ປະເທດໄທ: Difference between revisions

ຈາກ ວິກິພີເດຍ
Content deleted Content added
r2.7.1) (ໂຣບົດ ພວມແປງ: id:Thailan
r2.7.1) (ໂຣບົດ ພວມແປງ: id:Thailand
ແຖວ 294: ແຖວ 294:
[[hy:Թաիլանդ]]
[[hy:Թաիլանդ]]
[[ia:Thailanda]]
[[ia:Thailanda]]
[[id:Thailan]]
[[id:Thailand]]
[[ie:Thailand]]
[[ie:Thailand]]
[[ilo:Thailand]]
[[ilo:Thailand]]

ລຸ້ນແກ້ໄຂເກົ່າເມື່ອ 01:50, 27 ມັງກອນ 2011

ຣາຊະອານາຈັກໄທ

ราชอาณาจักรไทย
ຄຳຂວັນຊາດ ສາດສະໜາ ພະມະຫາກະສັດ
ທີ່ຕັ້ງຂອງໄທ
ເມືອງຫຼວງ
ແລະ ເມືອງໃຫຍ່ທີ່ສຸດ
ບາງກອກ
ພາສາລັດຖະການພາສາໄທ
ການປົກຄອງປະຊາທິປະໄຕແບບລັດຖະສະພາ ໂດຍມີພະມະຫາກະສັດເປັນປະມຸກ
ສົມເດັດພະເຈົ້າມະຫາຊີວິດ
ພູມິພົນອະດຸນຍະເດດ
ອະພິສິດ ເວດຊາຊີວະ
ສະຖາປະນາຂຶ້ນ
1238–1368
1350–1767
1767 ຫາ 6 ເມສາ 1782
6 ເມສາ 1782 ຫາປັດຈຸບັນ
0.4
ປະຊາກອນ
• ທັນວາ 2006 ປະມານ
62.828.706 (20)
• ສຳມະໂນປະຊາກອນ 2000
60.916.441
GDP (ອຳນາດຊື້)2006 (ປະມານ)
• ລວມ
585,9 ພັນລ້ານໂດລາສະຫະລັດ (21)
9.100 ໂດລາສະຫະລັດ (69)
ຈີນີ (2002)42
ປານກາງ
HDI (2004)0,784
ຂໍ້ຜິດພາດ: ຄ່າ HDI ບໍ່ຖືກຕ້ອງ · 72
ສະກຸນເງິນບາດ ฿ (THB)
ເຂດເວລາUTC+7
ລະຫັດໂທລະສັບ66
ລະຫັດອິນເຕີເນັດ.th

ປະເທດໄທ ຫຼື ລາດຊະອານາຈັກໄທ  (ประเทศไทย/ราชอาณาจักรไทย; Kingdom of Thailand) ຕັ້ງຢູ່ ອາຊີຕາເວັນອອກສຽງໃຕ້ ແລະ ມີຊາຍແດນ ຕິດກັບ ລາວ, ກຳປູເຈຍ, ມາເລເຊຍ ແລະ ມຽນມາ. ປະເທດໄທ ເປັນ ສະມາຊິກ ຂອງ ອົງການສະຫະປະຊາຊາດ, ເອເປັກ, ອາຊຽນ ແລະ ມີ ນະຄອນຫຼວງບາງກອກ (ຫຼື ກຸງເທບມະຫານະຄອນ)ເປັນ ສູນກາງການປົກຄອງ.

ປະຫວັດສາດ

ປະເທດໄທມີປະຫວັດສາດຍາວນານ ນັບເລີ່ມຕັ້ງແຕ່ການລົ້ມສະຫລາຍຂອງອານາຈັກຂອມ-ຈັກກະວັດນະຄອນວັດ ນະຄອນທົມ ເມື່ອຕົ້ນ ໆ ຄຣິດສະຕະວັດທີ 8 ໂດຍມີຄວາມສືບເນື່ອງແລະຄາບກ່ຽວລະຫວ່າງອານາຈັກບູຮານຫລາຍແຫ່ງເຊັ່ນ ອານາຈັກຟູນັນ ຈາມປາ ທະວາຣະວະດີ ສີວິໄຊ ລະໂວ້ ຂະແມ ຯລຯ ໂດຍເລີ່ມມີຄວາມຊັດເຈນໃນອານາຈັກສຸໂຂໄທຕັ້ງແຕ່ປີ 1238 ໂດຍມີພໍ່ຂຸນສີອິນທຣາທິດເປັນປະຖົມກະສັດ ໃນອານາຈັກນີ້ມີກະສັດຜູ້ປີຊາສາມາດຢູ່ຫລາຍພະອົງ ເຊັ່ນ ພໍ່ຂຸນຣາມຄຳແຫງມະຫາຣາຊ ຜູ້ປະດິດອັກສອນໄທ ແລະຂະຫຍາຍອານາຈັກໄປກວ້າງໄກ ຕໍ່ມາເກີດອານາຈັກລ້ານນາທາງພາກເຫນືອ ມີພໍ່ຂຸນເມັງຣາຍມະຫາຣາຊເປັນປະຖົມກະສັດ ເສື່ອມອຳນາດລົງໃນຊ່ວງຕົ້ນຄຣິດສະຕະວັດທີ່ 14 ແລ້ວຄວາມຮຸ່ງເຮືອງກໍ່ໄດ້ປະກົດຂຶ້ນໃນອານາຈັກທາງໃຕ້ ນະ ອານາຈັກອະຍຸທະຢາ ເຊິ່ງສະຖາປະນາຂື້ນໃນປີ 1350 ໂດຍສົມເດັດພະຣາມາທິບໍດີທີ່ 1 ຫລືພະເຈົ້າອູ່ທອງ ກົງກັບສະໄໝສົມເດັດເຈົ້າຟ້າງຸ່ມ ແຫ່ງອານາຈັກລ້ານຊ້າງ ຍັງມີອານາເຂດທີ່ບໍ່ໃຫຍ່ ຕໍ່ມາກະສັດແຫ່ງກຸງສີອະຍຸທະຍາສາມາດໄດ້ດຶນແດນອ້ອມຂ້າງເປັນປະເທດຣາຊ ມີອານາເຂດກວ້າງຂວາງ ແຕ່ກໍ່ເສຍເມືອງຄັ້ງທຳອິດໃຫ້ແກ່ພະມ້າໃນປີ 1569 ໃນສະໄໝສົມເດັດພະມະຫິນທຣາທິຣາຊ ແລະສາມາດກອບກູ້ເມືອງໄດ້ສຳເລັດໃນປີ 1592 ໂດຍສົມເດັດພະນະເຣສວນມະຫາຣາຊ ເຮັດຍຸທະຫັດຖີ (ການສູ້ຮົບກັນຕົວຕໍ່ຕົວບນຫລັງຊ້າງ) ກັບພະມະຫາອຸປະຣາຊາ ແຫ່ງອານາຈັກຫົງສາວະດີ ເຮັດໃຫ້ພະມ້າບໍ່ມາຍຶດເມືອງກວ່າຮ້ອຍກວ່າປີ ໃນສະໄໝສົມເດັດພະນາຣາຍມະຫາຣາຊ ເປັນຍຸກສະໄໝທີ່ມີການຄ້າເສລີ ມີຊາວຕາເວັນຕົກມາຄ້າຂາຍເປັນຈຳນວນຫລາຍ ໂດຍສະເພາະຊາວຝຣັ່ງ ສຸດທ້າຍພະມ້າກໍ່ກັບມາຕີຈົນເສຍກຸງສີອະຢຸດທະຢາເປັນຄັ້ງທີ່ສອງໃນປີ ພ.ສ. 2310 ໃນສະໄໝສົມເດັດພະທີ່ນັ່ງສຸຣິຍາດອະມະຣິນ ຫລື ພະເຈົ້າເອກະທັດ ຕໍ່ມາພະຍາວຊິຣະປຣາການ (ສິນ) ໄດ້ຍົກກຳລັງມາໂຮມຢູ່ເມືອງຈັນທະບູລີ ຈົນສາມາດກັບມາຍິດເມືອງຄືນຈາກພະມ້າໄດ້ສຳເລັດພາຍໃນ 9 ເດືອນ ແລະສະຖາປະນາຕົນເອງເປັນກະສັດພະນາມວ່າ ສົມເດັດພະບໍລົມຣາຊາທິລາດທີ 4 ຫລື ສົມເດັດພະເຈົ້າຕາກສິນມະຫາຣາຊ ເມື່ອເບິ່ງກຸງສີອະຍຸທະຍາແລ້ວ ເຫັນວ່າບໍ່ສາມາດຟື້ນຟູກັບຄືນໄດ້ ຈຶງໄດ້ຍ້າຍຣາຊະທານີມາຢູ່ທີ່ກຸງທົນບຸຣີ ກຸງທົນບຸຣີເປັນຣາຊະທານີຂອງໄທ 15 ປີ

ເຂດການປົກຄອງ

ພາກເໜືອ

ມີ 9 ຈັງຫວັດ :

ພາກຕາເວັນອອກສ່ຽງເໜືອ

ມີ 19 ຈັງຫວັດ :

ພາກກາງ

ມີກຸງເທບມະຫານະຄອນແລະ 21 ຈັງຫວັດ :

ພາກຕາເວັນອອກ

ມີ 7 ຈັງຫວັດ :

ພາກຕາເວັນຕົກ

ມີ 5 ຈັງຫວັດ :

ພາກໃຕ້

ມີ 14 ຈັງຫວັດ

ເມືອງໃຫຍ່ / ຈັງຫວັດໃຫຍ່

ອັນດັບ ເມືອງ / ເທດສະບານ ຈຳນວນປະຊາກອນ ຈັງຫວັດ
1 ກຸງເທບມະຫານະຄອນ 6,121,672 ກຸງເທບມະຫານະຄອນ
2 ນົນທະບູລີ 266,941 ນົນທະບູລີ
3 ປາກເກັດ 167,138 ນົນທະບູລີ
4 ຫາດໃຫຍ່ 157,678 ສົງຂາ
5 ຊຽງໃໝ່ 150,805 ຊຽງໃໝ່
6 ນະຄອນລາດຊະສີມາ 149,938 ນະຄອນລາດຊະສີມາ
7 ອຸດອນທານີ 142,670 ອຸດອນທານີ
8 ສຸລາດທານີ 124,665 ສຸລາດທານີ
9 ຂອນແກ່ນ 121,283 ຂອນແກ່ນ
10 ນະຄອນສີທຳມະລາດ 106,293 ນະຄອນສີທຳມະລາດ
ອັນດັບ ຈັງຫວັດ ຈຳນວນປະຊາກອນ ພາກ
1 ກຸງເທບມະຫານະຄອນ 6,121,672 ພາກກາງ
2 ນະຄອນລາດສະສີມາ 2,546,763 ພາກຕາເວັນອອກສ່ຽງເໜືອ
3 ອຸບົນລາດຊະທານີ 1,774,808 ພາກຕາເວັນອອກສ່ຽງເໜືອ
4 ຂອນແກ່ນ 1,747,542 ພາກຕາເວັນອອກສ່ຽງເໜືອ
5 ຊຽງໃໝ່ 1,650,009 ພາກເໜືອ
6 ບຸລີລຳ 1,531,430 ພາກຕາເວັນອອກສ່ຽງເໜືອ
7 ອຸດອນທານີ 1,523,802 ພາກຕາເວັນອອກສ່ຽງເໜືອ
8 ນະຄອນສີທຳມະລາດ 1,504,420 ພາກໃຕ້
9 ສີສະເກດ 1,443,975 ພາກຕາເວັນອອກສ່ຽງເໜືອ
10 ສຸລິນ 1,374,700 ພາກຕາເວັນອອກສ່ຽງເໜືອ

ແຫລ່ງຂໍ້ມູນອື່ນ

ແມ່ແບບ:Link FA ແມ່ແບບ:Link FA ແມ່ແບບ:Link FA ແມ່ແບບ:Link FA