ຈັງຫວັດພິສະນຸໂລກ
|
ຈັງຫວັດພິດສະນຸໂລກ (ໄທ: จังหวัดพิษณุโลก) ແມ່ນຈັງຫວັດໜຶ່ງຂອງປະເທດໄທ. ມີຂະໜາດໃຫຍ່ຕັ້ງຢູ່ໃນເຂດພາກເໜືອຕອນລຸ່ມມີປະຫວັດສາດອັນຍາວນານຄວບຄູ່ກັບປະເທດໄທ ໂດຍມີຊື່ເອີ້ນຕ່າງໆ ກັນໃນສິລາຈາລຶກ ຕຳນານ ນິທານ ແລະພົງສາວະດານ ເຊັ່ນ ສອງແຄວ ແລະ ສອງແຄວທະວິສາຂະ.
ເດີມເມືອງພິດສະນຸໂລກແມ່ນເມືອງເກົ່າສະໄໝຂອມ ຢູ່ຫ່າງຈາກທີ່ຕັ້ງເມືອງປັດຈຸບັນລົງໄປທາງທິດໃຕ້ປະມານ 5 ກິໂລແມັດ ເອີ້ນວ່າ "ເມືອງສອງແຄວ". ທີ່ເອີ້ນເຊັ່ນນີ້ ຍ້ອນຕັ້ງຢູ່ລະຫວ່າງແມ່ນ້ຳສອງສາຍ ແມ່ນ ແມ່ນ້ຳນ່ານ ກັບແມ່ນ້ຳແຄວນ້ອຍ ແຕ່ປັດຈຸບັນແມ່ນ້ຳແຄວນ້ອຍປ່ຽນທາງຍ່າງອອກຫ່າງຈາກໂຕເມືອງໄປປະມານ 10 ກິໂລແມັດ.
ບ່ອນຕັ້ງໂຕເມືອງເກົ່າໃນປັດຈຸບັນແມ່ນ ບໍລິເວນວັດຈຸລາມະນີ ເຊິ່ງເປັນວັດເກົ່າແກ່ຂອງພິດສະນຸໂລກ ແຕ່ເມື່ອປະມານ ຄ.ສ. 1357 ພະມະຫາທຳມະລາຊາທີ 1 (ລິໄທ) ໄດ້ໂຜດ ໃຫ້ຍ້າຍເມືອງສອງແຄວ ມາຕັ້ງຢູ່ ໃນບໍລິເວນໂຕເມືອງໃນປັດຈຸບັນ ແລະຍັງຄົງເອີ້ນກັນຕິດປາກວ່າ ເມືອງສອງແຄວ ເລື້ອຍມາ.