ເໝ້ນ: Difference between revisions

ຈາກ ວິກິພີເດຍ
Content deleted Content added
No edit summary
wikidata interwiki
 
ແຖວ 22: ແຖວ 22:


[[ໝວດ:ສັດລ້ຽງລູກດ້ວຍນ້ຳນົມ|ໝເ້ນ]]
[[ໝວດ:ສັດລ້ຽງລູກດ້ວຍນ້ຳນົມ|ໝເ້ນ]]

[[de:Stachelschwein]]
[[it:Erethizon dorsatum]]
[[hu:Tarajos sül]]
[[pl:Jeżozwierze]]
[[ru:Дикобраз]]
[[sv:Jordpiggsvin]]

Latest revision as of 10:02, 18 ພຶດສະພາ 2016

ເໝ້ນ
ເໝ້ນບໍ່ຊາບຊະນິດໃນ ວົງເໝ້ນໂລກໃໝ່ (Erethizontidae)
ການຈຳແໜກຊັ້ນທາງວິທະຍາສາດ
ອານາຈັກ: Animalia
ຟີລຳ: Chordata
ຊັ້ນ: Mammalia
ອັນດັບ: Rodentia
ອັນດັບຍ່ອຍ: Hystricomorpha
Brandt, 1855
ອັນດັບຖານ: Hystricognatha
ວົງແລະສະກຸນ
ເບິ່ງໃນເນື້ອຫາ

ເໝ້ນ (ອັງກິດ: Porcupine, ອັນດັບຍ່ອຍ: Hystricomorpha) ແມ່ນອັນດັບຍ່ອຍຂອງສັດລ້ຽງລູກດ້ວຍນ້ຳນົມ ໃນອັນດັບສັດແຂ້ວແທະ (Rodentia). ໃຊ້ຊື່ວິທະຍາສາດວ່າ Hystricomorpha.

ໂດຍຄຳວ່າ Hystricomorpha ນັ້ນມາຈາກພາສາລາແຕັງ ຄຳວ່າ hystrix ໝາຍເຖິງ "ເໝ້ນ" ແລະພາສາເກັກຄຳວ່າ morphē ໝາຍເຖິງ "ຮູບຮ່າງ".

ໂດຍສັດທີ່ຮູ້ຈັກກັນເປັນຢ່າງດີຂອງອັນດັບຍ່ອຍນີ້ແມ່ນ ເໝ້ນ ອັນເປັນສັດລ້ຽງລູກດ້ວຍນ້ຳນົມສ່ຳກາງຄ່ອນຂ້າງໄປທາງໃຫຍ່ ທີ່ມີຈຸດເດ່ນ ແມ່ນ ຂົນເທິງໂຕທີ່ເປັນໜາມແຫຼມ ໃຊ້ສຳລັບປ້ອງກັນໂຕ. ກະຈາຍພັນໄປໃນແຫຼ່ງຮ້ອນແລະແຫຼ່ງອົບອຸ່ນທົ່ວທັງໂລກ ຄື ທະວີບອາຊີ, ອາຟະລິກ, ອະເມລິກາເໜືອແລະອະເມລິກາໃຕ້ ອັນແບ່ງອອກໄດ້ຕື່ມເປັນ 2 ວົງ.

ເໝ້ນ ເປັນສັດທີ່ມີຄວາມເຊື່ອວ່າສະບັດຂົນເຂົ້າໃສ່ສັດຕູໄດ້ ແຕ່ຄວາມແທ້ແລ້ວບໍ່ໄດ້ເປັນເຊ່ນນັ້ນ. ເມື່ອເໝ້ນພໍ້ສັດຕູຈະຟ້າວຫັນຫຼັງໃຫ້ ແລ້ວແລ່ນໜີໄປພ້ອມທັງສັ່ນຂົນໃຫ້ເກີດສຽງດັງກາວໆ ເປັນການເຕືອນ ບໍ່ໃຫ້ຜູ້ເຮັດຮ້າຍເຂົ້າໃກ້. ແຕ່ຄັນຫາກສັດຕູຍັງແລ່ນໄລ່ຢູ່ ເໝ້ນຈະຟ້າວເຊົາທັນທີ ພ້ອມທັງພອງຂົນໃຫ້ຕັ້ງຊັນ ແລະແລ່ນຖອຍຫຼັງເຂົ້າຫາ. ສັດຕູທີ່ແລ່ນຕາມບໍ່ສາມາດຈະຢຸດໄດ້ທັນຈັ່ງຖືກຂົນເໝ້ນສຽບ. ຂົນເໝ້ນຈະຫຼົ່ນຈາກຕົວເມ່ນໄດ້ງ່າຍຫຼາຍ. ມັກຈະຕິດໄປກັບສັດທີ່ເຂົ້າມາເຮັດຮ້າຍທຸກເມື່ອແລະອາດເຮັດໃຫ້ສັດຕູຕາຍໄດ້. ໃນຍາມແຕ່ກ່ອນ ຜູ້ລ່າເນື້ອທີ່ເຂົ້າໄປລ່າສັດມັກຈະເອົາໝາໄປນຳເພື່ອຊ່ວຍດົມກິ່ນແລະຄົ້ນຫາສັດປ່າ ຄັນພໍ້ເຫັນ ເໝ້ນມັນຈະແລ່ນໄລ່ທັນທີ ເມື່ອເໝ້ນເຊົາແລ່ນ ໝາຈະແລ່ນຕຳເໝ້ນທັນທີຈັ່ງມັກໄດ້ຮັບບາດເຈັບແລະມີຂົນເໝ້ນຕິດຕາມຕົວ. ເມື່ອເຈ້າຂອງໝາພໍ້ເຂົ້າຈຶ່ງຄຶດວ່າເໝ້ນສະບັດຂົນເຂົ້າໃສ່ ເຮັດໃຫ້ມີຄວາມເຊື່ອຜິດໆ ສືບຕາມກັນມາ.