ສະຫຍາມ: Difference between revisions

ຈາກ ວິກິພີເດຍ
Content deleted Content added
Tag: Mobile app edit
Tag: Mobile app edit
ແຖວ 18: ແຖວ 18:


'''ຈິດ ພູມສັກ'''
'''ຈິດ ພູມສັກ'''

[[ປີດີ ພະນົມຍົງ]] ເຄີຍຂຽນໄວ້ວ່າ ມີການໃຊ້ຊື່ສະຫຍາມມາຕັ້ງແຕ່ສະໄໝກຸງສີອະຍຸທະຍາເປັນນະຄອນຫຼວງຈົນຮອດສະໄໝລັດຊະການທີ່ 1 ແຫ່ງກຸງລັດຕະນະໂກສິນ ຊົງນຳກົດໝາຍເກົ່າມາຊຳລະແລະຮວບຮວມເປັນກົດໝາຍກາສາມດວງ ຊື່ປະເທດໄດ້ຮັບການບັນທຶກເປັນພາສາປາລີວ່າ "ສາມປະເທດ" ສາມ ຫຼື ສາມະ ແປວ່າຄວາມສະເໝີພາກ ສ່ວນ ປເທດ ແປວ່າ ປະເທດ ແຕ່ຝະລັ່ງອອກສຽງພ້ຽນເປັນຊຽມຫຼືໄຊແອມ

ລຸ້ນແກ້ໄຂເກົ່າເມື່ອ 05:39, 9 ເມສາ 2016

ຮູບ:Flag of Thailand 1855.svg.png
ທຸງຊ້າງເຜືອກ ທຸງຊາດສະຫຍາມ ພ.ສ. 2398 - 31 ທັນວາ ພ.ສ. 2459

ສະຫຍາມ (ໄທ: สยาม) (ອັກສອນລະຕິນ: Siam,ອັກສອນເທວະນາຄີ: श्याम(ຄຳເຄົ້າ:ສຍາມ) ເຄີຍເປັນຊື່ຮຽກປະເທດໄທໃນອະດີດ ແຕ່ບໍ່ແມ່ນຊື່ທີ່ຄົນໄທຮຽກຕົນເອງ ລາຊະບັນດິດຍະສະຖານລະບຸວ່າສະຫຍາມເປັນຊື່ຮຽກດິນແດນແລະກຸ່ມຊົນທີ່ອາໄສໃນດິນແດນມາຕັ້ງແຕ່ສະໄໝບູຮານ

ສະຫຍາມເປັນຊື່ຢ່າງເປັນທາງການຂອງໄທຕັ້ງແຕ່ລັດຊະການພະບາດສົມເດັດພະຈອມເກົ້າເຈົ້າຢູ່ຫົວເປັນຕົ້ນມາ ກ່ອນປ່ຽນເປັນ "ໄທ" ເມື່ອວັນທີ່ 24 ມິຖຸນາ ຄ.ສ.1939 ພະມະຫາກະສັດຊົງໃຊ້ຊື່ "ສະຫຍາມ" ໃນການເຮັດສົນທິສັນຢາກັບຕ່າງຊາດເປັນເວລາຫຼາຍສະຕະວັດ ເນື່ອງຈາກລາຊະອານາຈັກປະກອບດ້ວຍຄົນຫຼາຍຊາດພັນ ເຊັ່ນ ໄທ ລາວ ມອນ ຍວນ ຂະເໝນ ແຂກ ຈີນ ຝະລັ່ງ ແລະມະລາຍູ ພະມະຫາກະສັດໄທຈຶງເອິ້ນດິນແດນແຫ່ງນີ້ວ່າ ປະເທດສະຫຍາມ ເພື່ອຄວາມເປັນອັນໜຶ່ງ ອັນດຽວກັນຂອງປະຊາຊົນ ອີກທັງຊື່ສະຫຍາມນັ້ນ ກໍຍັງຄົງເປັນທີ່ຮູ້ຈັກກັນຢ່າງແພ່ຫຼາຍໃນວົງການວິຊາການຂອງຕ່າງປະເທດອີກດ້ວຍ

ໃນປັດຈຸບັນມີຄວາມພະຍາຍາມທີ່ຈະປ່ຽນຊື່ປະເທດໄທກັບໄປເປັນສະຫຍາມ ແຕ່ຄົນໄທເດີມບໍ່ຮຽກຕົວເອງວ່າ ສະຫຍາມ ກັບເປັນຄົນກຸ່ມມອນ-ຂະເໝນທີ່ຮຽກຄົນທີ່ໃຊ້ພາສາຕະກູນໄທ-ລາວ ດ໋ຽວນີ້ຊາວບູ (ມອນ-ຂະເໝນ) ໃນເຂດມຸກດາຫານຮຽກພວກຜູ້ໄທວ່າຊຽມ ຮວມເຖິງໃນເຂດຈີນ-ພະມ້າ ຄົນໄທມັກຖືກພວກລະວ້າຮຽກວ່າຊຽມແລະໂດຍລັກສະນະການຮຽກຊື່ຊົນຊາດອື່ນ ສ່ວນຫຼາຍເປັນຄຳບໍ່ຄ່ອຍດີ ຊຽມຫຼືສະຫຍາມ ອາດເປັນຄຳທີ່ບໍ່ຄ່ອຍດີກໍໄດ້ ເໝືອນທີ່ຈີນຮຽກຜູ້ໄທວ່າ ໄປ່ເຍວ່ ຫຼື ລາວ ຮຽກພວກທີ່ເວົ້າພາສາມອນ-ຂະເໝນວ່າ "ຂ່າ" ເປັນຕົ້ນ ພໍບໍ່ຮູ້ຄຳວ່າຄວາມໝາຍກໍເອົາຄຳວ່າ "ຂ່າ" ໄປເປັນຊື່ຊົນຊາດໄປ ທັງທີ່ມາຈາກການເຫຍີຍດຫຍາມ

ແນວຄິດກ່ຽວກັບທີ່ມາ

ຈົນຮອດປັດຈຸບັນນີ້ ກໍຍັງບໍ່ມີຜູ້ໃດຊາບທີ່ມາຂອງຄຳວ່າສະຫຍາມວ່າມາຈາກບ່ອນໃດຢ່າງແນ່ຊັດ ເຊິ່ງມີຄວາມຄິດເຫັນຂອງຜູ້ຮູ້ຕ່າງ ໆ ດັງນີ້ ຈິດ ພູມສັກ ໄດ້ສຶກສາປະຫວັດທີ່ມາຂອງຄຳວ່າ "ສະຫຍາມ" ແລະຂຽນເປັນໜັງສື ຄວາມເປັນມາຂອງຄຳສະຫຍາມ ໄທ ລາວແລະຂອມ ແລະລັກສະນະທາງສັງຄົມຂອງຊື່ຊົນຊາດ ມີຄວາມສະຫຼຸບໄດ້ວ່າ:

ຈະຕ້ອງເປັນຄຳເປັນຄຳທີ່ຄ້າຍກັບ "ຊາມ-ຊຽມ" ຕາມສົມມຸດຕິຖານທາງນິຮຸກຕິສາດມີຄວາມກ່ຽວຂ້ອງກັບນ້ຳ ເນື່ອງຈາກພົບໃນພົງສາວະດານລາຊະວົງຫຍວນ ອັນສອດຄ້ອງກັບວິຖີຊີວິດຂອງຊົນຊາດໄຕ ນ່າຈະເປັນພາສານ່ານເຈົ້າ ທີ່ເກີດຂອງຄຳວ່າ "ສະຫຍາມ" ຢູ່ໃນບໍລິເວນທາງຕອນເໜືອຂອງພະມ້າ


ສະຫຍາມອາດເປັນຄຳມາຈາກພາສາສັນສະກິດວ່າ ສຍາມ ເຊິ່ງແປວ່າ ສີດຳ ສີຄ້ຳ ສີທອງ ຯລຯ ນັ້ນ ເບິ່ງເໝືອນຈະເປັນຄວາມເຫັນດັ້ງເດີມທີ່ແພ່ຫຼາຍຫຼາຍທີ່ສຸດ ແລະແທບຈະຍອມຮັບກັນເປັນຄວາມຈິງຊີ້ຂາດເລື່ອງຊື່ສະຫຍາມທີດຽວ

ຈິດ ພູມສັກ

ປີດີ ພະນົມຍົງ ເຄີຍຂຽນໄວ້ວ່າ ມີການໃຊ້ຊື່ສະຫຍາມມາຕັ້ງແຕ່ສະໄໝກຸງສີອະຍຸທະຍາເປັນນະຄອນຫຼວງຈົນຮອດສະໄໝລັດຊະການທີ່ 1 ແຫ່ງກຸງລັດຕະນະໂກສິນ ຊົງນຳກົດໝາຍເກົ່າມາຊຳລະແລະຮວບຮວມເປັນກົດໝາຍກາສາມດວງ ຊື່ປະເທດໄດ້ຮັບການບັນທຶກເປັນພາສາປາລີວ່າ "ສາມປະເທດ" ສາມ ຫຼື ສາມະ ແປວ່າຄວາມສະເໝີພາກ ສ່ວນ ປເທດ ແປວ່າ ປະເທດ ແຕ່ຝະລັ່ງອອກສຽງພ້ຽນເປັນຊຽມຫຼືໄຊແອມ