ນົກແກ້ວ: Difference between revisions

ຈາກ ວິກິພີເດຍ
Content deleted Content added
No edit summary
No edit summary
ແຖວ 1: ແຖວ 1:
1. ລັກສະນະທົ່ວໄປ.
<big>1. ລັກສະນະທົ່ວໄປ.
ເປັນນົກທີ່ມີສົບແດງໃຫຍ່ ແລະ ສ່ວນໃຫຍ່ມີຂົນສີຂຽວທົ່ວຮ່າງກາຍ ແລະ ປະສົມສີແດງອ່ອນເປັນແຜ່ຢູ່ບາໄຫລ່,ຕີນສີເຫຼືອງ.ສຳລັບໂຕຜູ້ຄໍຈະດຳ ແລະ ມີລັກສະນະສີບົວເປັນວົງຢູ່ກ້ານຄໍ,ສ່ວນໂຕແມ່ເອີກສີຂຽວບໍ່ມີວົງຢູ່ກ້ານຄໍ.ສຳລັບໂຕທີ່ຍັງນ້ອຍມີລັກສະນະຄືໂຕແມ່ ແຕ່ມີຂົນປົກຫຸ້ມຮ່າງກາຍ ແລະ ສົບມີສີເສົ້າ.

ແຖວ 13: ແຖວ 13:
5. ສະຖານະພາບທາງດ້ານການອານຸລັກ
5. ສະຖານະພາບທາງດ້ານການອານຸລັກ
ເປັນນົກທີ່ສ່ຽງຕໍ່ການສູນພັນໃນ ສ ປ ປ ລາວ ນອນຢູ່ໃນບັນຊີຫວງຫ້າມປະເພດ II ຂອງ CITES ຈຳນວນປະຊາກອນຂອງນົກຊະນິດນີ້ ນັບມື້ນັບຫນ້ອຍລົງ ທັງນີ້ກໍ່ເນື່ອງຈາກວ່າມີການລ່າເພື່ອນຳມາເປັນສັດລ້ຽງ ແລະ ຄ້າຂາຍ.

</big>

<gallery>
<gallery>
ຮູບ:http://laoupload.com/3USBD90QODJ0/Nokkeo.bmp.html

ລຸ້ນແກ້ໄຂເກົ່າເມື່ອ 07:31, 3 ພະຈິກ 2010

1. ລັກສະນະທົ່ວໄປ.

   ເປັນນົກທີ່ມີສົບແດງໃຫຍ່ ແລະ ສ່ວນໃຫຍ່ມີຂົນສີຂຽວທົ່ວຮ່າງກາຍ ແລະ ປະສົມສີແດງອ່ອນເປັນແຜ່ຢູ່ບາໄຫລ່,ຕີນສີເຫຼືອງ.ສຳລັບໂຕຜູ້ຄໍຈະດຳ ແລະ ມີລັກສະນະສີບົວເປັນວົງຢູ່ກ້ານຄໍ,ສ່ວນໂຕແມ່ເອີກສີຂຽວບໍ່ມີວົງຢູ່ກ້ານຄໍ.ສຳລັບໂຕທີ່ຍັງນ້ອຍມີລັກສະນະຄືໂຕແມ່ ແຕ່ມີຂົນປົກຫຸ້ມຮ່າງກາຍ ແລະ ສົບມີສີເສົ້າ.

2. ການກະຈາຍພັນ

   ນົກຊະນິດນີ້ມີຢູ່ພາກກາງ ແລະ ພາກໃຕ້ຂອງລາວ, ໂດຍສະເພາະແຂວງອັດຕາປື ແລະ ການສຳຫລວດທີ່ຜ່ານມາປະກົດມີຢູ່ໃນເຂດປ່າສະຫງວນເຊປຽນ,ຄອນພະເພັງ, ຫ່າງດອນ, ນາກາຍ - ນ້ຳເທີນແລະຫີນຫນາມຫນໍ່ ແຂວງຄຳມວນ.

3. ຂະໜາດຮູບຮ່າງ

   ຄວາມຍາວ 51  ຊມ  (ນັບແຕ່ຫົວເຖິງປາຍຫາງ ຂອງຕົວທີ່ໃຫຍ່ເຕັມທີ່)

4. ນິເວດວິທະຍາ ແລະ ອຸປະນິໄສ

   ມັກອາໄສຢູ່ປ່າເປີດ ຜັດປ່ຽນໃບ ແລະ ຢູ່ໃກ້ຫ້ວຍນ້ຳຕາມປ່າດົງດີບ, ແຕ່ສ່ວນໃຫຍ່ແລ້ວຈະຢູ່ຕາມເຂດທົ່ງພຽງ. ເປັນນົກທີ່ມັກຢູ່ຕາມຕົ້ນໄມ້ ແລະ ບິນໄປຕາມງ່າໄມ້ໂດຍອາໄສສົບຂອງມັນໃນການຊ່ວຍໃນການເກາະງ່າໄມ້. ເປັນສັດທີ່ໃຊ້ຕີນຄວັດເຂ່ຍຫາອາຫານ, ບາງຄັ້ງນົກຊະນິດນີ້ ມັກທຳລາຍເຄື່ອງປູກຝັງ, ມັກຢູ່ເປັນໝູ່ ແລະ ເຮັດຮັງຕາມຕົ້ນໄມ້ ຫຼື ໂກນໄມ້. 

5. ສະຖານະພາບທາງດ້ານການອານຸລັກ

   ເປັນນົກທີ່ສ່ຽງຕໍ່ການສູນພັນໃນ ສ ປ ປ ລາວ ນອນຢູ່ໃນບັນຊີຫວງຫ້າມປະເພດ II  ຂອງ CITES ຈຳນວນປະຊາກອນຂອງນົກຊະນິດນີ້ ນັບມື້ນັບຫນ້ອຍລົງ ທັງນີ້ກໍ່ເນື່ອງຈາກວ່າມີການລ່າເພື່ອນຳມາເປັນສັດລ້ຽງ ແລະ ຄ້າຂາຍ.

ຊື່ວິທະຍາສາດ Psittacula eupatria
ອານາຈັກ Animalia
ໄຟລຳ Chordata
ຊັ້ນ Aves
ອັນດັບ Psittaciformes
ວົງ Psittacidae
ຕະກຸນ Psittacula
ສະເປຊີ່ P. eupatria
ຊື່ພາສາລາວ ນົກແກ້ວ