ເມືອງສິງ: Difference between revisions

ຈາກ ວິກິພີເດຍ
Content deleted Content added
No edit summary
ເພີ່ມແຜນທີ່ (added map)
ແຖວ 1: ແຖວ 1:
[[ຮູບ:Sing_district_in_Laos.png|thumb|right]]

ເມືອງ​ສິງ ແຂວງ​ຫລວງນ້ຳ​ທາ ມີ​ສະ­ຖານ­ທີ່​ທ່ອງ​ທ່ຽວຫລາຍ​ແຫ່ງ​ທີ່​ຫນ້າ​ສົນ­ໃຈ ແຕ່ສິ່ງ​ທີ່​ພົ້ນ​ເດັ່ນ​ກໍ່​ແມ່ນ​ສະ­ຖານ­ທີ່ທ່ອງ​ທ່ຽວ​ທາງ​ປະ­ຫວັດ­ສາດ ແລະ ວັດ­ທະ­ນະ­ທຳ​ນັ້ນ​ເອງ, ລວມ​ແລ້ວ ມີ​ຫລາຍ​ກວ່າ​ສິບ​ແຫ່ງ.
ເມືອງ​ສິງ ແຂວງ​ຫລວງນ້ຳ​ທາ ມີ​ສະ­ຖານ­ທີ່​ທ່ອງ​ທ່ຽວຫລາຍ​ແຫ່ງ​ທີ່​ຫນ້າ​ສົນ­ໃຈ ແຕ່ສິ່ງ​ທີ່​ພົ້ນ​ເດັ່ນ​ກໍ່​ແມ່ນ​ສະ­ຖານ­ທີ່ທ່ອງ​ທ່ຽວ​ທາງ​ປະ­ຫວັດ­ສາດ ແລະ ວັດ­ທະ­ນະ­ທຳ​ນັ້ນ​ເອງ, ລວມ​ແລ້ວ ມີ​ຫລາຍ​ກວ່າ​ສິບ​ແຫ່ງ.



ລຸ້ນແກ້ໄຂເກົ່າເມື່ອ 06:22, 17 ພຶດສະພາ 2011

ຮູບ:Sing district in Laos.png

ເມືອງ​ສິງ ແຂວງ​ຫລວງນ້ຳ​ທາ ມີ​ສະ­ຖານ­ທີ່​ທ່ອງ​ທ່ຽວຫລາຍ​ແຫ່ງ​ທີ່​ຫນ້າ​ສົນ­ໃຈ ແຕ່ສິ່ງ​ທີ່​ພົ້ນ​ເດັ່ນ​ກໍ່​ແມ່ນ​ສະ­ຖານ­ທີ່ທ່ອງ​ທ່ຽວ​ທາງ​ປະ­ຫວັດ­ສາດ ແລະ ວັດ­ທະ­ນະ­ທຳ​ນັ້ນ​ເອງ, ລວມ​ແລ້ວ ມີ​ຫລາຍ​ກວ່າ​ສິບ​ແຫ່ງ.

ຕາມທາງຫລວງເລກທີ 3 ຫ່າງຈາກຕົວເມືອງມາທາງທິດເຫນືອ ໄລຍະທາງປະມານ 60 ກິໂລແມັດ ຜ່ານສາຍພູ, ສາຍນ້ຳທາ ແລະ ພື້ນທີ່ປ່າຂຽວຂະຈີ ຂອງສອງຂ້າງທາງມາເຖິງ ເມືອງສິງ ເມືອງນ້ອຍໆ ພື້ນທີ່ອັນອຸດົມສົມບູນ ໂອບອ້ອມດ້ວຍສາຍພູ ມີສາຍນ້ຳຍວນ ແລະ ນ້ຳມ່າ ຄອຍຫລໍໍ່ລ້ຽງ ອະດີດເຄີຍເປັນເມືອງອູ່ເຂັ້າອູ່ນ້ຳທີ່ສຳຄັນ ແລະ ເຄີຍຕົກເປັນຫົວເມືອງຂຶ້ນຂອງຕ່າງຊາດເຊິ່ງສະຫນັບສະຫນູນໃຫ້ ຊາວບ້ານປູກຝິ່ນ ແລະ ກໍ່ເປັນຜູ້ຜູກຂາດຄ້າຝິ່ນໃນທີ່ສຸດ.

ເລີ່ມ​ຈາກ​ຫ້ອງ​ວາງ­ສະ­ແດງຮູບ​ພາບ​ທີ່​ເມືອງ​ສິງ ເຊິ່ງ​ແມ່ນຈຸດ​ເລີ່ມ​ຕົ້ນ​ຂອງ​ການ​ຄົ້ນ​ພົບ​ຕົວຕົນ​ອັນ​ແທ້​ຈິງ​ຂອງ​ເມືອງ​ດັ່ງ­ກ່າວ ບັນ­ດາ​ຮູບ​ພາບ​ຕ່າງໆ​ທີ່​ນຳ​ມາວາງ­ສະ­ແດງ​ທັງ­ຫລາຍ​ລ້ວນ​ແຕ່ສະ­ແດງ​ໃຫ້​ເຫັນ​ເຖິງ​ຮີດ­ຄອງ​ປະເພ­ນີ​ແລະ​ວັດ­ທະ­ນະ­ທຳ, ການ​ເຊື່ອຖື, ປະ­ຫວັດ­ສາດ ແລະ ອື່ນໆ, ພ້ອມ​ກັນ​ນັ້ັ້ນ ກໍ່​ຍັງ​ມີ​ສະ­ຖານ­ທີ່ທ່ອງ​ທ່ຽວ​ທາງ​ປະ­ຫວັດ­ສາດເປັນຕົ້ນ​ແມ່ນ​ເຮືອນ​ເກົ່າ​ແກ່ ເຊິ່ງ​ເມື່ອກ່ອນ​ເປັນ​ທີ່​ອາ­ໄສ​ຂອງ​ເຈົ້າ­ຟ້ານ້ອຍ​ເຮືອນ​ຫລັງ​ດັ່ງ­ກ່າວ​ສ້າງ​ຂຶ້ນ ດ້ວຍ​ໄມ້​ທີ່​ເກົ່າ​ແກ່ ແຕ່​ທົນ​ທານທັງ​ເປັນ​ຮູບ​ແບບ​ເຮືອນ​ຊົງ​ບູ­ຮານທີ່​ຫນ້າ​ສຶກ​ສາ​ຄົ້ນ​ຄ້ວ​າ, ຖັດ​ຂ້າງຫ້ອງ­ການ​ປົກ­ຄອງ​ເມືອງ​ສິງ​ກໍ່​ຍັງມີ​ເຮືອນ​ເກົ່າ​ແກ່​ສ້າງ​ຂຶ້ນ​ໃນ​ໄລ­ຍະປີ 1919 ແລະ ເຮືອນ​ແບບ​ຝຣັ່ງທີ່​ຍັງ​ຖືກ​ປົກ​ປັກ​ຮັກ­ສາ​ໄວ້​ໃຫ້​ຄົນຮຸ່ນ​ໃຫມ່​ມີ​ໂອ­ກາດ​ໄດ້​ສຳ­ຜັດ ແລະ ສຶກ​ສາ​ຄົ້ນ­ຄວ້າ.

ຕະ­ຫລາດ​ເມືອງສິງ ກໍ່​ເປັນ​ສະ­ຖານ­ທີ່​ທີ່​ຫນ້າ​ສົນໃຈ​ອີກ​ແຫ່ງ​ຫນຶ່ງເພາະ​ຕະ­ຫລາດແຫ່ງ​ດັ່ງ­ກ່າວ​ເປັນ​ສູນ​ລວມ​ໃນການ​ຄ້າ­ຂາຍ​ປະ­ເພດຫມາກ​ໄມ້, ຜັກ, ຜະ­ລິດ​ຕະ​ພັນ​ເຄື່ອງ​ ປ່າ​ຂອງດົງ ແລະ ອື່ນໆ ເຊິ່ງ​ກໍ່​ແມ່ນຂອງ​ບັນ­ດາ​ພໍ່​ແມ່​ປະ­ຊາ­ຊົນ​ທີ່​ມາຈາກ​ຫລາຍ​ຊົນ­ເຜົ່າ​ເປັນ­ຕົ້ນ​ແມ່ນ: ລື້, ຢ້າວ, ອາ​ຄ່າ, ມົ້ງ, ໄທ​ດຳແລະໄທ​ເຫນືອ, ເຖິງ​ແມ່ນ​ວ່າເມືອງ​ສິງ​ຈະ​ປະ­ກອບ​ ມີ​ບັນ­ດາ​ປະຊາ​ຊົນ​ຈຳ­ນວນ​ຫລາຍ​ຊົນ­ເຜົ່າອາ­ໄສ​ຢູ່ ແຕ່​ເຂົາ­ເຈົ້າ​ສ່ວນ​ໃຫຍ່ ແມ່ນ​ນັບ­ຖື​ສາ­ສະ­ຫນາ​ພຸດສະ­ແດງອອກ​ໃນ​ຄວາມ​ສັດ­ທາ​ທາງ​ສາ​ສະຫນາ​ຂອງ​ປະ­ຊາ­ຊົນ ໂດຍ​ມີ​ວັດວາ​ອາ​ຮາມ​ຫລາຍ​ແຫ່ງ​ລວມ ທັງຫມົດ​ຈຳ­ນວນ 23 ແຫ່ງ ພ້ອມນັ້ນ ພະ­ທາດ​ຊຽງ​ຕຶງ​ກໍ່​ປຽບ​ສະເຫມືອນ​ພະ­ທາດ​ຄູ່​ບ້ານ​ຄູ່​ເມືອງຂອງ​ຊາວ​ເມືອງ​ສິງ ເຊິ່ງ​ທາງພາກ­ສ່ວນ​ກ່ຽວ­ຂ້ອງ​ກໍ່​ຄື​ທາງ​ອຳນາດ​ການ​ປົກ­ຄອງ ແລະ ຜູ້ເຫລື້ອມ​ໃສ​ສັດ­ທາ​ທາງ​ສາ​ສະຫນາ​ພາຍ​ໃນ​ເມືອງ​ດັ່ງ­ກ່າວ​ໄດ້ພ້ອມ​ກັນ​ຈັດ​ງານ​ບຸນ​ນະ​ມັດ​ສະການ​ພະ­ທາດ​ຊຽງ​ຕຶງ​ຂຶ້ນ​ໃນ​ທຸກໆປີ ໂດຍ​ກຳ­ນົດ​ເອົາ​ໃນ​ມື້​ຂຶ້ນ 12 ຄ່ຳ ເຊິ່ງ​ຢູ່​ໃນ​ໄລ­ຍະ​ທ້າຍ​ເດືອນຕຸ­ລາ​ຫາ​ຕົ້ນ​ເດືອນ​ພະ­ຈິກ, ສຳລັບ​ອາ­ຫານ​ທີ່​ລື​ຊື່​ກໍ່​ແມ່ນ​ເຂົ້າ​ຊອຍ ເມືອງ​ສິງ​ເຊິ່ງ​ມີ​ຊື່​ສຽງ​ໂດ່ງ​ດັງ ແລະ ມີ​ລົດ​ຊາດ​ແຊບແບບ​ບໍ່ຄື​ໃຜ ພ້ອມ​ເຫລົ້າ​ຂາວ​ຊາວ​ເມືອງສິງ ກໍ່​ແມ່ນ​ເອ­ກະ­ລັກ​ອັນ​ຫນຶ່ງ​ທີ່ບັນ­ພະ­ບຸ­ລຸດ​ລາວ​ຊາວ​ເມືອງ​ສິງໄດ້​ຖ່າຍ​ທອດ​ສູ່​ລູກ​ຫລານ​ຈົນຮອດ​ເທົ່າ​ທຸກ​ວັນ​ນີ້.

ສະ­ຖານ­ທີ່​ທ່ອງທ່ຽວ​ແມ່ນ​ຍັງ​ມີ​ຫລາຍ​ບໍ່​ສາ­ມາດອະ­ທິ­ບາຍ​ໃຫ້​ຫມົດ​ໄດ້​ເອົາ​ເປັນ​ວ່າ ທ່ານ​ຜູ້​ອ່ານ​ລອງ​ຊອກ​ຫາ​ໂອ­ກາດ ແລະ ເວ­ລາເຂົ້າ​ໄປ​ທ່ຽວ​ຊົມ​ດ້ວຍຕົນ​ເອງ​ເສຍ​ກ່ອນ​ຍິ່ງ​ເປັນ​ການ​ດີ ຫລື​ ຜູ້​ໃດ​ກໍ່​ຕາມ​ທີ່​ມີ​ໂອ­ກາດ​ໄດ້ ເດີນ­ທາງ​ໄປ​ຫລວງ​ນ້ຳ​ທາ ກໍ່​ຢ່າລືມ​ເຂົ້າ​ໄປ​ໄຫວ້​ພະ­ທາດ​ຊຽງ​ຕຶງ ເພື່ອ​ຂໍ​ພອນ​ສິ່ງ​ສັກ­ສິດ ແລະ ທ່ຽວຊົມ​ເມືອງ​ດັ່ງ­ກ່າວ.

ນອກຈາກນີ້ເມືອງສິງຍັງເປັນສູນກາງວັດທະນະທຳໄທລື້; ໄທລື້ມີຖິ່ນຖານຢູ່ໃນແຂວງຢູນນານ ທາງພາກໃຕ້ຂອງຈີນເຊິ່ງຫ່າງຈາກຊາຍ ແດນເມືອງສິງພຽງ 10 ກະໂລແມັດ ເຜົ່າໄທລື້ໃນລາວຈິ່ງໄດ້ຊື່ວ່າມີສາຍເລືອດ ແລະ ວັດທະນະທຳແບບໄທລື້ແທ້ກວ່າກຸ່ມອື່ນໆທີ່ຢູ່ນອກ ຖິ່ນຖານຂອງບັນພະບຸລຸດ

ບໍ່ແມ່ນວ່າເມືອງສິງຈະມີເຜົ່າລື້ອາໄສຢູ່ຢ່າງຫນາແຫນ້ນ ນອກເມືອງອອກ ໄປຍັງມີເຜົ່າຕ່າງໆທັງ ມົ້ງ,ຢ້າວ... ສ່ວນໃຫຍ່ມັກຕັ້ງບ້ານ ເຮືອນຢູ່ຕາມເຈີ້ຍພູ ແລະ ຈະລົງມາຊື້ເຄື່ອງໃນເມືອງສິງທຸກເຊົ້າ. ຫາກເດີນທາງມາເມືອງສິງແລ້ວ ສາມາດເດີນທາງທ່ອງທ່ຽວຊົມສະຖານ ທີ່ທ່ອງທ່ຽວຕ່າງໆໄດ້ຕາມສະດວກ ເພາະແຕ່ລະພື້ນທີ່ຢູ່ບໍ່ໄກກັນປານໃດ ສ່ວນໃຫຍ່ຈະຢູ່ໃນຕົວເມືອງສາມາດທ່ອງທ່ຽວຄົບທຸກບ່ອນໄດ້ໃນ ວັນດຽວ.

ປະຈຸບັນ ການເດີນທາງໄປຍັງຫລວງນ້ຳທາ ບໍ່ແມ່ນເລື່ອງຍາກເພາະມີລົດໂດຍສານປະຈຳທາງ ອອກຈາກເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ຫລື ໃຊ້ບໍລິຫານຂອງສາຍການບິນລາວຖ້ຽວບິນຈາກວຽງຈັນ ຫາ ຫລວງນ້ຳທາ, ຖ້າຫາກເດີນທາງທາງນ້ຳກໍ່ມີເຮືອຈາກຫ້ວຍຊາຍ ເຊິ່ງຈະແລ່ນໄປຕາມລຳນ້ຳຂອງໄປຍັງຫລວງນ້ຳທາ ແລະ ຂຶ້ນລົດອີກຕໍ່ໄປຍັງເມືອງສິງ

ທາງດ້ານທີ່ພັກສ່ວນໃຫຍ່ຈະເປັນຮູບແບບເຮືອນພັກຕົກແຕ່ງ ແບບລຽບງ່າຍລາຄາບໍແພງຫລາຍ ມີອາຫານໃວ້ບໍລິການລູກຄ້າ ສ່ວນໃຫຍ່ຈະຕັ້ງຢູ່ເມືອງສິງ.