ສົນທະນາ:ປະເທດໄທ: Difference between revisions

Page contents not supported in other languages.
ຈາກ ວິກິພີເດຍ
Content deleted Content added
ແຖວ 26: ແຖວ 26:
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ <br/>
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ <br/>


ແຕ່ໃນໜັງສືຣາຊະການໄທບໍ່ມີ. ມີແຕ່ເຄື່ອງໝາຍຊາດ (ກາຄຣຸດ) ເທົ່ານັ້ນ. ໑໓:໐໗, ໑໑ ກັນຍາ ໒໐໐໘ (UTC)~~
ແຕ່ໃນໜັງສືຣາຊະການໄທບໍ່ມີ. ມີແຕ່ເຄື່ອງໝາຍຊາດ (ກາຄຣຸດ) ເທົ່ານັ້ນ. --[[ຜູ້ໃຊ້:Natrakcherry|Natrakcherry]] ໑໓:໑໐, ໑໑ ກັນຍາ ໒໐໐໘ (UTC)

ລຸ້ນແກ້ໄຂເກົ່າເມື່ອ 13:10, 11 ກັນຍາ 2008

ສົງໄສ

ຈັກແມ່ນໃຜເອົາບົດຄວາມນີ້ມາໃສ່? ຖ້າຈະນຳມາລົງກໍ່ຄວນຈະແປງເປັນພາສາລາວກ່ອນ ບໍ່ແມ່ນຈະສຳເນົາມາລົງກັນໂດຍກົງແບບນີ້ - au8ust ໐໑:໕໕, ໑໙ ສິງຫາ ໒໐໐໗ (UTC)

ແຕ່ກ່ອນ ກໍ່ເຄີຍມີການລົງບົດຄວາມເປັນພາສາຕ່າງປະເທດແບບນີ້ຄືກັນ. ຕອນນັ້ນ ຂ້າພະເຈົ້າແປບາງສ່ວນ ແລ້ວ ລຶບພາກສ່ວນທີ່ບໍ່ແມ່ນພາສາລາວອອກໝົດ. ຄຶດວ່າ ຈຳເປັນຕ້ອງມີການ ສ້າງຄວາມເຂົ້າໃຈກັນ ກ່ຽວກັບວ່າຊິເຮັດແນວໃດກັບ ບົດຄວາມທີ່ມີເນື້ອໃນບໍ່ແມ່ນພາສາລາວ, ລວມທັງບັນຫາວ່າ ຄວນມີການຈຳແນກ ພາສາອັງກິດ ກັບ ພາສາຕ່າງປະເທດອື່ນໆບໍ່ ເພາະ ຢູ່ ວິກີສະບັບພາສາອື່ນ ກໍ່ເຫັນມີ ບົດຄວາມເປັນພາສາອັງກິດຢູ່. ຄົນໄທຫຼາຍຄົນ ເຊັ່ນ ທ່ານ ມານົບ ເພິ່ນກໍ່ຊ່ອຍຫຼາຍໃນການສ້າງສະບັບພາສາລາວນີ້, ສະນັ້ນ ເຖິງຈັ່ງໃດກໍ່ຕາມ ພວກເຮົາກໍ່ຕ້ອງໃຫ້ກຽດເພິ່ນຄືກັນ. ເລື່ອງຄວາມສົນໃຈ ຢາກ ສົ່ງຕໍ່ສິ່ງທີ່ຕົນເອງຮູ້ໃຫ້ຜູ້ອື່ນ (ຫຼື ເພື່ອນຮ່ວມຊາດນັ້ນ)ເບິ່ງໃນວິກີນີ້ຊື່ໆກໍ່ຮູ້ວ່າ ແຕ່ລະປະເທດບໍ່ຄືກັນ. ຕົວຢ່າງທີ່ ຂ້າພະເຈົ້າຄຶດວ່າ ເຂົ້າໃຈງ່າຍໆອັນໜຶ່ງ ແມ່ນ ທັງໆທີ່ມີຫຼາຍປະເທດທີ່ ພົນລະເມືອງຫຼາຍກວ່າຍີ່ປຸ່ນ ແລະ ລະດັບຄວາມກ້າວໜ້າ ທາງວິທະຍາສາດ ບໍ່ແຕກຕ່າງກັນປານໃດ ແຕ່ ຈຳນວນບົດຄວາມສະບັບພາສານັ້ນໜ້ອຍກວ່າ ສະບັບພາສາຍີ່ປຸ່ນຫຼາຍ. ສະບັບພາສາອັງກິດນັ້ນແຮງພິລຶກ ເບິ່ງແລ້ວເຂົ້າໃຈໄດ້ໂລດວ່າ ເປັນຫຍັງ ຊົນຊາດນີ້ ຫຼື ປະເທດທີ່ໃຊ້ພາສາອັງກິດ ຈຶ່ງມີຄວາມເຂັ້ມແຂງ. ຄັນບໍ່ມີໃຜສົນໃຈຫຼາຍ ບາງເທື່ອກໍ່ອາດຊິຕ້ອງສ້າງລະບຽບ ແລະ ບັງຄັບໃຊ້ກັນໂລດ ໂດຍ 2 ຄົນນີ້ແຫຼະເນາະ. (Tuinui ໑໒:໒໗, ໑໙ ສິງຫາ ໒໐໐໗ (UTC))
ອືມ... ໂດຍສ່ວນຕົວແລ້ວ ຂ້າພະເຈົ້າກໍ່ບໍ່ຄິດວ່າເປັນການດີທີ່ເອົາບົດຄວາມພາສາອື່ນ ມາລົງໃນວິກິທີ່ເປັນພາສາສະເພາະແບບນີ້. ພາສາອື່ນ ໆ ນອກຈາກພາສາຫລັກ​ (ໃນກໍລະນີນີ້ຄືພາສາລາວ) ສາມາດທີ່ຈະນຳໃຊ້ໄດ້ ແຕ່ບໍ່ແມ່ນວ່າທັງຫມົດແບບນີ້ (ຊື່ບົດຄວາມຍັງເປັນພາສາອື່ນເລີຍ), ຫາກເປັນພາສາສາກົນ ຄືພາສາອັງກິດກໍ່ເປັນອີກກໍລະນີຫນຶ່ງ. ຄິດວ່າຄົງຕ້ອງໄດ້ຈັດລະບຽບໃຫມ່ລ່ະ, ທ່ານເຫັນວ່າແນວໃດ? -au8ust ໐໑:໐໑, ໒໐ ສິງຫາ ໒໐໐໗ (UTC)
ຄັນຊັ້ນ ມື້ນີ້ຊິຫາເວລາ ແປສ່ວນໜຶ່ງ ແລະ ຍ້າຍ ໜ້ານີ້ ຈາກ "ไทย" ໄປ ເປັນ "ໄທ" . ຄວາມຈິງແລ້ວ ຂຽນ ໄທຍ ຊິຊັດເຈນກວ່າ ແຕ່ ປະຈຸບັນ ບໍ່ປະກົດເຫັນການສະກົດແບບນີ້ແລ້ວ ຢາກຮູ້ຢູ່ວ່າ ວັດຈະນານຸກົມສະບັບທີ່ພວມຊິຖືກສ້າງຂຶ້ນນີ້ ຊິກຳໜົດແນວໃດ. (Tuinui ໐໒:໔໔, ໒໐ ສິງຫາ ໒໐໐໗ (UTC))
ແປສ່ວນໜຶ່ງ ແລະ ຍ້າຍ (ປ່ຽນຊື່ບົດຄວາມ)ແລ້ວ. ບາດນີ້​ ກະມີແຕ່ຖ້າເບິ່ງວ່າ ຊິມີໃຜ ມາຊ່ອຍຂຽນ (ຫຼື ແປ) ໃສ່ ເທື່ອລະໜ້ອຍເນາະ. (Tuinui ໐໔:໔໑, ໒໐ ສິງຫາ ໒໐໐໗ (UTC))
ກໍ່ຊິມີແຕ່ສອງຄົນເຮົານິແຫລະ 555 :P - au8ust ໐໕:໓໐, ໒໐ ສິງຫາ ໒໐໐໗ (UTC)
ຄືຊິແມ່ນຄວາມທ່ານ. ຜູ້ຂ້ານີ້ກະຊວນຈົນເມື່ອຍແລ້ວ. ມີແຕ່ຄົນເອີ ແຕ່ຍັງບໍ່ເຫັນມີໃຜເຮັດຫຍັງເທື່ອ. ບາງເທື່ອອາດແມ່ນຍ້ອນ ຄົນບ້ານເຮົານີ້​ ມີແຕ່ຜູ້ ສົມບູນແບບນິຍົມ,​ເຮັດຫຍັງ ກະຢາກເຮັດແຕ່ອັນ ທີ່ສົມບູນແບບເລີຍ ຖ້າແມ່ນອັນທີ່ຍັງບໍ່ແນ່ໃຈວ່າ ຖືກຫຼືບໍ່ຖືກ ກະບໍ່ຢາກເຮັດເທື່ອ. ຢາກໃຫ້ເພິ່ນຮູ້ຄືກັນວ່າ ແນວຄວາມຄິດຂອງ ໂອເພິນຊອສນີ້ ມັນແຕກຕ່າງ. ຕາມຜູ້ຂ້າເຂົ້າໃຈ, ໂອເພິນຊອສນີ້​ ແມ່ນ ທຳອິດຊິເປັນແນວໃດກະຢ່າ, ຖ້າແຕ່ລະຄົນ ຊ່ອຍກັນດັດກັນແກ້ ແມ່ນຫຍັງມັນກະຊິນັບມື້ນັບສົມບູນຂຶ້ນ. ຄັນທ່ານມີເວລາ ບາດໄດ້ "ເມືອເມືອງ" ຊິໄປແວ່ພໍໄດ້ລົມກັນເນາະ(Tuinui ໐໕:໕໗, ໒໐ ສິງຫາ ໒໐໐໗ (UTC)).

ເຫດຜົນຂອງການລົບລ້າງການດັດແກ້

ສະບາຍດີ ທ່ານ Natrakcherry. ຂອບໃຈຫຼາຍໆ ສຳຫຼັບການຊ່ອຍດັດແກ້.​ ເນື້ອໃນ ຂອງ ບົດຄວາມວ່າ "ປະເທດໄທ" ທີ່ທ່ານດັດແກ້ ມີ ບັນຫາຫຼາຍອັນ ເຊັ່ນ ແຜນທີ່ ແມ່ນ ຂອງປະເທດລາວ ແລະອື່ນໆ. ກະລຸນາ ດັດແກ້ສິ່ງເຫຼົ່ານີ້ໃຫ້ຖືກຕ້ອງ ກ່ອນ ບັນທຶກ. ຂອບໃຈຫຼາຍໆ.(Tuinui ໑໔:໕໑, ໒ ກັນຍາ ໒໐໐໗ (UTC)).

ເຮັດບໍ່ແລ້ວ

ເມື່ອອາທິດທີ່ແລ້ວຂ້າພະເຈົ້າໄດ້ມາດັດແກ້ໃໝ່ ແຕ່ຍັງບໍ່ທັນ ເພາະເວລາມັນເດິກຫລາຍ ຈຶງບໍ່ທັນເຮັດແລ້ວ ແລະກໍ່ບໍ່ມີເວລາເພາະຕ້ອງເຮັດການບ້ານ ດ໋ຽວຂ້າພະເຈົ້າຈະເຮັດໃໝ່ໃຫ້ສຳເລັດ.

ຂອບໃຈຫຼາຍໆ. ຂໍໂທດທີ່ຕອບຊ້າ ເພາະຫາກໍ່ກັບມາ ແຕ່ໄປວຽກຢູ່ຕ່າງປະເທດ. (Tuinui ໐໓:໕໙, ໑໘ ກັນຍາ ໒໐໐໗ (UTC))

ປະເທດໄທ ບໍ່ມີຄຳຂວັນ.

"ຊາດ ສາດສະໜາ ພະມະຫາກະສັດ" ນັ້ນແມ່ນສະຖາບັນສູງສຸດທີຄົນໄທໃຫ້ຄວາມເຄົາລົບ. ບໍ່ແມ່ນຄຳຂວັນ.

ປົກກະຕິ ດ້ານເທິງຂອງໜັງສືລັດຖະການຂອງລາວຈະມີຮູບແບບດັງນີ້. (ເຄື່ອງໝາຍຊາດ)
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ແຕ່ໃນໜັງສືຣາຊະການໄທບໍ່ມີ. ມີແຕ່ເຄື່ອງໝາຍຊາດ (ກາຄຣຸດ) ເທົ່ານັ້ນ. --Natrakcherry ໑໓:໑໐, ໑໑ ກັນຍາ ໒໐໐໘ (UTC)