູ່ບົນຄາບສະໝຸດມະລາຍູນຳ ຢູ່ລະຫວ່າງລະຕິຈູດ 5° ເຖິງ 21° ເໜືອ ແລະລອງຕິຈູດ 97° ເຖິງ 106° ຕາເວັນອອກ ປະເທດໄທມີພື້ນທີ່ 512,115 ຕາລາງກິໂລແມັດ ເປັນອັນດັບທີ່ 51 ຂອງໂລກແລະອັນດັບທີ່ 3 ຂອງອາຊີຕາເວັນອອກສຽງໃຕ້ ຮອງຈາກປະເທດອິນໂດເນເຊຍແລະມຽນມາ

ປະເທດໄທມີລັກສະນະພູມິປະເທດທີ່ຫຼາກຫຼາຍ ພາກເໜືອເປັນພື້ນທີ່ພູເຂົາສູງສະຫຼັບຊັບຊ້ອນ ຈຸດທີ່ສູງທີ່ສຸດໃນປະເທດໄທຄື ດອຍອິນທະນົນ ປະມານ 2,565 ແມັດເໜືອລະດັບນ້ຳທະເລ ຮວມທັ້ງຍັງປົກຄຸມດ້ວຍປ່າໄມ້ອັນເປັນຕົ້ນນ້ຳສຳຄັນຂອງປະເທດ ພາກຕາເວັນອອກສຽງເໜືອສ່ວນໃຫຍ່ເປັນພື້ນທີ່ຂອງທີ່ຣາບສູງໂຄລາດສະພາບຂອງດິນຄ່ອນຂ້າງແຫ້ງແລ້ງແລະບໍ່ຄ່ອຍຕໍ່ການເພາະປູກ ພາກກາງເປັນພື້ນທີ່ຣາບລຸ່ມນ້ຳທ່ວມເຖິງ ມີແມ່ນ້ຳເຈົ້າພະຍາ ແມ່ນ້ຳໃຫຍ່ທີ່ສຸດໃນປະເທດເຊິ່ງເກີດຈາກແມ່ນ້ຳປິງແລະແມ່ນ້ຳນ່ານທີ່ໄຫຼມາບັນຈົບກັນທີ່ປາກນ້ຳໂພ ຈັງຫວັດນະຄອນສະຫວັນ ເຮັດໃຫ້ພາກກາງເປັນພາກທີ່ອຸດົມສົມບູນທີ່ສຸດ ແລະຖືໄດ້ວ່າເປັນແຫຼ່ງປູກເຂົ້າທີ່ສຳຄັນແຫ່ງໜຶ່ງຂອງໂລກ ພາກໃຕ້ເປັນສ່ວນນຶ່ງຂອງຄາບສະໝຸດໄທ-ມະລາຍູ ຂະໜາບດ້ວຍທະເລທັງສອງດ້ານ ມີຈຸດທີ່ແຄບລົງ ນະ ຄໍຄອດກະ ແລ້ວຂະຫຍາຍໃຫຍ່ເປັນຄາບສະໝຸດມະລາຍູ ທະເລສາບສົງຂາເປັນທະເລສາບທີ່ໃຫຍ່ທີ່ສຸດຂອງປະເທດໄທ ສ່ວນພາກຕາເວັນຕົກເປັນຫຸບເຂົາແລະແນວເທືອກເຂົາເຊິ່ງພາດຕົວມາຈາກທາງຕາເວັນຕົກຂອງພາກເໜືອ

ແມ່ນ້ຳເຈົ້າພະຍາແລະແມ່ນ້ຳຂອງຖືເປັນແຫຼ່ງກະເສດຕະກຳທີ່ສຳຄັນຂອງປະເທດໄທ ການຜະລິດຂອງພາກອຸສາຫະກຳການກະເສດຕ້ອງອາໄສຜົນຜະລິດທີ່ເກັບກ່ຽວໄດ້ຈາກແມ່ນ້ຳທັງສອງແລະສາຂາ ອ່າວໄທມີພື້ນທີ່ປະມານ 320,000 ຕາລາງກິໂລແມັດ ຮອງຮັບນ້ຳເຊິ່ງໄຫຼມາຈາກແມ່ນ້ຳເຈົ້າພະຍາ ແມ່ນ້ຳແມ່ກອງ ແມ່ນ້ຳບາງປະກົງແລະແມ່ນ້ຳຕາປີ ຖືເປັນແຫຼ່ງດຶງດູດນັກທ່ອງທ່ຽວ ເນື່ອງຈາກນ້ຳຕື້ນໃສຕາມແນວຊາຍຝັ່ງຂອງພາກໃຕ້ແລະຄໍຄອດກະ ນອກຈາກນີ້ ອ່າວໄທຍັງເປັນສູນກາງທາງອຸສາຫະກຳຂອງປະເທດ ເພາະມີທ່າເຮືອຫຼັກທີ່ສັດຕະຫີບ ຖືໄດ້ວ່າເປັນປະຕູທີ່ຈະນຳໄປສູ່ທ່າເຮືອອື່ນໆ ໃນບາງກອກ ພາກໃຕ້ມີບ່ອນທ່ອງທ່ຽວເຊິ່ງດຶງດູດນັກທ່ອງທ່ຽວຫຼາຍຕັ້ງແຕ່ຈັງຫວັດພູເກັດ ຈັງຫວັດກະບີ່ ຈັງຫວັດລະນອງ ຈັງຫວັດພັງງາ ຈັງຫວັດຕັງ ແລະໝູ່ເກາະຕາມແນວຊາຍຝັ່ງຂອງທະເລອັນດາມັນ

ພູມິອາກາດຂອງໄທເປັນແບບເຂດຮ້ອນ ຫຼື ແບບສະວັນນາ ມີອຸນຫະພູມ ສະເລ່ຍ 18-34°C ແລະມີປະລິມານຝົນຕົກສະເລ່ຍຕະຫຼອດປີກວ່າ 1,500 ມິລລິແມັດ ສາມາດແບ່ງໄດ້ເປັນ 3 ລະດູການ ຄື ລະຫວ່າງເດືອນກຸມພາຮອດເດືອນເມສາເປັນລະດູຮ້ອນ ລະຫວ່າງເດືອນພຶດສະພາຮອດເດືອນຕຸລາເປັນລະດູຝົນ ປະເທດໄທໄດ້ຮັບອິດທິພົນຈາກລົມມໍລະສຸມຕາເວັນຕົກສຽງໃຕ້ຈາກທະເລຈີນໃຕ້ແລະພາຍຸໝຸນເຂດຮ້ອນ ສ່ວນໃນເດືອນພະຈິກຮອດກາງເດືອນມີນາເປັນລະດູໜາວ ປະເທດໄທໄດ້ຮັບອິດທິພົນລົມມໍລະສຸມຕາເວັນສຽງເໜືອຈາກປະເທດຈີນ ສ່ວນພາກໃຕ້ມີສະພາບອາກາດແບບປ່າດົງດິບ ເຊິ່ງມີອາກາດຮ້ອນຊື້ນຕະຫຼອດທັງປີ ແບ່ງໄດ້ເປັນ 2 ລະດູຄື ລະດູຝົນແລະລະດູຮ້ອນ ໂດຍທະເລຝັ່ງຕາເວັນອອກ ລະດູຮ້ອນເລິ່ມຕັ້ງແຕ່ເດືອນພຶດສະພາຮອດເດືອນກັນຍາ ແລະທະເລຝັ່ງຕາເວັນຕົກ ລະດູຮ້ອນເລິ່ມຕັ້ງແຕ່ເດືອນພະຈິກຮອດເດືອນເມສາ

ປະເທດໄທມີຄວາມຫຼາກຫຼາຍທາງຊີວະພາບຂອງທັງພືດແລະສັດຢູ່ຫຼາຍ ອັນເປັນຣາກຖານອັນມັ່ນຄົງຂອງການຜະລິດໃນພາກກະເສດຕະກຳແລະປະເທດໄທມີໝາກໄມ້ເມືອງຮ້ອນຫຼາກຊະນິດພື້ນທີ່ຮາວ 29% ຂອງປະເທດເປັນປ່າໄມ້ ຮວມໄປເຖິງພື້ນທີ່ປູກຍາງພາລາແລະກິດຈະກຳປູກປ່າບາງແຫ່ງ ປະເທດໄທມີເຂດຮັກສາພັນສັດປ່າກວ່າ 50 ແຫ່ງ ເຂດຫ້າມລ່າສັດປ່າອີກ 56 ແຫ່ງ ໂດຍພື້ນທີ່ 12% ຂອງປະເທດເປັນອຸດທະຍານແຫ່ງຊາດ (ປະຈຸບັນມີ 110 ແຫ່ງ) ແລະອີກເກືອບ 20% ເປັນເຂດປ່າສະຫງວນ ປະເທດໄທມີພືດ 15,000 ສະປີຊີ ຄິດເປັນ 8% ຂອງສະປີຊີພືດທັງໝົດບົນໂລກ ໃນປະເທດໄທ ພົບນົກ 982 ຊະນິດ ນອກຈາກນີ້ຍັງເປັນຖິ່ນທີ່ຢູ່ຂອງສັດສະເທີນນ້ຳສະເທີນບົກ ນົກ ສັດລ້ຽງລູກດ້ວຍນ້ຳນົມ ແລະສັດເລື້ອຍຄານກວ່າ 1,715 ສະປີຊີເຊິ່ງມີການບັນທຶກ

ເຂດການປົກຄອງ

ພາກເໜືອ

ມີ 9 ຈັງຫວັດ :

ພາກຕາເວັນອອກສຽງເໜືອ

ມີ 20 ຈັງຫວັດ :

ພາກກາງ

ມີບາງກອກແລະ 21 ຈັງຫວັດ :

ພາກຕາເວັນອອກ

ມີ 7 ຈັງຫວັດ :

ພາກຕາເວັນຕົກ

ມີ 5 ຈັງຫວັດ :

ພາກໃຕ້

ມີ 14 ຈັງຫວັດ

ເມືອງໃຫຍ່ / ຈັງຫວັດໃຫຍ່

ອັນດັບ ເມືອງ / ເທດສະບານ ຈຳນວນປະຊາກອນ ຈັງຫວັດ
1 ບາງກອກ 6,121,672 ບາງກອກ
2 ນົນທະບູລີ 266,941 ນົນທະບູລີ
3 ປາກເກັດ 167,138 ນົນທະບູລີ
4 ຫາດໃຫຍ່ 157,678 ສົງຂາ
5 ຊຽງໃໝ່ 150,805 ຊຽງໃໝ່
6 ນະຄອນລາຊະສີມາ 149,938 ນະຄອນລາຊະສີມາ
7 ອຸດອນທານີ 142,670 ອຸດອນທານີ
8 ສຸລາດທານີ 124,665 ສຸລາດທານີ
9 ຂອນແກ່ນ 121,283 ຂອນແກ່ນ
10 ນະຄອນສີທຳມະລາດ 106,293 ນະຄອນສີທຳມະລາດ
ອັນດັບ ຈັງຫວັດ ຈຳນວນປະຊາກອນ ພາກ
1 ບາງກອກ 6,121,672 ພາກກາງ
2 ນະຄອນລາຊະສີມາ 2,546,763 ພາກຕາເວັນອອກສຽງເໜືອ
3 ອຸບົນລາຊະທານີ 1,774,808 ພາກຕາເວັນອອກສຽງເໜືອ
4 ຂອນແກ່ນ 1,747,542 ພາກຕາເວັນອອກສຽງເໜືອ
5 ຊຽງໃໝ່ 1,650,009 ພາກເໜືອ
6 ບຸລີລຳ 1,531,430 ພາກຕາເວັນອອກສຽງເໜືອ
7 ອຸດອນທານີ 1,523,802 ພາກຕາເວັນອອກສຽງເໜືອ
8 ນະຄອນສີທຳມະລາດ 1,504,420 ພາກໃຕ້
9 ສີສະເກດ 1,443,975 ພາກຕາເວັນອອກສຽງເໜືອ
10 ສຸລິນ 1,374,700 ພາກຕາເວັນອອກສຽງເໜືອ

ເສດຖະກິດ

ປະເທດໄທມີເສດຖະກິດແບບປະສົມ ມີລາຍໄດ້ຫຼັກຈາກອຸດສາຫະກຳ ການສົ່ງອອກສິນຄ້າແລະບໍລິການ ການທ່ອງທ່ຽວ ການບໍລິການ ກະເສຕະກຳແລະຊັບພະຍາກອນທຳມະຊາດ. ປະເທດໄທແມ່ນປະເທດທີ່ມີມູນຄ່າການສົ່ງອອກເປັນອັນດັບທີ 24 ຂອງໂລກ ແລະມີມູນຄ່າການນຳເຂົ້າເປັນອັນດັບທີ 23 ຂອງໂລກ. ຕະຫຼາດນຳເຂົ້າສິນຄ້າໄທທີ່ສຳຄັນ ໄດ້ແກ່ ຍີ່ປຸ່ນ ຈີນ ສະຫະລັດອາເມລິກາ ມາເລເຊຍ ສະຫະລັດອາຫຼັບເອມິເລດ ສິງກະໂປ ໄຕ້ຫວັນ ເກົາຫຼີໃຕ້ ຊາອຸດິອາລະເບຍ ແລະອິນໂດເນເຊຍ.[3] ຂໍ້ມູນໃນເດືອນກຸມພາ ຄ.ສ. 2009 ປະເທດໄທສົ່ງອອກສິນຄ້າກວ່າ 406,990 ລ້ານບາດ ໂດຍສິນຄ້າສົ່ງອອກທີ່ສຳຄັນ ໄດ້ແກ່ ເຄື່ອງຈັກ 141,401 ລ້ານບາດ ອາຫານ 52,332 ລ້ານບາດ ສິນຄ້າອຸດສາຫະກຳ 45,959 ລ້ານບາດ ແລະມີມູນຄ່າການນຳເຂົ້າປະມານ 285,965 ລ້ານບາດ ໂດຍສິນຄ້ານຳເຂົ້າທີ່ສຳຄັນ ໄດ້ແກ່ ເຄື່ອງຈັກ 113,421 ລ້ານບາດ ນ້ຳມັນແລະເຊື້ອເພີງ 50,824 ລ້ານບາດ ແລະເຄມີພັນ 46,376 ລ້ານບາດ ມີມູນຄ່າການຄ້າສຸທທິ 121,025 ລ້ານບາດ.[4]

ຢ່າງໃດກໍດີ ແຮງງານສ່ວນໃຫຍ່ຂອງໄທຢູ່ໃນພາກກະເສຕະກຳ[5] ໂດຍມີເຂົ້າເປັນພືດເສດຖະກິດຫຼັກທີ່ສຳຄັນທີ່ສຸດຂອງປະເທດ[6]ແລະຖືໄດ້ວ່າເປັນປະເທດເຊິ່ງສົ່ງອອກເຂົ້າເປັນອັນດັບ 1 ຂອງໂລກ[7]ດ້ວຍສັດສ່ວນການສົ່ງອອກຄິດເປັນຮ້ອຍລະ 36 ຂອງໂລກ.[8]ປະເທດໄທມີພື້ນທີ່ເຊິ່ງເໝາະຕໍ່ການເພາະປູກກວ່າ 27.25%[9]ເຊິ່ງໃນຈຳນວນນີ້ກວ່າ 55% ໃຊ້ສຳລັບການປູກເຂົ້າ.[10]ສ່ວນພືດຜົນທາງການກະເສດອື່ນ ໆ ໄດ້ແກ່ ຢາງພາລາ ຜັກແລະໝາກໄມ້ຕ່າງ ໆ ລວມໄປເຖິງມີການເພາະລ້ຽງປະສຸສັດ ເຊ່ນ ງົວ ໝູ ເປັດ ໄກ່ ສັດນ້ຳທັງປານ້ຳຈືດ ປານ້ຳເຄັມໃນກະຊັງ ການເຮັດນາກຸ້ງ ການລ້ຽງຫອຍ ລວມໄປເຖິງການປະມົງທາງທະເລ. ເນື່ອງຈາກປະເທດໄທມີຄວາມອຸດົມສົມບູນດ້ານພືດພັນທັນຍາຫານຕະຫຼອດປີ ຈຶ່ງໄດ້ຊື່ວ່າເປັນແຫຼ່ງຜະລິດອາຫານທີ່ສຳຄັນຂອງໂລກ ແລະເປັນຜູ້ສົ່ງອອກອາຫານລາຍໃຫຍ່ຂອງໂລກເປັນອັນດັບທີ 5.[11]

ວິທະຍາສາດແລະເຕັກໂນໂລຊີ

ໄດ້ມີການບັນຈຸແຜນການໃຊ້ແລະພັດທະນາວິທະຍາສາດແລະເຕັກໂນໂລຊີນັບຕັ້ງແຕ່ແຜນພັດທະນາເສດຖະກິດແລະສັງຄົມແຫ່ງຊາດ ໄລຍະທີ 5 (ຄ.ສ. 1982-1986) ເປັນຕົ້ນມາ. ແຕ່ໃນຂະນະນັ້ນຍັງພໍ້ວ່າມີອຸປະສັກດ້ານສະໝັດຖະພາບຂອງປະເທດໃນດ້ານວິທະຍາສາດແລະເຕັກໂນໂລຊີຂອງປະເທດຍັງບໍ່ເຂັ້ມແຂງ ຈົນເຖິງແຜນພັດທະນາເສດຖະກິດແລະສັງຄົມແຫ່ງຊາດ ໄລຍະທີ 6 (ຄ.ສ. 1987-1991) ຈຶ່ງໄດ້ຈັດແຜນພັດທະນາວິທະຍາສາດແລະເຕັກໂນໂລຊີໃຫ້ເປັນ 1 ໃນ 10 ຂອງແຜນ ເພື່ອພັດທະນາຂີດຄວາມສາມາດດ້ານການຜະລິດແລະການແປຮູບສິນຄ້າ.[12]

ພະບາດສມເດັດພະຈອມເກົ້າເຈົ້າຢູ່ຫົວຊົງໄດ້ຮັບພະສະໄໝຍານາມວ່າ "ພະບິດາແຫ່ງວິທະຍາສາດໄທ" ຈາກການທີ່ໄດ້ຊົງຄຳນວນສຸລິຍຸປະລາຄາເຕັມດວງ 18 ສິງຫາ ຄ.ສ. 1868 ຢ່າງແມ່ນຍຳ ເມື່ອວັນທີ 14 ເມສາ ຄ.ສ. 1982 ໂດຍລັດຖະບານກຳໜົດໃຫ້ວັນທີ 18 ສິງຫາ ຂອງທຸກປີເປັນວັນວິທະຍາສາດແຫ່ງຊາດ.[13]


ໃນປັດຈຸບັນວິທະຍາສາດໄດ້ເຂົ້າມາມີສ່ວນຮ່ວມໃນປະເທດໄທຫຼາຍຂຶ້ນໃນເລື່ອງການແພດ ການຄົມມະນາຄົມ ການສຶກສາ ການສື່ສານເຮັດໃຫ້ວິທະຍາສາດແລະເຕັກໂນໂລຊີຂອງປະເທດໄທກ້າວໜ້າຢ່າງໄວວາ.[14]

ການຄົມມະນາຄົມ

ການຄົມມະນາຄົມສ່ວນຫຼາຍໃນປະເທດໄທຈະໃຊ້ການຂົນສົ່ງທາງບົກເປັນຫຼັກ ແມ່ນ ອາໄສລົດແລະລົດຈັກ ທາງຫຼວງສາຍຫຼັກໃນປະເທດໄທ ໄດ້ແກ່ ຖະໜົນພະຫົນໂຍທິນ ຖະໜົນມິຕະພາບ ຖະໜົນສຸຂຸມວິດ ແລະຖະໜົນເພັດກະເສມ. ນອກຈາກນີ້ລະບົບຂົນສົ່ງມວນຊົນຈະມີການບໍລິການຕາມເມືອງໃຫຍ່ຕ່າງໆ ໄດ້ແກ່ ລະບົບລົດເມ ແລະລົດໄຟ ລວມເຖິງລະບົບທີ່ເລີ່ມມີການໃຊ້ງານລົດໄຟລອຍຟ້າ ແລະລົດໄຟໃຕ້ດິນ ແລະໃນຫຼາຍພື້ນທີ່ຈະມີການບໍລິການລົດສອງແຖວ ລວມເຖິງລົດຮັບຈ້າງຕ່າງໆ ໄດ້ແກ່ ຕັກຊີ ເມວເຄື່ອງ ລົດຈັກຮັບຈ້າງ ແລະລົດຕຸກຕຸກ. ໃນອະດີດປະເທດໄທເຄີຍມີການຄົມມະນາຄົມໂດຍໃຊ້ລົດຮາງທີ່ມີລັກສະນະຄ້າຍລົດໄຟ.

ສຳລັບການຄົມມະນາຄົມທາງອາກາດນັ້ນ ປັດຈຸບັນປະເທດໄທໄດ້ເປີດໃຊ້ສະໜາມບິນສຸວັນນະພູມ ເຊິ່ງຖືໄດ້ວ່າເປັນສະໜາມບິນຂະໜາດໃຫຍ່ທີ່ສຸດຂອງປະເທດ ໂດຍເປີດຢ່າງເປັນທາງການຕັ້ງແຕ່ວັນທີ 28 ກັນຍາ ຄ.ສ. 2006[15] ເພື່ອໃຊ້ແທນທີ່ສະໜາມບິນນານາຊາດດອນເມືອງ ສ່ວນການຄົມມະນາຄົມທາງນ້ຳ ໂດຍອາໄສເຮືອເປັນຫຼັກ. ປະເທດໄທມີທ່າເຮືອຫຼັກ ໆ ແມ່ນ ທ່າເຮືອບາງກອກ ຄອງເຕີຍ ແລະທ່າເຮືອແຫຼມສະບັງ.

ການສື່ສານ

ການສື່ສານໃນປະເທດໄທເດີມໃຊ້ຈົດໝາຍ ໂດຍໄປສະນີໄທເປັນຜູ້ຮັບສົ່ງຈົດໝາຍ ແຕ່ການຂຽນຈົດໝາຍທີ່ຫຼ້າຊ້າຈຶ່ງໄດ້ມີການນຳໂທລະເລກມາໃຊ້ໃນປະເທດໄທ ໂດຍກົມໄປສະນີໂທລະເລກແລະເລີກໃຊ້ໄປແລ້ວໃນປັດຈຸບັນ ໂດຍມີໂທລະສັບແລະໂທລະສານເປັນເຄື່ອງສື່ສານທີ່ສະດວກໄວວາທີ່ສຸດແລະລາຄາປະຫຍັດ ຢ່າງໃດກໍດີຍັງມີອິນເຕີເນັດໃຊ້ເປັນເຄື່ອງສື່ສານຢູ່ກັນບໍ່ໜ້ອຍ.

ການທ່ອງທ່ຽວ

ການທ່ອງທ່ຽວເຮັດລາຍໄດ້ໃຫ້ກັບປະເທດເປັນສັດສ່ວນສູງເມື່ອທຽບໃສ່ສັດສ່ວນຂອງຫຼາຍໆ ປະເທດໃນທະວີບອາຊີ (ປະມານ 6% ຂອງຈີດີພີ). ນັກທ່ອງທ່ຽວສ່ວນຫຼາຍທີ່ເດີນທາງມາຍັງປະເທດໄທດ້ວຍເຫດຜົນຫຼາຍປະການ ສ່ວນໃຫຍ່ມາທ່ອງທ່ຽວຕາມຊາຍຫາດແລະພັກຜ່ອນ ເຖິງແມ້ນວ່າຈະມີຄວາມບໍ່ສະຫງົບໃນສາມຈັງຫວັດຊາຍແດນພາກໃຕ້ກໍຕາມ[16] ໂດຍແຫຼ່ງທ່ອງທ່ຽວທີ່ສຳຄັນໄດ້ແກ່ ບາງກອກ ເມືອງພັດທະຍາ ພາກໃຕ້ຝັ່ງທະເລອັນດາມັນ ແລະຈັງຫວັດຊຽງໃໝ່. [17]

ໃນປີ ຄ.ສ. 2010 ມີນັກທ່ອງທ່ຽວລວມ 15.94 ລ້ານຄົນ ເພິ່ມຂຶ້ນຈາກປີກ່ອນເຖິງຮ້ອຍລະ 12.63 ໂດຍຫຼາຍກວ່າ 1 ໃນ 4 ເປັນນັກທ່ອງທ່ຽວຈາກອາຊຽນກົມການທ່ອງທ່ຽວ. [18] ອີກທັງປະເທດໄທຍັງໄດ້ຮັບສົມຍານາມວ່າ "ສະຫຍາມເມືອງຍິ້ມ" ເຊິ່ງຊາວຕ່າງຊາດຈັດອັນດັບວ່າຄົນໄທມີຮອຍຍິ້ມທີ່ສວຍງາມທີ່ສຸດໃນໂລກໃນຕ້ອນຮັບຊາວຕ່າງຊາດທີ່ມາທ່ຽວໃນປະເທດໄທອີກດ້ວຍ

ອ້າງອີງ

  1. ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.
  2. ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.
  3. Office of Commercial Affiar, Royal Thai Embassy, Washington DC. Thai economic overview. p.2
  4. ທະນາຄານແຫ່ງປະເທດໄທ. ສິນຄ້າອອກແລະສິນຄ້າເຂົ້າຈຳແນກຕາມກຸ່ມສິນຄ້າ
  5. ທະນາຄານແຫ່ງປະເທດໄທ. Thailand at a Glance
  6. ຕະຫຼາດສິນຄ້າກະເສດລ່ວງໜ້າແຫ່ງປະເທດໄທ. ເຂົ້າຂາວ 5% Both Options (BWR5). ສືບຄົ້ນເມື່ອ 7 ພະຈິກ 2553.
  7. www.ch7.com. ປີ 52 ໄທສົ່ງອອກເຂົ້າທະລຸເປົ້າ ເງິນເຟີ້ຕິດລຶບໜ້ອຍ. ສືບຄົ້ນເມື່ອ 8 ພະຈິກ 2553.
  8. Thailand backs away from rice cartel plan." The International Herald Tribune 7 May 2008: 12. 2 Feb. 2009 [1]
  9. CIA - The World Factbook :: Land use (ອັງກິດ)
  10. IRRI - Science - Rice Statistics - Info by Country - Thailand (ອັງກິດ)
  11. ເອກະລັກປະຈຳຊາດຂອງໄທ. ສຳນັກງານຄະນະກຳມະການວັດທະນະທຳແຫ່ງຊາດ. ສືບຄົ້ນ 9-12-2553.
  12. ຄະນະກຳມະການສະເພາະກິດຈັດເຮັດໜັງສືເມືອງໄທຂອງເຮົາ ເຫຼ້ມ 2. ໜ້າ 116.
  13. ຄະນະກຳມະການສະເພາະກິດຈັດເຮັດໜັງສືເມືອງໄທຂອງເຮົາ ເຫຼ້ມ 2. ໜ້າ 117.
  14. http://www.rmutphysics.com/charud/specialnews/6/science/unit4_13.html
  15. ສະໜາມບິນສຸວັນນະພູມ. ປະຫວັດຄວາມເປັນມາຂອງສະໜາມບິນສຸວັນນະພູມ. ສືບຄົ້ນເມື່ອ 18 ເມສາ 2553.
  16. ການທ່ອງທ່ຽວແຫ່ງປະເທດໄທ. International tourist arrival to Thailand by nationality and mode of transport
  17. Thailand and the World Bank, World Bank on Thailand country overview.The Guardian, Country profile: Thailand, 25 April 2009.
  18. [2]. ສືບຄົ້ນຂໍ້ມູນ 31 ກໍລະກົດ 2554

ແຫຼ່ງຂໍ້ມູນອື່ນ