ຂົວມິດຕະພາບລາວ - ໄທ ແຫ່ງທີ 4: Difference between revisions

ຈາກ ວິກິພີເດຍ
Content deleted Content added
ແຖວ 3: ແຖວ 3:
ໂດຍຮູບແບບຂອງການບໍລິການທີ່ສອງຝ່າຍ ຈະໃຊ້ແມ່ນ ການບໍລິການຜ່ານປະຕູດຽວ(Single stop inspection).
ໂດຍຮູບແບບຂອງການບໍລິການທີ່ສອງຝ່າຍ ຈະໃຊ້ແມ່ນ ການບໍລິການຜ່ານປະຕູດຽວ(Single stop inspection).


[[de:Vierte Thai-Lao-Freundschaftsbrücke]]
[[en:Fourth Thai–Lao Friendship Bridge]]
[[fr:Pont de Houei Sai]]
[[th:สะพานมิตรภาพ 4 (เชียงของ-ห้วยทราย)]]
[[th:สะพานมิตรภาพ 4 (เชียงของ-ห้วยทราย)]]

ລຸ້ນແກ້ໄຂເກົ່າເມື່ອ 11:03, 1 ມັງກອນ 2012

ຂົວມິດຕະພາບລາວ - ໄທ ແຫ່ງທີ 4 ຂົວມິດຕະພາບລາວ-ໄທ ຂ້າມແມ່ນ້ຳຂອງແຫ່ງທີ 4 ເຊື່ອມຕໍ່ ບ້ານດອນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ສປປ ລາວ ແລະ ບ້ານດອນມະຫາວັນ ອຳເພີຊຽງຂອງ ຈັງຫວັດຊຽງຣາຍ ປະເທດໄທ ໄລຍະທາງ 248 ກິໂລແມັດ. ຮູບແບບຂອງຂົວ ເປັນຄອນກີດຮູບກ່ອງ (Segmental Concrete Box Girder) ມີຄວາມຍາວລວມທັງຖະໜົນຕັດເຂົ້າຕົວເມືອງຍາວ 11.6 ກິໂລແມັດ, ມີເສົາທັງໝົດ 4 ເສົາ, ມີຄວາມກວ້າງ 14,70 ແມັດ, ເປັນຂົວຂະໜາດ 2 ເລນ, ແຕ່ລະເລນກວ້າງ 3.50 ແມັດ, ທາງຂ້າງ 2 ແມັດ ແລະ ທາງຍ່າງເບື້ອງລະ 1.25 ແມັດ ມີຄວາມຍາວ 480 ແມັດ ເມື່ອລວມກັບທາງທີ່ຕິດຂອບຝັ່ງຈະຍາວປະມານ 630 ແມັດ. ນອກຈາກຂົວແລ້ວຍັງມີໂຄງການກໍ່ສ້າງຖະໜົນ ໄປອີກປະມານ 6 ກິໂລແມັດ ເຂົ້າໃນເຂດຕົວເມືອງຫ້ວຍຊາຍ ເຊິ່ງເປັນຖະໜົນລາດຍາງ ຂະໜາດ 2 ເລນ ລວມທັງມີການກໍ່ສ້າງດ່ານກວດຄົນເຂົ້າເມືອງ ເຊິ່ງເປັນສະຖາປັດຕະຍະກຳແບບລ້ານຊ້າງ ອີກດ້ວຍ. ເຊິ່ງຈະເຊື່ອມຕໍ່ກັບ ເສັ້ນທາງ R3A ທີ່ຈະເຊື່ອມຕໍ່ລະຫວ່າງ ລາວ-ໄທ-ຈີນ ເພື່ອເຊື່ອມໂຍງເສດຖະກິດ ລະຫວ່າງ 3 ປະເທດ. ສ່ວນບໍລິສັດຮັບເໝົາກໍ່ສ້າງແມ່ນ ກຸ່ມ CR5-KT Jiontventure ເຊຶ່ງເປັນການຮ່ວມທຶນລະຫວ່າງ ບໍລິສັດ China Railway No.5 ຂອງຈີນ ແລະ ບໍລິສັດກຸງທົນ ເອັນຈິເນຍຣິງ ຈຳກັດ ຂອງປະເທດໄທ. ການກໍ່ສ້າງຂົວມິດຕະພາບຂ້າມນ້ຳຂອງແຫ່ງທີ 4 ນີ້ ຈະໃຊ້ງົບປະມານຈຳນວນ 1.624 ລ້ານບາດ ໂດຍການສົມທົບທືນ ລະຫ່ວາງ ລັດຖະບານໄທ ແລະ ລັດຖະບານ ສປ ຈີນ ສ່ວນຝ່າຍລາວແມ່ນຮັບຜິດຊອບ ຄ່າຊົດເຊີຍໃນການຍົກຍ້າຍ ໃຫ້ກັບຄອບຄົວຜູ້ທີ່ຖືກຜົນກະທົບ ຊື່ງຄາດວ່າ ການກໍ່ສ້າງຈະໃຫ້ສຳເລັດໃນປີ 2012. ໂດຍຮູບແບບຂອງການບໍລິການທີ່ສອງຝ່າຍ ຈະໃຊ້ແມ່ນ ການບໍລິການຜ່ານປະຕູດຽວ(Single stop inspection).