ລັດຖະບານ: Difference between revisions

ຈາກ ວິກິພີເດຍ
Content deleted Content added
r2.7.2+) (ໂຣບົດ ພວມແປງ: war:Punuan
ແຖວ 69: ແຖວ 69:
ΞΞΞ ປັດຈຸບັນຄະນະລັດຖະບານປະກອບມີຄື:ΞΞΞ
ΞΞΞ ປັດຈຸບັນຄະນະລັດຖະບານປະກອບມີຄື:ΞΞΞ
1. ທ່ານ ທອງສິງ ທຳມະວົງ ເປັນນາຍຍົກລັດຖະມົນຕີ
1. ທ່ານ ທອງສິງ ທຳມະວົງ ເປັນນາຍຍົກລັດຖະມົນຕີ
2. ທ່ານ ອາຊາງ ລາວລີ ເປັນຮອງນາຍຍົກລັດມົນຕີ
2. ທ່ານ ອາຊາງ ລາວລີ ເປັນຮອງນາຍຍົກລັດຖະມົນຕີ
3. ທ່ານ ດຣ ທອງລຸນ ສີສຸລິດ ເປັນຮອງນາຍຍົກລັດຖະມົນຕີວ່າການກະຊວງການຕ່າງປະເທດ
3. ທ່ານ ດຣ ທອງລຸນ ສີສຸລິດ ເປັນຮອງນາຍຍົກລັດຖະມົນຕີວ່າການກະຊວງການຕ່າງປະເທດ
4. ທ່ານ ພົນໂທ ດວງໃຈ ພິຈິດ ເປັນຮອງນາຍຍົກລັດຖະມົນຕີວ່າການກະຊວງການຕ່າງປະເທດ
4. ທ່ານ ພົນໂທ ດວງໃຈ ພິຈິດ ເປັນຮອງນາຍຍົກລັດຖະມົນຕີວ່າການກະຊວງປ້ອງກັນປະເທດ
5. ທ່ານ ສົມສະຫວາດ ເລັ່ງສະຫວັດ ເປັນຮອງນາຍຍົກ
5. ທ່ານ ສົມສະຫວາດ ເລັ່ງສະຫວັດ ເປັນຮອງນາຍຍົກ
6. ທ່ານ ດຣ ບຸນທອນ ຈິດມະນີ ເປັນປະທານອົງການກວດກາລັດຖະບານຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ
6. ທ່ານ ດຣ ບຸນທອນ ຈິດມະນີ ເປັນປະທານອົງການກວດກາລັດຖະບານຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ
7. ທ່ານ ດຣ ຄຳພັນ ວິພາວັນ ເປັນລັດຖະມົນຕີວ່າການກະຊວງສຶກສາ ແລະ ກິລາ
7. ທ່ານ ດຣ ຄຳພັນ ວິພາວັນ ເປັນລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາ
8. ທ່ານ ດຣ ທອງບັນ ແສງອາພອນ ເປັນລັດຖະມົນຕີປ້ອງກັນຄວາມສະຫງົບ
8. ທ່ານ ດຣ ທອງບັນ ແສງອາພອນ ເປັນລັດຖະມົນຕີປ້ອງກັນຄວາມສະຫງົບ
9. ທ່ານ ນາງ ອ່ອນຈັນ ທຳມະວົງ ເປັນລັດຖະມົນຕີວ່າການກະຊວງແຮງງານ - ສະຫວດດີການສັງຄົມ
9. ທ່ານ ນາງ ອ່ອນຈັນ ທຳມະວົງ ເປັນລັດຖະມົນຕີວ່າການກະຊວງແຮງງານ - ສະຫວັດດີການສັງຄົມ
10. ທ່ານ ດຣ ຈະເລີນ ເຍຍປາວເຮີ ເປັນລັດຖະມົນຕີວ່າການກະຊວງຍຸຕິທຳ
10. ທ່ານ ດຣ ຈະເລີນ ເຍຍປາວເຮີ ເປັນລັດຖະມົນຕີວ່າການກະຊວງຍຸຕິທຳ
11. ທ່ານ ສຸລິວົງ ດາລາວົງ ເປັນລັດຖະມົນຕີວ່າການກະຊວງພະລັງງານ - ບໍ່ແຮ່
11. ທ່ານ ສຸລິວົງ ດາລາວົງ ເປັນລັດຖະມົນຕີວ່າການກະຊວງພະລັງງານ - ບໍ່ແຮ່
ແຖວ 82: ແຖວ 82:
13. ທ່ານ ວິໄລວັນ ພົມເຂ ເປັນລັດຖະມົນຕີວ່າການກະຊວງກະສິກຳ - ປ່າໄມ້
13. ທ່ານ ວິໄລວັນ ພົມເຂ ເປັນລັດຖະມົນຕີວ່າການກະຊວງກະສິກຳ - ປ່າໄມ້
14. ທ່ານ ດຣ ສິນລະວົງ ຄຸດໄພທູນ ເປັນລັດຖະມົນຕີຫົວໜ້າລັດຖະບານ
14. ທ່ານ ດຣ ສິນລະວົງ ຄຸດໄພທູນ ເປັນລັດຖະມົນຕີຫົວໜ້າລັດຖະບານ
15. ທ່ານ ດຣ ນາມ ວິລະເກດ ເປັນລັດຖະມົນຕີວ່າການກພຊວງອຸດສາຫະກຳ - ການຄ້າ
15. ທ່ານ ດຣ ນາມ ວິລະເກດ ເປັນລັດຖະມົນຕີວ່າການກະຊວງອຸດສາຫະກຳ - ການຄ້າ
16. ທ່ານ ສົມມາດ ພົມເສນາ ເປັນລັດຖະມົນຕີວ່າການກະຊວງໂຍທາທິການແລະ ຂົນສົ່ງ
16. ທ່ານ ສົມມາດ ພົມເສນາ ເປັນລັດຖະມົນຕີວ່າການກະຊວງໂຍທາທິການແລະ ຂົນສົ່ງ
17. ທ່ານ ສົມດີ ດວງດີ ລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທືນ
17. ທ່ານ ສົມດີ ດວງດີ ລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທືນ
18. ທ່ານ ພູມເພັດ ຄຳພູນວົງ ເປັນລັດຖະມົນຕີກະຊວງການເງີນ
18. ທ່ານ ພູເພັດ ຄຳພູນວົງ ເປັນລັດຖະມົນຕີກະຊວງການເງີນ
19. ທ່ານ ສຈ.ດຣ ບໍ່ແສງຄຳ ວົງດາລາ ເປັນລັດຖະມົນຕີກະຊວງຖະແຫຼງຂ່າວ - ວັດຖະນະທຳສັງຄົມ ແລະ ທອງທ່ຽວ
19. ທ່ານ ສຈ.ດຣ ບໍ່ແສງຄຳ ວົງດາລາ ເປັນລັດຖະມົນຕີກະຊວງຖະແຫຼງຂ່າວ - ວັດຖະນະທຳສັງຄົມ ແລະ ທອງທ່ຽວ
20.
20.

ລຸ້ນແກ້ໄຂເກົ່າເມື່ອ 04:27, 30 ຕຸລາ 2012

ລັດຖະບານແມ່ນ ອົງກອນບໍລິຫານ ຂອງປະເທດໃດໜຶ່ງ ທີ່ໂດຍ ທົ່ວໄປແລ້ວ ຈະມີ ນາຍົກລັດຖະມົນຕີເປັນຫົວໜ້າອົງກອນ ແລະ ປະກອບດ້ວຍ ອົງກອນຫຼັກຕ່າງໆ ເຊັ່ນ ບັນດາ ກະຊວງ, ທະບວງ,ກົມ.ມັນ ແມ່ນໜຶ່ງ ໃນອຳນາດລັດ ທີ່ ປະກອບດ້ວຍ

  1. ອຳນາດນິຕິບັນຍັດ(ສະພາ)
  2. ອຳນາດບໍລິຫານ(ລັດຖະບານ)
  3. ອຳນາດຕຸລາການ(ສານ)

ເບິ່ງເພີ່ມຕື່ມ

ລະບົບການເມືອງຂອງ ສປປລາວ


ລັດຖະບານ

ລັດຖະບານແມ່ນອົງການບໍລິຫານແຫ່ງລັດ. ລັດຖະບານຄູ້ມຄອງຢ່າງເປັນເອກກະພາບ ການປະຕິບັດໜ້າທີ່ຂອງລັດ ໃນທຸກດ້ານ: ການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ປ້ອງກັນຊາດ - ປ້ອງກັນຄວາມສະຫງົບແລະ ການຕ່າງປະເທດ.


ລັດຖະບານມີສິດ ແລະ ໜ້າທີ່ດັ່ງນີ້: 1. ປະຕິບັດລັດຖະທຳມະນູນ, ກົດໝາຍ ແລະ ມະຕິຂອງສະພາແຫ່ງຊາດ, ລັດຖະບັນຍັດ ແລະ ລັດຖະດຳລັດ ຂອງປະທານປະເທດ. 2. ສະເໜີຮ່າງກົດໝາຍ ແລະ ຮ່າງລັດຖະບັນຍັດຕໍ່ສະພາແຫ່ງຊາດ, ຮ່າງລັດຖະດຳລັດຕໍ່ປະທານປະເທດ. 3. ກຳນົດແຜນຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນຫງົບປະມານແຫ່ງລັດປະຈຳປີ ແລ້ວ ນຳສະເໜີໃຫ້ສະພາແຫ່ງຊາດພິຈາລະນາ ແລະ ຣັບຮອງເອົາ. 4. ລາຍງານການເຄື່ອນໄຫວວຽກງານຂອງຕົນຕໍ່ສະພາແຫ່ງຊາດ, ຕໍ່ຄະນະປະຈຳສະພາແຫ່ງຊາດ(ໃນເວລາທີ່ ສະພາແຫ່ງຊາດບໍ່ໄດ້ເປີດກອງປະຊູມ) ແລະ ລາຍງານຕໍ່ປະທານປະເທດ. 5. ອອກດຳລັດ, ມະຕິຕົກລົງກ່ຽວກັບການຄູ້ມຄອງລັດ, ຄູ້ມຄອງເສດຖະກິດ - ສັງຄົມ, ວິທະຍາສາດ, ເຕັກນິກ, ເຕັກໂນໂລຢີ, ຊັບພະຍາກອນແຫ່ງຊາດ, ສີ່ງແວດລ້ວມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫົງບສຸກ ແລະ ການຕ່າງປະເທດ. 6. ຈັດຕັ້ງ, ຊີ້ນຳ ແລະ ກວດກາການເຄື່ອນໄຫວຂອງບັນດາຂະແໜງການ ແລະ ອົງການປົກຄອງທ້ອງຖີ່ນ. 7. ຈັດຕັ້ງ ແລະ ກວດກາການເຄື່ອນໄຫວກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. 8. ເຊັນສົນທິສັນຍາ, ສັນຍາກັບຕ່າງປະເທດ ແລະ ຊີ້ນຳການປະຕິບັດສົນທິສັນຍາ ແລະ ສັນຍາທີ່ໄດ້ເຊັນແລ້ວ. 9. ງົດການປະຕິບັດ, ລົບລ້າງ ຫລື ຍົກເລີກຂໍ້ຕົກລົງ, ຄຳສັ່ງຂອງກະຊວງ, ອົງການທຽບເທົ່າກະຊວງ, ອົງການ ທີ່ຂື້ນກັບລັດຖະບານ ແລະ ອົງການປົກຄອງທ້ອງຖີ່ນທີ່ຂັດກັບລະບຽບກົດໝາຍ. 10. ປະຕິບັດສິດ ແລະ ໜ້າທີ່ອື່ນໆ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.


ລັດຖະບານປະກອບດ້ວຍນາຍົກລັດຖະມົນຕີ, ຮອງນາຍຍົກລັດຖະມົນຕີ, ລັດຖະມົນຕີ, ຫົວໜ້າອົງການທຽບເທົ່າກະ ຊວງ. ລັດຖະບານມີອາຍຸການເທົ່າກັບອາຍຸການຂອງສະພາແຫ່ງຊາດ.


ນາຍຍົກລັດຖະມົນຕີແມ່ນປະທານປະເທດເປັນຜູ້ແຕ່ງຕັ້ງ ຫລື ປົດຕຳແໜ່ງພາຍຫລັງທີ່ສະພາແຫ່ງຊາດທີ່ໄດ້ຮັບ ຮອງເອົາແລ້ວ.


ນາຍົກລັດຖະມົນຕີເປັນຫົວໜ້າລັດຖະບານ ແລະ ຕາງໜ້າໃຫ້ລັດຖະບານຊີ້ນຳ ແລະ ອຳນວຍຄວບຄູມວຽກງານ ຂອງລັດຖະບານ, ຊີ້ນຳວຽກງານຂອງກະຊວງ, ອົງການທຽບເທົ່າກະຊວງ, ທະບວງ ແລະ ອົງການອື່ນໆທີ່ຂື້ນກັບ ລັດຖະບານ, ຊີ້ນຳວຽກງານຂອງແຂວງ ແລະ ນະຄອນ. ນາຍົກລັດຖະມົນຕີແຕ່ງຕັ້ງ, ຍົກຍ້າຍ ຫລື ປົດຕຳແໜ່ງ ລັດຖະມົນຕີຊ່ວຍວ່າການ, ຮອງຫົວໜ້າອົງການທຽບເທົ່າກະຊວງ, ຫົວໜ້າທະບວງ, ຮອງເຈົ້າແຂວງ, ຮອງເຈົ້າ ຄອງນະຄອນ, ເລື່ອນຊັ້ນ ຫລື ປົດຊັ້ນພັນເອກຂອງກຳລັງປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະ ຕຳແໜ່ງ ອື່ນໆ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ. ບັນດາຮອງນາຍົກລັດຖະມົນຕີ ເປັນຜູ້ຊ່ວຍວຽກນາຍົກລັດຖະມົນຕີ ແລະ ຮັບຜິດຊອບວຽກງານໃດໜື່ງຕາມການມອບໝາຍຂອງນາຍົກລັດຖະມົນຕີ. ເມື່ອນາຍົກລັດຖະມົນຕີຕິດຂັດ ແມ່ນຮອງ ນາຍົກລັດຖະມົນຕີຜູ້ທີ່ໄດ້ຮັບມອບໝາຍເປັນຜູ້ວ່າການແທນ.


ລັດຖະບານ ຫລື ສະມາຊິກລັດຖະບານທ່ານໃດທ່ານໜື່ງອາດຈະຖຶກສະພາແຫ່ງຊາດພິຈາລະນາ ແລະ ລົງມະຕິ ບໍ່ໄວ້ວາງໃຈຖ້າວ່າຄະນະປະຈຳສະພາແຫ່ງຊາດ ຫືລ ມີຢ່າງໜ້ອຍໜື່ງສາມສ່ວນສີ່ຂອງຈຳນວນສະມາຊິກສະພາ ແຫ່ງຊາດທັງໝົດຫາກສະເໜີບັນຫານີ້ຂື້ນ. ໃນໄລຍະເວລາຊາວສີ່ຊົ່ວໂມງ ພາຍຫັລງທີ່ສະພາແຫ່ງຊາດໄດ້ລົງມະ ຕິບໍ່ໄວ້ວາງໃຈແລ້ວ ປະທານປະເທດມີສິດສະເໜີໃຫ້ສະພາແຫ່ງຊາດພິຈາລະນາຄືນໃໝ່. ການພິຈາລະນາເທື່ອທີ່ ສອງຕ້ອງຫ່າງຈາກການພິຈາລະນາເທື່ອທີ່ໜື່ງສີ່ສິບແປດຊົ່ວໂມງ. ຖ້າວ່າການລົງມັດຕິເທື່ອໃໝ່ຫາກບໍ່ໄດ້ຮັບຄວາມ ໄວ້ວາງໃຈອີກແລ້ວລັດຖະບານ ຫລືືສະມາຊິກລັດຖະບານທ່ານນັ້ນຕ້ອງລາອອກ.



ໂຄງປະກອບການຈັດຕັ້ງ , ສິດ ແລະໜ້າທີ່ຂອງລັດຖະບານ

ໂຄງປະກອບກົງຈັກຂອງລັດຖະບານ

ກົງຈັກຂອງລັດຖະບານ ແຫ່ງ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ປະ ກອບດ້ວຍສຳນັກງານນາຍົກລັດ ຖະມົນຕີ , ກະຊວງ​ແລະອົງ ການທຽບເທົ່າກະຊວງ ຊຶ່ງ ຖືກ ຮັບ ຮອງ ເອົາ​ໂດຍສະພາແຫ່ງຊາດ ຕາມ ການ ສະເໜີ ຂອງ​ນາຍົກລັດຖະມົນຕີ.

ການກຳນົດໂຄງປະກອບກົງຈັກຂອງລັດຖະບານ ແມ່ນອີງໃສ່ຄວາມຮຽກຮ້ອງຕ້ອງ ການ ຕົວຈິງຂອງປະ​ເທດ ໃນແຕ່ ລະໄລຍະ.


ໂຄງປະກອບຂອງລັດຖະບານ

ລັດຖະບານປະກອບດ້ວຍນາຍົກລັດຖະມົນຕີ,ຮອງນາຍົກລັດຖະມົນຕີ , ລັດຖະ ມົນຕີ ວ່າ ການກະຊວງ , ລັດຖະ ມົນຕີ ປະຈຳສຳນັກ ງານ ນາຍົກ ລັດຖະມົນຕີ ແລະຫົວໜ້າອົງ ການທຽບເທົ່າ ກະຊວງ.

ΞΞΞ ປັດຈຸບັນຄະນະລັດຖະບານປະກອບມີຄື:ΞΞΞ

  1. ທ່ານ ທອງສິງ ທຳມະວົງ ເປັນນາຍຍົກລັດຖະມົນຕີ
       2. ທ່ານ ອາຊາງ ລາວລີ ເປັນຮອງນາຍຍົກລັດຖະມົນຕີ
       3. ທ່ານ ດຣ ທອງລຸນ ສີສຸລິດ ເປັນຮອງນາຍຍົກລັດຖະມົນຕີວ່າການກະຊວງການຕ່າງປະເທດ
       4. ທ່ານ ພົນໂທ ດວງໃຈ ພິຈິດ ເປັນຮອງນາຍຍົກລັດຖະມົນຕີວ່າການກະຊວງປ້ອງກັນປະເທດ
       5. ທ່ານ ສົມສະຫວາດ ເລັ່ງສະຫວັດ ເປັນຮອງນາຍຍົກ
       6. ທ່ານ ດຣ ບຸນທອນ ຈິດມະນີ ເປັນປະທານອົງການກວດກາລັດຖະບານຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ
       7. ທ່ານ ດຣ ຄຳພັນ ວິພາວັນ ເປັນລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາ
       8. ທ່ານ ດຣ ທອງບັນ ແສງອາພອນ ເປັນລັດຖະມົນຕີປ້ອງກັນຄວາມສະຫງົບ
       9. ທ່ານ ນາງ ອ່ອນຈັນ ທຳມະວົງ ເປັນລັດຖະມົນຕີວ່າການກະຊວງແຮງງານ - ສະຫວັດດີການສັງຄົມ
     10. ທ່ານ ດຣ ຈະເລີນ ເຍຍປາວເຮີ ເປັນລັດຖະມົນຕີວ່າການກະຊວງຍຸຕິທຳ
     11. ທ່ານ ສຸລິວົງ ດາລາວົງ ເປັນລັດຖະມົນຕີວ່າການກະຊວງພະລັງງານ - ບໍ່ແຮ່
     12. ທ່ານ ບຸນເພັງ ມູນໂພໄຊ ເປັນລັດຖະມົນຕີປະຈຳຫ້ອງວ່າການລັດຖະບານ
     13. ທ່ານ ວິໄລວັນ ພົມເຂ ເປັນລັດຖະມົນຕີວ່າການກະຊວງກະສິກຳ - ປ່າໄມ້
     14. ທ່ານ ດຣ ສິນລະວົງ ຄຸດໄພທູນ ເປັນລັດຖະມົນຕີຫົວໜ້າລັດຖະບານ 
     15. ທ່ານ ດຣ ນາມ ວິລະເກດ ເປັນລັດຖະມົນຕີວ່າການກະຊວງອຸດສາຫະກຳ - ການຄ້າ
     16. ທ່ານ ສົມມາດ ພົມເສນາ ເປັນລັດຖະມົນຕີວ່າການກະຊວງໂຍທາທິການແລະ ຂົນສົ່ງ
     17. ທ່ານ ສົມດີ ດວງດີ ລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທືນ
     18. ທ່ານ ພູເພັດ ຄຳພູນວົງ ເປັນລັດຖະມົນຕີກະຊວງການເງີນ
     19. ທ່ານ ສຈ.ດຣ ບໍ່ແສງຄຳ ວົງດາລາ ເປັນລັດຖະມົນຕີກະຊວງຖະແຫຼງຂ່າວ - ວັດຖະນະທຳສັງຄົມ ແລະ ທອງທ່ຽວ
     20.
 21.

ສິດ ແລະໜ້າທີ່ຂອງລັດຖະບານ

ລັດຖະບານ ມີສິດ ແລະໜ້າທີ່ດັ່ງນີ້ :

1. ປະຕິບັດລັດຖະທຳມະນູນ , ກົດໝາຍ , ມະຕິຕົກລົງຂອງສະພາແຫ່ງຊາດ , ລັດຖະ ບັນຍັດ ແລະ ລັດຖະດຳລັດຂອງປະທານປະເທດ, ຈັດຕັ້ງໂຄສະນາເຜີຍແຜ່ກົດ ໝາຍ, ສຶກສາອົບຮົມສະຕິເຄົາ ລບ ແລະປະຕິບັດລະບຽບກົດໝາຍ; ກຳນົດບັນດາມາດຕະການປົກປ້ອງສິດ ແລະຜົນປະໂຫຍດອັນຊອບ​ທຳ​ຂອງ​ປະຊາຊົນ ;

2. ກຳນົດແຜນຍຸດທະສາດ , ແຜນ​ພັດທະນາ ເສດ ຖະກິດ - ສັງຄົມ ແລະ ແຜນງົບ ປະມານແຫ່ງລັດປະຈຳປີແລ້ວ ນຳ ສະ ເໜີ ສະພາແຫ່ງຊາດພິຈາລະນາ ແລະ ຮັບຮອງເອົາ.

3. ຄຸ້ມຄອງຢ່າງເປັນເອກະພາບການກໍ່ສ້າງ , ການຂະຫຍາຍພື້ນຖານເສດຖະກິດ , ວັດທະນະທຳ -ສັງຄົມ, ວິທະຍາສາດ, ເຕັກນິກ, ການປະຕິບັດນະໂຍບາຍການ ເງິນ, ເງິນຕາ, ຮັບປະກັນການນຳໃຊ້ຊັບສົມບັດຂອງຊາດຢ່າງມີປະສິດທິພາບ, ປົກປ້ອງຊັບສົມບັດຂອງລັດ, ລວມໝູ່ ແລະບຸກຄົນບົນພື້ນຖານລັດຖະທຳ​ມະນູນ ແລະກົດໝາຍ.

4. ລາຍງານ ການເຄື່ອນໄຫວວຽກງານຂອງຕົນຕໍ່ສະພາແຫ່ງ ຊາດ , ຕໍ່ຄະນະ ປະຈຳສະພາແຫ່ງຊາດໃນເວລາທີ່ ສະພາ ແຫ່ງ ຊາດ ບໍ່ ໄດ້ ເປີດ ກອງ ປະຊຸມ ແລະລາຍ ງານ​ຕໍ່​ປະທານ​ປະເທດ.


5. ຄົ້ນຄວ້າ ແລະສະເໜີຮ່າງກົດໝາຍຕໍ່ສະພາແຫ່ງຊາດ ເພື່ອພິຈາລະນາຮັບ ຮອງ, ສະເໜີຮ່າງລັດຖະບັນຍັດຕໍ່ຄະນະປະຈຳສະພາແຫ່ງຊາດເພື່ອ​ພິຈາລະນາ.

6. ຄົ້ນຄວ້າ ແລະສະເໜີຮ່າງລັດຖະດຳລັດຕໍ່​ປະທານປະເທດເພື່ອ​ພິຈາລະນາຕົກລົງ.

7. ອອກດຳລັດ, ມະຕິ ຕົກລົງ ກ່ຽວກັບການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ - ສັງ ຄົມ , ວິທະຍາສາດ , ເຕັກນິກ , ເຕັກໂນໂລຢີ , ການສ້າງ ແລະນຳໃຊ້ຊັບພະຍາກອນມະນຸດ , ການປົກປັກຮັກສາ ແລະນຳໃຊ້ຊັບ​ພະຍາກອນທຳມະຊາດ , ສິ່ງ ແວດລ້ອມ ແລະຊັ ພະຍາກອນອື່ນໆ , ການປ້ອງກັນຊາດ O ປ້ອງກັນຄວາມ ສະຫງົບ ແລະການ ເຄື່ອນ ໄຫວ ວຽກ ງານ​ການ​ຕ່າງ​ປະ ເທດ ;

8. ຈັດຕັ້ງ , ຊີ້ນຳ , ອຳນວຍຄວບຄຸມ ແລະກວດກາການເຄື່ອນໄຫວຂອງບັນດາຂະແໜງການ ແລະອົງການປົກຄອງທ້ອງຖິ່ນ ເພື່ອຮັບປະກັນໃຫ້ມີປະສິດທິ ພາບ ແລະຖືກ ຕ້ອງ ຕາ​ມລະ ບຽບ​ກົດໝາຍ ;

9. ຈັດຕັ້ງ , ຄຸ້ມຄອງພົນລະເມືອງຢ່າງເປັນເອກະພາບໃນຂອບເຂດທົ່ວປະເທດ ;

10. ເພີ່ມທະວີການປັບປຸງ ແລະກວດກາວຽກງານປ້ອງກັນຊາດ , ປ້ອງກັນຄວາມ ສະຫງົບທົ່ວປວງຊົນ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ , ກໍ່ສ້າງ ກຳລັງປະກອບອາວຸດປະຊາຊົນ , ປະຕິບັດຄຳສັ່ງ ລະດົມພົນ , ກຳນົດມາດຕະ ການຕ່າງໆທີ່ຈຳເປັນ ເພື່ອປົກປັກຮັກສາປະເທດຊາດ ;

11. ງົດການປະຕິບັດ , ລົບລ້າງ ຫລືຍົກເລີກຂໍ້ຕົກລົງ , ຄຳສັ່ງ , ຄຳ ແນະນຳ ແລະແຈ້ງການ ຂອງກະຊວງ , ອົງ ການ ທຽບ ເທົ່າ ກະຊວງ , ອົງ ການ ອື່ນໆ ທີ່ ຂຶ້ນ ກັບ ລັດຖະບານ ແລະອົງ ການ ປົກຄອງທ້ອງຖິ່ນທີ່ຂັດກັບ​ລະບຽບກົດ ໝາຍ ;

12. ຕົກລົງສ້າງຕັ້ງ , ຍຸບເລີກ ແລະກຳນົດເຂດແດນຂອງເມືອງ ແລະເທດສະບານຕາມການສະເໜີຂອງ ເຈົ້າແຂວງ ຫລືເຈົ້າຄອງນະຄອນ ;

13. ຈັດຕັ້ງດຳເນີນການກວດກາ , ກວດການຂອງລັດ , ຕ້ານການລະເມີດລະບຽບ ກົດໝາຍ , ການສໍ້ລາດບັງຫລວງ ແລະປະກົດການຫຍໍ້ທໍ້ອື່ນໆ ; ພິຈາລະນາ ແກ້ໄຂຄຳຮ້ອງທຸກ ຫລືຄຳ ສະ ເໜີຂອງປະຊາຊົນ ກ່ຽວ ກັບ ການ ກະທຳ ທີ່ ບໍ່ ຖືກ​ຕ້ອງ ຂອງພະນັກງານ , ລັດຖະກອນ ແລະອົງ​ການບໍລິຫານ ລັດ ຂັ້ນຕ່າງໆ ບົນ ພື້ນຖານລະບຽບກົດໝາຍ ;

15. ພົວພັນ , ຮ່ວມມື , ເຈລະຈາ , ເຊັນສົນທິສັນຍາ ແລະສັນຍາກັບຕ່າງປະເທດ , ຄຸ້ມຄອງ ແລະ ກວດ ກາການເຄື່ອນໄຫວວຽກງານການຕ່າງປະເທດ , ການປະຕິ ບັດສົນ ທິສັນຍາ ແລະສັນຍາທີ່ໄດ້ເຊັນກັນ ແລ້ວ ;

16. ປະຕິບັດສິດ ແລະໜ້າທີ່ອື່ນໆທີ່ໄດ້ກຳນົດໄວ້ໃນລັດຖະທຳ ມະນູນ ແລະລະບຽບ ກົດໝາຍ.