ເຟຊບຸກ: Difference between revisions

ຈາກ ວິກິພີເດຍ
Content deleted Content added
r2.7.1) (ໂຣບົດ ພວມເພີ່ມ: tg:Фейсбук
r2.7.2) (ໂຣບົດ ພວມແປງ: zu:Iface book
ແຖວ 132: ແຖວ 132:
[[zh-min-nan:Facebook]]
[[zh-min-nan:Facebook]]
[[zh-yue:Facebook]]
[[zh-yue:Facebook]]
[[zu:Facebook]]
[[zu:Iface book]]

ລຸ້ນແກ້ໄຂເກົ່າເມື່ອ 20:35, 15 ເມສາ 2012

ເຟຊບຸກ (ອັງກິດ: Facebook) ແມ່ນບໍລິການເຄືອຂ່າຍສັງຄົມແລະເວັບໄຊຕ໌. ເປີດໃຊ້ການເມື່ອ 4 ກຸມພາ ຄ.ສ. 2004. ດຳເນີນການແລະມີເຈົ້າຂອງແມ່ນ ບໍລິສັດ ເຟຊບຸກ (Facebook, Inc.) ຈາກຂໍ້ມູນເດືອນມັງກອນ ຄ.ສ. 2010. ເຟຊບຸກມີຜູ້ໃຊ້ປະຈຳ 500 ລ້ານບັນຊີ. ຜູ້ໃຊ້ສາມາດສ້າງຂໍ້ມູນສ່ວນໂຕ. ເພີ່ມລາຍຊື່ຜູ້ໃຊ້ອື່ນໃນຖານະໝູ່ແລະແລກປ່ຽນຂໍ້ຄວາມ. ຮວມເຖິງໄດ້ຮັບແຈ້ງໂດຍທັນທີເມື່ອພວກເຂົາເຈົ້າປັບປຸງຂໍ້ມູນສ່ວນໂຕ. ນອກຈາກນັ້ນຜູ້ໃຊ້ຍັງສາມາດຮ່ວມກຸ່ມຄວາມສົນໃຈສ່ວນໂຕ ຈັດລະບົບຕາມບ່ອນເຮັດວຽກ ໂຮງຮຽນ ມະຫາວິທະຍາໄລ ຫຼື ອື່ນ ໆ. ຊື່ຂອງເຟຊບຸກແມ່ນມາຈາກຊື່ເອີ້ນຄຳປາກຂອງປຶ້ມທີ່ໃຫ້ກັບນັກຮຽນເມື່ອເລີ່ມຕົ້ນຮຽນໃນສະຖາບັນອຸດົມສຶກສາ ອັນມອບໃຫ້ໂດນຄະນະບໍລິຫານມະຫາວິທະຍາໄລໃນສະຫະລັດອເມລິກາ ເພື່ອຊ່ອຍໃຫ້ນັກຮຽນສາມາດຮູ້ຈັກຜູ້ອື່ນໄດ້ດີຫຼາຍຂຶ້ນ.ເຟຊບຸກອະນຸຍາດໃຫ້ໃຜກໍ່ໄດ້ເຂົ້າສະມັກລົງທະບຽນນຳເຟຊບຸກ, ໂດຍຕ້ອງມີອາຍຸຫຼາຍກວ່າ 13 ປີຂຶ້ນໄປ.

ເຟຊບຸກກໍ່ຕັ້ງຂຶ້ນໂດຍ ມາຣ໌ກ ຊັກເຄີຣ໌ເບີຣ໌ກ. ຮ່ວມນຳໝູ່ຮ່ວມຫ້ອງໃນວິທະຍາໄລຂອງເຂົາເຈົ້າແລະເປັນນັກຮຽນວິທະຍາສາດຄອມພິວເຕີຜູ້ຊື່ ເອັດວາຣ໌ໂດ ຊາເວຣິນ, ດິສຕິນ ມອສໂຄວິຕຊ໌ ແລະຄຣິສ ອິວສ໌. ແຕ່ເກົ່າສະມາຊິກຂອງເວັບໄຊຕ໌ຈະຈຳກັດສະເພາະກຸ່ມຜູ້ກໍ່ຕັ້ງແລະນັກຮຽນມະຫາວິທະຍາໄລຮາເວີຣ໌ດ. ແຕ່ຕໍ່ມາຂະຫຍັບຂະຫຍາຍໄປສູ່ມະຫາວິທະຍາໄລອື່ນໃນແຖບບອສຕັ້ນ, ກຸ່ມໄອວີ້ລີກ, ແລະມະຫາວິທະຍາໄລສະແຕນຟອຣ໌ດ ແລ້ວຄ່ອຍ ໆ ເພີ່ມນັກຮຽນຈາກມະຫາວິທະຍາໄລອື່ນ ຈນເປີດໃຫ້ກັບນັກຮຽນຊັ້ນໄຮສະຄູລ ຈົນໃນທີ່ສຸດທຸກຄົນກໍ່ສາມາດເຂົ້າສະມັກໄດ້ໂດຍອາຍຸຫຼາຍກວ່າ 13 ປີຂຶ້ນໄປ.