ຄວາມຂາດແຄນທາງເສດຖະກິດ: Difference between revisions

ຈາກ ວິກິພີເດຍ
Content deleted Content added
r2.7.1) (ໂຣບົດ ພວມແປງ: pt:Escassez (economia)
r2.7.2) (ໂຣບົດ ພວມເພີ່ມ: fr:Pénurie
ແຖວ 8: ແຖວ 8:
[[de:Nachfrageüberhang]]
[[de:Nachfrageüberhang]]
[[en:Economic shortage]]
[[en:Economic shortage]]
[[fr:Pénurie]]
[[nl:Aanbodtekort]]
[[nl:Aanbodtekort]]
[[pt:Escassez (economia)]]
[[pt:Escassez (economia)]]

ລຸ້ນແກ້ໄຂເກົ່າເມື່ອ 18:49, 30 ມັງກອນ 2012

ຄວາມຂາດແຄນທາງເສດຖະກິດແມ່ນຄຳສັບໃຊ້ເພື່ອ ສະແດງເຖິງສ່ວນຕ່າງລະຫວ່າງ ປະລິມານຄວາມຕ້ອງການ ແລະ ການສະໜອງ ຂອງ ຜະລິດຕະພັນ ຫຼື ການບໍລິການໃດໜຶ່ງ ໃນ ຕະຫຼາດ ໃນກໍລະນີ ທີ່ ຄວາມຕ້ອງການ ໃຫຍ່ກວ່າ ການສະໜອງ. ໂດຍທົ່ວໄປ ຄວາມຂາດແຄນທາງເສດຖະກິດ ຊິສົ່ງຜົນເຮັດໃຫ້ ຜູ້ຂາຍ ຍົກລາຄາ ຂອງ ຜະລິດຕະພັນ ໄປຈົນຮອດຈຸດດຸນຍະພາບຂອງຕະຫຼາດ.ບາງກໍລະນີ ປັດໃຈພາຍນອກ ເຊັ່ນ ການກີດກັນການຍົກລາຄາ ຫຼື ທີ່ຮັກສາສະພາບບໍ່ສົມດຸນ ຂອງ ຄວາມຕ້ອງການ ແລະ ການສະໜອງ ສາມາດເຮັດໃຫ້ ຄວາມຂາດແຄນທາງເສດຖະກິດ ຕໍ່ເນື່ອງເປັນໄລຍະຍາວໄດ້. ຈຸດພິເສດ ຫຼື ຄວາມແຕກຕ່າງ ຂອງ ຄຳວ່າ ຄວາມຂາດແຄນທາງເສດຖະກິດ ດັ່ງທີ່ໃຊ້ ໃນ ເສດຖະສາດ ແລະ ໃນຊີວິດປະຈຳວັນ ແມ່ນ : ໃນ ຊີວິດປະຈຳວັນ ຄຳວ່າຄວາມຂາດແຄນ ອາດຊິໝາຍເຖິງ ທັງ ກໍລະນີ ທີ່ ຜູ້ຄົນບໍ່ສາມາດຫາຊື້ ສິ່ງຕົນເອງຕ້ອງການ ໃນ ລາຄາທີ່ຕົນເອງສາມາດຈ່າຍໄດ້, ແຕ່ ຄຳວ່າຄວາມຂາດແຄນທາງເສດຖະກິດ ໃນທີ່ນີ້​ ຊິບໍ່ຄຳນຶງເຖິງກໍລະນີຄືດັ່ງກ່າວນີ້. ດັ່ງສາມາດເຫັນໄດ້ງ່າຍໆ ໃນ ເສັ້ນໂຄ້ງຄວາມຕ້ອງການ ຄວາມຕ້ອງການໃນ ເສດຖະສາດ ແມ່ນ ລະດັບລາຄາ ທີ່ ຜູ້ຄົນພໍໃຈຈ່າຍ ຕໍ່ກັບ ຜະລິດຕະພັນໃດໜຶ່ງ ທີ່ຖືກຜະລິດໃນປະລິມານໃດໜຶ່ງ ໂດຍທີ່ບໍ່ໄດ້ລວມເອົາ ຄວາມຕ້ອງການ ຂອງ ຜູ້ທີ່ຢາກຊື້ ແຕ່ບໍ່ມີເງິນ.