ປະເທດລາວ: Difference between revisions
No edit summary |
No edit summary |
||
ແຖວ 134: | ແຖວ 134: | ||
== ແຫຼ່ງຂ້ອມູນອື່ນ == |
== ແຫຼ່ງຂ້ອມູນອື່ນ == |
||
* [http://www.laopdr.gov.la/viewPortalPage.do?PPID=200 ປະເທດລາວ] |
* [http://www.laopdr.gov.la/viewPortalPage.do?PPID=200 ປະເທດລາວ] |
||
* [http://www.na.gov.la ສະພາແຫ່ງຊາດ ແຫ່ງ ສປປ ລາວ] |
|||
* [http://www.tourismlaos.gov.la ໜ່ວຍງານການທ່ອງທ່ຽວຂອງສປປ ລາວ] |
* [http://www.tourismlaos.gov.la ໜ່ວຍງານການທ່ອງທ່ຽວຂອງສປປ ລາວ] |
||
* {{dmoz|Regional/Asia/Laos|ປະເທດລາວ}} |
* {{dmoz|Regional/Asia/Laos|ປະເທດລາວ}} |
||
ແຖວ 139: | ແຖວ 140: | ||
* {{wikitravelpar|Laos|ປະເທດລາວ}} |
* {{wikitravelpar|Laos|ປະເທດລາວ}} |
||
* {{wikiatlas|Laos|ປະເທດລາວ}} |
* {{wikiatlas|Laos|ປະເທດລາວ}} |
||
* [http://www.vientianemai.net ໜັງສືພິມວຽງຈັນໃໝ່] |
|||
* [http://www.lnr.org.la ສະຖານີວິທະຍຸກະຈາຍສຽງແຫ່ງຊາດລາວ] |
|||
{{sisterlinks|Laos|ປະເທດລາວ}} |
{{sisterlinks|Laos|ປະເທດລາວ}} |
ລຸ້ນແກ້ໄຂເກົ່າເມື່ອ 16:46, 29 ມິຖຸນາ 2008
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
| |
---|---|
Coat of arms
| |
ຄຳຂວັນ: "ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ" | |
ເມືອງຫຼວງ | ນະຄອນຫລວງວຽງຈັນ |
ເມືອງໃຫຍ່ທີ່ສຸດ | ນະຄອນຫລວງວຽງຈັນ |
ພາສາລັດຖະການ | ພາສາລາວ |
ການປົກຄອງ | ລະບອບປະຊາທິປະໄຕປະຊາຊົນ |
ທ່ານ ຈູມມະລີ ໄຊຍະສອນ | |
ທ່ານ ບົວສອນ ບຸບຜາວັນ | |
ເອກະລາດ ຈາກ ຝຣັ່ງ | |
• ວັນທີ່ | 19 ກໍລະກົດ 1949 |
2 | |
ປະຊາກອນ | |
• 2005 ປະມານ | 5.924.000 (103) |
• ສຳມະໂນປະຊາກອນ 1995 | 4.574.848 |
GDP (ອຳນາດຊື້) | 2005 (ປະມານ) |
• ລວມ | 12,547 ພັນລ້ານໂດລາສະຫະລັດ (129) |
• ຕໍ່ຫົວ | 2.124 ໂດລາສະຫະລັດ (138) |
HDI (2004) | 0,553 ຂໍ້ຜິດພາດ: ຄ່າ HDI ບໍ່ຖືກຕ້ອງ · 133 |
ສະກຸນເງິນ | ກີບ ₭ (LAK) |
ເຂດເວລາ | UTC+7 (UTC) |
ລະຫັດໂທລະສັບ | 856 |
ລະຫັດອິນເຕີເນັດ | .la |
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຫລື ສປປ ລາວ ຕັ້ງຢູ່ທິດຕາເວັນອອກສຽງໃຕ້ຂອງທະວີບອາຊີ, ຢູ່ໃຈກາງຂອງແຫຼມອິນດູຈີນລະຫວ່າງເສັ້ນຂະໜານທີ່ 14 - 23 ອົງສາເໜືອ ແລະ ເສັ້ນແວງທີ 100-108 ອົງສາ ສປປ ລາວເປັນປະເທດທີ່ບໍ່ມີທາງອອກສູ່ທະເລ, ມີຊາຍແດນຕິດກັບ ສາທາລະນະລັດປະຊາຊົນຈີນ (505 ກິໂລແມັດ), ທິດໄຕ້ຕິດກັບລາຊະອານາຈັກກຳປູເຈຍ (435 ກິໂລແມັດ), ທິດຕາເວັນອອກຕິດກັບ ສາທາລະນະລັດສັງຄົມນິຍົມຫວຽດນາມ ( 2.069 ກິໂລແມັດ ), ທິດຕາເວັນຕົກຕິດກັບລາຊະອານາຈັກໄທ ( 1.385 ກິໂລແມັດ ), ແລະ ທິດຕາເວັນຕົກສຽງເໜືອຕິດກັບ ສະຫະພາບມຽນມ່າ ( 236 ກິໂລແມັດ ).
ພູມສາດຂອງສປປ ລາວ
ສປປ ລາວມີລວງຍາວແຕ່ເໜືອຮອດໃຕ້ 1.700 ກວ່າກິໂລແມັດ, ບ່ອນກວ້າງທີ່ສຸດ 500 ກິໂລແມັດ ແລະບ່ອນແຄບທີ່ສຸດ 140 ກິໂລແມັດ, ເນື້ອທີ່ທັງໝົດ 236.800 ກິໂລແມັດມົນທົນ, ມີທັງເຂດພູດອຍແລະທົ່ງພຽງ, ໃນນັ້ນມີເຂດພູພຽງ ແລະ ພູດອຍກວມເນື້ອທີ່ 3/4 ຂອງເນື້ອທີ່ທັງໝົດ ແລະ ໄດ້ແບ່ງອອກເປັນ 3 ເຂດຄື:
- ເຂດພາກເໜືອ ເປັນເຂດພູສູງ, ສູງກວ່າທະເລສະເລ່ຍ 1.500 ແມັດ.
- ເຂດສາຍພູຫວຼງນັບຕັ້ງແຕ່ທິດຕາເວັນອອກສ່ຽງໃຕ້ຂອງພູພຽງເມືອງພວນ ຈົນຮອດຊາຍແດນກຳປູເຈຍ ໂດຍມີພູພຽງໃຫຍ່ຢູ່ 3 ແຫ່ງຄື: ພູພຽງເມືອງພວນ (ແຂວງຊຽງຂວາງ), ພູພຽງນາກາຍ (ແຂວງຄຳມ່ວນ) ແລະ ພູພຽງບໍລິເວນ (ພາກໃຕ້) ຊຶ່ງສູງກວ່າລະດັບນ້ຳທະເລສະເລ່ຍ 1.000 ແມັດ;
- ເຂດທົ່ງພຽງວຽງຈັນ(ຢູ່ຕອນໃຕ້ຂອງນ້ຳງືມ), ທົ່ງພຽງສະຫວັນນະເຂດ (ຢູ່ຕອນໃຕ້ເຊບັ້ງໄຟ ແລະ ເຊບັ້ງຫຽງ), ທົ່ງພຽງຈຳປາສັກ ເຊິ່ງຢຽດຍາວຕາມແຄມຝັ່ງນ້ຳຂອງໄປຮອດຊາຍແດນໄທ ແລະ ກຳປູເຈຍ, ທົ່ງພຽງ ຊື່ງກວມເອົາເນື້ອທີ່ 1/4 ຂອງປະເທດນີ້, ເປັນດິນປູກຝັງທີ່ອຸດົມສົມບູນ, ງອກງາມ, ເປັນອູ່ເຂົ້າອູ່ປາຂອງປະເທດ.
ສປປ ລາວ ເປັນປະເທດໜື່ງທື່ອຸດົມສົມບູນໄປດ້ວຍຫ້ວຍນ້ຳລຳເຊ ຊຶ່ງຢາຍຢູ່ແຕ່ເໜືອຮອດໃຕ້; ແມ່ນ້ຳຂອງໄຫລຜ່ານຍາວ 1.835 ກິໂລແມັດ ເຊິ່ງມີຄວາມສາມາດບົ່ມຊ້ອນຂອງພະລັງໄຟຟ້ານ້ຳຕົກຢູ່ໃນອ່າງນ້ຳຂອງຕອນລຸ່ມກວມ 51% . ນອກຈາກແມ່ນ້ຳຂອງແລ້ວ ຍັງມີບັນດາສາຍນ້ຳທີ່ສຳຄັນຕ່າງໆ ເຊັ່ນ: ນ້ຳອູ (ຜົ້ງສາລີ - ຫລວງພະບາງ) ຍາວ 448 ກິໂລແມັດ, ນ້ຳງືມ (ຊຽງຂວາງ-ວຽງຈັນ) ຍາວ 354 ກິໂລແມັດ, ນ້ຳເຊບັ້ງຫຽງ (ສະຫວັນນະເຂດ) ຍາວ 338 ກິໂລແມັດ, ນ້ຳທາ (ຫຼວງນ້ຳທາ-ບໍ່ແກ້ວ) ຍາວ 325 ກິໂລແມັດ, ນ້ຳເຊກອງ (ສາລະວັນ-ເຊກອງ-ອັດຕະປື) ຍາວ 320 ກິໂລແມັດ, ນ້ຳເຊບັ້ງໄຟ (ຄຳມ່ວນ-ສະຫວັນນະເຂດ) ຍາວ 239 ກິໂລແມັດ, ນ້ຳແບ່ງ (ອຸດົມໄຊ) ຍາວ 215 ກິໂລແມັດ, ນ້ຳເຊໂດນ (ສາລະວັນ-ຈຳປາສັກ) ຍາວ 192 ກິໂລແມັດ, ນ້ຳເຊລະນອງ (ສະຫວັນນະເຂດ) ຍາວ 115 ກິໂລແມັດ, ນ້ຳກະດິງ (ບໍລິຄຳໄຊ) ຍາວ 103 ກິໂລແມັດ, ນ້ຳຄານ (ຫົວພັນ-ຫລວງພະບາງ) ຍາວ 90 ກິໂລແມັດ.
ພູມອາກາດ
ສປປ ລາວ ຢູ່ໃນພູມອາກາດຂອງເຂດຮ້ອນ, ມີລົມມໍລະສຸມ ແຕ່ບໍ່ມີພາຍຸ, ສຳລັບເຂດພູດອຍພາກເໜືອ ແລະ ເຂດສາຍພູຫລວງອາກາດ ມີລັກສະນະເຄິ່ງຮ້ອນເຄ່ິງໜາວ ອຸນຫະພູມສະສົມ ສະເລ່ຍປະຈຳປີສູງເຖິງ 8.500 - 9.000 ອົງສາເຊ, ການຜິດດ່ຽງອຸນຫະພູມລະຫວ່າງກາງເວັນ ແລະ ກາງຄືນມີປະມານ 10 ອົງສາເຊ. ຈຳນວນຊົ່ວໂມງ ທີ່ມີແສງແດດຕໍ່ປີປະມານ 2.300-2.400 ຊົ່ວໂມງ (ປະມານ 6,3-6,5 ຊົ່ວໂມງຕ່ໍມື້), ຄວາມຊຸ່ມຊື່ນ ສຳຜັດຂອງອາກາດ ມີປະມານ 70 - 85%, ປະລິມານ ນ້ຳຝົນນັບແຕ່ 75-90% ໃນລະດູຝົນ (ແຕ່ເດືອນ ພຶດສະພາ ຫາ ເດືອນຕຸລາ). ສ່ວນໃນລະດູແລ້ງ (ເດືອນພະຈິກ ຫາເດືອນເມສາ) ປະລິມານນ້ຳຝົນມີພຽງ 10-25% ແລະ ປະລິມານສະເລ່ຍຕໍ່ປີ ຂອງແຕ່ລະເຂດກໍ່ຜິດໂຕນກັນຢ່າງຫລວງຫຼາຍ ເຊັ່ນວ່າ: ສາຍພູຫຼວງ ຍ່ານເຂດໃຕ້ໄດ້ຮັບນ້ຳຝົນ ສະເລ່ຍປີລະ 300 ຊັງຕີແມັດ ຂະນະທີ່ເຂດແຂວງ ຊຽງຂວາງ, ຫຼວງພະບາງ, ໄຊຍະບູລີ ໄດ້ຮັບພຽງແຕ່ 100-150 ຊັງຕີແມັດ, ສ່ວນວຽງຈັນ ແລະ ສະຫວັນນະເຂດ ໄດ້ຮັບລະຫວ່າງ 150-200 ຊັງຕີແມັດ ເຊັ່ນດຽວກັບ ຜົ້ງສາລີ, ຫລວງນ້ຳທາ ແລະ ບໍ່ແກ້ວ ດ້ວຍພູມປະເທດ ແລະ ພູມອາກາດດັ່ງທີ່ກ່າວມານັ້ນ ມັນໄດ້ສ້າງເງື່ອນໄຂໃຫ້ ສປປ ລາວ ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດນານາຊະນິດ, ໃນພື້ນດິນກໍ່ມີບໍ່ແຮ່ທາດຕ່າງໆ ເຊັ່ນ: ກົ່ວ, ເຫຼັກ, ຖ່ານຫີນ, ຊືນ, ທອງ, ຄຳ, ເງິນ,ມາດ, ອັງຕີມອນ ແລະ ໆລໆ, ຢູ່ເທິງໜ້າດິນກໍມີປ່າໄມ້ກວມເນື້ອທີ່ 47 %, ໃນນັ້ນມີທັງໄມ້ຄ່າສູງທາງດ້ານເສດຖະກິດ ເຊັ່ນ ໄມ້ຄະຍູງ, ໄມ້ຄຳພີ້, ໄມ້ດູ່, ໄມ້ເກດສະໜາ, ໄມ້ໂລ່ງເລ່ງ
ຢູ່ໃນປ່າກໍມີເຄື່ອງປ່າຂອງດົງປະເພດຕ່າງໆ ທີ່ໂລກຕ້ອງການຫລາຍເຊັ່ນ: ຄັ່ງ, ຍານ, ໝາກແໜ່ງ, ຢາງແປກ, ຫວາຍ, ຕົ້ນໄມ້ເປັນຢາ ແລະ ຍັງມີສັດປ່າທ່ີຫາຍາກ ແລະ ໃກ້ຈະສູນພັນເຊັ່ນ: ຊ້າງ, ເສືອ, ໝີ, ເມີຍ, ກະທິງ, ກວາງ, ເຍືອງ, ເສົາຫລາ ໆລໆ.
ປະຊາກອນ
ປະຊາກອນລາວມີຫຼາຍເຊື້ອຊາດ ປະຊາກອນນັບຖຶອສາດສະໜາພຸດ ແລະ ຖຶອເປ້ນສາດສະໜາປະຈຳຊາດຕາມຮະບອບໃໝ່ ແບ່ງປະຊາກອນເປ້ນ 3 ກຸ່ມໃຫຍ່າ ແມ່ນ
ປະເທດລາວມີປະຊາກອນ 6,068,117 ຄົນ (ປະມານຕອນປີ ຄ.ສ. 2005) ປະກອບດ້ວຍລາວເທີງ ລາວສູງ ແລະ ລາວລຸ່ມ ແຍກອອກໄດ້ປະມານ 68 ຊົນເຜົ່າ
- ລາວເທີງ ຄິດເປ້ນ 22% ຂອງປະຊາກອນທັງໝົດ ໄດ້ແກ່ ຊົນເຜົ່າຂ່າ ບຣູ ມະກອງ ງວນ ຕະໂອຍ ຕາລຽງ ລະເມັດ ລະເວນ ກະຕັງ ຯລຯ ສ່ວນໃຫຍ່ອຍູ່ໃນແຂວງພາກໃຕ້ ເຊ່ນ ແຂວງເຊກອງ ສາລະວັນ ຈຳປາສັກ ເປ້ນຕົ້ນ
- ລາວສູງ ຄິດເປ້ນ 9% ຂອງປະຊາກອນທັງໝົດ ໄດ້ແກ່ ມົ້ງ ຫຼືອ ແມ້ວ ເຍົ້າ ມູເຊອ ຜູ້ນ້ອຍ ແລະ ຊາວເຂົາເຜົ່າຕ່າງ າ ສ່ວນໃຫຍ່ຢູ່ພາກເໜືອ ເຊ່ນ ແຂວງຫຼວງພະບາງ ຊຽງຂວງ
- ລາວລຸ່ມຄິດເປ້ນ 68% ຂອງປະຊາກອນທັງໝົດ ໄດ້ແກ່ ຊົນເຜົ່າລາວ ພູໄທ ໄທດຳ ໄທລື້ອ ຯລຯ ອາສັຍກະຈາຍຢູ່ທັ່ວປະເທດ
- ຄວາມໜາແນ່ນຂອງປະຊາກອນ 20 ຄົນຕ່ອຕາລາງກິໂລແມ້ດ
- ອັດຕາການເກີດ 3.82% ຕ່ອປີ (ຄ.ສ. 2000)
- ຈຳນວນປະຊາກອນໃນເມືອງ 19% ຂອງປະຊາກອນທັ້ງປະເທດ
- ອັດຕາການເພີ່ມປະຊາກອນປະມານ 2.5% ຕ່ອປີ (ຄ.ສ. 2000)
- ຈຳນວນປະຊາກອນທີ່ເປ້ນແຮງງານ 2.16 ລ້ານຄົນ
- ອາຍຸາສະເຫຼ່ຍ 52 ປີ
- ອັດຕາການວ່າງງານ 5.7% (ຄ.ສ. 2000)
- ອັດຕາປະຊາກອນທີ່ຮູ້ໜັງສືອ 56% (ຊາຍ 67% ແລະຫຍິງ 43%)
- ຈຳນວນປະຊາກອນຕ່ອແພດ 1,510 : 1
ວັດທະນະທຳ
ພຸດທະສາດສະໜານິກາຍເຖຣວາດ ນັບເປ້ນແບບແຜນຫຼັກຂອງວັດທະນະທຳລາວ ຊື່ງປາກົດໃຫ້ເບີ່ງທັ່ວປະເທດ ທັ້ງໃນດ້ານພາສາ ແລະ ສິນລະປະ ວັນນະຄະດີ ສິນລະປະການສະແດງ ຯລຯ ສຳຫຼັບດົນຕີລາວນັ້ນ ຍັງຄົງມີອິດທິພົນຂອງແຄນ ຊຶ່ງເປ້ນເຄື່ອງດົນຕີປະຈຳຊາດ ວົງດົນຕີຂອງລາວແມ່ນວົງໝໍລຳ ມີ ໝໍລຳ ແລະ ໝໍແຄນ ທ່ວງທຳນອງການຂັບຈະແຕກຕ່າງກັນໄປຕາມທ້ອງຖິ່ນ ທາງພາກເໜືອເອິ້ນວ່າ ຂັບ ພາກໃຕ້ຈາກບໍລິຄຳໄຊລົງໄປເອິ້ນວ່າ ລຳ ເຊ່ນ ຂັບງຶມວຽງຈັນ ຂັບພວນຊຽງຂວາງ ລຳສາລະວັນຂອງແຂວງສະລະວັນ ລຳພູໄທ ລຳຕັງຫວາຍ ລຳຄອນສະຫວັນ ລຳບ້ານຊອກຂອງແຂວງສະຫວັນນະເຂດ ຂັບໂສມ ລຳສີພັນດອນຂອງແຂວງຈຳປາສັກ ລຳມະຫາໄຊຂອງແຂວງຄຳມ່ວນ ຂັບທຸ່ມຂອງແຂວງຫຼວງພະບາງ ຂັບລື້ຂອງຊາວລື້ ເປ້ນຕົ້ນ ການແຕ່ງກາຍທີ່ເປ້ນເອກະລັກອຍ່າງໜຶ່ງຂອງຊາວລາວແມ່ນ ຜູ້ຍິງຈະນຸ່ງຜ້າຊິ່ນ ຫຼື ຜ້າຖົງ ອາຫານຂອງຊາວລາວຈະກິນເຂົ້າໜຽວເປ້ນຫຼັກ ອາຫານທີ່ເປ້ນເອກະລັກແມ່ນ ແຈ່ວ ຕຳບັກຮຸ້ງ ປິ້ງໄກ່ ສົ້ມປາ ເປ້ນຕົ້ນ.
ອາລະຍະທຳເກົ່າແກ່ຂອງລາວນັ້ນ ມີປາກົດຈາກຫຼັກຖານດ້ານໂບລານຄະດີຍຸກຫິນ ຢູ່ ທົ່ງໄຫຫິນ ຢູ່ແຂວງຊຽງຂວາງ
ແຂວງຕ່າງໆ ໃນສປປ.ລາວ
- ອຸດົມໄຊ
- ໄຊຍະບູລີ
- ຊຽງຂວາງ
- ຫົວພັນ
- ບໍ່ແກ້ວ
- ຜົ້ງສາລີ
- ຫຼວງນ້ຳທາ
- ຫຼວງພະບາງ
- ວຽງຈັນ
- ນະຄອນຫຼວງວຽງຈັນ
- ຄໍາມ່ວນ
- ສະຫວັນນະເຂດ
- ເຂດພິເສດໄຊສົມບູນ
- ບໍລິຄໍາໄຊ
- ອັດຕະປື
- ສາລະວັນ
- ເຊກອງ
- ຈໍາປາສັກ
ໃນວັນທີ່ 27 ກຸມພາ ຄ.ສ. 2006 ໄດ້ມີການຍຸບເຂດພິເສດໄຊສົມບູນຢ່າງເປັນທາງການ ອິງຕາມດຳລັດນາຍົກລັດຖະມົນຕີທີ 10/ນຍ. ລົງວັນທີ່ 13 ມັງກອນ ຄ.ສ. 2006
ເບີ່ງຕື່ມ
ແຫຼ່ງຂ້ອມູນອື່ນ
- ປະເທດລາວ
- ສະພາແຫ່ງຊາດ ແຫ່ງ ສປປ ລາວ
- ໜ່ວຍງານການທ່ອງທ່ຽວຂອງສປປ ລາວ
- ປະເທດລາວ ຢູ່ Open Directory Project
- ວິເກຍມີເນື້ອໃນກ່ຽວກັບເຮື່ອງນີ້ : ປະເທດລາວ
- ແມ່ແບບ:Wikitravelpar
- Wikimedia Atlas ຂອງ ປະເທດລາວ
- ໜັງສືພິມວຽງຈັນໃໝ່
- ສະຖານີວິທະຍຸກະຈາຍສຽງແຫ່ງຊາດລາວ
ນະຄອນຫຼວງ | ນະຄອນຫຼວງວຽງຈັນ |
---|---|
ແຂວງ | ຄໍາມ່ວນ - ຈຳປາສັກ - ສະຫວັນນະເຂດ - ສາລະວັນ - ເຊກອງ - ໄຊຍະບູລີ - ຊຽງຂວາງ - ບໍລິຄຳໄຊ ບໍ່ແກ້ວ - ຜົ້ງສາລີ - ວຽງຈັນ - ຫຼວງນ້ຳທາ - ຫຼວງພະບາງ - ຫົວພັນ - ອັດຕະປຶ - ອຸດົມໄຊ |
ເຂດການປົກຄອງໃນອະດີດ | ເຂດພິເສດຊຽງຮ່ອນ-ຫົງສາ - ເຂດພິເສດໄຊສົມບູນ |
- ບົດຄວາມດີເດັ່ນ
- ໜ້າທີ່ມີລິງກ໌ໄຟລ໌ເສຍ
- ບົດຄວາມປະເທດຕ້ອງບຳລຸງຮັກສາ
- ໜ້າທີ່ໃຊ້ກ່ອງຂໍ້ມູນປະເທດທີ່ມີພາຣາມິເຕີທີ່ບໍ່ຮູ້ຈັກ
- Pages using infobox country or infobox former country with the symbol caption or type parameters
- ໜ້າທີ່ໃຊ້ກ່ອງໂຄງການອ້າຍນ້ອງດ້ວຍການຄົ້ນຫາເລີ່ມຕົ້ນ
- ໜ້າທີ່ກ່ອງໂຄງການອ້າຍນ້ອງທີ່ມີພາຣາມິເຕີທີ່ບໍ່ຮູ້ຈັກ
- ປະເທດ
- ປະເທດລາວ
- ອາຊີ