ຈັງຫວັດຂອນແກ່ນ
ແຂວງຂອນແກ່ນ ແມ່ນແຂວງໜຶ່ງໃນພາກຕາເວັນອອກສຽງເໜືອຂອງປະເທດໄທ ອັນມີຂະໜາດໃຫຍ່ຮອງຈາກຈັງຫວັດນະຄອນລາຊະສີມາແລະຈັງຫວັດອຸບົນລາຊະທານີຕາມລຳດັບ, ມີຂະໜາດເສດຖະກິດໃຫຍ່ເປັນສູນກາງຂອງພາກຕາເວັນອອກສຽງເໜືອ ຕັ້ງຢູ່ໃນຈຸດທີ່ຖະໜົນມິຕະພາບ (ທາງຫຼວງແຜ່ນດິນໝາຍເລກ 2) ແລະທາງຫຼວງແຜ່ນດິນໝາຍເລກ 12 (ຖະໜົນສາຍເສດຖະກິດຕາເວັນອອກ-ຕາເວັນຕົກ) ຕັດຜ່ານ ອັນເປັນເສັ້ນທາງສຳຄັນໃນການເດີນທາງຈາກພາກຕາເວັນອອກສຽງເໜືອຕອນເທິງເຂົ້າໄປສູ່ພາກຕາເວັນອອກສຽງເໜືອຕອນກາງ ຈາກພາກຕາເວັນອອກສຽງເໜືອຕອນເທິງໄປເຂົ້າພາກເໜືອທີ່ອຳເພີຫຼົ່ມສັກ ຈັງຫວັດເພັດຊະບູນ ແລະເດີນທາງເຂົ້າສູ່ປະເທດລາວທັງທາງດ້ານທິດໃຕ້ແລະທິດຕາເວັນຕົກຂອງລາວ. ອານາເຂດທາງທິດເໜືອຕິດກັບຈັງຫວັດເລີຍ ຈັງຫວັດໜອງບົວລຳພູ ແລະຈັງຫວັດອຸດອນທານີ ທິດຕາເວັນອອກຕິດກັບຈັງຫວັດມະຫາສາລະຄາມແລະຈັງຫວັດກາລະສິນ ທິດໃຕ້ຕິດກັບຈັງຫວັດບຸລີລຳແລະຈັງຫວັດນະຄອນລາຊະສີມາ ທິດຕາເວັນຕົກຕິດກັບຈັງຫວັດໄຊຍະພູມແລະຈັງຫວັດເພັດຊະບູນ. ໃນສະໄໝກຸງລັດຕະນະໂກສິນ ຂອນແກ່ນຢູ່ພາຍໃຕ້ການປົກຄອງຂອງມົນທົນອຸດອນທານີຫຼືຈັງຫວັດອຸດອນທານີໃນປັດຈຸບັນ ເຊິ່ງເມືອງທັງສອງນີ້ແມ່ນເມືອງທີ່ຖືກກໍ່ຕັ້ງໂດຍກົມມະຫຼວງປະຈັກສິລະປາຄົມ. ດັ່ງນັ້ນເມືອງທັງສອງນີ້ຖືໄດ້ວ່າເປັນເມືອງອ້າຍນ້ອງກັນ.
ເຂດການປົກຄອງ[ດັດແກ້]
- ອຳເພີເມືອງຂອນແກ່ນ
- ອຳເພີບ້ານຝາງ
- ອຳເພີພະຍືນ
- ອຳເພີໜອງເຮືອ
- ອຳເພີຊຸມແພ
- ອຳເພີສີຊົມພູ
- ອຳເພີນ້ຳພອງ
- ອຳເພີອຸບົນຣັດ
- ອຳເພີກະນວນ
- ອຳເພີບ້ານໄຜ່
- ອຳເພີເປືອຍນ້ອຍ
- ອຳເພີພົນ
- ອຳເພີແວງໃຫຍ່
- ອຳເພີແວງນ້ອຍ
- ອຳເພີໜອງສອງຫ້ອງ
- ອຳເພີພູວຽງ
- ອຳເພີມັນຈາຄີລີ
- ອຳເພີຊົນນະບົດ
- ອຳເພີເຂົາສວນກວາງ
- ອຳເພີພູຜາມ່ານ
- ອຳເພີຊຳສູງ
- ອຳເພີໂຄກໂພໄຊ
- ອຳເພີໜອງນາຄຳ
- ອຳເພີບ້ານແຮດ
- ອຳເພີໂນນສິລາ
- ອຳເພີວຽງເກົ່າ