ສະຫຍາມ: Difference between revisions

ຈາກ ວິກິພີເດຍ
Content deleted Content added
No edit summary
Tag: Mobile app edit
No edit summary
Tag: Mobile app edit
ແຖວ 1: ແຖວ 1:
[[File:Flag of Thailand 1855.svg|thumb|ທຸງຊ້າງເຜືອກ ທຸງຊາດສະຫຍາມ ພ.ສ. 2398 - 31 ທັນວາ ພ.ສ. 2459]]
[[File:Flag of Thailand 1855.svg|thumb|ທຸງຊ້າງເຜືອກ ທຸງຊາດສະຫຍາມ ພ.ສ. 2398 - 31 ທັນວາ ພ.ສ. 2459]]


'''ສະຫຍາມ''' ([[ພາສາໄທ|ໄທ:]] สยาม) ([[ອັກສອນລະຕິນ:]] Siam,[[ອັກສອນເທວະນາຄີ:]] श्याम (ຄຳເຄົ້າ:ສຍາມ) ເຄີຍເປັນຊື່ຮຽກປະເທດໄທໃນອະດີດ ແຕ່ບໍ່ແມ່ນຊື່ທີ່ຄົນໄທຮຽກຕົນເອງ ລາຊະບັນດິດຍະສະຖານລະບຸວ່າສະຫຍາມເປັນຊື່ຮຽກດິນແດນແລະກຸ່ມຊົນທີ່ອາໄສໃນດິນແດນມາຕັ້ງແຕ່ສະໄໝບູຮານ
'''ສະຫຍາມ''' ([[ພາສາໄທ|ໄທ:]] สยาม) ([[ອັກສອນລະຕິນ:]] Siam,[[ອັກສອນເທວະນາຄີ:]] श्याम (ຄຳເຄົ້າ: ສຍາມ) ເຄີຍເປັນຊື່ເອິ້ນປະເທດໄທໃນອະດີດ ແຕ່ບໍ່ແມ່ນຊື່ທີ່ຄົນໄທຮຽກຕົນເອງ ລາຊະບັນດິດຍະສະຖານລະບຸວ່າສະຫຍາມເປັນຊື່ຮຽກດິນແດນແລະກຸ່ມຊົນທີ່ອາໄສໃນດິນແດນມາຕັ້ງແຕ່ສະໄໝບູຮານ


ສະຫຍາມເປັນຊື່ຢ່າງເປັນທາງການຂອງໄທຕັ້ງແຕ່ລັດຊະການ[[ພະບາດສົມເດັດພະຈອມເກົ້າເຈົ້າຢູ່ຫົວ]]ເປັນຕົ້ນມາ ກ່ອນປ່ຽນເປັນ "ໄທ" ເມື່ອວັນທີ່ 24 ມິຖຸນາ ຄ.ສ.1939 ພະມະຫາກະສັດຊົງໃຊ້ຊື່ "ສະຫຍາມ" ໃນການເຮັດສົນທິສັນຢາກັບຕ່າງຊາດເປັນເວລາຫຼາຍສະຕະວັດ ເນື່ອງຈາກລາຊະອານາຈັກປະກອບດ້ວຍຄົນຫຼາຍຊາດພັນ ເຊັ່ນ ໄທ ລາວ ມອນ ຍວນ ຂະເໝນ ແຂກ ຈີນ ຝະລັ່ງ ແລະມະລາຍູ ພະມະຫາກະສັດໄທຈຶງເອິ້ນດິນແດນແຫ່ງນີ້ວ່າ ປະເທດສະຫຍາມ ເພື່ອຄວາມເປັນອັນໜຶ່ງ
ສະຫຍາມເປັນຊື່ຢ່າງເປັນທາງການຂອງໄທຕັ້ງແຕ່ລັດຊະການ[[ພະບາດສົມເດັດພະຈອມເກົ້າເຈົ້າຢູ່ຫົວ]]ເປັນຕົ້ນມາ ກ່ອນປ່ຽນເປັນ "ໄທ" ເມື່ອວັນທີ່ 24 ມິຖຸນາ ຄ.ສ.1939 ພະມະຫາກະສັດຊົງໃຊ້ຊື່ "ສະຫຍາມ" ໃນການເຮັດສົນທິສັນຢາກັບຕ່າງຊາດເປັນເວລາຫຼາຍສະຕະວັດ ເນື່ອງຈາກລາຊະອານາຈັກປະກອບດ້ວຍຄົນຫຼາຍຊາດພັນ ເຊັ່ນ ໄທ ລາວ ມອນ ຍວນ ຂະເໝນ ແຂກ ຈີນ ຝະລັ່ງ ແລະມະລາຍູ ພະມະຫາກະສັດໄທຈຶງເອິ້ນດິນແດນແຫ່ງນີ້ວ່າ ປະເທດສະຫຍາມ ເພື່ອຄວາມເປັນອັນໜຶ່ງ

ລຸ້ນແກ້ໄຂເກົ່າເມື່ອ 02:04, 21 ກໍລະກົດ 2016

ທຸງຊ້າງເຜືອກ ທຸງຊາດສະຫຍາມ ພ.ສ. 2398 - 31 ທັນວາ ພ.ສ. 2459

ສະຫຍາມ (ໄທ: สยาม) (ອັກສອນລະຕິນ: Siam,ອັກສອນເທວະນາຄີ: श्याम (ຄຳເຄົ້າ: ສຍາມ) ເຄີຍເປັນຊື່ເອິ້ນປະເທດໄທໃນອະດີດ ແຕ່ບໍ່ແມ່ນຊື່ທີ່ຄົນໄທຮຽກຕົນເອງ ລາຊະບັນດິດຍະສະຖານລະບຸວ່າສະຫຍາມເປັນຊື່ຮຽກດິນແດນແລະກຸ່ມຊົນທີ່ອາໄສໃນດິນແດນມາຕັ້ງແຕ່ສະໄໝບູຮານ

ສະຫຍາມເປັນຊື່ຢ່າງເປັນທາງການຂອງໄທຕັ້ງແຕ່ລັດຊະການພະບາດສົມເດັດພະຈອມເກົ້າເຈົ້າຢູ່ຫົວເປັນຕົ້ນມາ ກ່ອນປ່ຽນເປັນ "ໄທ" ເມື່ອວັນທີ່ 24 ມິຖຸນາ ຄ.ສ.1939 ພະມະຫາກະສັດຊົງໃຊ້ຊື່ "ສະຫຍາມ" ໃນການເຮັດສົນທິສັນຢາກັບຕ່າງຊາດເປັນເວລາຫຼາຍສະຕະວັດ ເນື່ອງຈາກລາຊະອານາຈັກປະກອບດ້ວຍຄົນຫຼາຍຊາດພັນ ເຊັ່ນ ໄທ ລາວ ມອນ ຍວນ ຂະເໝນ ແຂກ ຈີນ ຝະລັ່ງ ແລະມະລາຍູ ພະມະຫາກະສັດໄທຈຶງເອິ້ນດິນແດນແຫ່ງນີ້ວ່າ ປະເທດສະຫຍາມ ເພື່ອຄວາມເປັນອັນໜຶ່ງ ອັນດຽວກັນຂອງປະຊາຊົນ ອີກທັງຊື່ສະຫຍາມນັ້ນ ກໍຍັງຄົງເປັນທີ່ຮູ້ຈັກກັນຢ່າງແພ່ຫຼາຍໃນວົງການວິຊາການຂອງຕ່າງປະເທດອີກດ້ວຍ

ໃນປັດຈຸບັນມີຄວາມພະຍາຍາມທີ່ຈະປ່ຽນຊື່ປະເທດໄທກັບໄປເປັນສະຫຍາມ ແຕ່ຄົນໄທເດີມບໍ່ຮຽກຕົວເອງວ່າ ສະຫຍາມ ກັບເປັນຄົນກຸ່ມມອນ-ຂະເໝນທີ່ຮຽກຄົນທີ່ໃຊ້ພາສາຕະກູນໄທ-ລາວ ດ໋ຽວນີ້ຊາວບູ (ມອນ-ຂະເໝນ) ໃນເຂດມຸກດາຫານຮຽກພວກຜູ້ໄທວ່າຊຽມ ຮວມເຖິງໃນເຂດຈີນ-ພະມ້າ ຄົນໄທມັກຖືກພວກລະວ້າຮຽກວ່າຊຽມແລະໂດຍລັກສະນະການຮຽກຊື່ຊົນຊາດອື່ນ ສ່ວນຫຼາຍເປັນຄຳບໍ່ຄ່ອຍດີ ຊຽມຫຼືສະຫຍາມ ອາດເປັນຄຳທີ່ບໍ່ຄ່ອຍດີກໍໄດ້ ເໝືອນທີ່ຈີນຮຽກຜູ້ໄທວ່າ ໄປ່ເຍວ່ ຫຼື ລາວ ຮຽກພວກທີ່ເວົ້າພາສາມອນ-ຂະເໝນວ່າ "ຂ່າ" ເປັນຕົ້ນ ພໍບໍ່ຮູ້ຄຳວ່າຄວາມໝາຍກໍເອົາຄຳວ່າ "ຂ່າ" ໄປເປັນຊື່ຊົນຊາດໄປ ທັງທີ່ມາຈາກການເຫຍີຍດຫຍາມ

ແນວຄິດກ່ຽວກັບທີ່ມາ

ຈົນຮອດປັດຈຸບັນນີ້ ກໍຍັງບໍ່ມີຜູ້ໃດຊາບທີ່ມາຂອງຄຳວ່າສະຫຍາມວ່າມາຈາກບ່ອນໃດຢ່າງແນ່ຊັດ ເຊິ່ງມີຄວາມຄິດເຫັນຂອງຜູ້ຮູ້ຕ່າງ ໆ ດັງນີ້ ຈິດ ພູມສັກ ໄດ້ສຶກສາປະຫວັດທີ່ມາຂອງຄຳວ່າ "ສະຫຍາມ" ແລະຂຽນເປັນໜັງສື ຄວາມເປັນມາຂອງຄຳສະຫຍາມ ໄທ ລາວແລະຂອມ ແລະລັກສະນະທາງສັງຄົມຂອງຊື່ຊົນຊາດ ມີຄວາມສະຫຼຸບໄດ້ວ່າ:

ຈະຕ້ອງເປັນຄຳເປັນຄຳທີ່ຄ້າຍກັບ "ຊາມ-ຊຽມ" ຕາມສົມມຸດຕິຖານທາງນິຮຸກຕິສາດມີຄວາມກ່ຽວຂ້ອງກັບນ້ຳ ເນື່ອງຈາກພົບໃນພົງສາວະດານລາຊະວົງຫຍວນ ອັນສອດຄ້ອງກັບວິຖີຊີວິດຂອງຊົນຊາດໄຕ ນ່າຈະເປັນພາສານ່ານເຈົ້າ ທີ່ເກີດຂອງຄຳວ່າ "ສະຫຍາມ" ຢູ່ໃນບໍລິເວນທາງຕອນເໜືອຂອງພະມ້າ


ສະຫຍາມອາດເປັນຄຳມາຈາກພາສາສັນສະກິດວ່າ ສຍາມ ເຊິ່ງແປວ່າ ສີດຳ ສີຄ້ຳ ສີທອງ ຯລຯ ນັ້ນ ເບິ່ງເໝືອນຈະເປັນຄວາມເຫັນດັ້ງເດີມທີ່ແພ່ຫຼາຍຫຼາຍທີ່ສຸດ ແລະແທບຈະຍອມຮັບກັນເປັນຄວາມຈິງຊີ້ຂາດເລື່ອງຊື່ສະຫຍາມທີດຽວ

ຈິດ ພູມສັກ

ປີດີ ພະນົມຍົງ ເຄີຍຂຽນໄວ້ວ່າ ມີການໃຊ້ຊື່ສະຫຍາມມາຕັ້ງແຕ່ສະໄໝກຸງສີອະຍຸທະຍາເປັນນະຄອນຫຼວງຈົນຮອດສະໄໝລັດຊະການທີ່ 1 ແຫ່ງກຸງລັດຕະນະໂກສິນ ຊົງນຳກົດໝາຍເກົ່າມາຊຳລະແລະຮວບຮວມເປັນກົດໝາຍກາສາມດວງ ຊື່ປະເທດໄດ້ຮັບການບັນທຶກເປັນພາສາປາລີວ່າ "ສາມປະເທດ" ສາມ ຫຼື ສາມະ ແປວ່າຄວາມສະເໝີພາກ ສ່ວນ ປເທດ ແປວ່າ ປະເທດ ແຕ່ຝະລັ່ງອອກສຽງພ້ຽນເປັນຊຽມຫຼືໄຊແອມ

ຄຳທີ່ໄກ້ຄຽງກັບສະຫຍາມ

  • ຕາມພາສາມອນ ເອິ້ນຄົນໄທວ່າ "ຫຼົ່ວເຊັມ" (ຫຼົ່ວ ພາສາມອນແປວ່າພວກແລະເຊັມແປວ່າສະຫຍາມ) ຈົນຮອດປັດຈຸບັນ
  • ຊາວມະລາຍູແລະຜູ້ມີເຊື້ອສາຍມະລາຍູ (ຮວມເຖິງໃນປະເທດໄທ) ໃຊ້ຄຳເອິ້ນໄທວ່າ "ສະຫຍາມ" (ໂດຍໃນພາສາມະລາຍູປັດຕານີຈະອອກສຽງວ່າ ສິແຍ) ມາຈົນຮອດປັດຈຸບັນ (ດັງເຊັ່ນປາກົດເອກະສານຂອງກຸ່ມຜູ້ກໍ່ຄວາມບໍ່ສະຫງົບໃນບໍລິເວນຈັງຫວັດຊາຍແດນພາກໃຕ້)
  • ໃນພາສາຂະເໝນ ຄຳວ່າ "ສະຫຍາມ" ໝາຍເຖິງ "ຂະໂມຍ" ໂດຍອອກສຽງວ່າ "ຊີ-ເອມ" ເມືອງສຽມຮຽບເຊິ່ງຢູ່ໄກ້ກັບນະຄອນວັດ ຈຶງມີຄວາມໝາຍວ່າ "ພວກຂະໂມຍພ່າຍແພ້" ດັງນັ້ນ ຄວາມໝາຍຂອງຄຳວ່າ "ສະຫຍາມ" ໃນພາສາຂະເໝນຈຶງໝາຍເຖິງ "ພວກຂະໂມຍປ່າເຖື່ອນ" ເນື່ອງຈາກຍຸກທີ່ຂອມເຣືອງອຳນາດມີຄົນໄທທີ່ອົບພະຍົບມາຈາກທາງເໜືອເຂົ້າສູ່ດິນແດນພາກອີສານເຊິ່ງອາດເຂົ້າມາໂດຍການກວາດຕ້ອນຂອງຊາວຂະເໝນເອງເພື່ອໃຊ້ເປັນແຮງງານໃນການສ້າງປາສາດຫິນຕ່າງໆ ຄຳວ່າ "ສະຫຍາມ" ຈຶງເປັນຄຳຂະເໝນທີ່ໃຊ້ເອິ້ນກຸ່ມຄົນໄທເຊິ່ງໃນເວລານັ້ນຊາວຂະເໝນຍັງມອງວ່າເປັນແຄ່ຄົນປ່າ ບົນຮູບສະລັກຝາຜະໜັງ ນະ ນະຄອນວັດ ປະເທດກຳປູເຈຍທີ່ສະແດງເຖິງກຳລັງພົນຈາກອານາເຂດຕ່າງ ໆ ທີ່ໄດ້ເຂົ້າມາຮ່ວມກັບພະເຈົ້າໄຊວໍລະມັນທີ 7 ມີພາບກອງກຳລັງກອງໜຶ່ງທີ່ມີຄຳບັນຍາຍໃຕ້ພາບ "ເນະ ສະຍົມກຸກ" (ເນະ ສະຍຳກຸກ) ເຊິ່ງແປໄດ້ວ່າ "ນີ້ ສຽມກຸກ" ຫຼື "ນີ້ ຊາວສະຫຍາມ" ເປັນກອງກຳລັງຕ່າງຫາກຈາກກອງກຳລັງອານາຈັກລະໂວ້ ເຊິ່ງຮູບສະລັກຝາຜະໜັງໄດ້ສະລັກແຍກໄວ້ພ້ອມຄຳບັນຍາຍທີ່ແຕກຕ່າງກັນຢ່າງຊັດເຈນ ສັນນິຖານກັນວ່າອາດເປັນຄົນໄທ-ລາວກຸ່ມໃດກຸ່ມໜຶ່ງແຕ່ຍັງບໍ່ມີຂໍ້ສະລຸບທີ່ແນ່ຊັດເປັນທີ່ຍອມຮັບກັນ