ຫ້ຽນ: Difference between revisions

ຈາກ ວິກິພີເດຍ
Content deleted Content added
robot Adding: arz, bg, br, da, de, eo, es, eu, fa, fi, fr, gl, he, hr, ia, id, it, ja, ko, li, lt, nl, no, pl, pt, ro, ru, scn, sh, simple, sl, sr, sv, th, uk, yi, zh
ໂຣບົດ ພວມແປງ: fr:Troll (Internet)
ແຖວ 35: ແຖວ 35:
[[fa:ترول (اینترنت)]]
[[fa:ترول (اینترنت)]]
[[fi:Trolli (internet)]]
[[fi:Trolli (internet)]]
[[fr:Troll (Internet et Usenet)]]
[[fr:Troll (Internet)]]
[[gl:Troll (Internet)]]
[[gl:Troll (Internet)]]
[[he:טרול (אינטרנט)]]
[[he:טרול (אינטרנט)]]

ລຸ້ນແກ້ໄຂເກົ່າເມື່ອ 08:54, 21 ພະຈິກ 2009

ຄຳນິຍາມ

ຫ້ຽນ ເປັນຄໍາທີ່ດັດແປງມາຈາກຄໍາວ່າ ກຣຽນ (เกรียน) ໃນພາສາໄທ ໂດຍທົ່ວໄປແລ້ວ ຈະຫມາຍເຖິງບຸກຄົນທີ່ມັກກໍ່ກວນໃນອິນເຕີເນັດ ບໍ່ວ່າຈະເປັນກະດານສົນທະນາ ຫຼືໃນເວັບໄຊຕ່າງ ໆ ເປັນຕົ້ນ.

ຄໍາວ່າຫ້ຽນນີ້ມີຕົ້ນກໍາເນີດມາຈາກສະມາຊິກຄົນຫນຶ່ງໃນກະດານສົນທະນາ LaoZaa.com ເຊິ່ງໄດ້ດັດແປງຄຳສັບ ກຣຽນ ໃນພາສາໄທມາເປັນພາສາລາວ.

ຢ່າງໃດກໍຕາມ ວິວັດທະນາການຂອງຄໍາວ່າ ຫ້ຽນ ນີ້ ກໍໄດ້ປ່ຽນແປງໄປຕາມການໃຊ້ງານທີ່ຫລາກຫລາຍຂຶ້ນ ຈະສັງເກດໄດ້ວ່າ ໃນປັດຈຸບັນ ມີຫລາຍໆ ຄົນໃນກຸ່ມຄົນແວດວົງໄອທີ ແລະອິນເຕີເນັດຈະເລີ່ມເວົ້າຄໍາວ່າ “ຫ້ຽນ” ກັນຢ່າງຕິດປາກ ບໍ່ສະເພາະແຕ່ໃນອິນເຕີເນັດເທົ່ານັ້ນແຕ່ໃນໂລກນອກອິນເຕີເນັດ ກໍຍັງໃຊ້ຄຳວ່າ “ຫ້ຽນ” ກັບບຸກຄົນທີ່ມີພາວະ “ຫ້ຽນ” ອີກນຳ.

ລະບຸຄວາມເປັນຫ້ຽນ

ຕົວຢ່າງຂອງບຸກຄົນຜູ້ມີ “ພາວະຫ້ຽນ” ນັ້ນ ອາດມີພຶດຕິກຳຂໍ້ໃດຂໍ້ນຶ່ງ ຫຼືຫຼາຍຂໍ້ດັ່ງຕໍ່ໄປນີ້:

  • ປອມຊື່ເປັນຄົນອື່ນເພື່ອກໍ່ກວນເຈົ້າຂອງຊື່ທີ່ແທ້ຈິງ.
  • flood ຫຼືພິມຂໍ້ຄວາມຊໍ້າ ໆ ກັນເພື່ອເຫດຜົນດ້ານມືດ.
  • ກັອບປີ້ເນື້ອຫາຈາກເວັບໄຊອື່ນ ໄປໃສ່ໃນເວັບໄຊຂອງຕົນ ໂດຍບໍ່ລະບຸທີ່ມາໃດໆເລີຍ ແລະເມື່ອມີຄົນທ້ວງ ກໍມັກຈະໄປລຶບຄຳເຫັນທີ່ທ້ວງນັ້ນອອກ (ໃນກໍລະນີທີ່ເຮັດໄດ້).
  • ມັກໃຊ້ຄຳຫຍາບຄາຍໃນການສົນທະນາເມື່ອຖືກຈັບໄດ້ວ່າຕົນເອງຜິດ.
  • ຂາດຄວາມເຄົາລົບໃນຄົນອື່ນເວລາຢູ່ໃນອິນເຕີເນັດ ຈະຄຶດວ່າບໍ່ມີໃຜສາມາດຮູ້ໄດ້ວ່າຕົນເອງແມ່ນໃຜໃນໂລກຄວາມຈິງ.

ທີ່ຢູ່ຂອງຫ້ຽນ

ໂດຍທົ່ວໄປແລ້ວ ຈະສາມາດພົບຫ້ຽນໄດ້ຕາມເວັບໄຊຕ່າງໆ ໂດຍສະເພາະແມ່ນເວັບໄຊທີ່ໃຫ້ບໍລິການເວັບບອດ ເຊັ່ນ Laozaa.com ຫຼື Punlao.com ເປັນຕົ້ນ ແລະອາດຈະຍ້າຍໄປເລື້ອຍໆ ຮວມເຖິງການປ່ຽນຊື່ຂອງຕົນເອງ ເມື່ອຖືກຜູ່ເບິ່ງແຍງເວັບໄຊລົງໂທດເນື່ອງຈາກປະພຶດຕົນມີລັກສະນະດັ່ງກ່າວ.


ແຫຼ່ງຂໍ້ມູນອື່ນ