ເມືອງຫຼວງພະບາງ: Difference between revisions

ຈາກ ວິກິພີເດຍ
Content deleted Content added
r2.6.5) (ໂຣບົດ ພວມເພີ່ມ: ka:ლუანგპრაბანგი
ເພີ່ມແຜນທີ່ (added map)
ແຖວ 1: ແຖວ 1:
[[ຮູບ:Luangphabang okt98.jpg|thumbnail|300px]]
[[ຮູບ:Luangphabang okt98.jpg|thumbnail|300px]]
[[ຮູບ:Karte luang prabang laos.png|thumbnail|left]]
[[ຮູບ:Karte luang prabang laos.png|thumbnail|left]]
[[ຮູບ:Louangphrabang_district_in_Laos.png|thumb|left]]


'''ເມືອງຫຼວງພະບາງ'''{{spaces}}ແມ່ນເມືອງເອກຂອງ[[ແຂວງຫຼວງພະບາງ]] ຢູ່ທາງພາກເໜືອຂອງປະເທດ ຕັ້ງຢູ່ຮິມນ້ຳຂອງແລະນ້ຳຄານ ເຊິ່ງໄຫຼມາບັນຈົບກັນ ເປັນເມືອງທີ່ອົງການຍູເນສໂກ ໄດ້ຍົກຍ່ອງໃຫເປັນ[[ມໍລະດົກໂລກ]]ດ້ວຍ
'''ເມືອງຫຼວງພະບາງ'''{{spaces}}ແມ່ນເມືອງເອກຂອງ[[ແຂວງຫຼວງພະບາງ]] ຢູ່ທາງພາກເໜືອຂອງປະເທດ ຕັ້ງຢູ່ຮິມນ້ຳຂອງແລະນ້ຳຄານ ເຊິ່ງໄຫຼມາບັນຈົບກັນ ເປັນເມືອງທີ່ອົງການຍູເນສໂກ ໄດ້ຍົກຍ່ອງໃຫເປັນ[[ມໍລະດົກໂລກ]]ດ້ວຍ

ລຸ້ນແກ້ໄຂເກົ່າເມື່ອ 06:29, 17 ພຶດສະພາ 2011

ຮູບ:Louangphrabang district in Laos.png

ເມືອງຫຼວງພະບາງ ແມ່ນເມືອງເອກຂອງແຂວງຫຼວງພະບາງ ຢູ່ທາງພາກເໜືອຂອງປະເທດ ຕັ້ງຢູ່ຮິມນ້ຳຂອງແລະນ້ຳຄານ ເຊິ່ງໄຫຼມາບັນຈົບກັນ ເປັນເມືອງທີ່ອົງການຍູເນສໂກ ໄດ້ຍົກຍ່ອງໃຫເປັນມໍລະດົກໂລກດ້ວຍ

ປະຫວັດສາດ

ເມືອງຫຼວງພະບາງມີໃນອະດີດແມ່ນ ລາຊະທານີ ທີ່ຮຸ່ງເຮືອງແລະເຟື່ອງຟູທີ່ສຸດຂອງອານາຈັກລ້ານຊ້າງ ທີ່ມີ ນາມວ່າ ກຸງສີສັດຕະນາຄະນະຫຸຕ ນັບໄດ້ວ່າເມືອງຫຼວງພະບາງ ແມ່ນ ເມືອງທີ່ງົດງາມ ໃນສິນລະປະຂອງສະຖາປັດຕະຍະກຳ ວັດທະນະທຳ ປະເພນີ ລະ ຂະຫນົບທຳນຽມ ໃນການດຳລົງຊີວິດຫລາຍ ຈຶ່ງເຮັດໃຫ້ອົງການ ຢູເນສໂກ ໄດ້ຂຶ້ນທະບຽນໃຫ້ັເປັນ ມໍລະດົກໂລກທາງວັດທະນະທຳຂອງມວນມະນຸດຊາດ ຕັ້ງແຕ່ ປີ ພ.ສ.໒໕໑໐ ປັດຈຸບັນແຂວງຫຼວງພະບາງ ປະກອບດ້ວຍ ໑໐ ເມືອງ

ພູມປະເທດ

ເມືອງຫຼວງພະບາງ ຕັ້ງຢູ່ທາງທິດເຫນືອຂອງສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ແຄມຝັ່ງແມ່ນ້ຳໂຂງ ຫ່າງຈາກເມືອງວຽງຈັນ ເປັນ ໄລຍະທາງ ໔໒໐ ກ.ມ. ອ້ອມຮອດດ້ວຍພູ ບ່ອນທີ່ແມ່ນ້ຳຂອງ ແລະ ແມ່ນ້ຳຄານໄຫລມາ ຈອດກັນພໍດີ

ມໍລະດົກໂລກ

ຮູບ:ວັດຊຽງທອງ2.jpg
ວັດຊຽງທອງ ຕົວຢ່າງສະຖາປັດຕະຍະກຳລ້ານຊ້າງ ຢູ່ ເມືອງຫຼວງພະບາງ

ຫຼວງພະບາງໄດ້ຮັບການຂຶ້ນທະບຽນໃຫ້ເປັນມໍລະດົກໂລກດ້ວຍເຫດຜົນ ແມ່ນ ມີວັດອາຮາມເກົ່າແກ່ຫຼາຍ ມີບ້ານເຮືອນອັນເປັນເອກກະລັກໂດດເດັ່ນ ຕົວເມືອງຕັ້ງຢູ່ຮິມນ້ຳຂອງແລະນ້ຳຄານ ເຊີ່ງໄຫຼມາບັນຈົບກັນທ່າມກາງທຳມະຊາດອັນງົດງາມ ແລະ ຊາວຫຼວງພະບາງມີບຸກຄະລິກທີ່ຍິ້ມແຍ້ມແຈ່ມໃສ ເປັນມິດ ມີຂະໜົບທຳນຽມປະເພນີທີ່ງົດງາມ

ໃນຂະໜະທີ່ມໍລະດົກໂລກແຫ່ງອື່ນອາດໄດ້ຂຶ້ນທະບຽນຢ່າງຈຳເພາະເຈາະຈົງໃນໂບລານສະຖານ ທຳມະຊາດ ແຕ່ຫຼວງພະບາງທັ້ງເມືອງໄດ້ຮັບການຂຶ້ນທະບຽນໃຫ້ເປັນມໍລະດົກໂລກ ເມື່ອເດືອນທັນວາ ພ.ສ. 2538 ແລະຍັງໄດ້ຮັບການຍົກຍ່ອງວ່າເປັນເມືອງທີ່ໄດ້ຮັບການປົກປ້ອງຮັກສາດີທີ່ສຸດໃນອາຊີຕະເວັນອອກສຽງໃຕ້

ເບິ່ງຕື່ມ

ສະບາຍດີຫຼວງພະບາງ ເມືອງມໍລະດົກໂລກຂອງຊາວລາວທັງປະເທດ. ເຮົາເອງເປັນນັກສະຖາປະນິກມີຊື່ວ່າ ດ.ຣ ວຽງສະຫວັນ ພິມມະສອນ

ແຫຼ່ງຂໍ້ມູນອື່ນ

Commons
Commons
ຄອມມອນສ໌ ມີຮູບແລະສື່ອື່ນ ໆ ກ່ຽວກັບ :
ເມືອງຫຼວງພະບາງ

19°53′N 102°08′E / 19.883°N 102.133°E / 19.883; 102.133