ປະຍຸດ ຈັນໂອຊາ

ຈາກ ວິກິພີເດຍ
ພະນະທ່ານ
ພົນເອກ

ປະຍຸດ ຈັນໂອຊາ
ມ.ປ.ຊ., ມ.ວ.ມ., ຕ.ຈ.ວ., ຣ.ມ.ກ., ສ.ຊ.
ຊື່ຈິງประยุทธ์ จันทร์โอชา
ເກີດ (1954-03-21) 21 ມີນາ ຄ.ສ. 1954 (70 ປີ)
ຄ່າຍສຸຣະນາຣີ ອຳເພີເມືອງນະຄອນລາຊະສີມາ ຈັງຫວັດນະຄອນລາຊະສີມາ ປະເທດໄທ
ທີ່ຢູ່ປັດຈຸບັນບາງກອກ
ສັນຊາດທຸງຊາດຂອງໄທ ໄທ
ຊື່ອື່ນຕູ່
ຊາດພັນໄທສະຫຍາມ
ການສຶກສາໂຮງຮຽນນາຍຮ້ອຍພະຈຸລະຈອມເກົ້າ
ໂຮງຮຽນເສນາທິການທະຫານບົກ
ວິທະຍາໄລປ້ອງກັນລາຊະອານາຈັກ
ຈົບຈາກໂຮງຮຽນສະຫະກິດວິທະຍາ
ໂຮງຮຽນພິບູນວິທະຍາໄລ
ໂຮງຮຽນວັດນວນນໍຣະດິດ
ໂຮງຮຽນຕຽມທະຫານ
ອາຊີບທະຫານ
ນັກການເມືອງ
ເປັນທີ່ຮູ້ຈັກຈາກອະດີດຜູ້ບັນຊາການທະຫານບົກໄທ
ອະດີດຫັວໜ້າຄະນະຮັກສາຄວາມສະຫງົບແຫ່ງຊາດ
ອະດີດນາຍົກລັດຖະມົນຕີໄທ
ສິນຊັບສຸດທິ1.28 ກື້ບາດ
ພັກການເມືອງ
ພັກຮວມໄທສ້າງຊາດ (2023)
ສາດສະໜາພຸດ
ນິກາຍເຖຣະວາດ
ຄູ່ສົມລົດນະຣາພອນ ໂຣດຈະນະຈັນ (ສົມລົດ 1984)
ບຸດທັນຍາ ຈັນໂອຊາ
ນິດຖາ ຈັນໂອຊາ
ບິດາມາຣດາປະພັດ ຈັນໂອຊາ
ເຂັມເພັດ ຈັນໂອຊາ
ຍາດປີຊາ ຈັນໂອຊາ (ນ້ອງຊາຍ)
ລາຍເຊັນ

ພົນເອກ ປະຍຸດ ຈັນໂອຊາ (ຊື່ຫຼີ້ນ: ຕູ່, ເກີດ 21 ມີນາ ຄ.ສ. 1954) (ໄທ: พลเอก ประยุทธ์ จันทร์โอชา, ປຣະຍຸທທ໌ ຈັນທຣ໌ໂອຊາ) ແມ່ນນາຍົກລັດຖະມົນຕີຄົນທີ່ 29 ແລະຫົວໜ້າຄະນະຮັກສາຄວາມສະຫງົບແຫ່ງຊາດ ຄະນະຜູ້ຍຶດອຳນາດການປົກຄອງເຊິ່ງກຳລັງປົກຄອງປະເທດໄທ ຜູ້ອຳນວຍການຮັກສາຄວາມມັ່ນຄົງພາຍໃນລາຊະອານາຈັກ[1] ອະດີດຜູ້ບັນຊາການທະຫານບົກ ອະດີດກຳມະການບໍລິສັດ ທະນາຄານທະຫານໄທ ຈຳກັດ (ມະຫາຊົນ) ອະດີດປະທານສະໂມສອນບານເຕະອາຣ໌ມີ່ຍູໄນເຕັດ[2] ອະດີດປະທານຄະນະກຳມະການບໍລິຫານກິດຈະການໂທລະພາບກອງທັບບົກ

ເຂົາຢູ່ໃນກຸ່ມບູລະພາພະຍັກແລະທະຫານເສືອລາຊິນີເປັນຜູ້ບັນຊາການທະຫານບົກລະຫວ່າງເດືອນຕຸລາ ຄ.ສ. 2010 ເຖິງເດືອນກັນຍາ ຄ.ສ. 2014 ເຂົາຖືກມອງວ່າເປັນສາຍແຂັງ (hardliner) ໃນກອງທັບ ທັງເປັນຜູ້ສັ່ງການການສະຫຼາຍການຊຸມນຸມຂອງ "ຄົນເສື້ອແດງ" ເມື່ອເດືອນເມສາ ຄ.ສ. 2009 ແລະເມສາ/ພຶດສະພາ ຄ.ສ. 2010 ຄົນໜຶ່ງ[3] ພາຍຫຼັງເຂົາມຸ່ງບັນເທົາບົດບາດຂອງຕົນ ໂດຍສົນທະນາກັບຍາດຜູ້ປະທ້ວງທີ່ເສຍຊີວິດໃນຄວາມຂັດແຍ້ງນອງເລືອດນັ້ນ[4] ແລະຮ່ວມມືກັບລັດຖະບານຍິ່ງລັກ ຊິນນະວັດ ນ້ອງສາວພັນຕຳລວດໂທທັກສິນ[5] ເຊິ່ງຊະນະການເລືອກຕັ້ງເປັນການທົ່ວໄປເມືື່ອເດືອນກໍລະກົດ ຄ.ສ. 2011

ລະຫວ່າງວິກິດຕະການການເຊິ່ງເລິ່ມໃນເດືອນພຶດສະຈິກາ ຄ.ສ. 2013 ແລະກ່ຽວຂ້ອງການປະທ້ວງຕໍ່ລັດຖະບານຮັກສາການຍິ່ງລັກ ພົນເອກປະຍຸດອ້າງວ່າກອງທັບເປັນກາງ[6] ແລະຈະບໍ່ລັດຖະປະຫານ ຕໍ່ມາເມື່ອວັນທີ່ 22 ພຶດສະຈິກາ ຄ.ສ. 2014 ພົນເອກປະຍຸດລັດຖະປະຫານຕໍ່ລັດຖະບານແລະຄວບຄຸມປະເທດໃນຖານະຫົວໜ້າຄະນະຮັກສາຄວາມສະຫງົບແຫ່ງຊາດນັບແຕ່ນັ້ນ[7] ສຸເທບ ເທືອກສຸບັນເປີດເຜີຍວ່າ ຕົນກັບພົນເອກປະຍຸດວາງແຜນໂຄ່ນພັນຕຳລວດທັກສິນຕັ້ງແຕ່ ຄ.ສ. 2010[8] ເຊິ່ງພົນເອກປະຍຸດປະຕິເສດຂ່າວນີ້ ຕໍ່ມາເຂົາອອກລັດຖະທຳມະນູນເຊິ່ງໃຫ້ອຳນາດຄອບຄຸມແກ່ຄະນະຜູ້ກໍ່ການ[9] ແລະນິລະໂທດສະກຳຄະນະຯ ສຳລັບລັດຖະປະຫານ ວັນທີ່ 21 ສິງຫາ ຄ.ສ. 2014 ສະພານິຕິບັນຍັດແຫ່ງຊາດມີມັດຕິເອກະສັນເລືອກພົນເອກປະຍຸດ ຈັນໂອຊາເປັນນາຍົກລັດຖະມົນຕີ ເຊິ່ງສະມາຊິກສະພານັ້ນຖຶກເລືອກມາ ສ່ວນໃຫຍ່ເປັນນາຍທະຫານ.[10]

ປະຫວັດ[ດັດແກ້]

ພົນເອກ ປະຍຸດ ຈັນໂອຊາ ເກີດວັນທີ່ 21 ມີນາ ຄ.ສ. 1954 ທີ່ນະຄອນລາຊະສີມາ ເປັນລູກຊາຍຂອງ ພັນເອກ (ພິເສດ) ປະພັດ ຈັນໂອຊາກັບເຂັມເພັດ ຈັນໂອຊາ ມານດາຮັບລາຊະການຄູ ແລະເປັນຜູ້ອະນຸບານ ພັນເອກ (ພິເສດ) ປະພັດ ຈັນໂອຊາ[11][12] ມີຊື່ຫຼີ້ນວ່າ "ຕູ່" ເປັນລູກຊາຍຄົນໂຕຈາກພີ່ນ້ອງທັງໝົດສີ່ຄົນ[13] ໄດ້ແກ່ ນາຍປະຄັນ ຈັນໂອຊາ ພົນເອກຕີຍິງ ປະກາຍເພັດ ຈັນໂອຊາ ເປັນຜູ້ຊົງຄຸນນະວຸດກອງທັບອາກາດ ພົນເອກ ປຣີຊາ ຈັນໂອຊາ ເປັນປະລັດກະຊວງກະລາໂຫມ ອະດີດຜູ້ຊ່ວຍຜູ້ບັນຊາການທະຫານບົກ

ໃນຄໍລຳ "ຮຽນດີ" ນິດຕະຍະສານໄຊຍະພຶກ ເມື່ອປີ ຄ.ສ. 1969 ຂຽນວ່າມີອຸປະນິໄສທີ່ງຽບເຍັນຊາ ດ້ວຍຄວາມທີ່ເປັນອ້າຍຄົນໂຕຈຶງຕ້ອງເຮັດຕົວເປັນອ້າຍທີ່ດີ ໃນວັຍເດັກເຂົາເປັນຄົນຮຽນເກ່ງມີຄວາມຖະໜັດແລະຄວາມຊອບໃນວິຊາຄະນິດສາດ ພາສາອັງກິດ ແລະວິທະຢາສາດ ຈາກການສະໜັບສະໜຸນຂອງບິດາມານດາ[13] ຊີວິດສ່ວນຕົວສົມລົດກັບຮອງສາດຕາຈານ ນະລາພອນ ຈັນໂອຊາ ຮອງປະທານມູລະນິທິການສຶກສາທາງໄກຜ່ານດາວທຽມ ມີລູກສາວຝາແຝດ 2 ຄົນ ຄື ທັນຍາແລະນິດຖາ ນັກດົນຕີ ເຊິ່ງທັງຄູ່ເຄີຍອອກອາລະບ້ຳ ຫຼັງຮວມຕົວກັນຕັ້ງວົງດົນຕີຍິງທີໂອ ຮ່ວມກັບ ນິກ ນິຕິຍາ ອ່ຳສະກຸນ ນັກຮ້ອງນຳ ໃນນາມວົງ BADZ ສັງກັດ ຈີໂນມ ເຣັກຄອດ ໃນສັງກັດອາຣ໌ເອສ.[14][15]

ເຂົາເຄີຍເຮັດວຽກວິໄຈເລື່ອງ "ກອງທັບໄທກັບໄພຄຸກຄາມຮູບແບບໃໝ່" ພົນເອກປະຍຸດໄດ້ສັມພາດເຊິງລຶກຜູ້ຊ່ຽວຊານ 7 ຄົນ ຄື ນາຍສັກສິດ ຕີເດດ ອະດີດປະລັດກະຊວງຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ, ນາຍຈຸທາທະວັດ ອິນທອນສຸກສີ ອະດີດປະລັດກະຊວງແຮງງານ, ພົນເອກອະນຸພົງ ເຜົ່າຈິນດາ, ດັອກເຕີ ປະນິທານ ວັດທະນາຍາກອນ ອາຈານປະຈຳຄະນະລັດຖະສາດ ຈຸລາລົງກອນມະຫາວິທະຍາໄລ, ພົນຕຳລວດເອກ ທະວີ ສອດສ່ອງ, ນາຍຖະຫວິນ ປ່ຽນສີ ແລະ ພົນຕຳລວດໂທ ອະດຸນ ແສງສິງແກ້ວ.[16]

ເຂົາໄດ້ຮັບຄວາມນິຍົມຈາກປະຊາຊົນຫຼາຍຂຶ້ນພາຍຫຼັງການສະເດັດສະຫວັນຄົດ ພະບາດສົມເດັດພະປໍລະມິນທະລະມະຫາພູມິພົນອະດຸນຍະເດດ[17] ປະຊາຊົນບາງສ່ວນເຊື່ອວ່າເຂົາຮັກພະບາດສົມເດັດພະປໍລະມິນທະລະມະຫາພູມິພົນອະດຸນຍະເດດ[18] ຈິງຕາມທີ່ພະບາດສົມເດັດພະປໍຣະມິນມະຫາພູມິພົນອະດຸນຍະເດດເຄີຍຕຣັສກັບພົນເອກປະຍຸດເມື່ອວັນທີ່ 4 ກໍລະກົດ ຄ.ສ. 2013

ປະຫວັດການສຶກສາ[ດັດແກ້]

  • ປະຖົມສຶກສາປີທີ່ 7 ໂຮງຮຽນສະຫະກິດວິທະຢາ
  • ມັດຖະຍົມສຶກສາປີທີ່ 1 ໂຮງຮຽນພິບູນວິທະຢາໄລ
  • ມັດຖະຍົມສຶກສາປີທີ່ 3 ໂຮງຮຽນວັດນວນນໍລະດິດ
  • ໂຮງຮຽນກຽມທະຫານ ລຸ້ນ 12
  • ໂຮງຮຽນນາຍຮ້ອຍພະຈຸລະຈອມເກົ້າ (ຈປຣ.) ລຸ້ນທີ່ 23 ເຫຼົ່າຣາບ
  • ຫຼັກສູດຈູ່ໂຈມ (ເສືອຄາບດາບ) ລຸ້ນທີ່ 39 ໂຮງຮຽນສູນສົງຄາມພິເສດ
  • ຫຼັກສູດສົ່ງທາງອາກາດ ລຸ້ນທີ່ 94 ໂຮງຮຽນສູນສົງຄາມພິເສດ
  • ຫຼັກສູດຊັ້ນນາຍຮ້ອຍ ລຸ້ນທີ່ 51 ໂຮງຮຽນທະຫານຣາບ ສູນການທະຫານຣາບ
  • ຫຼັກສູດເສນາທິການທະຫານບົກ (ຫຼັກສູດຫຼັກປະຈຳ) ຊຸດທີ່ 63
  • ຫຼັກສູດປ້ອງກັນລາຊະອານາຈັກພາກລັດຮ່ວມເອກະຊົນ ລຸ້ນທີ່ 20 ວິທະຢາໄລປ້ອງກັນລາຊະອານາຈັກ

ການເຮັດວຽກແລະບົດບາດທາງການເມືອງ[ດັດແກ້]

ຜບ.ທບ.ປະຍຸດ ຜບ.ທລ.ສຸຣະສັກ ແລະພົນເອກມາຣ໌ຕິນ ແດັມຊີ ເມື່ອເດືອນມິຖຸນາ ຄ.ສ.2012

ປະຍຸດຮັບລາຊະການທະຫານຢູ່ທີ່ກົມທະຫານຣາບທີ່ 21 ຮັກສາພະອົງ ຫຼື "ທະຫານເສືອລາຊິນີ" ມາໂດຍຕະຫຼອດ ໂດຍເລິ່ມຈາກຕຳແໜ່ງຜູ້ບັງຄັບການກອງພັນຈົນຮອດຜູ້ບັງຄັບການກົມ ຈາກນັ້ນຈຶງຍ້າຍໄປຢູ່ທີ່ກອງພັນທະຫານຣາບທີ່ 2 ຮັກສາພະອົງ ແລະຮັບຕຳແໜ່ງຮອງແມ່ທັບພາກທີ່ 1 ເຂົາເປັນສະມາຊິກພັກພວກ "ບູລະພາພະຍັກ" ໃນກອງທັບເຊັ່ນດຽວກັບພົນເອກ ອະນຸພົງ ເຜົ່າຈິນດາ ແລະ ພົນເອກ ປະວິດ ວົງສຸວັນ ອະດີດລັດຖະມົນຕີວ່າການກະຊວງກະລາໂຫມ ເຊິ່ງທັງສອງຍັງເຄີຍດຳລົງຕຳແໜ່ງຜູ້ບັງຄັບບັນຊາການທະຫານບົກ

ໃນລັດຖະປະຫານໂດຍຄະນະປະຕິຮູບການປົກຄອງໃນລະບອບປະຊາທິປະໄຕອັນມີພະມະຫາກະສັດຊົງເປັນຊົງປະມຸກ (ຄປຄ.) ເມື່ອວັນທີ່ 19 ກັນຢາ ຄ.ສ. 2006 ທີ່ມີພົນເອກ ສົນທິ ບຸນຍະຣັດກະລິນເປັນຫົວໜ້າຄະນະ ພົນຕີປະຍຸດເປັນຜູ້ໜຶ່ງທີ່ມີບົດບາດສຳຄັນໃນການຍຶດອຳນາດດ້ວຍຮັບຄຳສັ່ງກົງຈາກພົນໂທ ອະນຸພົງ ເຜົ່າຈິນດາ ແມ່ທັບພາກທີ່ 1 ຈາກນັ້ນເມື່ອພົນໂທອະນຸພົງໄດ້ຮັບແຕ່ງຕັ້ງໃຫ້ ເປັນຜູ້ຊ່ວຍບັນຊາການທະຫານບົກແລະເລື່ອນຊັ້ນຍົດເປັນ "ພົນເອກ" ພົນຕີປະຍຸດກໍໄດ້ ເລື່ອນຊັ້ນຍົດເປັນ "ພົນໂທ" ແລະຮັບຕຳແໜ່ງແມ່ທັບພາກທີ່ 1 ແລະໄດ້ຮັບແຕ່ງຕັ້ງໃຫ້ເປັນສະມາຊິກສະພານິຕິບັນຍັດແຫ່ງຊາດ

ພົນເອກປະຍຸດດຳລົງຕຳແໜ່ງຮອງຫົວໜ້າຜູ້ຮັບຜິດຊອບໃນການແກ້ໄຂສະຖານະການສຸກເສີນລະຫວ່າງວັນທີ່ 2 ກັນຍາ ຄ.ສ. 2008 ເຖິງ 14 ກັນຍາ ຄ.ສ. 2008 ແລະຮັບຕຳແໜ່ງຮອງຜູ້ອຳນວຍການກອງອຳນວຍການແກ້ໄຂສະຖານະການສຸກເສີນໃນສະໄໝລັດຖະບານ ສະມັກ ສຸນທໍລະເວດ

ເຂົາເປັນຄົນນຶ່ງໃນນາຍທະຫານທີ່ຄວບຄຸມການຊຸມນຸມຂອງແນວຮ່ວມປະຊາທິປະໄຕຕໍ່ຕ້ານຜະເດັດການແຫ່ງຊາດ ຄ.ສ. 2010[19] ປະຕິບັດໜ້າທີ່ຕາມ ພລກ.ບໍລິຫານລາຊະການໃນສະຖານະການສຸກເສີນ ຄ.ສ. 2005

ເມື່ອວັນທີ່ 2 ກັນຍາ ຄ.ສ. 2010 ພົນເອກ ປະຍຸດ ຈັນໂອຊາ ໄດ້ຮັບແຕ່ງຕັ້ງໃຫ້ເປັນຜູ້ບັນຊາການທະຫານບົກຕໍ່ຈາກ ພົນເອກ ອະນຸພົງ ເຜົ່າຈິນດາ ທີ່ກະສຽນອາຍຸລາຊະການໃນເດືອນຕຸລາ 2010[20] ຕັ້ງແຕ່ວັນທີ່ 1 ຕຸລາ ຄ.ສ. 2010 ເປັນຕົ້ນໄປ

ອະພິສິດ ເວດຊາຊີວະ ນາຍົກລັດຖະມົນຕີ ແຕ່ງຕັ້ງໃຫ້ພົນເອກ ປະຍຸດ ຈັນໂອຊາ ເປັນຫົວໜ້າຮັບຜິດຊອບໃນສະຖານະການສຸກເສີນ ຕັ້ງແຕ່ວັນທີ່ 1 ຕຸລາ ຄ.ສ. 2010 ເຖິງ 22 ທັນວາ ຄ.ສ. 2011 ເຂົາໄດ້ລົງນາມໃນຄຳສັ່ງສູນອຳນວຍການແກ້ໄຂສະຖານະການສຸກເສີນ ທີ່ 141/2553 ລົງວັນທີ່ 19 ພຶດສະຈິກາ ຄ.ສ. 2010 ເລື່ອງໃຫ້ພະນັກງານເຈົ້າໜ້າທີ່ທີ່ມີອຳນາດ ອອກຄຳສັ່ງຍຶດ ຫຼື ອາຍັດ ສິນຄ້າຫຼືວັດຖຸອື່ນໃດທີ່ກໍ່ໃຫ້ເກີດຄວາມແຕກແຍກ ແລະເຂົາເປັນໜຶ່ງໃນຄະນະດຳເນິນຄະດີລະຫວ່າງປະເທດໄທແລະກຳປູເຈຍໃນສານຍຸຕິທຳລະຫວ່າງປະເທດເມື່ອປີ ຄ.ສ. 2011.[21]

ພາຍຫຼັງປ່ຽນລັດຖະບານໂດຍມີ ຍິ່ງລັກ ຊິນນະວັດ ເປັນນາຍົກລັດຖະມົນຕີ ເຂົາເປັນບຸກຄົນທີ່ຫຼາຍຝ່າຍຄາດວ່າຈະພົ້ນຈາກຕຳແໜ່ງ ຜູ້ບັນຊາການທະຫານບົກໂດຍອາດປ່ຽນໂຍກຍ້າຍເປັນຜູ້ບັນຊາການທະຫານບົກສູງສຸດແທນ ເນື່ອງຈາກເປັນຜູ້ຢູ່ກົງຂ້າມຝ່າຍສະນັບສະໜຸນລັດຖະບານໃນຂະນະນັ້ນ[22] ແຕ່ກໍບໍ່ໄດ້ມີການປັບຍ້າຍດັງກ່າວ ຈຶງນັບໄດ້ວ່າ ພົນເອກປະຍຸດ ຈັນໂອຊາ ເປັນຜູ້ບັນຊາການທະຫານບົກພາຍໃຕ້ການບັງຄັບບັນຊາຂອງນາຍົກລັດຖະມົນຕີເຖິງ 5 ລາຍ ໄດ້ແກ່ ສະມັກ ສຸນທໍລະເວດ ສົມຊາຍ ວົງສະຫວັດ ອະພິສິດ ເວດຊາຊີວະ ຍິ່ງລັກ ຊິນນະວັດ ແລະຕົວເຂົາເອງເປັນຜູ້ບັນຊາການທະຫານບົກ ພາຍໃຕ້ພັກການເມືອງທີ່ເປັນສັດຕູກັນທັງ ພັກປະຊາທິປັດ ພັກເພື່ອໄທ ແລະພັກພະລັງປະຊາຊົນ

ບີບີຊີຂຽນວ່າ ກຸ່ມຜົນປະໂຍດຮິວແມນໄຣສ໌ວອສວ່າເຂົາຂັດຂວາງການສືບສວນວິກິດຕະການການເມືອງເຊິ່ງມີຜູ້ເສຍຊີວິດໃນປີ 2010[23] ເມື່ອເດືອນມິຖຸນາ 2011 ເຂົາຂໍໃຫ້ຜູ້ມີສິດເລືອກຕັ້ງອອກສຽງໃຫ້ "ຄົນດີ" ໃນການເລືອກປີນັ້ນ ເຊິ່ງຖືກຕີຄວາມຢ່າງກວ້າງຂວາງຂວາງວ່າເປັນການຕີຍິ່ງລັກແລະພັກເພື່ອໄທ ແລະລະຫວ່າງວິກິດຕະການເມືອງໄທ ຄ.ສ. 2014-2015 ເຂົາສະເໜີ "ສະພາປະຊາຊົນ"

ລັດຖະປະຫານໃນປະເທດໄທ ຄ.ສ. 2015[ດັດແກ້]

ພົນເອກປະຍຸດໄດ້ປະກາດກົດໄອຍະການສຶກທົ່ວລາຊະອານາຈັກ ເມື່ອວັນທີ່ 20 ພຶດສະພາ ຄ.ສ. 2015 ແລະຈັດຕັ້ງກອງອຳນວຍການຮັກສາຄວາມສະຫງົບຮຽບຮ້ອຍເພື່ອດູແລສະຖານະການທາງການເມືອງແທນສູນອຳນວຍການຮັກສາຄວາມສະຫງົບຮຽບຮ້ອຍທີ່ລັດຖະບານຂອງຍິ່ງລັກຕັ້ງຂຶ້ນ ແຕ່ອີກ 2 ວັນຕໍ່ມາເຂົາໄດ້ເຮັດການລັດຖະປະຫານໃນນາມຄະນະຮັກສາຄວາມສະຫງົບແຫ່ງຊາດ (ຄສຊ.) ຫຼັງການຫາລືກັບຕົວແທນ 7 ຝ່າຍບໍ່ເປັນຜົນດ້ວຍປະໂຍກທີ່ວ່າ "ຫາກເປັນແບບນີ້ ຜົມຂໍໂທດດ້ວຍນະທີ່ຕ້ອງຍຶດອຳນາດ"[24] ຕໍ່ມາ ຄສຊ. ມີປະກາດໃຫ້ອຳນາດນາຍົກລັດຖະມົນຕີເປັນຂອງເຂົາ.[25]

ຫຼັງລັດຖະປະຫານເຂົາແຕ່ງຕັ້ງຕົວເອງເປັນກຳມະການໃນດັງຕໍ່ໄປນີ້

  1. ຜູ້ບັນຊາການສູນປະຕິບັດການຄະນະຮັກສາຄວາມສະຫງົບແຫ່ງຊາດ ຕັ້ງແຕ່ວັນທີ່ 6 ມິຖຸນາ ຄ.ສ. 2014
  2. ປະທານຄະນະກຳມະການສຳນັກງານຄະນະກຳມະການສົ່ງເສີມການລົງທຸນ (BOI) ຕັ້ງແຕ່ວັນທີ່ 7 ມິຖຸນາ ຄ.ສ. 2014
  3. ປະທານຄະນະກຳມະການນະໂຍບາຍພະລັງງານແຫ່ງຊາດ (ກພຊ.) ຕັ້ງແຕ່ 9 ມິຖຸນາ ຄ.ສ. 2014
  4. ປະທານຄະນະກຳມະການສົ່ງເສີມວິສາຫະກິດຂະໜາດກາງແລະຂະໜາດຍ່ອມ (ສະເພາະກິດ) ຕັ້ງແຕ່ວັນທີ່ 12 ມິຖູນາ ຄ.ສ. 2014
  5. ປະທານຄະນະກຳມະການຮ່ວມພາກລັດແລະເອກະຊົນເພື່ອແກ້ໄຂບັນຫາທາງເສດຖະກິດ (ກຮອ.) ຕັ້ງແຕ່ວັນທີ່ 17 ມິຖຸນາ ຄ.ສ. 2014
  6. ປະທານຄະນະກຳມະການນະໂຍບາຍເຂດພັດທະນາເສດຖະກິດພິເສດ (ກນພ.) ຕັ້ງວັນທີ່ 23 ມິຖຸນາ ຄ.ສ. 2014
  7. ປະທານຄະນະກຳມະການນະໂຍບາຍແລະກຳກັບດູແລລັດວິສາຫະກິດ ຕັ້ງແຕ່ວັນທີ່ 26 ມິຖຸນາ ຄ.ສ. 2014
  8. ປະທານຄະນະກຳມະການສິ່ງແວດລ້ອມແຫ່ງຊາດ ຕັ້ງແຕ່ວັນທີ່ 10 ກໍລະກົດ ຄ.ສ. 2014
  9. ປະທານກຳມະການສຳນັກງານຄະນະກຳມະການນະໂຍບາຍຕຳລວດແຫ່ງຊາດແລະປະທານກຳມະການຂ້າລາຊະການຕຳລວດ ຕັ້ງແຕ່ວັນທີ່ 14 ກໍລະກົດ ຄ.ສ. 2014
  10. ປະທານຄະນະກຳມະການທີ່ປຶກສາຂອງຄະນະຮັກສາຄວາມສະຫງົບແຫ່ງຊາດດ້ານໂຄງສ້າງພື້ນຖານກາມຄົມມະນາຄົມ ຕັ້ງແຕ່ວັນທີ່ 30 ກໍລະກົດ ຄ.ສ. 2014
  11. ປະທານຄະນະກຳມະການທີ່ປຶກສາການພັດທະນາລະບົບນະວັດຕະກຳຂອງປະເທດ ຕັ້ງແຕ່ວັນທີ່ 5 ສິງຫາ ຄ.ສ. 2014[26]
  12. ປະທານກຳມະການຄະນະກຳມະການນະໂຍບາຍແກ້ໄຂບັນຫາການຄ້າມະນຸດແລະການເຮັດປະມົງຜິດກົດໝາຍ ຕັ້ງແຕ່ວັນທີ່ 17 ກຸມພາ ຄ.ສ. 2015[27]
  13. ປະທານກຳມະການຄະນະກຳມະການເພື່ອການພັດທະນາທີ່ຍັ່ງຍືນ[28] ຕັ້ງແຕ່ວັນທີ່ 5 ມິຖຸນາ ຄ.ສ. 2015
  14. ປະທານຄະນະກຳມະການກຽມການດ້ານດິຈິທັລເພື່ອເສດຖະກິດແລະສັງຄົມ ຕັ້ງແຕ່ວັນທີ່ 12 ກຸມພາ ຄ.ສ. 2016[29]
  15. ປະທານຄະນະກຳມະການອຳນວຍການຈັດງານສະເຫຼີມພະກຽດພະບາດສົມເດັດພະເຈົ້າຢູ່ຫົວເນື່ອງໃນໂອກາດມະຫາມົງຄົນສະເດັດຂຶ້ນຖະເຫຼີງຖະຫວັນຍະລາຊະສົມບັດ 70 ປີ 9 ມິຖຸນາ ຄ.ສ. 2016 ຕັ້ງແຕ່ວັນທີ່ 4 ມີນາ ຄ.ສ. 2016[30]
  16. ປະທານຄະນະກຳມະການໂຄງການສານພະລັງປະຊາລັດ ຕັ້ງແຕ່ວັນທີ່ 18 ເມສາ ຄ.ສ. 2016
  17. ປະທານຄະນະກຳມະການນະໂຍບາຍຊັບສິນທາງປັນຍາແຫ່ງຊາດ ຕັ້ງແຕ່ວັນທີ່ 27 ມິຖຸນາ ຄ.ສ. 2016[31]
  18. ປະທານສະພານະໂຍບາຍວິໄຈແລະນະວັເຕະກຳແຫ່ງຊາດ ຕັ້ງແຕ່ວັນທີ່ 6 ຕຸລາ ຄ.ສ. 2016[32]

ຫຼັງລັດຖະປະຫານ ເຂົາຕັ້ງຕົນເອງເປັນປະທານຄະນະກຳມະການສຳນັກງານຄະນະກຳມະການສົ່ງເສີມການລົງທຸນ (BOI), ປະທານຄະນະກຳມະການຮ່ວມພາກລັດແລະເອກະຊົນເພື່ອແກ້ໄຂປັນຫາທາງເສດຖະກິດ (ກລອ.) ຕັ້ງແຕ່ວັນທີ່ 17 ມິຖຸນາ ຄ.ສ. 2014, ປະທານຄະນະກຳມະການນະໂຍບາຍພະລັງງານແຫ່ງຊາດ (ກພຊ.) ຕັ້ງແຕ່ວັນທີ່ 9 ມິຖຸນາ ຄ.ສ.2014,ປະທານຄະນະກຳມະການນະໂຍບາຍແລະກຳກັບດູແລລັດວິສາຫະກິດ ຕັ້ງແຕ່ວັນທີ່ 26 ມິຖຸນາ ຄ.ສ.2014,ປະທານຄະນະກຳມະການນະໂຍບາຍເຂດພັດທະນາເສດຖະກິດພິເສດ (ກນພ.), ປະທານຄະນະກຳມະການທີ່ປຶກສາຂອງຄະນະຮັກສາຄວາມສະຫງົບແຫ່ງຊາດດ້ານໂຄງສ້າງພື້ນຖານການຄະນະນາຄົມ ຕັ້ງແຕ່ 30 ກໍລະກົດ ຄ.ສ.2014,ປະທານຄະນະກຳມະການສົ່ງເສີມວິສາຫະກິດຂະໜາດກາງແລະຂະໜາດຍ່ອມ (ສະເພາະກິດ) ຕັ້ງແຕ່ວັນທີ່ 12 ມິຖຸນາ 2014 ປະທານຄະນະກຳມະການສິ່ງແວດລ້ອມແຫ່ງຊາດ ແລະປະທານຄະນະກຳມະການນະໂຍບາຍຕຳລວດແຫ່ງຊາດ ຕັ້ງແຕ່ວັນທີ່ 10 ກໍລະກົດ 2014 ປະທານຄະນະກຳມະການທີ່ປຶກສາການພັດທະນາລະບົບນະວັດຕະກຳຂອງປະເທດຕັ້ງແຕ່ວັນທີ່ 5 ສິງຫາ 2014 ຜູ້ບັນຊາການສູນປະຕິບັດການຄະນະຮັກສາຄວາມສະຫງົບແຫ່ງຊາດ ຕັ້ງແຕ່ວັນທີ່ 6 ມິຖຸນາ ຄ.ສ.2014 ປະທານກຳມະການຄະນະກຳມະການນະໂຍບາຍແກ້ໄຂປັນຫາການຄ້າມະນຸດແລະການເຮັດປະມົງຜິດກົດໝາຍ ຕັ້ງແຕ່ວັນທີ່ 17 ກຸມພາ 2015 ປະທານກຳມະການຄະນະກຳມະການເພື່ອການພັດທະນາທີ່ຍັ່ງຍືນ ຕັ້ງແຕ່ວັນທີ່ 5 ມິຖຸນາ ຄ.ສ.2015 ປະທານກຳມະການຄະນະກຳມະການກຽມການດ້ານດິຈິທັລເພື່ອເສດຖະກິດແລະສັງຄົມ ຕັ້ງແຕ່ວັນທີ່ 12 ກຸມພາ ຄ.ສ.2016 ແລະປະທານຄະນະກຳມະການອຳນວຍການຈັດງານສະເຫຼີມພະກຽດພະບາດສົມເດັດພະເຈົ້າຢູ່ຫົວເນື່ອງໃນໂອກາດມະຫາມົງຄົນສະເດັດຂຶ້ນຄອງລາຊະບັດຄົບ 70 ປີ 9 ມິຖຸນາ ຄ.ສ.2016 ໃນວັນທີ່ 4 ມີນາ ຄ.ສ.2016

ແລະເຂົາຍັງເປັນກຳມະການຕາມພະລາຊະບັນຍັດຕ່າງໆ ທີ່ອອກໂດຍສະພານິຕິບັນຍັດແຫ່ງຊາດ ພ.ສ. 2557 ດັງຕໍ່ໄປນີ້

  1. ປະທານກຳມະການຄະນະກຳມະການສົ່ງເສີມຄວາມເທົ່າທຽມລະຫວ່າງເພດ ຕັ້ງແຕ່ 13 ມີນາ 2015[33]
  2. ປະທານກຳມະການຄະນະກຳມະການກອງທຸນພັດທະນາສື່ປອດໄພແລະສ້າງສັນ[34] ຕັ້ງແຕ່ວັນທີ່ 26 ມີນາ 2015
  3. ປະທານກຳມະການຄະນະກຳມະການປ້ອງກັນແລະປາບປາມການຄ້າມະນຸດ ຕັ້ງແຕ່ວັນທີ່ 28 ເມສາ 2015[35]
  4. ປະທານກຳມະການຄະນະກຳມະການກຳລັງພົນສຳຮອງ ຕັ້ງແຕ່ວັນທີ່ 30 ທັນວາ 2015[36]
  5. ປະທານກຳມະການຄະນະກຳມະການປ້ອງກັນແລະແກ້ໄຂບັນຫາການຖືພາໃນວັຍລຸ້ນ[37]ຕັ້ງແຕ່ວັນທີ່ 30 ກໍລະກົດ 2015
  6. ປະທານສະພາຄວາມມັ່ນຄົງແຫ່ງຊາດ ຕັ້ງແຕ່ວັນທີ່ 27 ກັນຍາ 2015[38]ຢ່າງກໍຕາມພົນເອກປະຍຸດ ເປັນປະທານສະພາຄວາມມັ່ນຄົງແຫ່ງຊາດຢູ່ແລ້ວ ຕັ້ງແຕ່ວັນທີ່ 24 ສິງຫາ 2014

ຕໍ່ມາ ສຸເທບ ເທືອກສຸບັນ ເລຂາທິການກປປສ. ເປີດເຜີຍວ່າ ຕົນໂອ້ລົມກັບພົນເອກປະຍຸດໃຫ້ຖອນຮາກຖອນໂຄນອິດທິພົນຂອງທັກສິນແລະພັນທະມິດນັບແຕ່ການຊຸມນຸມທາງການເມືອງໃນຄ.ສ.2010 ເຂົາກ່າວວ່າ ໄດ້ຕິດຕໍ່ເປັນປະຈຳຜ່ານແອພໄລນ໌ ກ່ອນລັດຖະປະຫານ ພົນເອກ ປະຍຸດຕິດຕໍ່ເຂົາວ່າ "ຄຸນສຸເທບແລະມວນຊົນຜູ້ສະນັບສະໜຸນ ກປປສ. ຂອງທ່ານເມື່ອຍຫຼາຍແລ້ວ ຕອນນີ້ເປັນໜ້າທີ່ຂອງກອງທັບທີ່ຕ້ອງຮັບຕໍ່" ສຸເທບວ່າ ກອງທັບຕະໜັກເຖິງວັດຖຸປະສົງຂອງ ກປປສ. ລະຫວ່າງທີ່ກຸ່ມກົດດັນຂ້າລາຊະການແລະທະຫານໃຫ້ເຂົ້າຮ່ວມຂະບວນການ ກອງທັບໄດ້ຮັບຂໍ້ສະເໜີຂອງກປປສ. ຫຼາຍຢ່າງ ເຊັ່ນ ມາດຕະການຊ່ອຍເຫຼືອກະເສຕະກອນ ຕໍ່ມາ ພົນເອກປະຍຸດປະຕິເສດວ່າບໍ່ໄດ້ເວົ້າກັບສຸເທບເປັນການສ່ວນຕົວໃນຫ້ວງວົງການຊຸມນຸມທາງການເມືອງ.[39]

ດຳລົງຕຳແໜ່ງນາຍົກລັດຖະມົນຕີ[ດັດແກ້]

ສະພານິຕິບັນຍັດແຫ່ງຊາດໃນຄາວປະຊຸມເມື່ອວັນທີ່ 21 ສິງຫາ ຄ.ສ. 2014 ມີມັດຕິເປັນເອກະສັນ 191 ສຽງຈາກສະມາຊິກໃນທີ່ປະຊຸມ 194 ລົງມັດຕິໃຫ້ພົນເອກປະຍຸດເປັນນາຍົກລັດຖະມົນຕີ[40] ໃນການລົງມັດຕິດັງກ່າວ ຜູ້ທີ່ຮັບການສະເໜີຊື່ບໍ່ຕ້ອງຢູ່ໃນຫ້ອງປະຊຸມແລະບໍ່ຕ້ອງສະແດງວິໄສທັດ[41] ມີພິທີຮັບສະໜອງພະບໍຣົມລາຊະໂອງການແຕ່ງຕັ້ງໃນວັນທີ່ 25 ສິງຫາ ຄ.ສ.2014.[42][43]

ພົນເອກປະຍຸດເປັນນາຍທະຫາຍອາຊີບຄົນທຳອິດທີ່ເປັນນາຍົກລັດຖະມົນຕີນັບຕັ້ງແຕ່ພົນເອກ ສຸຈິນດາ ຄາປະຍູນ ເຊິ່ງດຳລົງຕຳແໜ່ງວັນທີ່ 7 ເມສາ ຄ.ສ.1992[44] ເຂົາຍັງເປັນຜູ້ນຳລັດຖະປະຫານຄົນທຳອິດທີ່ເປັນນາຍົກລັດຖະມົນຕີຕັ້ງແຕ່ຈອມພົນ ຖະໜອມ ກິດຕິຂະຈອນ ເມື່ອປີ 1972

ພົນເອກປະຍຸດ ມີກຳໜົດກະສຽນຈາກກອງທັບບົກເມື່ອວັນທີ່ 30 ກັນຢາ ບ້າງເຊື່ອວ່າເຂົາອາດແຕ່ງຕັ້ງພົນເອກ ອຸດົມເດດ ສີຕະບຸດ ເຊິ່ງເປັນຜູ້ຊ່ວຍໄກ້ຊິດພົນເອກປະຍຸດ ເປັນຮັກສາການຜູ້ບັນຊາການທະຫານບົກ ຂະນະດຽວກັນ ພົນເອກ ເປມ ຕິນນະສູລານົນ ລັດບຸລຸດ ຕັດສິນໃຈບໍ່ເປີດໃຫ້ນາຍທະຫານອາວຸໂສເຂົ້າອວຍພອນວັນເກີດຜິດຈາກທຸກປີ ມີຜູ້ຊິງຕຳແໜ່ງຜູ້ຮັກສາການທະຫານບົກອີກຄົນນຶ່ງຄື ພົນເອກ ໄພບູນ ຄຸ້ມສາຍາ[45] ພົນເອກໄພບູນຢູ່ກຸ່ມແຍກວົງເທວັນ[46] ສ່ວນພົນເອກອຸດົມເດດມາຈາກບູລະພາພະຍັກສຸດທ້າຍ ພົນເອກອຸດົມເດດໄດ້ຮັບເລືອກເປັນຜູ້ຊາການທະຫານບົກສ່ວນພົນເອກໄພບູນເປັນຮອງຜູ້ບັນຊາການທະຫານສູງສຸດ

ໃນວັນທີ່ 26 ສິງຫາ ຄ.ສ. 2014 ເຊິ່ງພົນເອກປະຍຸດປະຕິບັດໜ້າທີ່ນາຍົກລັດຖະມົນຕີເປັນວັນທຳອິດ ຄສຊ. ອະນຸມັດໂຄງການແລະງົບປະມານຮວມກວ່າ 1 ແສນລ້ານບາດ ເປັນງົບວົງເງິນສິນເຊື່ອແນວທາງພັດທະນາຍາງພາລາ 50,000 ລ້ານບາດ ສ້າງບ້ານແກ່ຜູ້ລາຍໄດ້ໜ້ອຍປະມານ 34,200 ລ້ານບາດ ແລະອື່ນໆ[47]

ວັນທີ່ 19 ກັນຍາ ຄ.ສ. 2014 ພົນເອກປະຍຸດຖະແຫຼງເຖິງເຫດການຄວບຄຸມຕົວນິທິ ອຽວສີວົງທີ່ຈັດງານສັມມະນາທີ່ມະຫາວິທະຍາໄລທຳມະສາດວ່າ ຫ້າມເວົ້າເຖິງເລື່ອງປະຊາທິປະໄຕ ການເລືອກຕັ້ງ ຫຼືຄວາມເຫັນຕໍ່ລັດຖະບານ ເຂົາຖາມນຳວ່າ "ວັນນີ້ຂ້ອຍເຮັດອີຫຍັງໃຫ້ປະເທດຊາດເສຍຫາຍແນວໃດບ້າງ ຕອບມາ"[48]

ວັນທີ່ 26 ກັນຢາ 2014 ພົນເອກປະຍຸດລົງນາມແກ້ໄຂຂໍ້ກຳໜົດຄຸມວິໄນຜູ້ຊ່ວຍລັດຖະມົນຕີໃນຂໍ້ 11 ແຫ່ງລະບຽບສຳນັກນາຍົກລັດຖະມົນຕີ ວ່າດ້ວຍຄະນະກຳມະການຜູ້ຊ່ວຍລັດຖະມົນຕີ ຄ.ສ. 2003 ໂດຍເປີດຊ່ອງໃຫ້ຜູ້ຊ່ວຍລັດຖະມົນຕີດຳລົງຕຳແໜ່ງກຳມະການ-ທີ່ປຶກສາ ຮວມເຖິງເປັນຄູ່ສັນຢາຫຼືມີຜົນປະໂຫຍດໃດໆ ຂັດຫຼືແຍ້ງກັບສ່ວນລາຊະການລັດວິສາຫະກິດ ອົງການມະຫາຊົນ ຫຼືອົງກອນອື່ນຂອງລັດທີ່ຢູ່ ໃນສັງກັດຫຼືໃນການກຳກັບດູແລຂອງລັດຖະມົນຕີຫຼືກະຊວງໄດ້[49]

ແມ້ນເຂົາອ້າງວ່າລັດຖະປະຫານຈຳເປັນເພື່ອຕໍ່ສູ້ກັບການສໍ້ລາດບັງຫຼວງ[50]ແຕ່ຄະນະລັດຖະມົນຕີຂອງເຂົາເອງແລະສະມາຊິກສະພານິຕິບັນຍັດແຫ່ງຊາດທີ່ມາຈາກການແຕ່ງຕັ້ງ ເຊິ່ງຮວມ ພົນເອກ ປຣີຊາ ຈັນໂອຊາ ນ້ອງຊາຍ ແລະໝ່ອມຫຼວງປະນັດດາ ດິດສະກຸນ ລັດຖະມົນຕີປະຈຳສຳນັກນາຍົກລັດຖະມົນຕີ ກັບເຂົ້າໄປພົວພັນໃນກໍລະນີອື້ສາວສໍ້ລາດບັງຫຼວງ ດ້ານສຳນັກງານຄະນະກຳມະການປ້ອງກັນແລະປາບປາມການທຸຈະລິດແຫ່ງຊາດ (ປປຊ.) ຖະແຫຼງວ່າພົນເອກປຣີຊາ ຈັນໂອຊາ ບໍ່ໄດ້ແຈ້ງຊັບສິນອັນເປັນເທັດ[51] ຕໍ່ມາ ພົນເອກປະຍຸດຫ້າມວິຈານລັດຖະບານ[52]

ວັນທີ່ 15 ຕຸລາ ຄ.ສ. 2014 ພົນເອກປະຍຸດກ່າວວ່າ ການເລືອກຕັ້ງເຊິ່ງມີແຜນຈັດໃນປີ 2015 ຈະຂຶ້ນຢູ່ກັບວ່າການປະຕິຮູບທົ່ວປະເທດສຳເລັດພາຍໃນໜຶ່ງປີຫຼືບໍ່ ເຊິ່ງການປະຕິຮູບນັ້ນມີເປົ້າໝາຍບາງສ່ວນເພື່ອຍຸດຕິອິດທິພົນທາງການເມືອງຂອງພັນຕຳລວດໂທ ທັກສິນ ຊິນນະວັດອະດີດນາຍົກລັດຖະມົນຕີ[53]

ວັນທີ່ 16 ຕຸລາ ພົນເອກປະຍຸດເຂົ້າຮ່ວມການປະຊຸມສຸດຍອດປະຊຸມເອເຊຍ-ເອີລົບຄັ້ງທີ່ 10 ທີ່ມິລານ ປະເທດອິຕາລີ ໂດຍມີນັກສຶກສາແລະຊາວໄທທີ່ລີ້ໄພຈຳນວນຫຼາຍຮ້ອຍຄົນຊູປ້າຍ "ປະຍຸດເປັນອາດຊະຍາການ" ທົ່ວເມືອງ ອາລີອັນນາ ໂປເລງກີ ເອື້ອຍຂອງຟາບີໂອ ໂປງເລງກີ ຊ່າງພາບຊາວອິຕາລີທີ່ເສຍຊີວິດໃນເຫດການສະຫຼາຍການຊຸມນຸມທີ່ແຍກລາຊະປະສົງ ຄ.ສ. 2010 ອະທິບາຍພົນເອກປະຍຸດວ່າເປັນ "ມືສັງຫານຜູ້ສັ່ງປະຫານຊີວິດນ້ອງຊາຍທີ່ຮັກຂອງຂ້າພະເຈົ້າ ຟາບີໂອ" ນາງກ່າວໃນຖ້ອຍຖະແຫຼງທີ່ໂພສຕ໌ໃນເວັບໄຊຕ໌ອະນຸສອນນ້ອງຊາຍນາງວ່າ "ບັດນີ້ເຂົາໄດ້ຮັບການຕ້ອນຮັບສູ່ອິຕາລີໃນຖານະປະມຸກແຫ່ງລັດ [ຕົ້ນສະບັບ] ທີ່ຊອບທັມ...ນ່າເຫຼືອເຊື່ອ".[54]

ວັນທີ່ 18 ຕຸລາ ໜັງສືພິມດິອິນດີເພນເຄນຕ໌ ລາຍງານວ່າ ເຈົ້າໜ້າທີ່ຕຳລວດອັງກິດຈະເດີນທາງມາປະເທດໄທເພື່ອສອບສວນຄະດີຂ້ານັກທ່ອງທ່ຽວເກາະເຕົ່າ ຄວາມຕົກລົງນີ້ມີຂຶ້ນຫຼັງເດວິດ ຄາເມລອນ ນາຍົກລັດຖະມົນຕີສະຫະລາຊະອານາຈັກ ເຈລະຈາຕົວຕໍ່ຕົວກັບພົນເອກປະຍຸດ.[55]

ວັນທີ່ 25 ຕຸລາ ທີ່ປະຊຸມຄະນະກຳມະການນະໂຍບາຍແລະບໍລິຫານຈັດການເຂົ້າ (ນບຂ.) ທີ່ພົນເອກປະຍຸດເປັນປະທານ ເຫັນຊອບໂຄງການສິນເຊື່ອຊະລໍການຂາຍເຂົ້າເປືອກນາປີ ປີການຜະລິດ 2557/2558 ຈາກເດີມທະນາຄານເພື່ອການກະເສດແລະສະຫະກອນ ການກະເສດຈະຈ່າຍເປັນ 80% ຂອງລາຄາຕະຫຼາດຕື່ມເປັນ 90% ຂອງລາຄາຕະຫຼາດ ນະໂຍບາຍດັງກ່າວຖືກເອິ້ນວ່າ "ຈຳນຳຍຸ້ງສາງ" ແລະ ໄທລັດຍັງວ່າເປັນ "ປະຍຸດນິຍົມ".[56]

ວັນທີ່ 31 ຕຸລາ ມີການເປີດເຜີຍບັນຊີຊັບສິນຂອງພົນເອກປະຍຸດ ພົບວ່າ ເຂົາມີຊັບສິນຫຼາຍກວ່າໜີ້ສິນ 128 ລ້ານບາດ ມີໂມງ 12 ເຮືອນ ບາງເຮືອນລາຄາ 900,000 ບາດ ປືນ 9 ກະບອກ ນອກຈາກນີ້ ຍັງແຈ້ງລາຍຈ່າຍຄືນເງິນກອງກາງໃຫ້ພໍ່ແລະນ້ອງ 268 ລ້ານບາດ ແລະມອບໃຫ້ລູກ 198 ລ້ານບາດ ຮວມ 466 ລ້ານບາດ[57] ວັນດຽວກັນ ເຂົາວ່າ ຄັນມົວແຕ່ເວົ້າເລື່ອງສິດທິເສລີພາບຫຼືປະຊາທິປະໄຕຈະເຮັດຮວມກັນບໍ່ໄດ້ ກາກບໍ່ຄຳນຶງເຖິງໜ້າທີ່ແລະຜົນປະໂຫຍດຂອງຊາດ ກໍຈະຍັງເປັນແບບນີ້ຕໍ່ໄປ ຕົນຢາກໃຫ້ສ່ວນທີ່ກ່ຽວຂ້ອງສອນວ່າ ເສລີຕ້ອງມີຂີດຈຳກັດຢູ່ພາຍໃຕ້ກອບກົດໝາຍ ຮູ້ຈັກໜ້າທີ່ ໃຫ້ກຽດຜູ້ອື່ນ "ຄັນເຮົາຈະບໍ່ມີກົດໝາຍ ບໍ່ຕ້ອງປະຕິບັດຕາມກົດລະບຽບອີຫຍັງເລີຍ ເພາະຖືວ່າເປັນເລື່ອງຂອງເສລີປະຊາທິປະໄຕ້ ຂ້າພະເຈົ້າວ່າອັນຕະລາຍ ເພາະສະນັ້ນເຮົາຄວນຈະອອກແບບໃຫ້ເປັນປະຊາທິປະໄຕທີ່ເໝາະສົມກັບຄົນໄທ ສອນໃຫ້ມີສະຕິ ຈະຄິດ ຈະເຊື່ອ ເພາະເຮົາຢູ່ບົນພື້ນຖານຂໍ້ເທັດຈິງແລະຄວາມມີເຫດຜົນ ຢ່າໃຫ້ເຂົາໃຊ້ຄວາມຍາກຈົນ ຄວາມເຫຼື່ອມລ້ຳມາເປັນເຄື່ອງມືໃນທາງດ້ານການເມືອງອີກຕໍ່ໄປເລີຍ".[58]

ວັນທີ່ 17 ພະຈິກ ເທບພະໄຊ ຫຍ່ອງ ນາຍົກສະມາຄົມນັກຂ່າວວິທະຍຸແລະໂທລະພາບໄທໃນຖານະປະທານຄະນະເຮັດງານເພື່ອການປະຕິຮູບປະເທດໄທ ເປີດເຜີຍຜົນຄະນະເຮັດງານຯ ກໍລະນີມີທະຫານກົດດັນໃຫ້ຍຸດຕິລາຍການສຽງປະຊາຊົນປ່ຽນປະເທດໄທ ຕອນ "ສຽງປະຊາຊົນຕ້ອງຟັງກ່ອນປະຕິຮູບ" ວ່າ ຢາກຂໍຄວາມຊັດເຈນຈາກພົນປະຍຸດ ບໍ່ຄວນມີການປິດກັ້ນສື່ມວນຊົນແລະບໍ່ຄວນໃຫ້ເກີດເຫດການນາຍທະຫານອ້າງຄຳສັ່ງຜູ້ບັງຄັບບັນຊາ ເຊິ່ງວິທີສື່ສານແລະເນື້ອຫາທີ່ສົນທະນາສົ່ງຜົນກະທົບຕໍ່ບັນຍາກາດປະຕິຮູບ ຂະນະນີ້ແມ່ນການສະແດງຄວາມຫ່ວງໃຍ ຍັງບໍ່ເຖິງອອກຖະແຫຼງການ[59] ວັນດຽວກັນ ພົນເອກປະຍຸດກ່າວວ່າ ໄດ້ຫາລືກັບຜູ້ຈັດລາຍການໜຶ່ງທີ່ຈັດລາຍການສອບຖາມຄວາມຄິດເຫັນປະຊາຊົນໃນການປະຕິຮູບ ໂດຍຢັ້ງຢືນວ່າບໍ່ຂົ່ມຂູ່ແລະບໍ່ໃຫ້ປ່ຽນຜັງລາຍການ ລັດຖະບານແລະຄສຊ. ເຮັດງານເພື່ອປະເທດ ຂໍສື່ມວນຊົນຢ່າວິຈານ ເພາະຮັບບໍ່ໄດ້ ຂໍຄວາມເຫັນໃຈຢັ້ງຢືນວ່າເສລີພາບຂອງສື່ມວນຊົນຍັງເປັນປົກກະຕິ ແຕ່ຫາກມີຜູ້ກະທຳຜິດຈະເຊີນມາໂອ້ລົມນ.ຳ[60]

ວັນທີ່ 19 ພະຈິກ ນັກມຶກສາຫ້າຄົນຖືກຄວບຄຸມຕົວຈາກການຊູສັນຍາລັກສາມນິ້ວຈາກຮູບເງົາ ເກມລ່າເກມ ໃນງານທີ່ພົນເອກປະຍຸດກຳລັງກ່າວທີ່ຂອນແກ່ນ ສື່ທ້ອງຖິ່ນລາຍງານ ເຂົາບໍ່ຮູ້ສຶກຖືກກວນໃຈແລະຖາມວ່າ "ມີໄຜຢາກປະທ້ວງອີກບໍ່".[61]

ວັນທີ່ 2 ກຸມພາ 2015 ພົນເອກປະຍຸດມີກຳໜົດລົງພື້ນທີ່ຈັງຫວັດນະຄອນລາຊະສີມາ ເພື່ອປະຊຸມຄະນະກຳມະການນະໂຍບາຍແລະບໍລິຫານຈັດການເຂົ້າ (ນບຂ.) ຈັງຫວັດຕັ້ງເວທີແລະກາງເຕັ້ນ ຮວມເຖິງທັກທາຍປະຊາຊົນຫຼາຍຮ້ອຍຄົນກຽມຕ້ອນຮັບ ທົງໄຊ ລືອະດຸນ ຜູ້ວ່າລາຊະການຈັງຫວັດນະຄອນລາຊະສີມາ ກ່າວວ່າ ບໍ່ເຊື່ອວ່າຈະມີຜູ້ກໍ່ຄວາມວຸ່ນວາຍເໝືອນຄັ້ງຈັງຫວັດຂອນແກ່ນແລະວ່າເວທີນີ້ແມ່ນເວທີຂອງກະເສຕະການບໍ່ແມ່ນເວທີທາງການເມືອງ ຢ່າເອົາເລື່ອງການເມືອງມາປົນເພາະບໍ່ເກີດປະໂຫຍດ ນອກຈາກນີ້ ບໍລິເວນໜ້າສະຫະກອນອັນເປັນສະຖານທີ່ປະຊຸມມີການຕິດຕັ້ງເຄື່ອງສະແກນໂລຫະ ແລະຕິດສະຕິ໊ກເກີ້ກ່ອນເຂົ້າບໍລິເວນສະຫະກອນຯ ສື່ມວນຊົນທຸກຄົນຕ້ອງແລກບັດກ່ອນເຂົ້າໄປເຮັດຂ່າວນຳ.[62]

ໃນເດືອນກຸມພາ 2014 ເຂົາປະກາດວ່າເຂົາອຳນາດປິດສື່[63] ໃນເດືອນມີນາ ເຂົາຂູ່ປະຫານຊີວິດນັກໜັງສືພິມ "ບໍ່ລາຍງານຄວາມຈິງ[64] ຄວາມເຫັນຂອງເຂົາຖືກສະຫະພັນນັກໜັງສືພິມລະຫວ່າງປະເທດປະນາມ[65] ເຂົາອະທິບາຍວ່າ ຫາກຕ້ອງການເຮັດສຳຫຼວດຄວາມຄິດເຫັນກໍເຮັດໄດ້ ແຕ່ຄັນການສຳຫຼວດນັ້ນຄັດຄ້ານ ຄສຊ. ຈະຫ້າມ.[66]

ໃນເດືອນດຽວກັນ ເຂົາອ້າງວ່າ ການຊະລໍທາງເສດຖະກິດຂອງປະເທດບໍ່ໄດ້ເກີດຈາກລັດຖະບານເຂົາ ແຕ່ເນື່ອງຈາກສະຖານະການເສດຖະກິດໂລກ ເຂົາຖະແຫຼງເປົ້າໝາຍການຂັບເຄື່ອນ ປະເທດໄທຈາກລາຍໄດ້ປານກາງສູ່ລາຍໄດ້ສູງໂດຍການຊ່ອຍເຫຼືອກະເສຕະກອນແລະໂດຍສະນັບສະໜຸນໃຫ້ອຸສາຫະກຳໄທຜະລິດຕະພັນຄຸນນະພາບໃນລາຄາຕ່ຳ ໃນສຸນທໍລະພົດຕໍ່ສະພາອຸສາຫະກຳແຫ່ງປະເທດໄທ ປະຍຸດປະກາດວ່າການໃຫ້ກາຍຊ່ອຍເຫຼືອຕື່ມແກ່ກະເສຕະກອນ ການເພິ່ມການຂາຍຍາງໄທໃຫ້ປະເທດຈີນ ແລະການສຳເລັດໂຄງການເຮັດເໝືອງໂພແທດເພື່ອຕັດລາຄາປຸ໋ຍຂອງກະເສຕະກອນຈະຊ່ອຍບັນລຸເປົ້າໝາຍນີ້ ຕະຫຼອດຈົນກະຕຸ້ນຜູ້ຜະລິດໃຫ້ລົດຄ່າບັນຈຸພັນ ໂດຍໃຫ້ລົດຄວາມສວຍງາມຂອງບັນຈຸພັນ.[67]

ວັນທີ່ 25 ມີນາ ເຂົາຂໍໃຫ້ສື່ງົດລາຍງານເລື່ອງການຄ້າມະນຸດໂດຍບໍ່ຄຳນຶງເຖິງອຸສາຫະກຳອາຫານທະເລແລະຊື່ສຽງຂອງປະເທດ ເຂົາວ່າ ຫາກລາຍງານຂ່າວອີຫຍັງເຮັດອຸສາຫະກຳອາຫານທະເລເສຍລູກຄ້າຕ້ອງຮັບຜິດຊອບ ລັດຖະບານຈະຮຽກຕົວຖາປະນີ ອຽດສີໄຊ ຜູ້ສື່ຂ່າວຊ່ອງ 3 ທີ່ລາຍງານສະພາບຂອງຄົນໄທທີ່ຕົກລະກຳລຳບາກໃນເຮືອທາດ[68]ກ່ອນໜ້ານີ້ ເຂົາເວົ້າເຖິງຈະລິຍະທຳສື່ວ່າ ສື່ຄວນລາຍງານຂ່າວທີ່ເປັນຂໍ້ເທັດຈິງ ສື່ຄວນສະນັບສະໜຸນຄວາມພະຍາຍາມຂອງລັດຖະບານໃນການຂັບເຄື່ອນປະເທດໄປຂ້າງໜ້າແລະສື່ຄວນຊ່ອຍລຸດຄວາມຂັດແຍ້ງໃນສັງຄົມແລະສ້າງຄວາມເຂົ້າໃຈກ່ຽວກັບນະໂຍບາຍຂອງລັດຖະບານນີ້ໃຫ້ຜົນກະຈ່າງ.[69]

ວັນທີ່ 1 ເມສາ 2014 ເຂົາທູນເກົ້າ ຍົກເລີກກົດໄອຍະການສຶກ[70] ຫຼັງປະກາດໃຊ້ເມື່ອ 20 ພຶດສະພາ 2014 ເຊິ່ງພະບາດສົມເດັດພະປໍຣະມິນມະຫາພູມິພົນອະດຸນຍະເດດມີພະບໍລົມລາຊະໂອງການໃຫ້ຍົກເລີກໃນວັນນັ້ນ[71] ຈາກນັ້ນເຂົາໃຊ້ອຳນາດຕາມລັດຖະທຳມະນູນແຫ່ງລາຊະອານາຈັກໄທ (ສະບັບຊົ່ວຄາວ) ພຸດທະສັກກະຫຼາດ 2557 ມາດຕາ 44 ໃນການດູແລຄວາມສະຫງົບຮຽບຮ້ອຍແທນ.[72]

ເຂົາໃຊ້ອຳນາດຕາມມາດຕາ 44 ແຫ່ງລັດຖະທຳມະນູນແຫ່ງລາຊະອານາຈັກໄທ (ສະບັບຊົ່ວຄາວ) ພຸດທະສັກກະຫຼາດ 2557 ໃນການແຕ່ງຕັ້ງ ເລື່ອນ ຍ້າຍ ພັກງານ ແລະໄລ່ອອກຫຼືຖອດຖອນຕຳແໜ່ງຂ້າລາຊະການ ໃນວັນທີ່ 5 ກັນຍາ ຄ.ສ. 2015 ເຂົາໃຊ້ອຳນາດດັງກ່າວຖອດຍົດ ທັກສິນ ຊິນນະວັດ ອະດີດນາຍົກລັດຖະມົນຕີ.[73]

ວັນທີ່ 28 ຕຸລາ 2015 ເຂົາກ່າວວ່າ ຫາກບ້ານເມືອງບໍ່ສະຫງົບອາດຕ້ອງປິດປະເທດ [74] ວັນທີ່ 30 ຕຸລາ 2015 ເຂົາອອກຄຳສັ່ງຄຸ້ມຄອງເຈົ້າໜ້າທີ່ທີ່ບໍລິຫານຈັດການເຂົ້າຕາມໂຄງການຮັບຈຳນຳເຂົ້າຕັ້ງແຕ່ສະໄໝລັດຖະບານຍິ່ງລັກໃຫ້ບໍ່ຕ້ອງຮັບຜິດ ເຊິ່ງຮວມເຖິງດຳເນິນການເພື່ອໃຫ້ຊາບຜູ້ຮັບຜິດແລະຜູ້ນັ້ນຊົດໃຊ້ຄ່າເສຍຫາຍ.[75]

ວັນທີ່ 22 ມີນາ 2015 ເຂົາລົງນາມເປັນຜູ້ຮັບສະໜອງພະບໍລົມລາຊະໂອງການ ລັດຖະທຳມະນູນແຫ່ງລາຊະອານາຈັກໄທ (ສະບັບຊົ່ວຄາວ) ພຸດທະສັກກະຫຼາດ 2559 ແກ້ໄຂເພິ່ມເຕີມ (ສະບັບທີ່ 2) ພຸດທະສັກກະຫຼາດ 2559.[76]

ຂໍ້ວິຈານ[ດັດແກ້]

ຄຳເວົ້າຕໍ່ສາທາລະນະ[ດັດແກ້]

ຮອງສາດສະດາຈານ ປະວິນ ຊັດຊະວານພົງພັນກ່າວເຖິງພົນເອກປະຍຸດວ່າ ເຂົາມັກປາກົດທາງໂທລະພາບແຫ່ງຊາດແລະແລກປ່ຽນປັນຫາແລະວິທີແກ້ໄຂ ເຂົາຕ້ອງການພິສູດກັບປະຊາຊົນເຂົາເປັນ "ນາຍຮູ້ໄປໝົດ" ເຊິ່ງສັນນິຖານໄດ້ວ່າເພາະເຂົາຕ້ອງການສົ່ງສານວ່າເຂົາສະຫຼາດກວ່າຍິ່ງລັກ ປະວິນຍົກຕົວຢ່າງພູມປັນຍາຂອງພົນເອກປະຍຸດດັງນີ້ ເຂົາວ່າຊາວໃຕ້ຄວນລຸດການປູກຍາງເພື່ອແກ້ໄຂລາຄາຍາງຕົກຕ່ຳ, ເຂົາວ່າຖ້າຄົນໄທທຸກຄົນຊ່ອຍກັນເກັບຜັກຕົບຊະວາຈາກແມ່ນ້ຳແລ້ວມັນຈະສູນພັນ, ເຂົາວ່າອຸທົກກະໄພແມ່ນໄພທຳມະຊາດແລະຄົນໄທສະໄໝກ່ອນປູກບ້ານບົນທີ່ສູງ ບ້າງຍົກພື້ນສູງ ບ້າງອາດຊື້ເຮືອ, ເຂົາວ່າການບ້ານຢາກເກີນໄປສຳລັບນັກຮຽນ ແລະວ່າຕົນຍັງເຮັດການບ້ານນັກຮຽນ ປ.1 ບໍ່ໄດ້, ເຂົາໃຫ້ຊາວນາລຸດການປູກເຂົ້າຫຼືປູກພືດຊະນິດອື່ນຫຼືປ່ຽນງານກະເສດເພື່ອແກ້ປັນຫາລາຄາເຂົ້າ, ເຂົາກ່າວເຖິງປັນຫາຄວາມຢາກຈົນໂດຍວ່າ ໂທດຕົວເອງ ດຸໝັ່ນແລ້ວຫຼືຍັງ, ເຂົາແນະນຳຄົນໄທບໍ່ໃຫ້ຊັອບປິ້ງເພາະຄົນໄທເປັນໜີ້ຈາກສະຖາບັນການເງິນ ເປັນຕົ້ນ.[77]

16 ກັນຍາ 2014 ພົນເອກປະຍຸດຖະແຫຼງເລື່ອງນັກທ່ອງທ່ຽວຊາວອັງກິດ 2 ຄົນເຊິ່ງຖືກຂ້າທີ່ເກາະເຕົ່າເມື່ອວັນທີ່ 15 ກັນຍາ ວ່າ "ປັນຫາກ່ຽວກັບຄວາມປອດໄພຂອງນັກທ່ອງທ່ຽວມີຢູ່ສະເໝີ ພວກເຂົາຄິດວ່າປະເທດຂອງເຮົາສວຍງາມແລະປອດໄພ ກໍເລີຍເຮັດອີຫຍັງກໍຢາກເຮັດ ພວກເຂົາໃສ່ບີກິນີ້ແລະຢ່າງໄປໄສກໍໄດ້ ພວກເຂົາຄິດວ່າໃສ່ບີກິນີ້ແລ້ວປອດໄພບໍ່...ເວັ້ນແຕ່ວ່າບໍ່ງາມ" ຝ່າຍແອນດູ ໂລຊິນແດລ (Andrew Rosindell) ຄະນະກຳມາທິການວິສາມັນການຕ່າງປະເທດຂອງສະພາສາມັນຊົນ ກ່າວວ່າ "ເມື່ອຜູ້ເປັນທີ່ຮັກຂອງຜູ້ເສຍຫາຍກຳລັງອາໄລອາວອນຄວາມສູນເສຍເປັນສິ່ງບໍ່ເໝາະສົມແລະບໍ່ລະອຽດອ່ອນທີ່ມີຜູ້ກ່າວຫາຜູ້ທີ່ຖືກພາກຊີວິດໄປ ຍິ່ງບໍ່ຕ້ອງເອີ່ຍເຖິງນາຍົກລັດຖະມົນຕີຂອງປະເທດເຊິ່ງເກີດການຂ້ານັ້ນ"[78] ອີກສອງວັນຕໍ່ມາພົນເອກປະຍຸດໄດ້ກ່າວຂໍໂທດຕໍ່ກໍລະນີນີ້.[79]

ວັນທີ່ 8 ຕຸລາ 2014 ເວັບໄຊຕ໌ປະຊາໄທລາຍງານວ່າ ພົນເອກປະຍຸດກ່າວຕອນໜຶ່ງວ່າຈະສົ່ງເສີມໃຫ້ຄົນທັງໂລກກິນເຂົ້າ ກິນເຂົ້າປຸ້ນ ກິນເຂົ້າຈີ່ແລ້ວຈະອ້ວນ[80] ວັນດຽວກັນ ເວັບໄຊຕ໌ລັດຖະບານໄທລາຍງານວ່າ ພົນເອກປະຍຸດວ່າອຸທົກກະໄພໃນພາກໃຕ້ເປັນເລື່ອງປົກກະຕິ ປີໜຶ່ງເກີດສີ່ຄັ້ງ ເກີດຈາກນ້ຳເໜືອໄຫຼຜ່ານພາກກາງລົງສູ່ພາກໃຕ້ ໃນລາຍການຄືນຄວາມສຸກໃຫ້ຄົນໃນຊາດ ວັນທີ່ 10 ຕຸລາ 2557 ເຂົາກ່າວຕອນໜຶ່ງວ່າ ຖ້າຢາກມີລົດໄຟທາງຄູ່ ມີລົດໃໝ່ ມີລົດຄວາມເຣັວສູງເໝືອນຕ່າງປະເທດ ໃຫ້ຫາເງິນມາ.[81]

ວັນທີ່ 16 ທັນວາ 2014 ພົນເອກປະຍຸດໃຫ້ສັມພາດຕອນນຶ່ງວ່າ "ຂ້ອຍເຮັດຫຼາຍກວ່າບັກລັດຖະບານບ້ານັ່ນ [ລັດຖະບານຍິ່ງລັກ] ອີກ ຈະບອກໃຫ້ ແລະຮູ້ຫຼາຍກວ່າທີ່ເຂົາຮູ້ອີກ ຂ້ອຍບໍ່ໂງ່ຂະໜາດນັ້ນດອກ".[82]

ວັນທີ່ 9 ກໍລະກົດ 2015 ພົນເອກປະຍຸດໃຊ້ຄຳວ່າ "ຄອກ" ກັບຊາວອຸຍກູທີ່ຖືກສົ່ງກັບປະເທດຈີນ.[83]

ວັນທີ່ 17 ພະຈິກ 2015 ເມື່ອຖືກຖາມວ່າລັດຖະບານຈະຮັບຜິດຊອບແນວໃດຕໍ່ກໍລະນີອຸທະຍານລາຊະພັກ ເຂົາຕອບວ່າ ເປັນຫຍັງຕ້ອງຮັບຜິດຊອບລັດຖະບານຂະນະນັ້ນ (ລັດຖະບານຍິ່ງລັກ) ເປັນຫຍັງບໍ່ຮັບຜິດຊອບສິ່ງທີ່ເປັນບັນຫາຂອງປະເທດຊາດ[84] ວັນທີ່ 24 ພະຈິກ 2015 ປະຍຸດກ່າວເຖິງກໍລະນີນັກວິຊາການຍື່ນໜັງສືຂໍໃຫ້ຫຍຸດລິດລອນເສລີພາບແລະຫ້າມນັກສຶກສາເຮັດກິດຈະກຳໃນມະຫາວິທະຍາໄລວ່າ ຕອນລັດຖະບານໄປຢູ່ໄສກັນ ແລະ "ດຽວຖ້າໄຜຫາປືນມາຍິງ ໂຍນລະເບີດໃສ່ກໍຕາຍໄປແລ້ວກັນ".[85]

ວັນທີ່ 29 ມີນາ 2015 ພົນເອກປະຍຸດກ່າວວ່າ "ຈະມາບອກວ່າເປັນນາຍົກແລ້ວຕ້ອງຈັ່ງຊັ້ນຈັ່ງຊີ້ ຖ້າພວກເຈົ້າເລືອກຂ້ອຍມາ ເຈົ້າຈະສັ່ງຂ້ອຍແນວໃດຂ້ອຍຈະເຮັດໃຫ້ ແຕ່ນີ້ບໍ່ໄດ້ເລືອກຂ້ອຍຈັກຄົນ".[86]

ວັນທີ່ 12 ເມສາ 2015 ເຂົາກ່າວເລື່ອງການແຕ່ງກາຍຂອງແມ່ຍິງ ໂດຍປຽບວ່າແມ່ຍິງຄືຂະໜົມຫວານທີ່ຕ້ອງຢູ່ໃນຫໍ່ຈຶງນ່າສົນໃຈພໍນ່າກິນຄ່ອຍເປີດເບິ່ງ ຖ້າເປີດໝົດຈະບໍ່ນ່າກິນ.[87]

ວັນທີ່ 9 ພະຈິກ 2015 ເຂົາກ່າວເຖິງໄຟປ່າທີ່ດອຍສຸເທບແລະປ່າພຸຕັ່ງແດງ ໂດຍວ່າເກີດຈາກປະຊາຊົນທີ່ມີລາຍໄດ້ນ້ອຍເຂົ້າໄປໃນປ່າແລະຮູ້ເທົ່າບໍ່ເຖິງການໃຊ້ຄວາມຄິດແບບບູຮານ.[88]

ວັນທີ່ 16 ພຶດສະພາ 2015 ເຂົາກ່າວເຖິງບັນຫາລະເມີດສິດທິມະນຸດສະຍະຊົນຕອນນຶ່ງວ່າ ແລ້ວອອກກັນໝົດຍັງ [ຄົນທີ່ເຮັດຄວາມຜິດຕາມປະກາດແລະຄຳສັ່ງຄະນະຮັກສາຄວາມສະຫງົບແຫ່ງຊາດ] ມີກັກຢູ່ຫຼືບໍ່ ກໍບໍ່ມີ ແລ້ວຢູ່ໄສທີ່ເຫຼືອມີຄວາມຜິດ ກໍເຂົ້າສານກະບວນການຍຸຕິທຳ ແລ້ວກໍປະກັນອອກມາ ມີບ່ອນໃດເຫຼືອຢູ່ ຖາມແດ່ ແລ້ວຕອນໄປກໍອອກມາບໍ່ໄດ້ຊ້ອມບໍ່ໄດ້ອີ່ຫຍັງ ກໍຖ່າຍຮູບໄວ້ໝົດ ເຂົ້າໄປກໍມີໝໍມາກວດຮ່າງກາຍອອກມາກໍມີໝໍມາກວດອີກ ຂ້າພະເຈົ້າເຮັດຂະໜາດນີ້ແລ້ວທ່ານຍັງມາຫາວ່າຂ້າພະເຈົ້າເຮັດນີ້ເຮັດນູ້ນໄດ້ແນວໃດ ໄປເປັນປາກເປັນສຽງໃຫ້ກັບຄົນມັກເຮັດຄວາມຜິດໄດ້ແນວໃດ[89]

ການຂາຍທີ່ດິນ[ດັດແກ້]

ວັນທີ່ 9 ພຶດສະພາ 2013 ພົນເອກປະຍຸດຂາຍທີ່ດິນ 9 ແປງໃຫ້ບໍລິສັດ 69 ພັອບເພີຕີ້ ຈຳກັດ ເປັນເງິນ 600 ລ້ານບາດ ເຊິ່ງສຳນັກຂ່າວອິສະລາລາຍງານວ່າ ບໍລິສັດດັງກ່າວຕັ້ງຂຶ້ນເມື່ອວັນທີ່ 2 ພຶດສະພາ 2013 ນຶ່ງສັບດາກ່ອນການຂາຍ ມີບໍລິສັດ ຊົງວຸດ ບິສຊີເນສ ຈຳກັດ ເປັນຜູ້ຖືຫຸ້ນໃຫຍ່ ເມື່ອວັນທີ່ 16 ພຶດສະພາ ວິນເທກ ໂປຟິດ ຄອມປະນີ ລິມິເຕັດ ໄທຣເດ້ນທ໌ ທຣັສ ລິມິເຕັດ ໄທຣເດ້ນທ໌ ແຊມເບີໄດ້ຮັບໂອນຫຸ້ນຈາກບໍລິສັດ ຊົງວຸດ ບິສຊີເນສ ຈຳກັດ ເຊິ່ງທີ່ຕັ້ງບໍລິສັດນັ້ນເປັນຕູ້ໄປສະນີແຫ່ງນຶ່ງໃນໝູ່ເກາະບຣິຕິຊເວີຈິນ ຕໍ່ມາມີການເພີ່ມທຸນແລະຈົດທະບຽນປ່ຽນແປງທີ່ຕັ້ງ ມີກຳມະການເປັນກຳມະການບໍລິສັດໃນເຄືອທີຊີຊີແລນຂອງຈະເລີນ ສິຣິວັດທະນະພັກດີ.[90]

ຜົນງານເພງ[ດັດແກ້]

  • ຄ.ສ. 2014 ໄດ້ແຕ່ງເພງ ຄືນຄວາມສຸກໃຫ້ປະເທດໄທ ເພື່ອສື່ຄວາມໝາຍຈາກໃຈທີ່ຕ້ອງການຄືນຄວາມສຸກໃຫ້ປະຊາຊົນ ໂດຍມອບໃຫ້ວິຊຽນ ຕັນຕິພິມົນພັນ ນັກແຕ່ງເພງປະກອບລະຄອນຊື່ດັງເປັນຜູ້ຮຽບຮຽງເນື້ອຮ້ອງປະກອບທຳນອງແລະຂັບຮ້ອງໂດຍກອງດຸລິຍາງທະຫານບົກ ໄດ້ເຜີຍແພ່ເປັນຄັ້ງທຳອິດໃນລາຍການໃຕ້ຮົ່ມທົງໄທທາງສະຖານີວິທະຍຸກະຈາຍສຽງກອງທັບບົກ ເມື່ອວັນທີ່ 6 ມິຖຸນາ 2014 ຄວາມຍາວ 4 ນາທີ.[91]

ຄ.ສ. 2015 ໄດ້ແຕ່ງເພງ ເພາະເທີຄື...ປະເທດໄທ ເປັນຂອງຂວັນໃນເທດສະການວັນຂຶ້ນປີໃໝ່ ຄ.ສ. 2016[92] ໂດຍມອບໃຫ້ວິຊຽນ ຕັນຕິພິມົນພັນ ນັກແຕ່ງເພງປະກອບລະຄອນຊື່ດັງ ເປັນຜູ້ຮຽບຮຽງເນື້ອຮ້ອງ ທຳນອງແລະຮຽບຮຽງມີ ພັນຕີ ສຸລະໄຊ ຖະຫວິນໄພ ຂັບຮ້ອງໂດຍ ຈ່າສິບເອກ ພົງສະທອນ ພໍຈິດ ເຊິ່ງເປັນຜູ້ຂັບຮ້ອງເພງຄືນຄວາມສຸກໃຫ້ປະເທດໄທ ມາຂັບຮ້ອງເພງນີ້ ໄດ້ເຜີຍແພ່ເປັນຄັ້ງທຳອິດໃຫ້ສື່ມວນຊົນຟັງລະຫວ່າງລໍການຖະແຫຼງຂ່າວຂອງນາຍົກລັດຖະມົນຕີເມື່ອວັນທີ່ 22 ທັນວາ 2015 ຄວາມຍາວ 4 ນາທີ.[93]

ເຄື່ອງລາດອິສະລິຍາພອນ[ດັດແກ້]

ເຄື່ອງລາດອິສະລິຍາພອນໄທ[ດັດແກ້]

ເຄື່ອງລາດອິສະລິຍາພອນແລະເຄື່ອງລາດອິສະລິຍາພອນຕ່າງປະເທດ[ດັດແກ້]

ເບື່ງຕື່ມ[ດັດແກ້]

ແຫຼ່ງຂ້ໍມູນອື່ນ[ດັດແກ້]

  1. http://www.ratchakitcha.soc.go.th/DATA/PDF/2559/E/061/27.PDF
  2. บิ๊กตู่สละเก้าอี้ปธ.อาร์มี่ ส่งต่อตำแหน่งให้ผบ.ทบ. คนใหม่
  3. "Q+A: Are Thailand's "red shirts" regrouping?", November 19, 2013. ຮຽກຂໍ້ມູນວັນທີ May 2, 2014 Archived 2014-05-02 at the Wayback Machine
  4. "Gen Prayuth takes command", October 1, 2010. ຮຽກຂໍ້ມູນວັນທີ May 2, 2014
  5. "No coup, Prayuth tells Yingluck", May 27, 2013
  6. "Prayuth says army neutral", November 30, 2013
  7. "'ประยุทธ์-เหล่าทัพ'แถลง'ควบคุมอำนาจรัฐ'" (in Thai). Komchadluek. May 22, 2014. Archived from the original on ພຶດສະພາ 22, 2014. Retrieved May 22, 2014. {{cite web}}: Unknown parameter |deadurl= ignored (|url-status= suggested) (help); Unknown parameter |trans_title= ignored (|trans-title= suggested) (help)CS1 maint: unrecognized language (link)
  8. Cite error: Invalid <ref> tag; no text was provided for refs named Suthep
  9. "Military dominates new Thailand legislature". BBC. 2014-08-01. Retrieved 2014-08-03.
  10. "Thailand's Junta Chief Chosen as Prime Minister", 'Thailand News.Net', 21 August 2014. ຮຽກຂໍ້ມູນວັນທີ 21 August 2014
  11. "Archive copy" (PDF). Archived from the original (PDF) on 2016-10-22. Retrieved 2016-11-11.{{cite web}}: CS1 maint: archived copy as title (link)
  12. "ประวัติการเรียน พล.อ.ประยุทธ์ จันทร์โอชา นายกรัฐมนตรีคนที่ 29". เอ็มไทย. Archived from the original on 2014-08-25. Retrieved 31 สิงหาคม 2557. {{cite web}}: Check date values in: |accessdate= (help)
  13. 13.0 13.1 มนตรี (2512). "เรียนดี". ชัยพฤกษ์, หน้า 37
  14. ยลลีลานักดนตรีสาวพังก์สุดเท่ “พลอย-เพลิน” ลูกสาวแฝดของ “บิ๊กตู่” Archived 2014-12-30 at the Wayback Machine เว็บไซต์ผู้จัดการออนไลน์
  15. ฝีมือเยี่ยม-พลอย-เพลิน-ลูกสาวฝาแฝด-พล-อ-ประยุทธ์-เคยเป็น-นักดนตรี-วง-badz-ในเครือ-rs-เลยทีเดียว เว็บไซต์ ข่าวไทย อัปเดต
  16. http://www.bangkokbiznews.com/news/detail/589428
  17. http://headshot.tnews.co.th/contents/208605/
  18. http://www.bangkokbiznews.com/news/detail/722881
  19. "Archive copy". Archived from the original on 2017-05-08. Retrieved 2016-11-11.{{cite web}}: CS1 maint: archived copy as title (link)
  20. โปรดเกล้าฯ พล.อ. ประยุทธ์ เป็น ผบ.ทบ.
  21. ไทยเตรียมทีม15คนสู้ศาลโลก : ข่าวสดออนไลน์
  22. http://www.thairath.co.th/content/344543
  23. Profile: Thai General Prayuth Chan-ocha
  24. 10ข่าวเด่น'บิ๊กตู่'ทุบโต๊ะรัฐประหาร
  25. ประกาศคณะรักษาความสงบแห่งชาติ ฉบับที่ ๑๐/๒๕๕๗ เรื่อง ให้อำนาจหน้าที่ของนายกรัฐมนตรี เป็นอำนาจหน้าที่ของหัวหน้าคณะรักษาความสงบแห่งชาติ
  26. "'บิ๊กตู่ Big Ass' สำรวจเก้าอี้ที่ พล.อ.ประยุทธ์ ดำรงตำแหน่งอยู่". Prachatai. 2014-08-23. Retrieved 2014-08-25.
  27. http://ilab.dopa.go.th/sid/downloaddetail.html?t=2&id=541[dead link]
  28. http://www.ratchakitcha.soc.go.th/DATA/PDF/2558/E/131/1.PDF
  29. http://www.ratchakitcha.soc.go.th/DATA/PDF/2559/E/043/1.PDF
  30. http://www.thaigov.go.th/index.php/th/government-th1/item/100812-100812
  31. http://www.ratchakitcha.soc.go.th/DATA/PDF/2559/E/145/1.PDF
  32. http://www.ratchakitcha.soc.go.th/DATA/PDF/2559/E/225/8.PDF
  33. "Archive copy" (PDF). Archived from the original (PDF) on 2018-10-24. Retrieved 2016-11-11.{{cite web}}: CS1 maint: archived copy as title (link)
  34. http://www.ratchakitcha.soc.go.th/DATA/PDF/2558/A/021/30.PDF
  35. http://www.ratchakitcha.soc.go.th/DATA/PDF/2558/A/034/27.PDF
  36. http://www.ratchakitcha.soc.go.th/DATA/PDF/2558/A/127/5.PDF
  37. http://www.ratchakitcha.soc.go.th/DATA/PDF/2559/A/030/1.PDF
  38. http://www.ratchakitcha.soc.go.th/DATA/PDF/2559/A/085/1.PDF
  39. ประยุทธ์ปัดถกลับสุเทพธรรมนูญชั่วคราวเสร็จแล้ว-ลต.ปี58, sanook news, 30 มิถุนายน 2557
  40. ตามคาดสนช.โหวต 'ประยุทธ์' นั่งนายกฯ คนที่ 29จาก ไทยรัฐ สืบค้นวันที่ 21 สิงหาคม 2557
  41. วิปสนช.แจงเกณฑ์เลือกนายกฯ ต้องได้เสียงโหวต 99 คะแนน ขึ้นไป
  42. โปรดเกล้าฯแต่งตั้ง ประยุทธ์ เป็นนายกรัฐมนตรีแล้ว
  43. พระบรมราชโองการประกาศแต่งตั้งพลเอก ประยุทธ์ จันทร์โอชา เป็นนายกรัฐมนตรี ใน ราชกิจจานุเบกษา
  44. Prayuth receives royal command at army HQ
  45. ชิงดำ ผบ.ทบ. อำนาจบิ๊กตู่กระเพื่อม[dead link]
  46. Army’s secret little war
  47. “ประยุทธ์” ปฏิบัติหน้าที่นายกรัฐมนตรี วันแรก อนุมัติงบประมาณกว่า 1 แสนล้านบาท แก้ปัญหายางพารา สร้างบ้านคนจน จ่ายเงินอุดหนุนท้องถิ่น ฟื้นฟูมาบตาพุด แก้ปัญหาขยะ ปลดหนี้นอกระบบ
  48. ""นายกฯ"ยัน"ห้ามพูดเรื่องปชต.-วิจารณ์รัฐ", โพสต์ทูเดย์, 2014-09-19. ຮຽກຂໍ້ມູນວັນທີ 2014-09-27 Archived 2018-12-26 at the Wayback Machine
  49. ""นายกฯประยุทธ์"ไฟเขียวตัดทิ้งกฎเหล็กคุมผลประโยชน์ทับซ้อน"ผู้ช่วยรมต."", สำนักข่าวอิศรา, 2014-09-26. ຮຽກຂໍ້ມູນວັນທີ 2014-09-27
  50. Pavin Chachavalpongpun. "Thai Junta Beset By Corruption Scandals", The Diplomat, 2014-10-12. ຮຽກຂໍ້ມູນວັນທີ 2014-10-12
  51. http://thaipublica.org/2015/10/nacc-29/
  52. ""นายกฯ"ยัน"ห้ามพูดเรื่องปชต.-วิจารณ์รัฐ", Post Today, 2014-09-19. ຮຽກຂໍ້ມູນວັນທີ 2014-09-19 (in Thai) Archived 2018-12-26 at the Wayback Machine
  53. "Leader of Thai junta hints at delay in return to elections", Reuters, 2014-10-15. ຮຽກຂໍ້ມູນວັນທີ 2014-10-19
  54. "Fury as Thai coup leader joins club of world leaders", AFP, 2014-10-16. ຮຽກຂໍ້ມູນວັນທີ 2014-10-19[dead link]
  55. "Thailand beach murders: British police head to Koh Tao to join investigation after junta leader drops objections", The Independent, 2014-10-18. ຮຽກຂໍ້ມູນວັນທີ 2014-10-19
  56. "เคาะราคาจำนำยุ้งฉาง 90%", ไทยรัฐ, 2014-10-25. ຮຽກຂໍ້ມູນວັນທີ 2014-10-26
  57. "เปิดทรัพย์สิน'ประยุทธ์'มี128ล้าน", กรุงเทพธุรกิจ, 2014-10-31. ຮຽກຂໍ້ມູນວັນທີ 2014-11-01[dead link]
  58. ""บิ๊กตู่"สั่งลดสอนเสรีภาพเน้นตระหนักหน้าที่สร้างชาติ", โพสต์ทูเดย์, 2014-10-31. ຮຽກຂໍ້ມູນວັນທີ 2014-11-01
  59. "คณะทำงานสื่อฯ ร้อง"บิ๊กตู่" แสดงท่าทีกรณีเสรีภาพสื่อ จี้เลิกประกาศคสช.คุมสื่อ!", มติชน, 2014-11-17. ຮຽກຂໍ້ມູນວັນທີ 2014-11-20
  60. ""นายกฯ"วอนสื่อหยุดวิจารณ์การทำงานคสช.-รัฐบาล ย้ำสื่อใช้เสรีภาพได้ตามปกติ", มติชน, 2014-11-17. ຮຽກຂໍ້ມູນວັນທີ 2014-11-20
  61. "Five Thai students held for 'Hunger Games' salute at PM", BBC, 2014-11-17. ຮຽກຂໍ້ມູນວັນທີ 2015-11-20 (in English)
  62. "ทหาร-ตร.พรึบ! คุมเข้มนายกฯ ลงพื้นที่โคราช ปชช.ต้องติดสติ๊กเกอร์-สื่อต้องแลกบัตร (คลิป)", มติชน, 2015-02-02. ຮຽກຂໍ້ມູນວັນທີ 2015-02-09
  63. "In latest outburst, Thailand's Prayuth reminds reporters of his powers", The Straits Times, 2015-02-19. ຮຽກຂໍ້ມູນວັນທີ 25 Mar 2015
  64. "Thai PM Prayuth warns media, says has power to execute reporters", 2015-03-25. ຮຽກຂໍ້ມູນວັນທີ 25 Mar 2015
  65. "Thai military leader threatens to execute journalists". International Federation of Journalists (IFJ). 2015-03-26. Retrieved 29 Mar 2015.
  66. "Bangkok's Big Brother is watching you", The Guardian, 2015-03-22. ຮຽກຂໍ້ມູນວັນທີ 22 Mar 2015
  67. "Prayut pledges to lead country to high income economy", 2015-03-23. ຮຽກຂໍ້ມູນວັນທີ 24 Mar 2015 Archived 2018-12-09 at the Wayback Machine
  68. "Thai Junta Warns Media Against Reporting on Human Trafficking", 2015-03-25. ຮຽກຂໍ້ມູນວັນທີ 2015-04-02
  69. "Media Must Do More Than Report Facts, Says Prayuth", 2015-03-05. ຮຽກຂໍ້ມູນວັນທີ 2015-04-02
  70. เลิกกฎอัยการศึก ทูลแล้ว เดินหน้ามาตรา44 เผยอียูเป็นห่วง บิ๊กตู่สปีกอิงลิช ชี้แจงสื่อออสซี่, ข่าวสด, 1 เมษายน 2558, สืบค้นวันที่ 2 เมษายน 2558
  71. ประกาศเลิกใช้กฎอัยการศึก ลงวันที่ 1 เมษายน 2558, ราชกิจจานุเบกษา, สืบค้นวันที่ 2 เมษายน 2558
  72. คำสั่งหัวหน้าคณะรักษาความสงบแห่งชาติ ที่ 3/2558, ราชกิจจานุเบกษา, สืบค้นวันที่ 2 เมษายน 2558
  73. "Archive copy" (PDF). Archived from the original (PDF) on 2015-09-05. Retrieved 2016-11-11.{{cite web}}: CS1 maint: archived copy as title (link)
  74. "'บิ๊กตู่' ลั่นกลางเวทีแม่น้ำ5สาย ถ้าบ้านเมืองไม่สงบก็ต้องปิดประเทศ", 28 ต.ค. 2558. ຮຽກຂໍ້ມູນວັນທີ 1 พ.ย. 2558
  75. "คำสั่งหัวหน้าคณะรักษาความสงบแห่งชาติที่ ๓๙/๒๕๕๘ เรื่อง การคุ้มครองการบริหารจัดการข้าวคงเหลือในการดูแลรักษาของรัฐและการดำเนินการต่อผู้ต้องรับผิด" (PDF). Archived from the original (PDF) on 2016-07-18. Retrieved 2016-11-11.
  76. http://www.ratchakitcha.soc.go.th/DATA/PDF/2559/A/034/1.PDF
  77. Pavin Chachavalpongpun (2014-09-08). "Wisdom of General Prayuth". New Mandala. Archived from the original on 2014-09-10. Retrieved 2014-09-10.
  78. DNA samples taken from murdered Britons on Thai beach 'don't match ANY of the arrested suspects, including British brothers who had been questioned', claims local media
  79. “พล.อ.ประยุทธ์” ขอโทษพูดแรงฝรั่งใส่บิกินี่ Archived 2017-05-09 at the Wayback Machine, mthai news, 18 กันยายน 2557
  80. พล.อ.ประยุทธ์ อยากให้คนทั้งโลกกินข้าว-เพื่อให้ชาวนาขายข้าวได้
  81. เตรียมจัดตั้งค่ายเยาวชน 354 อำเภอ ผลักดัน 12 ค่านิยม-ปฏิรูปประเทศ
  82. นายกฯปัดข่าวยกเลิกพันธบัตรรัฐบาล
  83. จะเลี้ยงให้มีลูก3ครอกหรือไง! "บิ๊กตู่"ชี้"อุยกูร์"ไม่เกี่ยวไทย ถ้าแรงขึ้นอาจปิดสถานทูต
  84. ""บิ๊กตู่"กร้าว ทำไมรบ.นี้ต้องรับผิดชอบปม"อุทยานราชภักดิ์" รบ.ก่อนไม่เห็นรับปัญหาปท". มติชน. 2015-11-17. Retrieved 2015-11-18.
  85. ""บิ๊กตู่" ยัวะ 323 นักวิชาการ หลุด ระวังคนมายิง โยนระเบิดใส่ตาย". มติชน. 2015-11-24. Retrieved 2015-11-24.
  86. "'บิ๊กตู่'พอใจร่างรธน.บางส่วน ยันให้เกียรติกรธ". เดลินิวส์. 2016-03-29. Retrieved 2016-03-30.
  87. "'บิ๊กตู่' แนะผู้หญิงแต่งตัวเหมือนทอฟฟี่ เปิดห่อจะไม่น่ากิน ต้องอยู่ในห่อมิดชิด". มติชน. 2016-04-12. Retrieved 2016-04-15.
  88. ""บิ๊กตู่" ชี้ไฟป่าต้องแก้ต้นเหตุคนจนหยุดเผาป่า "กอบกาญจน์" ยันไม่กระทบท่องเที่ยว". ผู้จัดการ. 2016-05-09. Retrieved 2016-05-09.
  89. http://www.prachatai.com/journal/2016/05/65818
  90. "บริษัทรับซื้อที่ดินพ่อ"ประยุทธ์"600 ล."หุ้นใหญ่"ตั้งบนเกาะบริติชเวอร์จิน". สำนักข่าวอิศรา. 2014-11-02. Retrieved 2014-11-07.
  91. 'ประยุทธ์'ใช้เวลา 1 ชม.แต่งเพลง'คืนความสุข'สื่อให้คนรักกัน : ไทยรัฐออนไลน์
  92. บิ๊กตู่ ตวัดปากกา แต่งเพลง 'เพราะเธอคือประเทศไทย' เป็นของขวัญปีใหม่ : ไทยรัฐออนไลน์
  93. "'บิ๊กตู่'ปล่อยเพลง'เพราะเธอคือประเทศไทย' : คมชัดลึก". Archived from the original on 2016-01-26. Retrieved 2016-11-12.
  94. ราชกิจจานุเบกษาประกาศสำนักนายกรัฐมนตรี เรื่อง พระราชทานเครื่องราชอิสริยาภรณ์อันเป็นที่เชิดชูยิ่งช้างเผือกและเครื่องราชอิสริยาภรณ์อันมีเกียรติยศยิ่งมงกุฎไทย Archived 2011-01-24 at the Wayback Machine ประจำปี 2553
  95. ราชกิจจานุเบกษา, ประกาศสำนักนายกรัฐมนตรี เรื่อง พระราชทานเครื่องราชอิสริยาภรณ์จุลจอมเกล้า ในวโรกาสพระราชพิธีฉัตรมงคล 5 พฤษภาคม 2542 เล่ม 116 ตอนที่ 8 ข, 4 พฤษภาคม 2542, หน้า 3.
  96. ประกาศสำนักนายกรัฐมนตรี เรื่อง พระราชทานเครื่องราชอิสริยาภรณ์อันมีศักดิ์รามาธิบดีเล่ม ๑๐๗ ตอน ๕๕ ง ๕ เมษายน พ.ศ. ๒๕๓๓ หน้า ๒๖๕๙
  97. ประกาศสำนักนายกรัฐมนตรี เรื่อง พระราชทานพระบรมราชานุญาตให้ประดับเครื่องอิสริยาภรณ์ต่างประเทศ (พลเอก ประยุทธ์ จันทร์โอชา ได้รับมอบจากรัฐบาลสาธารณรัฐสิงคโปร์)
  98. ประกาศสำนักนายกรัฐมนตรี เรื่อง พระราชทานพระบรมราชานุญาตให้ประดับเครื่องอิสริยาภรณ์ต่างประเทศ (พลเอก ประยุทธ์ จันทร์โอชา ได้รับมอบจากรัฐบาลสาธารณรัฐอินโดนีเซีย)
  99. ประกาศสำนักนายกรัฐมนตรี เรื่อง พระราชทานพระบรมราชานุญาตให้ประดับเครื่องอิสริยาภรณ์ต่างประเทศ เล่ม ๑๓๐ ตอนที่ ๒๔ ข ราชกิจจานุเบกษา ๒๘ ตุลาคม ๒๕๕๖
Commons:Category
Commons:Category
Commons ມີພາບກ່ຽວກັບ:
ປະຍຸດ ຈັນໂອຊາ
ກ່ອນໜ້າ ປະຍຸດ ຈັນໂອຊາ ຖັດໄປ
ຍິ່ງລັກ ຊິນນະວັດ ນາຍົກລັດຖະມົນຕີໄທ ຄົນທີ 29
(ຄ.ສ. 2014 – 2023)
ເສດຖາ ທະວີສິນ
ນິວັດທຳຣົງ ບຸນຊົງໄພສານ ຮັກສາການນາຍົກລັດຖະມົນຕີໄທ
(ຄ.ສ. 2014)
ຕົວເອງ
(ໃນຖານະ ນາຍົກລັດຖະມົນຕີ)
ສ້າງຕັ້ງຄະນະ ຫົວໜ້າຄະນະຮັກສາຄວາມສະຫງົບແຫ່ງຊາດ
(ຄ.ສ. 2014 – 2019)
ຍຸບຄະນະ
ປະວິດ ວົງສຸວັນ ລັດຖະມົນຕີວ່າການກະຊວງກະລາໂໝ ຄົນທີ 41
(ຄ.ສ. 2019 – 2023)
ສຸທິນ ຄັງແສງ
ອະນຸພົງ ເຜົ່າຈິນດາ ຜູ້ບັນຊາການທະຫານບົກ ຄົນທີ 37
(ຄ.ສ. 2010 – 2014)
ອຸດົນເດດ ສີຕະບຸດ
ອະນຸພົງ ເຜົ່າຈິນດາ ແມ່ທັບພາກທຳອິດ ຄົນທີ 43
(ຄ.ສ. 2006 – 2008)
ຄະນິດ ສາພິທັກ
ລີ ຊຽນລຸງ ປະທານອາຊຽນ
(ຄ.ສ. 2019)
ຫງວຽນຊວນຟຸກ
ຈາຊິນດາ ອາຣ໌ເດີຣ໌ນ ປະທານເອເປກ
(ຄ.ສ. 2022)
ໂຈ ໄບເດັນ