ດີມອສ (ດາວບໍລິວານ)

ຈາກ ວິກິພີເດຍ
"Mars II" redirects here. For other uses, see Mars II (disambiguation)

ແມ່ແບບ:Infobox planet

ດີມອສ (Deimos) (ການຕັ້ງຊື່ຕາມລະບົບ: Mars II)[1] ເປັນດາວບໍລິວານທີ່ນ້ອຍສຸດ ແລະ ຢູ່ຫ່າງຈາກດາວອັງຄານທີ່ສຸດໃນຈຳນວນດາວບໍລິວານຕາມທຳມະຊາດສອງດວງຂອງດາວອັງຄານ ເຊິ່ງມີເສັ້ນລັດສະໝີ 6.2 ກິໂລແມັດ (3.9 ໄມລ໌),[2] ສ່ວນອີກດວງໜຶ່ງແມ່ນໂຟບອສ (Phobos). ດີມອສໃຊ້ເວລາ 30.3  ຊົ່ວໂມງ[2] ໃນການໂຄຈອນອ້ອມດາວອັງຄານ. ຊື່ ດີມອສ (Deimos) ອອກສຽງວ່າ /ˈdməs/ dy-məs, ຫຼືບາງຄັ້ງອອກສຽງວ່າ /ˈdməs/ dee-məs ເຊິ່ງກົງກັບຄຳວ່າ [Δείμος] Error: {{Lang}}: text has italic markup (help) ໃນພາສາເກຣັກ. ຕາມຕຳນານເທບເກຣັກ, ດີມອສ ເປັນຝາແຝດຄູ່ກັບ ໂຟບອສ (Phobos) ແລະ ເປັນຕົວແທນຂອງຄວາມຫວາດກົວ.

ການຄົ້ນພົບ[ດັດແກ້]

Deimos (ຍານ ໄວກິງ 2 (Viking 2), 5 ຕຸລາ 1977).[3]

ດີມອສຖືກຄົ້ນພົບໂດຍ ອາຊາຟ ຮໍ (Asaph Hall) ທີ 3 ທີ່ ຫໍສັງເກດການທາງເຮືອຂອງສະຫະລັດອາເມລິກາ (United States Naval Observatory) ໃນ ວໍຊິງຕັນ ດີຊີ ເມື່ອວັນທີ 12 ສິງຫາ 1877 ເວລາ 07:48 ໂມງ UTC (ເຊິ່ງກົງກັບວັນທີ "11 ສິງຫາ ເວລາ 14:40 ໂມງ" ເວລາກາງວໍຊິງຕັນ).[4][5][6][7] ຮໍ ຍັງໄດ້ຄົ້ນພົບໂຟບອສອີກ ໃນວັນທີ 18 ສິງຫາ 1877 ເວລາປະມານ 09:14 GMT, ຫຼັງຈາກການຄົ້ນຫາດາວບໍລິວານຂອງດາວອັງຄານຢ່າງຮອບຄອບແລ້ວ.

ດາວບໍລິວານນີ້ຖືກຕັ້ງຊື່ຕາມ ດີມອສ (Deimos), ເຊິ່ງເປັນຕົວແທນຂອງຄວາມຢ້ານກົວ ໃນຕຳນານເທບເກຣັກ.[1] ໃນເບື້ອງຕົ້ນ, ຊື່ດັ່ງກ່າວໄດ້ຖືກສະກົດວ່າ Phobus ແລະ Deimus, ເຊິ່ງເປັນການແນະນຳຂອງ ເຮນຣີ ຈອດຈ໌ ມາດານ (Henry George Madan) (1838–1901),[1] ວິທະຍາສາດມະຫາບັນດິດຈາກ ວິທະຍາໄລເອຕັນ (Eton College), ໂດຍອີງໃສ່ບົດປະພັນຈາກປຶ້ມ Book XV ຂອງ ອີລີອາດ (Iliad) ເຊິ່ງ ອາຣີສ (Ares) (ເທບໂຣມັນ ມາຣ໌ສ (Mars)) ເປັນໃຫ້ກຳເນີດຄວາມຫວາດກົວ (ດີມອສ) ແລະ ຄວາມຢ້ານກົວ (ໂຟບອສ).[8]

ອ້າງອີງ[ດັດແກ້]

  1. 1.0 1.1 1.2 Blunck, Jürgen (2009). "The Satellites of Mars; Discovering and Naming the Satellites". Solar System Moons: Discovery and Mythology. Springer. p. 5. ISBN 978-3-540-68852-5.
  2. 2.0 2.1 Cite error: Invalid <ref> tag; no text was provided for refs named Horizons
  3. "Deimos – Viking 2 Orbiter". NASA NSSDC. Retrieved 12 July 2009.
  4. Hall, A.; Observations of the Satellites of Mars, Astronomische Nachrichten, Vol. 91, No. 2161 (17 October 1877, signed 21 September 1877) pp. 11/12–13/14
  5. Morley, T. A.; A Catalogue of Ground-Based Astrometric Observations of the Martian Satellites, 1877–1982, Astronomy and Astrophysics Supplement Series (ISSN 0365-0138), Vol. 77, No. 2 (February 1989), pp. 209–226 (Table II, p. 220: first observation of Deimos on 1877-08-12.32526)
  6. Notes: The Satellites of Mars, The Observatory, Vol. 1, No. 6 (20 September 1877), pp. 181–185
  7. The Discovery of the Satellites of Mars, Monthly Notices of the Royal Astronomical Society, Vol. 38, No. 4, (8 February 1878), pp. 205–209
  8. Hall, A.; Names of the Satellites of Mars, Astronomische Nachrichten, Vol. 92, No. 2187 (14 March 1878, signed 7 February 1878), p. 47/48

ເຊື່ອມຕໍ່ພາຍນອກ[ດັດແກ້]

Commons:Category
Commons:Category
Commons ມີພາບກ່ຽວກັບ:
ດີມອສ (ດາວບໍລິວານ)

ແມ່ແບບ:ດາວອັງຄານ ແມ່ແບບ:ດາວບໍລິວານໃນລະບົບສຸລິຍະ (ແບບຫຍໍ້) ແມ່ແບບ:ລະບົບສຸລິຍະ

ແມ່ແບບ:Portal bar


ໝວດໝູ່:ດາວບໍລິວານຂອງດາວອັງຄານ 18770812