ທະນາຄານພັດທະນາອາຊີ

ຈາກ ວິກິພີເດຍ
ທະນາຄານພັດທະນາອາຊີ

ທະນາຄານພັດທະນາອາຊີ(ພາສາອັງກິດ: ADB ຫຼື Asian Development Bank)ແມ່ນ ສະຖາບັນການເງິນສາກົນ ຖືກສ້າງຕັ້ງຂຶ້ນ ເພື່ອ ສົ່ງເສີມການຮ່ວມມືທາງດ້ານເສດຖະກິດ ແລະ ປະກອບສ່ວນໃນການພັດທະນາ ເສດຖະກິດ ບັນດາປະເທດພວມພັດທະນາ ຢູ່ ຂົງເຂດອາຊີປາຊີຟິກ. ສູນກາງໃຫຍ່ ຕັ້ງຢູ່ ມະນີລາ ນະຄອນຫຼວງ ຂອງ ປະເທດຟິລິບປິນ ແລະ ສ້າງຕັ້ງຂຶ້ນ ໂດຍ ການສະເໜີ ຂອງ ESCAP ໃນປີ 1996. ປະຈຸບັນ 87 ປະເທດ ແລະ ຂົງເຂດ ໄດ້ເຂົ້າເປັນສະມາຊິກ.​ ປະເທດອອກທຶນຫຼາຍທີ່ສຸດ ແມ່ນ ຍິ່ປ່ນ ແລະ ອາເມລິກາ (ປະມານ ປະເທດລະ 15.7%).

ບັນດາຜູ້ວ່າການທະນາຄານແຕ່ອະດີດມາຮອດປະຈຸບັນ[ດັດແກ້]

  1. ທ່ານ ວະຕະນະເບະ ທະເກະຊິ ພະຈິກ 1966 - ພະຈິກ 1972
  2. ທ່ານ ອິໂນະອຶເອະ ຊິໂຣະ ພະຈິກ 1972 - ພະຈິກ 1976
  3. ທ່ານ ທະໂຣະອິຈິ ໂຢະຊິດະ ພະຈິກ 1976 - ພະຈິກ 1981
  4. ທ່ານ ມະຊະໂອະ ຟຸຈິໂອະກະ ພະຈິກ 1981 - ພະຈິກ 1989
  5. ທ່ານ ຄິມິມະຊະ ທະຣຶມິຊຶ ພະຈິກ 1989 - ພະຈິກ 1993
  6. ທ່ານ ຊະໂຕະ ມິຊຶໂອະ ພະຈິກ 1993 - ມັງກອນ 1999
  7. ທ່ານ ຈິໂນະ ທະດະໂອະ ມັງກອນ 1999年 - ກຸມພາ 2005
  8. ທ່ານ ຄຶໂຣະດະ ຮະຮຶຮິໂກະ ກຸມພາ 2005 -

ໜ້າວຽກຫຼັກ[ດັດແກ້]

  1. ປ່ອຍກູ້, ຈັດຊື້ຫຸ້ນສ່ວນ ຂອງ ປະເທດສະມາຊິກພວມພັດທະນາ
  2. ໃຫ້ການຊ່ອຍເຫຼືອ ທາງດ້ານເຕັກນິກ ແລະ ຄຳປຶກສາ ຕໍ່ ການກະກຽມ ແລະ ຈັດຕັ້ງປະຕິບັດ ໂຄງການພັດທະນາ
  3. ສົ່ງເສີມການຊ່ອຍເຫຼືອ ຕໍ່ທັງ ພາກລັດ ແລະ ເອກະຊົນ ໃນການພັດທະນາ
  4. ຊ່ອຍເຫຼືອປະສານນະໂຍບາຍການພັດທະນາ ຂອງ ບັນດາປະເທດສະມາຊິກ

ປະເທດສະມາຊິກ[ດັດແກ້]

ປະເທດສະມາຊິກ ເພີ່ມ ຈາກ 31 ປະເທດ ແລະ ຂົງເຂດ ໃນ ປີ 1966 ມາເປັນ 67 ປະເທດ ແລະ ຂົງເຂດ ໃນ ປະຈຸບັນ.

ສະມາຊິກໃນພາກພື້ນ(ອາຊີປາຊິຟິກ)[ດັດແກ້]

ສະມາຊິກນອກພາກພື້ນ(ເອີຣົບອາເມລິກາເໜືອ)[ດັດແກ້]

ບົດຄວາມກ່ຽວຂ້ອງ[ດັດແກ້]

References[ດັດແກ້]

  1. ຈາກ ປີ 1997, ເປັນ "ຈີນຮົງກົງ".
  2. ປ່ຽນເປັນ "ຈີນໄຕ້ຫວັນ" ໃນ ປີ 1996.

ລິງຄ໌ພາຍນອກ[ດັດແກ້]

Commons:Category
Commons:Category