ນົກແກ້ວ: Difference between revisions

ຈາກ ວິກິພີເດຍ
Content deleted Content added
No edit summary
No edit summary
ແຖວ 28: ແຖວ 28:
| ວົງ || Psittacidae
| ວົງ || Psittacidae
|-
|-
| ຕະກຸນ || Psittacula
| Example || Example
|-
|-
| ສະເປຊີ່ || P. eupatria
| Example || Example
|-
|-
| ຊື່ພາສາລາວ || ນົກແກ້ວ
| Example || Example
|}
|}

ລຸ້ນແກ້ໄຂເກົ່າເມື່ອ 14:08, 2 ພະຈິກ 2010

1. ລັກສະນະທົ່ວໄປ.

   ເປັນນົກທີ່ມີສົບແດງໃຫຍ່ ແລະ ສ່ວນໃຫຍ່ມີຂົນສີຂຽວທົ່ວຮ່າງກາຍ ແລະ ປະສົມສີແດງອ່ອນເປັນແຜ່ຢູ່ບາໄຫລ່,ຕີນສີເຫຼືອງ.ສຳລັບໂຕຜູ້ຄໍຈະດຳ ແລະ ມີລັກສະນະສີບົວເປັນວົງຢູ່ກ້ານຄໍ,ສ່ວນໂຕແມ່ເອີກສີຂຽວບໍ່ມີວົງຢູ່ກ້ານຄໍ.ສຳລັບໂຕທີ່ຍັງນ້ອຍມີລັກສະນະຄືໂຕແມ່ ແຕ່ມີຂົນປົກຫຸ້ມຮ່າງກາຍ ແລະ ສົບມີສີເສົ້າ.

2. ການກະຈາຍພັນ

   ນົກຊະນິດນີ້ມີຢູ່ພາກກາງ ແລະ ພາກໃຕ້ຂອງລາວ, ໂດຍສະເພາະແຂວງອັດຕາປື ແລະ ການສຳຫລວດທີ່ຜ່ານມາປະກົດມີຢູ່ໃນເຂດປ່າສະຫງວນເຊປຽນ,ຄອນພະເພັງ, ຫ່າງດອນ, ນາກາຍ - ນ້ຳເທີນແລະຫີນຫນາມຫນໍ່ ແຂວງຄຳມວນ.

3. ຂະໜາດຮູບຮ່າງ

   ຄວາມຍາວ 51  ຊມ  (ນັບແຕ່ຫົວເຖິງປາຍຫາງ ຂອງຕົວທີ່ໃຫຍ່ເຕັມທີ່)

4. ນິເວດວິທະຍາ ແລະ ອຸປະນິໄສ

   ມັກອາໄສຢູ່ປ່າເປີດ ຜັດປ່ຽນໃບ ແລະ ຢູ່ໃກ້ຫ້ວຍນ້ຳຕາມປ່າດົງດີບ, ແຕ່ສ່ວນໃຫຍ່ແລ້ວຈະຢູ່ຕາມເຂດທົ່ງພຽງ. ເປັນນົກທີ່ມັກຢູ່ຕາມຕົ້ນໄມ້ ແລະ ບິນໄປຕາມງ່າໄມ້ໂດຍອາໄສສົບຂອງມັນໃນການຊ່ວຍໃນການເກາະງ່າໄມ້. ເປັນສັດທີ່ໃຊ້ຕີນຄວັດເຂ່ຍຫາອາຫານ, ບາງຄັ້ງນົກຊະນິດນີ້ ມັກທຳລາຍເຄື່ອງປູກຝັງ, ມັກຢູ່ເປັນໝູ່ ແລະ ເຮັດຮັງຕາມຕົ້ນໄມ້ ຫຼື ໂກນໄມ້. 

5. ສະຖານະພາບທາງດ້ານການອານຸລັກ

   ເປັນນົກທີ່ສ່ຽງຕໍ່ການສູນພັນໃນ ສ ປ ປ ລາວ ນອນຢູ່ໃນບັນຊີຫວງຫ້າມປະເພດ II  ຂອງ CITES ຈຳນວນປະຊາກອນຂອງນົກຊະນິດນີ້ ນັບມື້ນັບຫນ້ອຍລົງ

ທັງນີ້ກໍ່ເນື່ອງຈາກວ່າມີການລ່າເພື່ອນຳມາເປັນສັດລ້ຽງ ແລະ ຄ້າຂາຍ.

ຊື່ວິທະຍາສາດ Psittacula eupatria
ອານາຈັກ Animalia
ໄຟລຳ Chordata
ຊັ້ນ Aves
ອັນດັບ Psittaciformes
ວົງ Psittacidae
ຕະກຸນ Psittacula
ສະເປຊີ່ P. eupatria
ຊື່ພາສາລາວ ນົກແກ້ວ