ວັດທະນະທຳ: Difference between revisions

ຈາກ ວິກິພີເດຍ
Content deleted Content added
Bot: Migrating 147 interwiki links, now provided by Wikidata on d:q11042 (translate me)
wikidata interwiki
ແຖວ 8: ແຖວ 8:


[[ໝວດ:ວັດທະນະທຳ| ]]
[[ໝວດ:ວັດທະນະທຳ| ]]

[[diq:Portal:Zagon]]

ລຸ້ນແກ້ໄຂເກົ່າເມື່ອ 10:01, 18 ພຶດສະພາ 2016

ວັດທະນະທຳ (ປາລີ: ວທນທມມ໌)ໂດຍທົ່ວໄປໝາຍເຖິງ ຮູບແບບຂອງກິດຈະກຳແລະໂຄງສ້າງແນວສັນຍະລັກທີ່ເຮັດໃຫ້ກິດຈະກຳນັ້ນເດັ່ນແລະມີຄວາມສຳຄັນ. ວິຖີການດຳເນີນຊີວິດ ເຊິ່ງເປັນພຶດຕິກຳແລະສິ່ງທີ່ຄົນໃນໝູ່ຜະລິດສ້າງຂຶ້ນ ດ້ວຍການຮຽນຮູ້ແຕ່ກັນແລະກັນ ແລະຮ່ວມໃຊ້ຢູ່ໃນໝູ່ພວກຂອງຕົນ. ວັດທະນະທຳສ່ວນໜຶ່ງສາມາດສະແດງອອກຜ່ານ ດົນຕີ ວັນນະກຳ ຈິຕະກຳ ປະຕິມາກຳ ການລະຄອນແລະຮູບເງົາ.

ແມ່ນບາງເທື່ອອາດມີຜູ້ກ່າວວ່າວັດທະນະທຳແມ່ນເລື່ອງທີ່ວ່າດ້ວຍການບໍລິໂພກແລະສິນຄ້າບໍລິໂພກ ຄື ວັດທະນະທຳລະດັບສູງ ວັດທະນະທຳລະດັບຕ່ຳ ວັດທະນະທຳພື້ນບ້ານ ເປັນຕົ້ນ ແຕ່ນັກມານຸດສາດໂດຍທົ່ວໄປພັດມັກກ່າວເຖິງວັດທະນະທຳວ່າ ແມ່ນບໍ່ໄດ້ເປັນພຽງສິນຄ້າບໍລິໂພກ ແຕ່ແມ່ນກະບວນການໃນການຜະລິດສິນຄ້າແລະການໃຫ້ຄວາມໝາຍແກ່ສິນຄ້ານັ້ນໆ ນຳ.

ທັງຍັງຮວມໄປເຖິງຄວາມສັມພັນທາງສັງຄົມແລະແນວການປະຕິບັດທີ່ເຮັດໃຫ້ວັຖຸແລະກະບວນການໃນຜະລິດຫຼອມຮວມຢູ່ນຳກັນ. ໃນສາຍຕາຂອງນັກມານຸດສະຍະວິທະຍາແມ່ນຮວມໄປເຖິງເທກໂນໂລຢີ ສິລະປະ ວິທະຍາສາດຮວມທັງລະບົບສີລະທຳ ວັດທະນະທຳໃນພູມພາກຕ່າງໆ. ອາດໄດ້ຮັບອິດທິພົນແຕ່ການຕິດຕໍ່ນຳພູມພາກອື່ນ ຄື ການເປັນອານານິຄົມ ການຄ້າຂາຍ ການຍ້າຍຖິ່ນຖານ ການສື່ສານມວນຊົນແລະສາສະໜາ. ຕື່ມທັງລະບົບຄວາມເຊື່ອ ບໍ່ວ່າຈະເປັນເລື່ອງສາສະໜາມີບົດບາດໃນວັດທະນະທຳໃນປະຫວັດສາດຂອງມະນຸດຊາດມາໂດຍຕະຫຼອດ