ພາສາໄທໃຫຍ່: Difference between revisions

ຈາກ ວິກິພີເດຍ
Content deleted Content added
No edit summary
r2.7.2+) (ໂຣບົດ ພວມເພີ່ມ: hif:Shan bhasa
ແຖວ 14: ແຖວ 14:
[[br:Chaneg]]
[[br:Chaneg]]
[[en:Shan language]]
[[en:Shan language]]
[[hif:Shan bhasa]]
[[ja:シャン語]]
[[ja:シャン語]]
[[kk:Шан тілі]]
[[kk:Шан тілі]]

ລຸ້ນແກ້ໄຂເກົ່າເມື່ອ 09:25, 17 ກຸມພາ 2012

ພາສາໄທເໜືອ (ໄທເໜືອ: ລິ່ກໄຕ໊) ຫຼືໃນປະເທສໄທຍ໌ເອີ້ນພາສາໄທໃຫຍ່ ແມ່ນພາສາຕະກູນໄທ-ກະໄດ ໃຊ້ເວົ້າໃນພາກເໜືອຂອງ ປະເທດພະມ້າ ປະເທດໄທ ແລະທາງຕອນໃຕ້ຂອງປະເທດຈີນ ມີສຽງວັນນະຍຸດ 5 ສຽງ ບໍ່ມີຂໍ້ມູນກ່ຽວກັບຈຳນວນຜູ້ເວົ້າທີ່ແນ່ນອນ ເນື່ອງຈາກການສົງຄາມຣະຫວ່າງພະມ້າກັບໄທເໜືອ ເຮັດໃຫ້ການເຂົ້າໄປສຶກສາຊາວໄທເໜືອເຮັດໄດ້ຍາກ ຄາດວ່າມີຜູ້ເວົ້າຮາວ 4-30 ລ້ານຄົນ ມີອັກສອນຂອງຕົນເອງ 2 ຊະນິດຄື ອັກສອນໄທເໜືອ ໃຊ້ໃນພະມ້າ ແລະອັກສອນໄທໃຕ້ໂຄ້ງ ໃຊ້ໃນຈີນ

ແມ້ວ່າຈະມີຄຳກ່າວວ່າ "ຢ່າກິ໋ນຢ່າງມ່ານ ຢ່າຕ໋ານຢ່າງໄຕ" ເຊິ່ງປຽບທຽບກັບວິຖີຊີວິດທີ່ແຕກຕ່າງກັນຂອງຊາວພະມ້າ ທີ່ໃຫ້ຄວາມສຳຄັນກັບການກິນຢູ່ ກັບຊາວໄທເໜືອທີ່ໃຫ້ຄວາມສຳຄັນແກ່ການເຮັດບຸນ ເຖິງສະນັ້ນໄທເໜືອກໍ່ຮັບວັດທະນະທັມ ສາສນາ ຕລອດຈົນເຖິງຄຳໃນພາສາພະມ້າເຂົ້າມາຫຼາຍ ຈົນຄຳໄທເໜືອຫຼາຍຖິ່ນແມ່ນກວາມໄຕໂລ້ໂລ້ ຄືໄທເໜືອເວົ້າຄຳພະມ້າປົນໄປໝົດ ເຊັ່ນທີ່ເມືອງສີປໍ້ ແລະເມືອງຢາງເປ້ນຕົ້ນ[1]

ສຳນຽງທ້ອງຖິ່ນ

ພາສາໄທເໜືອມີສຳນຽງແຕກຕ່າງກັນໄປຕາມທ້ອງຖິ່ນ ຄື ສານເໜືອ ສານໃຕ້ ຊຽງຕຸງ ແລະພຣົມແດນຕິດກັບເມືອງຈີນເອີ້ນວ່າ ໄທເໜືອ ໂດຽພາສາເມືອງໜອງ ຖືແມ່ນພາສາໄທຫຼວງ ສຳນຽງສານເໜືອ ແລະສານໃຕ້ຈະແຕກຕ່າງກັນໂດຽຄັກ ສ່ວນທີ່ຊຽງຕຸງຊົນສ່ວນໃຫຍ່ມີເຊື່ອສາຍໄທເຂິນ ໂດຽມີສ່ວນຕ່າງພາສາໄທເໜືອອື່ນໆ ຫຼາຍ ແລະມີຊັບສະເພາະຄ່ອນຂ້າງຫຼາຍ ໂດຽຊຽງຕຸງນຳເມືອງລາວຈະມີສຸພາສິດຄ້າຍຄຶງກັນຫຼາຍເລີຍທີດຽວ

ອ້າງອີງ

  1. บรรจบ พันธุเมธา. ไปสอบคำไทย. โครงการเผยแพร่วัฒนธรรมไทย กระทรวงศึกษาธิการ, 2522 (ພາສາໄທ)