ສານ: Difference between revisions
ລ r2.7.1) (ໂຣບົດ ພວມເພີ່ມ: be:Суд |
ລ r2.7.1) (ໂຣບົດ ພວມເພີ່ມ: be-x-old:Суд |
||
ແຖວ 49: | ແຖວ 49: | ||
[[arc:ܒܝܬ ܕܝܢܐ]] |
[[arc:ܒܝܬ ܕܝܢܐ]] |
||
[[be:Суд]] |
[[be:Суд]] |
||
[[be-x-old:Суд]] |
|||
[[bg:Съд]] |
[[bg:Съд]] |
||
[[br:Lez roueel]] |
[[br:Lez roueel]] |
ລຸ້ນແກ້ໄຂເກົ່າເມື່ອ 09:24, 1 ເມສາ 2011
ສານ ແມ່ນ ອົງກອນຕຸລາການ ທີ່ ມີ ອຳນາດຕຸລາການ ຫຼື ອຳນາດໃນການຕັດສິນວ່າ ການກະທຳໃດໜຶ່ງ ຖືກຫຼືຜິດ ກົດໝາຍ ໃນປະເທດໃດໜຶ່ງ.ມັນ ແມ່ນ ໜຶ່ງ ໃນ 3 ອຳນາດລັດຄື (1)ອຳນາດນິຕິບັນຍັດ(ສະພາ), (2)ອຳນາດບໍລິຫານ(ລັດຖະບານ) ແລະ (3)ອຳນາດຕຸລາການ(ສານ). ລະບົບ ສານນັ້ນ ຈະແຕກຕ່າງກັນໄປຕາມ ແຕ່ລະປະເທດ ເຊັ່ນ ບາງປະເທດ ກໍ່ໃຊ້ ລະບົບ 2 ຂັ້ນ, 3 ຂັ້ນ ເປັນຕົ້ນ. ນອກຈາກ ສານຕຸລາການ ໂດຍທົ່ວໄປແລ້ວ ບາງ ປະເທດ ກໍ່ຍັງມີ ສານພິເສດ ເຊັ່ນ ສານລັດຖະທຳມະນູນ, ສານທະຫານ ອີກ.
ສານປະຊາຊົນສູງສຸດ ແລະອົງການໄອຍາການປະຊາຊົນ ແຫ່ງ ສປປລ
ສານປະຊາຊົນແມ່ນອົງການພິພາກສາຂອງລັດຊື່ງປະກອບດ້ວຍ: ສານປະຊາຊົນສູງສຸດ .ສາສອຸທອນ. ສານປະຊາ ຊົນແຂວງ, ນະຄອນ. ສານປະຊາຊົນເມືອງ. ສານທະຫານ. ໃນກໍລະນີທີ່ຈຳເປັນອາດຈະສ້າງຕັ້ງສານສະເພາະ ຕາມຂະແໜງການຂື້ນກໍ່ໄດ້ ໂດຍການຕົກລົງຂອງຄະນະປະຈຳສະພາແຫ່ງຊາດ.
ສານປະຊາຊົນສູງສຸດ ແມ່ນອົງການພິພາກສາສຸງສຸດຂອງລັດ. ສານປະຊາຊົນສູງສຸດຄຸ້ມຄອງດ້ານບໍລິຫານຕໍ່ສານ ປະຊາຊົນທຸກຂັ້ນ, ສານທະຫານ ແລະ ກວດກາຄຳຕັດສີນຂອງສານດັ່ງກ່າວ.
ຮອງປະທານສານປະຊາຊົນສູງສຸດ ແມ່ນປະທານປະເທດເປັນຜູ້ແຕ່ງຕັ້ງ ຫລື ປົດຕຳແໜ່ງ ຕາມການສະເໜີຂອງ ປະທານສານປະຊາຊົນສູງສຸດ. ບັນດາຜູ້ພິພາກສາຂອງສານປະຊາຊົນສູງສຸດ, ປະທານ, ຮອງປະທານ ແລະ ບັນດາຜູ້ພິພາກສາຂອງສານທະຫານແມ່ນຄະນະປະຈຳສະພາແຫ່ງຊາດເປັນຜູ້ແຕ່ງຕັ້ງ, ຍົກຍ້າຍ ຫລື ປົດຕຳ ແໜ່ງຕາມການສະເໜີຂອງສານປະຊາຊົນສູງສຸດ.
ສານປະຊາຊົນພິຈາລະນາຕັດສີນເປັນໝູ່ຄະນະ. ໃນເວລາພິຈາລະນາຕັດສີນ ຜູ້ພິພາກສາຕ້ອງເປັນເອກະລາດ ແລະ ມີແຕ່ປະຕິບັດຕາມກົດໝາຍເທົ່ານັ້ນ.
ການໄຕ່ສວນຄະດີໃນທີ່ປະຊູມສານຕ້ອງດຳເນີນຢ່າງເປີດເຜີຍ ເວັ້ນເສຍແຕ່ກໍລະນີທີ່ໄດ້ກຳນົດໄວ້ໃນກົດໝາຍ. ຜູ້ຖືກຫາມີສິດຕໍ່ສູ້ຄະດີທີ່ຕົນຖືກກ່າວຟ້ອງ, ທະນາຍຄວາມມີສິດຊ່ວຍເຫລືອທາງດ້ານກົດໝາຍແກ່ຜູ້ຖືກກ່າວຟ້ອງ.
ຜູ້ຕາງໜ້າບັນດາອົງການຈັດຕັ້ງສັງຄົມມີສິດເຂົ້າຮ່ວມຄະດີຢູ່ສານຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.
ຄຳຕັດສີນຂອງສານປະຊາຊົນທີ່ໃຊ້ໄດ້ຢ່າງເດັດຂາດແລ້ວນັ້ນ ທຸກອົງຈັດຕັ້ງພັກ, ອົງການຈັດຕັ້ງລັດ, ແນວລາວ ສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ ແລະ ພົນລະເມືອງທຸກຄົນຕ້ອງເຄົາລົບ, ບຸກຄົນ ແລະ ອົງການຈັດຕັ້ງທີ່ມີສ່ວນກ່ຽວຂ້ອງຕ້ອງປະຕິບັດຢ່າງເຂັ້ມງວດ.
ອົງການໄອຍາການປະຊາຊົນແມ່ນອົງການຕິດຕາມກວດກາການປະຕິບັດກົດໝາຍຊື່ງປະກອບດ້ວຍ. ອົງການໄອຍາ ການປະຊາຊົນສູງສຸດ. ອົງການໄອຍາການປະຊາຊົນຂັ້ນອຸທອນ. ອົງການໄອຍາການປະຊາຊົນແຂວງ, ນະຄອນ. ອົງການໄອຍາການເມືອງ. ອົງການໄອຍາການທະຫານ. ອົງການໄອຍາການປະຊາຊົນມີສິດ ແລະ ໜ້າທີ່ດັ່ງນີ້:
1. ຕິດຕາມກວດກາການເຄົາລົບກົດໝາຍຢ່ງຖືກຕ້ອງ ແລະ ເປັນເອກກະພາບຢູ່ໃນທຸກກະຊວງ, ອົງການທຽບເທົ່າ ກະຊວງ, ອົງການທີ່ຂື້ນກັບລັດທະບານ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ, ອົງການປົກຄອງທອ້ງຖີ່ນ, ວິສາຫະກິດ, ລັດຖະກອນ ແລະ ພົນລະເມືອງ.
2. ປະຕິບັດສິດກ່າວຟ້ອງ.
ໄອຍາການປະຊາຊົນສູງສຸດຊີ້ນຳການເຄື່ອນໄຫວຂອງອົງການໄອຍາການປະຊາຊົນທຸກຂັ້ນ. ຮອງໄອຍາການປະຊາ ຊົນສູງສຸດ ແມ່ນປະທານປະເທດເປັນຜູ້ແຕ່ງຕັ້ງ ຫລື ປົດຕຳແໜ່ງຕາມການສະເໜີຂອງໄອຍາການປະຊາຊົນສູງ ສຸດ. ໄອຍາການປະຊາຊົນ ແລະ ຣອງໄອຍາການປະຊາຊົນຂັ້ນອຸທອນ, ແຂວງ, ນະຄອນ, ເມືອງ, ໄອຍາການ ທະຫານ ແມ່ນໄອຍາການປະຊາຊົນສູງສຸດເປັນຜູ້ແຕ່ງຕັ້ງ, ຍົກຍ້າຍ ຫລື ປົດຕຳແໜ່ງ.
ໃນເວລາປະຕິບັດໜ້າທີ່ຂອງຕົນນັ້ນອົງການປະຊາຊົນມີແຕ່ປະຕິບັດຕາມກົດໝາຍ ແລະ ຄຳສ່ງຂອງໄອຍາການປະ ຊາຊົນສູງສຸດເທົ່ານັ້ນ.